spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 5 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 5 ສິງຫາ

Published on

ວັນທີ 5 ສິງຫາ ປີ 2003 ຫຼືມື້ນີ້ເມື່ອ 13 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Silent Hill 3 ເທິງເຄື່ອງ PS2 ທີ່ທະວີບອາເມຣິກາເໜືອ.  ໂດຍພາກນີ້ເປັນພາກຕໍ່ທີ່ກົງກັນກັບ Silent Hill ພາກທຳອິດທີ່ເຄີຍລົງເທິງເຄື່ອງ PS1 ເມື່ອປີ 1999 ແລະທາງ Konami ຫາກ່ອນມີການຣີມາສເຕີ້ລົງເຄື່ອງ PS3 ແລະ Xbox 360 ໄປເມື່ອປີ 2012 ທີ່ຜ່ານມາ, ເຊິ່ງຈາກກະແສຄວາມນິຍົມຂອງແຟນໆທີ່ມີຕໍ່ພາກນີ້ ເຮັດໃຫ້ວົງການຮູບເງົາໄດ້ຈັບເອົາພລ໋ອດເລື່ຶງຂອງ Silent Hill 3 ໄປເຮັດເປັນຮູບເງົາສາຍໃນປີ 2012 ໂດຍໃຊ້ຊື່ວ່າ Silent Hill: Revelation 3D

ດ້ານເນື້ອເລື່ອງຂອງ Silent Hill 3 ຈະເປັນເຫດການຫຼັງຈາກພາກທຳອິດປະມານ 17 ປີ, ເມື່ອ ແຮຣ໌ຣີ້ ເມສັນ ໄດ້ກຳຈັດເທບພະເຈົ້າຜູ້ຄອງລັດທິທີ່ເບິ່ງແຍງເມືອງ Silent Hill ລົງໄດ້ສຳເລັດ ແລະໄດ້ຮັບມອບເດັກນ້ອຍເພດຍິງຄົນໜຶ່ງກັບໄປລ້ຽງ ໂດຍແຮຣ໌ຣີ້ໄດ້ຕັ້ງຊື່ເດັກຄົນດັ່ງກ່າວວ່າ ຮີດເທີ້ ເຊິ່ງສອງພໍ່ລູກໄດ້ໃຊ້ຊີວິດຢູ່ນຳກັນໃນເມືອງພອຣ໌ດແລນ ປະເທດສະຫະລັດອາເມຣິກາ ຈົນມາຮອດຊ່ວງຮີດເທີ້ເຂົ້າສູ່ໄວລຸ້ນ ແລະແລ້ວມື້ໜຶ່ງນາງກໍໄດ້ພົບກັບຄົນຈາກລັດທິເມືອງ Silent Hill ທີ່ຕ້ອງການນຳໂຕນາງໄປໃຫ້ກຳເນີດເທບພະເຈົ້າອົງໃໝ່ຂອງພວກເຂົາ ຈົນນຳໄປສູ່ເລື່ອງລາວທີ່ຮີດເທີ້ຕ້ອງໜີເອົາໂຕລອດຈາກກຸ່ມລັດທິຊົ່ວຮ້າຍແລະຫາທາງຢຸດແຜນຮ້າຍນີ້ໃຫ້ໄດ້. 

