spot_img
Homeມຸມຂ່າວ AECກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສ.ເກົາຫລີ ຄັ້ງທີ 13 ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ-ສ.ເກົາຫລີ ຄັ້ງທີ 13 ໄຂຂຶ້ນທີ່ ນະຄອນຫລວງວຽງຈັນ

Published on

ໃນວັນທີ 4 ສິງຫານີ້, ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ, ໄດ້ມີສືບຕໍ່ການດຳເນີນ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງໃນກອງປະຊຸມປຶກສາຫາລື ລະຫວ່າງລັດຖະມົນຕີເສດຖະກິດອາຊຽນ-ສ.ເກົາຫລີ ຄັ້ງທີ 13 (13th AEM-ROK Consultations), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ຈູ ຫຸນ ວານ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານຂອງ ສ.ເກົາຫລີ, ຊຶ່ງໃນນັ້ນ ສ.ເກົາຫລີ ໄດ້ກ່າວວ່າການສ້າງປະຊາຄົມເສດຖະກິດອາຊຽນ ຫລື AEC ໃນປີ 2015 ເປັນບາດກ້າວສຳຄັນ ໃນການເຊື່ອມໂຍງເສດຖະກິດອາຊຽນໃນພາກພື້ນ, ພ້ອມທັງໄດ້ສະແດງຄວາມຍິນດີຕໍ່ອາຊຽນ ທີ່ມີແຜນແມ່ບົດສະບັບໃໝ່ ສຳລັບປີ 2025, ຊຶ່ງແຜນດັ່ງກ່າວ ໄດ້ເລັງໃສ່ການສ້າງປະຊາຄົມເສດຖະກິດອາຊຽນ ໃຫ້ເຊື່ອມໂຍງເປັນໜຶ່ງດຽວ, ມີການແຂ່ງຂັນ, ມີຫົວຄິດປະດິດສ້າງ ແລະ ມີຄວາມຫລາກຫລາຍ, ພ້ອມທັງມີການເຊື່ອມໂຍງກັບເສດຖະກິດໂລກ, ສ່ວນການຮ່ວມມືສອງຝ່າຍ ລະຫວ່າງອາຊຽນ ແລະ ສ.ເກົາຫລີ ໃນຂົງເຂດການຄ້າ ແລະ ການລົງທຶນ ໂດຍສະເພາະມູນຄ່າການຄ້າທັງໝົດ ຂອງທັງສອງຝ່າຍ ໄດ້ເພີ່ມຂຶ້ນເປັນ 122,9 ຕື້ໂດລາ, ຄິດໄລ່ເປັນ 5,4% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ ແລະ ເຮັດໃຫ້ ສ.ເກົາຫລີ ຈັດເປັນຄູ່ຄ້າທີ່ໃຫຍ່ທີ່ສຸດ ອັນດັບທີ 5 ຂອງອາຊຽນ, ການລົງທຶນໂດຍກົງຂອງຕ່າງປະເທດ ທີ່ມີເງິນລົງທຶນຈາກ ສ.ເກົາຫລີ ໃນຕະຫລາດອາຊຽນ ມີມູນຄ່າ 5,7 ຕື້ໂດລາ ໃນປີ 2015 ແລະ ເຮັດໃຫ້ ສ.ເກົາຫລີ ເປັນແຫລ່ງລົງທຶນໂດຍກົງ ຈາກຕ່າງປະເທດ ທີ່ໃຫຍ່ທີ່ສຸດອັນດັບທີ 5 ຂອງອາຊຽນ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ຜົນບັງຄັບໃຊ້ ຫລື ການໃຫ້ສັດຕະຍາບັນຂອງອານຸສັນຍາ ສະບັບທີສາມ ເພື່ອປັບປຸງສັນຍາການຄ້າດ້ານສິນຄ້າ ໃນຂອບເຂດອາຊຽນ-ເກົາຫລີ ໃນເດືອນມັງກອນ 2016 ສຳລັບໄທ ແລະ ເກົາຫລີ, ວັນທີ 11 ກຸມພາ 2016 ສຳລັບມຽນມາ, ວັນທີ 29 ມີນາ 2016 ສຳລັບສິງ ກະໂປ ແລະ 10 ມີຖຸນາ 2016 ສຳລັບ ສປປ ລາວ, ຕິດພັນກັບການສະເໜີຂໍ້ຜູກພັນໃໝ່ ກ່ຽວກັບລະບຽບການດ້ານພາສີ ແລະ ການອຳນວຍຄວາມສະດວກດ້ານການຄ້າ ພ້ອມທັງຕາຕະລາງຫລຸດຜ່ອນອັດຕາພາສີ ສຳລັບແຕ່ລະລາຍການ, ອານຸສັນຍາດັ່ງກ່າວ ຈະຊ່ວຍເພີ່ມທະວີຄວາມສະດວກທາງດ້ານການຄ້າ ລະຫວ່າງອາຊຽນ ແລະ ສ.ເກົາຫລີ ເພື່ອເຮັດໃຫ້ຕົວເລກເປົ້າໝາຍທາງການຄ້າ ຂອງທັງສອງຝ່າຍບັນລຸ 200 ຕື້ ໃນປີ 2020 ຕາມທີ່ຜູ້ນຳຂອງສອງຝ່າຍກຳນົດໄວ້, ກອງປະຊຸມໄດ້ສະແດງຄວາມດີໃຈ ທີ່ເຫັນການເຈລະນາມີຄວາມຄືບໜ້າ, ໂດຍສະເພາະການເປີດເສລີການຄ້າ ໃນອານາຄົດຂອງສິນຄ້າທີ່ມີຄວາມກະທົບໄວ ພາຍໃຕ້ສັນຍາການຄ້າດ້ານສິນຄ້າ ໃນຂອບອາຊຽນ-ສ.ເກົາຫລີ, ພ້ອມທັງການແລກປ່ຽນບັນຊີ ລາຍການສິນຄ້າສະບັບທຳອິດ ຊຶ່ງກັນ ແລະ ກັນ, ຍ້ອນການເຈລະຈາມີຄວາມຄືບໜ້າໃນລະດັບດີ, ບັນດາລັດຖະມົນຕີ ຈຶ່ງໄດ້ມີຄຳສັ່ງໃຫ້ສືບຕໍ່ ດຳເນີນການເຈລະຈາຢ່າງເປັນທາງການ ເພື່ອເປີດເສລີທາງການຄ້າ  ສຳລັບສິນຄ້າທີ່ມີຄວາມກະທົບໄວ ພາຍໃຕ້ສັນຍາການຄ້າອາຊຽນ-ສ.ເກົາຫລີ ບັນດາລັດຖະມົນຕີ ຫວັງເປັນຢ່າງຍິ່ງວ່າ ການເຈລະຈາລະຫວ່າງອາຊຽນ-ສ.ເກົາຫລີ ຄັ້ງຕໍ່ໄປ ຈະໄດ້ຮັບໝາກຜົນອັນຈົບງາມ.

