spot_img
Homeຂ່າວການພັດທະນາໂຄງການສ້າງທາງລົດໄຟ ສຳເລັດການປັກຫລັກໝາຍແລວທາງ ໃນເຂດຊຸມຊົນແລ້ວ

ໂຄງການສ້າງທາງລົດໄຟ ສຳເລັດການປັກຫລັກໝາຍແລວທາງ ໃນເຂດຊຸມຊົນແລ້ວ

Published on

ຂປລ. ໃນວັນທີ 10 ສິງຫາ 2016 ນີ້, ລັດຖະບານລາວຢືນຢັນວ່າ: ຄວາມຄືບໜ້າໂຄງການພັດທະນາເສັ້ນທາງລົດໄຟລາວ-ຈີນໄດ້ສໍາເລັດໂດຍພື້ນຖານໃນການປັກຫລັກໝາຍແລວທາງໃນເຂດຊຸມຊົນ ແລະ ສືບຕໍ່ກະກຽມເກັບກູ້ລະເບີດຕົກຄ້າງໃນປາງສົງຄາມຕາມແລວເສັ້ນທາງລົດໄຟ ຂະນະທີ່ ສປປ ລາວ, ບັນດາສະມາຊິກອາຊຽນ ແລະ ຈີນຫວັງວ່າໂຄງການພັດທະນາເສັ້ນທາງລົດໄຟຈະຜົນປະໂຫຍດຮ່ວມກັນມະຫາສານໃນອະນາຄົດ ຖ້າເບິ່ງໃນແງ່ມູມການການຂົນສົ່ງສິນຄ້າ, ການຄົມມະນາຄົມຂົນສົ່ງພາກພື້ນດິນທີ່ວ່ອງໄວ-ປະຢັດເວລາ-ຫລຸດຜ່ອນຄ່າໃຊ້ຈ່າຍຄ່າຂົນສົ່ງ-ບັນທຸກສິນຄ້າໄດ້ຫລາຍ ແລະ ຄຸ້ມຄ່າ, ນອກຈາກນັ້ນຍັງໃຫ້ການພັດທະນາ ແລະ ຄວາມແຕກໂຕນກັນລະຫວ່າງປະເທດຮັ່ງມີ ແລະ ທຸກຍາກ ຫຍັບເຂົ້າໃກ້ກັນ, ຄົນກັບຄົນໄປມາຫາສູ່ກັນວ່ອງໄວຂຶ້ນກວ່າເກົ່າ. “ແຕ່ສິ່ງສໍາຄັນຕ້ອງມີສິ່ງຮອງຮັບເມື່ອເວລາລົດເກີດຂຶ້ນແທ້ ຕົວຢ່າງວ່າເຮົາຈະຄຸ້ມຕອ້ງກັນແນວໃດ? ຈະເອົາຫຍັງໄປຂາຍໃນຕະຫລາດບ້ານເພີ່ນ?” ສິນຄ້າບົ່ມຊ້ອນເຮົາແມ່ນຫຍັງເປັນໂຕສ້າງລາຍຮັບ? ສະຖານທີ່ທ່ອງທ່ຽວ, ສິ່ງຮອງຮັບໂຮງແຮມ ແລະ ອາຫານໄດ້ມາດຕະຖານແລ້ວບໍ? ແລະ ອື່ນໆ.
ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ,ຫົວໜ້າຄະນະປະສານງານໂຄງການທາງລົດໄຟລາວ-ຈີນ ໄດ້ກ່າວໃນການເຜີຍແຜ່ ເອກະສານດັ່ງກ່າວ ໃນວັນທີ 10 ສິງຫານີ້ ຢູ່ ນະຄອນຫລວງວຽງຈັນ ວ່າ : ໂຄງການລົດໄຟລາວ-ຈີນ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນI, ເສັ້ນທາງດ່ຽວ, ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງການແມ່ນ 1.2% ຢູ່ເຂດທົ່ງພຽງ, 2.4%ເຂດພູສູງ, ເຕັກນິກການອອກແບບແມ່ນອີງໃສ່ພູມີປະເທດເປັນຫລັກໃນນີ້ແບ່ງການ ອອກແບບເປັນ 