Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີຜ່ອນຄາຍຈາກການເຮັດວຽກ

5 ວິທີຜ່ອນຄາຍຈາກການເຮັດວຽກ

Published on

  1. ການອອກ­ກຳ­ລັງກາຍ: ກໍ່ເປັນວິ­ທີໜຶ່ງເພື່ອລະ­ບາຍໂຮໂມນຂອງຄວາມຄຽດອອກໄປໃຫ້ໝົດ ເຊັ່ນ: ອອກ­ກຳ­ລັງກາຍລະ­ຫວ່າງເຮັດວຽກດ້ວຍການຍ່າງຂຶ້ນລົງຂັ້ນ­ໄດ ຫຼືເຮັດວຽກອື່ນໃນຕອນແລງຫຼັງເລີກວຽກ, ການອອກ­ກຳ­ລັງກາຍຈົນເຫື່ອອອກຈະກະຕຸ້ນໃຫ້ຮ່າງ­ກາຍຫຼັ່ງໂຮໂມນຂອງຄວາມ­ສຸກອອກມາ ເຊິ່ງຈະຊ່ວຍໃຫ້ຮ່າງ­ກາຍ ແລະຈິດ­ໃຈເຮົາສົດ­ຊື່ນຂຶ້ນມາທັນທີ.
  2. ພັກ­ຜ່ອນໃຫ້ພຽງ­ພໍ: ເຮົາຕ້ອງຮູ້­ຈັກບໍ­ລິ­ຫານເວລາເພື່ອໃຫ້ມີເວ­ລາພັກ­ຜ່ອນສ່ວນຕົວແລະເວລາໃຫ້ກັບຄອບ­ຄົວ, ພ້ອມກັບຢ່າລືມວ່າ ເຄື່ອງຈັກຍັງມີເວ­ລາຢຸດພັກ ແລະສ້ອມແປງ, ບຳ­ລຸງຮັກສາ. ສະ­ນັ້ນ ຕົວເຮົາເອງກໍ່ເຊັ່ນກັນ ຕ້ອງມີເວ­ລາພັກ­ຜ່ອນເພື່ອເອົາແຮງໄວ້ສຳ­ລັບການເຮັດວຽກໃນມື້­ຕໍ່­ມາ.
  3. ການເວົ້າຈາປຶກ­ສາຫາລືບັນ­ຫາທີ່ໜັກໃຈກັບຄົນໃກ້ຊິດ: ເຖິງແມ່ນວ່າຄົນອື່ນອາດຈະຊ່ວຍເຮົາແກ້ບັນ­ຫາບໍ່ໄດ້ກໍ່ຕາມ, ແຕ່ການໄດ້ເວົ້າສິ່ງອົດກັ້ນໃນໃຈອອກມາ ແລະໄດ້ຄໍາແນະ­ນຳຈາກຄົນໃກ້­ຊິດກໍ່ຈະເຮັດໃຫ້ເຮົາຮູ້­ສຶກດີ, ສະ­ບາຍໃຈຂຶ້ນ ແລະສະ­ໝອງກໍ່ປອດ­ໂປ່ງ ເຊິ່ງກໍ່ອາດຄິດແກ້ໄຂບັນ­ຫາໄດ້ໃນເວລາຕໍ່ມາ.
  4. ການຮູ້­ຈັກປ່ຽນແນວຄິດ: ຢ່າຄິດເອົາແຕ່ຄວາມວິ­ຕົກກັງ­ວົນຫຼາຍເກີນໄປ, ໃຫ້ລອງຄິດໃນຫຼາຍໆແງ່ມຸມ, ຄິດໃນສິ່ງດີໆ ຄິດຢ່າງມີຫວັງແດ່ ແລະຢ່າຄິດແຕ່ບັນ­ຫາຂອງຕົວເອງ ຕ້ອງຄິດເຖິງຄົນອື່ນ ແລະ ຄົນອ້ອມຂ້າງ ເພື່ອໃຫ້ມີກຳ­ລັງໃຈຕໍ່­ສູ້ກັບບັນ­ຫາຕໍ່ໄປ.
  5. ການເຝິກເຕັກ­ນິກລະ­ບາຍຄວາມຕຶງຄຽດເຊັ່ນ: ການຫາຍ­ໃຈເຂົ້າເລິກໆເຮັດໃຫ້ທ້ອງຕຶງອອກ ແລະຫາຍ­ໃຈອອກຊ້າໆ, ໃຫ້ທ້ອງແວບລົງ ຈະຊ່ວຍຫຼຸດຄວາມຕຶງຄຽດໄດ້. ນອກ­ຈາກນີ້ ຄວນຝຶກສະ­ມາ­ທິເພື່ອສະ­ຫງົບຈິດ­ໃຈ ໂດຍມີສະ­ຕິຢູ່ກັບລົມຫາຍ­ໃຈເຂົ້າ-ອອກ ຈະຊ່ວຍລະ­ບາຍຄວາມເຄັ່ງຕຶງໄດ້ດີ.

ຂອບໃຈບົດດີໆຈາກ: sanook

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...