ນອກຈາກນີ້ ໄດ້ເນັ້ນໜັກຄວາມສຳຄັນ ຂອງການມີສ່ວນຮ່ວມຂອງພາກທຸລະກິດ ແລະ ຢ້ຳຄືນອີກວ່າ ຕ້ອງໄດ້ໝູນໃຊ້ສະມາຄົມທຸລະກິດຂອງອາຊຽນ ແລະ ສ.ເກົາຫລີ ເພື່ອສົ່ງເສີມການຮ່ວມມືລະຫວ່າງທຸລະກິດ ແລະ ວິສາຫະກິດຂະໜາດຈຸລະພາກ, ນ້ອຍ ແລະ ກາງ ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ແລກປ່ຽນບົດຮຽນທີ່ດີຊຶ່ງກັນ ແລະ ກັນ ພ້ອມທັງເຂົ້າຮ່ວມໃນຂະບວນການຜະລິດແບບຕ່ອງໂສ້ ໃນລະດັບພາກພື້ນ ແລະ ມີຄວາມຍິນດີ ແລະ ຮັບຊາບຕໍ່ຄວາມຄືບໜ້າ ຂອງການຮ່ວມມື ດ້ານເສດຖະກິດລະຫວ່າງອາຊຽນ ແລະ ສ.ເກົາຫລີ ລວມທັງບັນດາໂຄງການ ທີ່ສະໜັບສະໜູນດ້ານງົບປະມານ ພາຍໃຕ້ຂອບການຮ່ວມມື ເສດຖະກິດອາຊຽນ-ສ.ເກົາຫລີ ນັບແຕ່ກອງປະຊຸມປຶກສາຫາລື ລະຫວ່າງອາຊຽນ-ສ.ເກົາຫລີ ຄັ້ງທີ 12 ເປັນຕົ້ນມາ, ໄດ້ມີການຮັບຮອງເອົາ 8 ໂຄງການ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ ເພື່ອຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ສ.ເກົາຫລີ ແລະ ປັບປຸງຄວາມສາມາດ ຂອງສະມາຊິກອາຊຽນ ໃນຫລາຍຂົງເຂດວຽກງານ ເປັນຕົ້ນແມ່ນ ການອຳນວຍຄວາມສະດວກດ້ານການຄ້າ, ຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ, ບັນດາລັດຖະມົນຕີ ໄດ້ສະໜັບສະໜູນໃຫ້ສະມາຊິກອາຊຽນ ສະເໜີບັນດາໂຄງການເພີ່ມຕື່ມ ແລະ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອເພື່ອພັດທະນາແບບຍືນຍົງ ບັນດາລັດຖະມົນຕີ ໄດ້ສະໜັບສະໜູນໃຫ້ສະມາຊິກອາຊຽນ ສະເໜີບັນດາໂຄງການເພີ່ມຕື່ມ ແລະ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ເພື່ອພັດທະນາລະບົບການຊອກຫາ ຂໍ້ມູນດ້ານອັດຕາພາສີຂອງອາຊຽນ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...