2 ຊ່ວງຄື : ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ , ຄວາມໄວຂອງລົດໄຟແມ່ນອີງໃສ່ການ ຄິດໄລ່ປະສິດທິຜົນສູງສຸດໃນການບໍລິການຂົນສົ່ງໂດຍສານ – ສິນຄ້າ ເຊິ່ງນຳໃຊ້ລາງຮ່ວມ ກັນ, ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານທີ່ມີປະສິດຕິຜົນ ສະເພາະ ເຂດພູ ດອຍແມ່ນ 160 ກມ/ຊມ, ເຂດທົ່ງພຽງ ຊ່ວງວັງວຽງ-ນະຄອນຫລວງວຽງຈັນ 200 ກມ/ຊມ ໃນອະນາຄົດ, ຄວາມໄວສຳລັບການຂົນສົ່ງສິນຄ້າ 120 ກມ/ຊມ, ລະບົບການຂັບເຄື່ອນຂະບວນລົດໄຟແມ່ນນຳໃຊ້ພະລັງງານໄຟຟ້າ ແລະ ມີຄວາມສາມາດຮອງຮັບນ້ຳໜັກໄດ້ເຖິງ 3.000 ໂຕນໃນໄລຍະເລີ່ມຕົ້ນ, ສາມາດເພີ່ມຂຶ້ນເປັນ 4.000 ໂຕນ ໃນໄລຍະຍາວ.
 ທ່ານ ລັດຕະນະມະນີ ຄູນນິວົງ ກ່າວຕື່ມວ່າ: ລັດຖະບານ ສປປ ລາວ – ສປ ຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນໂຄງການດັ່ງກ່າວໃນຕົ້ນເດືອນເມສາ 2010 ຜ່ານມາ ເຊິ່ງໃນຂັ້ນຕົ້ນແມ່ນສ້າງທາງລົດໄຟເຊື່ອມຕໍ່ແຕ່ຊາຍແດນລາວ – ຈີນ, ຈຸດບໍ່ຫ່ານ-ບໍ່ເຕ່ນ ເຂົ້າຫາ ນະຄອນຫລວງວຽງຈັນ ແລ້ວເຊື່ອມຕໍ່ໃສ່ປະເທດໄທ, ຕໍ່ໄປຈຶ່ງຂະຫຍາຍແຕ່ ນະຄອນຫລວງວຽງຈັນ ໄປ ທ່າແຂກ ຕໍ່ໃສ່ຊາຍແດນລາວ-ຫວຽດນາມ ສູ່ທ່າເຮືອວຸ່ງອາງ ແລະ ຂະຫຍາຍຕໍ່ຈາກທ່າແຂກ ໄປພາກໃຕ້ຕໍ່ໃສ່ຊາຍແດນ ລາວ-ກຳປູເຈຍ, ພ້ອມນີ້ ສອງຝ່າຍ ໄດ້ພ້ອມກັນຈັດພິທີວາງສີລາລຶກໂຄງການ ສ້າງທາງລົດໄຟລາວ-ຈີນໃນທ້າຍປີ2015ຜ່ານມາ ເພື່ອເປັນ ຂອງຂວັນສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ. ສຳລັບໂຄງສ້າງການລົງທຶນ ສອງຝ່າຍ ຈະໄດ້ສ້າງຕັ້ງບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໂດຍຝ່າຍລາວຖືຮຸ້ນ 30%, ຈີນ 70% , ມີມູນຄ່າການລົງທຶນທັງໝົດຂອງໂຄງການເກືອບ 6 ຕື້ໂດລາສະຫະລັດ, ໄລຍະທີ່ສາມາດແທນທຶນຄືນທັງໝົດຂອງການລົງທຶນແມ່ນ 35 ປີ (ລວມທັງໄລຍະການກໍ່ສ້າງ).

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...