ມີຫລາຍຄົນທີ່ສົງໄສໃນການບວດ ຢູ່ໃນພະພຸດທະສາສະໜາ ກະທັ່ງວ່າ ອ້າຍຈົວຫລືຄູບາເອງຍັງບໍ່ຮູ້ (ກໍຍັງມີ) ມື້ນີ້ພວກເຮົາມາຮູ້ຄວາມຈິງ”ການບວດ” ນຳກັນວ່າ ເປັນແນວໃດກັນແທ້?
ການບວດເປັນ “ຈົວ” ຫລື “ສາມະເນນ” ນັ້ນ ຕອນບວດເພິ່ນໃຊ້ຄຳວ່າ “ບັນພະຊາ” ຕົວຢ່າງ: ໂຄງການບັນພະຊາສາມະເນນພາກລະດູຮ້ອນ… ແລະການບວດເປັນ “ຄູບາ” ຫລື “ພະພິກຂຸ” ນັ້ນ ຕອນບວດເພິ່ນໃຊ້ຄຳວ່າ “ອຸປະສົມບົດ” ຕົວຢ່າງ : ພິທີອຸປະສົມບັດທ່ານມສົມສະຫວາດ ເລັ່ງສະຫວັດ…
ຈົວເມື່ອສິກອອກມາເປັນຄົນທຳມະດາແລ້ວ ຜູ້ຄົນຈະເອີ້ນວ່າ “ຊຽງ” ໝາຍເຖິງ “ຜູ້ຮູ້ບາບບຸນຄຸນໂທດ” ຄູບາສິກອອກມາ ເອີ້ນວ່າ “ທິດ” ໝາຍເຖິງ “ຜູ້ເຫັນຊອບຕາມທຳນອງຄອງທຳ” ພະອາຈານ ສິກອອກມາ ເອີ້ນວ່າ “ຈານ” ໝາຍເຖິງ “ຜູ້ຮູ້ ປະພຶດໃນທາງທີ່ຊອບ”.
ຂໍ້ກຳນົດຜູ້ທີ່ຈະບວດເປັນຈົວ, ຄູບານັ້ນ ຕ້ອງມີລັກສະນະແລະຄຸນສົມບັດດັ່ງນີ້ :
* ຕ້ອງມີສຸຂະພາບຈິດ ແລະຮ່າງກາຍສົມປະກອບ ຕາມມາດຖານເງື່ອນໄຂ.
* ບວດເປັນຈົວ ຕ້ອງອາຍຸຄົບ 10 ປີຂຶ້ນໄປ ແລະບວດເປັນພະຕ້ອງ 20 ປີບໍລິບູນ.
* ບໍ່ເປັນພະຍາດຕິດແປດ ເຊັ່ນ ຂີ້ຫິດ, ຂີ້ກາກ, ຂີ້ເຮື້ອນ, ຂີ້ທູດ…
* ບໍ່ເສບສິ່ງເສບຕິດ ເປັນຕົ້ນວ່າ ເຫລົ້າ, ເບຍ, ກັນຊາ, ຢາບ້າ, ຢາຝິ່ນ, ຕິດການພະນັນ…
* ບໍ່ເປັນຄົນໃບ້ບ້າເສຍຈິດ, ປາກກືກ, ຫູໜວກ, ຕາບອດ ແລະແຂ່ງຂາພິການ…
* ເປັນເພດຊາຍຢ່າງເຕັມໂຕ (ເອິກສາມສອກ) ມີຄວາມຕື່ນຕົວ ແລະສະໝັກໃຈໃນການບວດ.
* ບໍ່ເປັນນັກໂທດອາຍາ, ໜີຄະດີ, ໜີລູກເມຍ, ຫລີກໜີພັນທະ…
* ຕ້ອງໄດ້ຮັບຄຳອະນຸຍາດຈາກພໍ່ແມ່, ຜູ້ປົກຄອງ ຫລືກົມກອງໜ່ວຍງານ.
* ມີຜ້າໄຕຈີວອນ, ບາດ ແລະເຄື່ອງໃຊ້ສອຍອື່ນໆທີ່ຈຳເປັນ.
ຂໍ້ສັງເກດໃນຍຸກປັດຈຸບັນນີ້ :
ໃນຍຸກປັດຈຸບັນນີ້ ໂລກເຮົາມີການປ່ຽນແປງ ຄົນກໍປ່ຽນໄປ ຢູ່ໃນວັດວາສາສະໜານັ້ນ ການບວດກໍມີຜິດມີຖືກ ແລະຕ່າງຈາກແຕ່ກ່ອນຫລາຍ (ຄັນບໍ່ເຊື່ອ ທ່ານກໍສັງເກດເອົາເອງ).
ບວດຫລິ້ນ, ບວດລອງ, ບວດຕາມຄອງປະເພນີ, ບວດໜີສົງສານ, ບວດປະຫານເຂົ້າສຸກ, ບວດສະໜຸກຕາມເພື່ອນ, ບວດເປື້ອນສາສະໜາ, ບວດຫາເຂົ້າແຫ້ງ, ບວດຂັດແຍ້ງພະສົງ….
– ລູກບໍ່ດີ,ມັກຫລິ້ນມັກທ່ຽວ ສົ່ງໄປບວດ.
– ລູກຕິດເຫລົ້າ ເມົາຢາ (ໂດຍສະເພາະວຽງຈັນ) ສົ່ງໄປບວດ.
– ຄົນພິການ ເປັນບ້າ ເສຍຈິດ ສົ່ງໄປບວດ.
– ບັນເດາະ ຫລືກະເທີຍກໍຍັງໃຫ້ບວດ.
– ຢູ່ບ້ານນອກຂອກນາ ຫາຄົນບວດບໍ່ມີ ກໍເອົາພໍ່ເຖົ້າຂີ້ເຫລົ້າເມົາຢາ ຫລືບວດມາຫາເງິນຫາທອງກໍຍັງມີ.
ມັນບໍ່ແມ່ນເລື່ອງແປກປະຫລາດ ທີ່ປັດຈຸບັນນີ້ ພວກເຮົານັ້ນຈະເຫັນຄົນທີ່ເວົ້າມາມີຢູ່ເຕັມ ຖ້າເຮັດຕາມວິໄນທີ່ພະພຸດທະເຈົ້າໄດ້ວາງໄວ້ ຄືຊິບໍ່ເປັນແນວນີ້ດອກເນາະ! ຄົນເຫລົ່ານັ້ນໄດ້ເຮັດໃຫ້ສາສະໜາດ່າງດ້ອຍ ເປັນສາເຫດໃຫ້ພຸດທະສາສະນິກະຊົນ ໝົດຄວາມສັດທາ ແລະເຫລື້ອມໃສ (ອັນນີ້ ຊິໂທດທາງວັດກໍບໍ່ໄດ້).
ມີຫລາຍຄອບຄົວ ລູກເປັນຄົນດີ, ມີຄວາມຮູ້, ຮຽນເກັ່ງ, ຟັງຄຳສັ່ງສອນຂອງພໍ່ແມ່ ບໍ່ເຫັນວ່າຊິສົ່ງເຂົ້າໄປບວດຈັກເທື່ອ. ມີໝາແມວໂຕດີໆ ຕຸ້ຍພີດີງາມ ບໍ່ເຫັນວ່າຊິເອົາໄປຖະຫວາຍວັດ ບາດແນວບໍ່ດີຫັ້ນນ່າ ຄືມັກເອົາເຂົ້າມາວັດດີແທ້ໆ!
ອັນນີ້ ມຫນບໍ່ແມ່ນເລື່ອງແປກດອກເນາະ !!! (*-*)