ອົງປະກອບໂດຍທົ່ວໄປຂອງຊີຣີ Silent Hill ພາກນີ້ຈະໃຫ້ຄວາມສຳຄັນກັບ 3 ສິ່ງນັ້ນກໍຄື: ລະບົບການຕໍ່ສູ້, ລະບົບການປະຈົນໄພ ແລະການໄຂປິດສະໜາຕ່າງໆ. ໂດຍພາກ 3 ນີ້ໂຕລະຄອນຮີດເທີ້ຈະສາມາດໃຊ້ອາວຸດໄລຍະໃກ້ໃນການບລັອກການໂຈມຕີຂອງສັດຕູຫຼືສະເຕັບອອກຂ້າງເພື່ອຫຼີກລຽງການໂຈມຕີໄດ້, ໃນຂະນະດຽວກັນ ໄຟສາຍກັບວິທະຍຸທີ່ເອົາໄວ້ໃຊ້ສ່ອງທາງໃນຄວາມມືດແລະບອກໄລຍະຫ່າງລະຫວ່າງໂຕຮີດເທີ້ກັບສັດຕູກໍຍັງຄົງຢູ່ຄືເກົ່າ.  ນອກຈາກນີ້ຕອນເລີ່ມເກມ ໂຕເກມຈະມີໃຫ້ເຮົາເລືອກລະດັບຄວາມຍາກຂອງປິດສະໜາໃນເກມ, ໂດຍລະດັບຄວາມຍາກຂອງປິດສະໜາຈະແຍກຈາກກັນກັບຄວາມຍາກຂອງໂຕເກມ ເຊິ່ງຖ້າເລືອກລະດັບຄວາມຍາກຂອງປິດສະໜາໄວ້ທີ່ “Medium” ບັນດາປິດສະໜາຕ່າງໆ ກໍຈະໃຊ້ວິທີຄຶດແກ້ແບບບໍ່ຍາກຫຼາຍ ແຕ່ຖ້າຫາກເລືອກເປັນ “Hard” ປິດສະໜາທຸກຢ່າງໃນເກມນັ້ນແທບຈະຕ້ອງໄດ້ທົບທວນຄຶດກັນໃໝ່ເຖິງ 3-4 ຮອບຈຶ່ງຈະຜ່ານໄດ້. 

Fact ເລັກນ້ອຍກ່ຽວກັບເກມ Silent Hill 3

  • Silent Hill 3 ໄດ້ຮັບຄຳຍ້ອງຈາກຄົນຫຼິ້ນແລະນັກວິຈານຫຼາກຫຼາຍ ໃນເລື່ອງຂອງບັນຍາກາດໃນເກມທີ່ເຮັດມາໄດ້ມາດຕະຖານຂອງເກມແນວແອັກຊັ່ນປົນຫຼອນທົ່ວໄປ ລວມທັງກຣາບຟິກທີ່ດີກວ່າພາກ 2 ຫຼາຍ, ໃນຂະນະດຽວກັນກໍມີຄຳຕິຍ້ອງດ້ານລົບຂອງເກມນີ້ພໍສົມຄວນ ໂດຍບາງສຳນັກຣີວິວໃຫ້ເຫດຜົນວ່າ ເຖິງລະບົບການຕໍ່ສູ້ໃນພາກນີ້ຈະເຮັດມາໄດ້ຫຼາກຫຼາຍຂຶ້ນເຊັ່ນ: ການບລັອກ, ການສະເຕັບຫຼົບອອກຂ້າງ ແຕ່ນັ້ນບໍ່ໄດ້ສະແດງໃຫ້ເຫັນເຖິງນະວັດຕະກຳໃໝ່ໆຂອງລະບົບເກມເລີຍ ອາດເປັນເພາະວ່າເກມແອັກຊັ່ນອື່ນໆ ກໍເຮັດແບບນີ້ໄດ້ມາດົນແລ້ວ ແລະກໍມີແຟນໆບາງສ່ວນອ້າງວ່າບໍ່ຄວນໃຫ້ໂຕເອກເຮັດຫຍັງໄດ້ຫຼາກຫຼາຍຈົນເກີນໄປ ເນື່ອງຈາກຈະເຮັດໃຫ້ເກມຖືກຫຼຸດຄວາມຫຼອນລົງ ຈຶ່ງບໍ່ໜ້າຈະເປັນເຫດຜົນທີ່ຟັງຂຶ້ນ, ອີກທັງໃນຍຸກນັ້ນ ວົງການເກມກຳລັງເຂົ້າສູ່ຊ່ວງປ່ຽນຜ່ານ ທີ່ຫຼາຍໆເກມພະຍາຍາມເຮັດເກມທີ່ໃຫ້ໂຕເອກມີອິດສະຫຼະໃນການອອກແອັກຊັ່ນຕ່າງໆຫຼາຍຂຶ້ນ ເພື່ອໃຫ້ຮູ້ສຶກແລະສຳຜັດໄດ້ວ່າຄືກັບຄົນແທ້ໆນັ້ນເອງ. 

