Homeຂ່າວທ້ອງຖິ່ນ6 ເມືອງຫົວພັນເສຍຫາຍ 7 ຮ້ອຍກວ່າເຮັກຕາຍ້ອນຕັກແຕນ

6 ເມືອງຫົວພັນເສຍຫາຍ 7 ຮ້ອຍກວ່າເຮັກຕາຍ້ອນຕັກແຕນ

Published on

ຕາມ​ການ​ລາຍ​ງານ​ຂອງ​ທ່ານ ໄມ​ພຽງ ມາ­ລາ​ຈິດ ຫົວ­ໜ້າ​ຂະ­ແໜງ​ປູກຝັງພະ​ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງຫົວ­ພັນ​ໃຫ້​ຮູ້​ວ່າ: ການ​ລະ­ບາດ​ຂອງ​ຕັກແຕນ​ໄມ້­ປ່ອງ​ຢູ່ 6 ເມືອງ​ຂອງ​ແຂວງ​ຫົວພັນ​ຄື: ເມືອງ​ຊຳ​ເໜືອ, ວຽງ​ໄຊ, ແອດ, ຫົວ​ເມືອງ, ຊ່ອນ ແລະ​ເມືອງ​ຮ້ຽມ ລວມ​ມີ 13 ກຸ່ມ​ບ້ານ, 61 ບ້ານ, ລະ­ບາດ​ຂຶ້ນ 233 ຈຸດ ມີ​ຜົນ​ກະ­ທົບ​ຢ່າງ​ຫຼວງ­ຫຼາຍ​ຕໍ່​ເນື້ອ­ທີ່ປ່າ​ໄມ້­ປ່ອງ, ເນື້ອ­ທີ່​ນາ​ເຂົ້າ, ໄຮ່​ເຂົ້າ ແລະໄຮ່​ສາ­ລີ​ຂອງ​ປະ­ຊາ­ຊົນ​ເສຍ​ຫາຍ​ເຖິງ 776 ເຮັກ­ຕາ​ກວ່າ  ໃນ​ນີ້ ລະ­ບາດ​ໜັກ ກວ່າ​ໝູ່​ແມ່ນ​ຢູ່ 3 ເມືອງ​ຄື: ເມືອງ​ແອດ, ຊ່ອນ ແລະ ​ເມືອງ​ຊຳ​ເໜືອ.

ຕໍ່​ກັບ​ສະ­ພາບ​ການ​ດັ່ງ­ກ່າວ​ທາງ​ພະ ແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງ​ຫົວ­ພັນ ຈິ່ງ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ລົງ​ສົມທົບ​ກັບ​ຫ້ອງ­ການ​ກະ­ສິ­ກຳ ແລະ​ ປ່າ­ໄມ້ ແຕ່​ລະ​ເມືອງ, ອຳ­ນາດ​ການ​ປົກ­ຄອງ​ບ້ານພ້ອມ​ກັນ​ສະ­ກັດ​ກັ້ນ​ຕ້ານ​ການ​ລະ­ບາດ ຂອງ​ຕັກ­ແຕນ​ໄມ້­ປ່ອງ ຊຶ່ງ​ເລີ່ມ​ແຕ່​ກາງ ເດືອນ​ເມ­ສາ​ເປັນ­ຕົ້ນ​ມາ​ຮອດ​ປະ­ຈຸ​ບັນ ສາ­ມາດ​ກຳ­ຈັດ​ໄດ້​ຫຼາຍ​ພໍ​ສົມ­ຄວນ ນອກ ຈາກ​ນີ້​ຫຼາຍ​ພາກ­ສ່ວນ​ຍັງ​ໄດ້​ປະ­ກອບ ສ່ວນ​ທາງ​ດ້ານ​ວັດ­ຖຸ, ອຸ­ປະ­ກອນ, ທຶນ​ຈຳ ນວນ​ຫຼວງ­ຫຼາຍ​ເຂົ້າ​ຊ່ວຍ​ໃນ​ການ​ສະ­ກັດ ກັ້ນ​ການ​ລະ­ບາດ​ຂອງ​ຕັກ­ແຕນ​ໄມ້­ປ່ອງ ຊຶ່ງ​ໃນ​ນີ້​ລັດ­ຖະ­ບານ​ໄດ້​ສະ­ໜອງ​ດ້ານ​ງົບ     ປະ­ມານ​ຈຳ­ນວນ 200 ລ້ານ​ກວ່າ​ກີບ ເຂົ້າ ໃນ 6 ເມືອງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ, ທາງ​ອຳ ນາດ​ການ​ປົກ­ຄອງ​ແຂວງ​ຫົວ­ພັນ 50   ລ້ານ​ກວ່າ​ກີບ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ ປາບ ແລະ​ສະ­ກັດ​ກັ້ນ​ການ​ລະ­ບາດ​ຂອງ​ຝູງ​ຕັກ­ແຕນ​ໄມ້­ປ່ອງ​ທີ່​ເກີດ​ຂຶ້ນ​ໃໝ່​ຢູ່ 3 ເມືອງ​ຄື: ເມືອງ​ຊຳ​ເໜືອ, ເມືອງ​ແອດແລະເມືອງ​ຫົວ​ເມືອງ ພ້ອມ​ນີ້ ສປ ຈີນ ກໍ​ໄດ້ ສະ­ໜອງ​ຢາ​ປາບ​ຕັກ­ແຕນ, ເຄື່ອງ​ສີດ​ຢາ, ເຄື່ອງ­ນຸ່ງ​ຫົ່ມ​ໃນ​ເວ­ລາ​ສີດ​ຢາ, ອົງ­ການ ອາ­ຫານ​ໂລກ​ໄດ້​ຊ່ວຍ​ເປັນ​ເງິນ­ສົດ​ຈຳ ນວນ​ໜຶ່ງ​ເພື່ອ​ເຊົ່າ​ລົດ.

