Homeຂ່າວທ້ອງຖິ່ນຝູງຕັກກະແຕນລະບາດໜັກຢູ່ຫົວພັນ ທຳລາຍຜົນຜະລິດເສຍຫາຍ 700 ກວ່າເຮັກຕາ!

ຝູງຕັກກະແຕນລະບາດໜັກຢູ່ຫົວພັນ ທຳລາຍຜົນຜະລິດເສຍຫາຍ 700 ກວ່າເຮັກຕາ!

Published on

ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນ ໃຫ້ຮູ້ວ່າ: ນັບແຕ່ເດືອນເມສາ ຮອດປັດຈຸບັນ ໄດ້ມີສັດຕູພືດຕັກກະແຕນຝູ ລະບາດໜັກຢູ່ 6 ເມືອງຄື: ເມືອງຊຳເໜືອ, ວຽງໄຊ, ເມືອງແອດ, ຫົວເມືອງ, ເມືອງຊ່ອນ ແລະ ເມືອງຮ້ຽມ, ມີ 61 ບ້ານ ໄດ້ຮັບຜົນກະທົບໜັກຄື: ເນື້ອທີ່ປ່າໄມ້ປ່ອງ, ເນື້ອທີ່ເຂົ້າ-ໄຮ່ເຂົ້ານາ ແລະ ສາລີຂອງປະຊາຊົນ ເສຍຫາຍຫລາຍກວ່າ 700 ເຮັກຕາ, ໃນນີ້ໜັກກວ່າໝູ່ແມ່ນຢູ່ ເມືອງແອດ, ເມືອງຊ່ອນ ແລະ ເມືອງຊຳເໜືອ.

ໃນໄລຍະຜ່ານມາ ເຖິງວ່າ: ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລົງສົມທົບກັບອຳນາດການປົກຄອງບ້ານ ສຸມສະກັດກັ້ນ ແລະ ຕ້ານການລະບາດຂອງຕັກກະແຕນດັ່ງກ່າວ ນັບແຕ່ກາງເດືອນເມສາເປັນຕົ້ນມາ ແຕ່ກໍສາມາດກຳຈັດໄດ້ ພຽງສ່ວນໃດໜຶ່ງເທົ່ານັ້ນ, ຊຶ່ງໃນນີ້ລັດຖະບານລາວ ໄດ້ສະໜອງງົບປະມານ 200 ກວ່າລ້ານກີບ ແລະ ທຶນສົມທົບຂອງ ອຳນາດການປົກຄອງແຂວງ 50 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານດັ່ງກ່າວ ພ້ອມນີ້ ສປ ຈີນ ກໍໄດ້ສະໜອງຢາ ແລະ ອຸປະກອນຕ່າງໆ ເປັນຈຳນວນຫລາຍ. ສ່ວນອົງການອາຫານໂລກ ກໍໄດ້ຊ່ວຍເປັນເງິນສົດຈຳນວນໜຶ່ງ.

ຫົວໜ້າຂະແໜງປູກຝັງ ໃຫ້ຮູ້ວ່າ: ການລະບາດຂອງຝູງຕັກກະແຕນ ຢູ່ແຂວງຫົວພັນ ໄດ້ເລີ່ມມາແຕ່ປີ 2014 ຢູ່ເຂດພູປອນ ລະຫວ່າງຊາຍແດນເມືອງຮ້ຽມ ແລະ ເມືອງຊ່ອນ ແຕ່ຍັງບໍ່ທັນຮ້າຍແຮງມາຮອດປີ 2015 ໄດ້ຄ່ອຍໆຂະຫຍາຍ ແລະ ລະບາດໜັກຢູ່ບາງຈຸດຂອງ 4 ເມືອງຄື: ເມືອງຮ້ຽມ, ເມືອງຊ່ອນ, ຫົວເມືອງ, ເມືອງຊຳເໜືອ ແລະ ເພີ່ມຂຶ້ນເລື່ອຍໆ, ຊຶ່ງມາຮອດປັດຈຸບັນ ໄດ້ຂະຫຍາຍອອກເປັນ 233 ຈຸດໃນ 6 ເມືອງ ຂອງແຂວງຫົວພັນ. ປັດຈຸບັນທາງອຳນາດການປົກຄອງແຂວງຫົວພັນ ແລະ ພາກສ່ວນຮັບຜິດຊອບຂັ້ນຕ່າງໆ ໄດ້ເປັນເຈົ້າການລົງຕິດຕາມ ແລະ ແນະນຳຢ່າງລະອຽດ ກ່ຽວກັບການສີດຢາປາບຕັກກະແຕນ ເພື່ອຮັບປະກັນຄວາມປອດໄພ, ແຕ່ຕົວຈິງການປະຕິບັດວຽກງານດັ່ງກ່າວ ຍັງພົບຄວາມຫຍຸ້ງຍາກຫລາຍຢ່າງ ເປັນຕົ້ນແມ່ນ ພູມສັນຖານຂອງແຂວງ ເປັນເຂດຫ້ວຍເລິກພູສູງ ມີບາງບ່ອນບໍ່ສາມາດເຂົ້າໄປເຖິງໄດ້, ດ້ານງົບປະມານ, ພາຫະນະຮັບໃຊ້, ອຸປະກອນບໍ່ພຽງພໍກັບຄວາມຕ້ອງການ. ດັ່ງນັ້ນ ຂະແໜງມະຫາພາກ ຕ້ອງຮີບຮ້ອນຊອກວິທີການຊ່ວຍເຫລືອ ປາບການລະບາດຂອງຝູງຕັກກະແຕນ ໃຫ້ມີຜົນ, ເພື່ອບໍ່ສົ່ງຜົນກະທົບໜັກ ຕໍ່ຜົນລະປູກຂອງປະຊາຊົນ ແລະ ແຜ່ລາມໄປສູ່ວົງກວ້າງ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...