  • ຊ່ວງທຳອິດຂອງເກມໂຕລະຄອນຮີດເທີ້ຈະຢູ່ຫ້າງຊ໋ອບປິ້ງມໍ ຫາກສຳຫຼວດບັນດາຮ້ານຄ້າໃນສູນການຄ້ານັ້ນດີໆ ຈະພົບວ່າມີສອງຮ້ານທີ່ຊື່ວ່າ: Boutigue Marguerite ແລະ Helen’s Bakery.  ເຊິ່ງຊື່ Marguerite ແລະ Helen ຕ່າງກໍເປັນຊື່ທີ່ທີມພັດທະນານຳມາຈາກບົດລະຄອນໂສກຄະນາດຕະກຳເລື່ອງ “Faust” ປະພັນໂດຍ ໂຢຮັນ ໂວລກັງ ສິລະປິນຊາວເຢຍລະມັນ ໂດຍບົດປະພັນເລື່ອງນີ້ຈະເປັນເລື່ອງລາວຂອງຊາຍທີ່ຂາຍວິນຍານໃຫ້ກັບຜີສາດນາມວ່າ: ເມຟິສໂຕຟີລີສ (Mephistopheles) ເພື່ອແລກກັບອົງຄວາມຮູ້ອັນລ້ຳຄ່າ ໃນປັດຈຸບັນ ບົດປະພັນເລື່ອງນີ້ໄດ້ຮັບການດັດແປງເປັນວັນນະກຳໃນຂະແໜງອື່ນໆ ເປັນຈຳນວນຫຼາຍ. 

  • 1 ໃນຮູບເງົາທີ່ເປັນແຮງບັນດານໃຈໃຫ້ກັບເກມ Silent Hill 3 ກໍຄືເລື່ອງ Jacob’s Ladder ທີ່ສາຍເມື່ອປີ 1990 ໂດຍ 1 ໃນຊື່ສະຖານີລົດໄຟໃຕ້ດິນທີ່ປະກົດໃນເກມນີ້ຈະມີຊື່ວ່າ Bergen Street Station ເຊິ່ງກໍເປັນຊື່ດຽວກັບທີ່ໂຕລະຄອນເຈຄ໋ອບໃນຮູບເງົາປະກົດໂຕໃນສະຖານີດັ່ງກ່າວໃນຕອນເລີ່ມເລື່ອງນຳ. 

  • ຄລໍເດຍ ວູບ ສາວໂຕຮ້າຍຂອງພາກນີ້ເປັນໂຕລະຄອນທີ່ທີມພັດທະນາບອກວ່າອອກແບບຕາມຄອນເຊັບໄດ້ຍາກທີ່ສຸດ ເຊິ່ງໃນຊ່ວງທຳອິດຂອງການສະເກັດໂຕຄລໍເດຍ ທີມອອກແບບຢາກໃຫ້ນາງແຕ່ງໂຕຄືຜູ້ຍິງທີ່ຄືໂຕແທນຂອງເທບບາງອົງ ຈົນໄປໆ ມາໆ ກໍປ່ຽນພາບລັກໃຫ້ນາງເບິ່ງເປັນຄົນອັນຕະລາຍແລະບໍ່ໜ້າເຂົ້າໃກ້ຫຼາຍຂຶ້ນ ໃນທີ່ສຸດທີມພັດທະນາເລີຍຕັດສິນໃຈຍຶດເອົາ ຈູລຽນ ມົວ (Julianne Moore) ດາລາສາວຮໍລີວູດມາເປັນຕົ້ນແບບ ແລ້ວປັບໃຫ້ນາງມີຄິ້ວທີ່ບາງລົງ ໂດຍແຕ່ກ່ອນໂຕລະຄອນຄລໍເດຍຖືກຕັ້ງຊື່ວ່າ “ຄຣິສຕີ້” ແຕ່ທີມອອກແບບໃຫ້ຄວາມເຫັນວ່າຊື່ນີ້ຟັງເບິ່ງແລ້ວໜ້າຮັກເກີນໄປ ສຸດທ້າຍກໍປ່ຽນຊື່ເປັນຄລໍເດຍ ທີ່ໄດ້ແຮງບັນດານໃຈມາຈາກຊື່ ຄລໍເດຍ ຄາຣ໌ດິເນວ (Claudia Cardinale) ນັກສະແດງຍິງທີ່ເຄີຍໂດ່ງດັງໃນຮູບເງົາເລື່ອງ The Pink Panther. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...