ທ່ານ​ກ່າວ​ວ່າ: ຢູ່​ແຂວງ​ຫົວ­ພັນ​ໄດ້ ເລີມ​ມີ​ການ​ລະ­ບາດ​ຂອງ​ຝູງ​ຕັກ­ແຕນ ໄມ້­ປ່ອງ​ມາ​ແຕ່​ປີ 2014 ຢູ່​ເຂດ​ພູ​ປອນ​ລະ­ຫວ່າງ​ຊາຍ​ແດນ​ເມືອງ​ຮ້ຽມ ແລະ ເມືອງ​ຊ່ອນ​ແຕ່​ຍັງ​ບໍ່​ທັນ​ຮ້າຍ​ແຮງ, ຮອດ ປີ 2015 ໄດ້​ຄ່ອຍໆ​ຂະ­ຫຍາຍ ແລະ​ລະ ບາດ​ໜັກ​ຢູ່​ບາງ​ຈຸດ​ຂອງ 4 ເມືອງ​ຄື: ເມືອງ​ຮ້ຽມ, ຊ່ອນ, ຫົວ​ເມືອງ, ຊຳ​ເໜືອ ຄ່ອຍໆ​ເພີ່ມ​ຂຶ້ນ​ເປັນ 20 ກວ່າ​ຈຸດ ແລະ​ໄດ້ຂະ­ຫຍາຍ​ເປັນ​ວົງ​ກວ້າງ​ອອກ​ມາ​ເປັນ 233 ຈຸດ​ໃນ 6 ເມືອງ​ຂອງ​ແຂວງ​ຫົວ­ພັນ ໃນ​ປີ​ນີ້.

ເຖິງ​ແມ່ນ​ວ່າ​ຈະ​ໄດ້​ຮັບ​ຄວາມ​ຮ່ວມ ໄມ້​ຮ່ວມ​ມື​ເປັນ​ຢ່າງ​ດີ​ຈາກ​ຫຼາຍ​ພາກ ສ່ວນ​ກໍ​ຕາມ ແຕ່​ການ​ລົງ​ປະ­ຕິ­ບັດ​ຕົວ​ຈິງ ເຫັນ​ວ່າ​ຍັງ​ພົບ​ຄວາມ​ຫຍຸ້ງ­ຍາກ​ຫຼາຍ ຢ່າງ​ເປັນ­ຕົ້ນ​ແມ່ນ: ພູມ​ສັນ­ຖານ​ຂອງ ແຂວງ​ເປັນ​ເຂດ​ຫ້ວຍ​ເລິກ​ພູ​ສູງ​ມີ​ບາງ ບ່ອນ​ບໍ່​ສາ­ມາດ​ເຂົ້າ​ໄປ​ເຖິງ​ໄດ້, ດ້ານ​ງົບ ປະ­ມານ, ພາ­ຫະ­ນະ​ຮັບ​ໃຊ້, ອຸ­ປະ­ກອນ ບໍ່​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ ແຕ່​ເຖິງ ຢ່າງ­ໃດ​ກໍ​ຕາມ​ທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ ຈະ​ໄດ້​ສືບ­ຕໍ່​ນຳ​ສະ­ເໜີ​ຂັ້ນ​ເທິງ​ໃນ​ການ​ອະ­ນຸ­ມັດ​ດ້ານ​ງົບ­ປະ­ມານ​ໃນ​ການ​ສຳ ຫຼວດ, ຕິດ­ຕາມ​ການ​ວາງ​ໄຂ່​ຂອງ​ຝູງ​ຕັກ ແຕນ​ໄມ້­ປ່ອງ ເພື່ອ​ວາງ​ແຜນ​ກຳ­ຈັດ​ໃຫ້ສຳ­ເລັດ​ໃນ​ເດືອນ​ເມ­ສາ 2017 ຊຶ່ງ​ເປັນ ລະ­ດູ​ການ​ຜະ­ລິດ​ໃໝ່​ຂອງ​ປະ­ຊາ­ຊົນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...