Homeປ່ອງຢ້ຽມດວງດາວນັກດາລາສາດຢັ້ງຢືນວ່າ ມີດາວເຄາະປິດສະໜາດວງທີ່ 9 "Planet Nine" ຢູ່ທີ່ປາຍຂອບລະບົບສຸລິຍະ

ນັກດາລາສາດຢັ້ງຢືນວ່າ ມີດາວເຄາະປິດສະໜາດວງທີ່ 9 “Planet Nine” ຢູ່ທີ່ປາຍຂອບລະບົບສຸລິຍະ

Published on

 ທີມນັກດາລາສາດ ຍັງບໍ່ສາມາດອະທິບາຍໄດ້ວ່າດາວເຄາະດວງນີ້ກຳເນີດເກີດຂຶ້ນໄດ້ແບບໃດ? ການກຳເນີດຂອງດາວເຄາະດວງທີ 9 ຫລື Planet Nine ໃນລະບົບສຸລິຍະຈັກກະວານ ທີ່ໂລກເຮົາເປັນສ່ວນໜຶ່ງ ຍັງຄົງເປັນປິດສະໜາທີ່ບັນດານັກດາລາສາດທົ່ວໂລກ ຕ່າງກໍພະຍາຍາມຄົ້ນຄວ້າຫາຄຳຕອບກັນມາດົນແລ້ວ.

ທີມນັກດາລາສາດທີ່ສູນດາລາສາດຟີຊິກຮາວາດ-ສະມິດນ່ຽນ (Harvard-Smithsonian Center for Astrophysics) ຫລື CFA ໄດ້ສຶກສາກ່ຽວກັບດາວເຄາະດວງທີ 9 ນີ້ : ທ່ານ Gongjie Li ນັກດາລາສາດທີ່ສູນ CFA ເຊິ່ງເປັນຫົວໜ້າຜູ້ຮ່າງລາຍງານການວິໄຈຜົນງານໃໝ່ນີ້ ກ່າວວ່າ ມີຫລັກຖານທີ່ບອກວ່າ Planet Nine ມີຢູ່ແທ້.

ຜູ້ຊ່ຽວຊານບອກວ່າ ການກຳເນີດຂອງດາວເຄາະ Planet Nine ໃນລະບົບສຸລິຍະຈັກກະວານ ເປັນທັງຄວາມເຊື່ອແລະປິດສະໜາມາດົນນານແລ້ວ ບັນດາເຈົ້າຂອງທິດສະດີຂອງດາວເຄາະ Planet Nine ນີ້ຄືດາວເຄາະ Nibiru ທີ່ເຊື່ອວ່າ ທີ່ເດີນທາງມາໃກ້ໂລກທຸກໆໜຶ່ງໝື່ນປີ ແລະຖິ້ມຄວາມເສຍຫາຍໄວ້ ຕະຫລອດເສັ້ນທາງທີ່ມັນເດີນທາງຜ່ານ.
ນອກຈາກນີ້ ບັນດານັກດາລາສາດຍັງໄດ້ສັງເກດເຫດການແປກໆ ທີ່ກ່ຽວຂ້ອງກັບການເຄື່ອນທີ່ຂອງດາວເຄາະອື່ນໆ ຫລາຍໆດວງທີ່ຕັ້ງຢູ່ໄກກວ່າດາວ Neptune. ດາວເຄາະຂະໜາດນ້ອຍເຫລົ່ານີ້ ເອີ້ນວ່າ ດາວເຄາະແຄະ ເພະາວ່າມີຂະໜາດນ້ອຍກວ່າໂລກຫລາຍ ແຕ່ກ່ອນ ດາວ Pluto ເປັນໜຶ່ງໃນດາວເຄາະແຄະເຫລົ່ານີ້ ມຫນເຄີຍເປັນດາວເຄາະດວງທີ 9 ແຕ່ກໍຖືກປົດປະຈຳການອອກຈາກການເປັນດາວເຄາະ ນອກຈາກນີ້ ຍັງລວມທັງດາວເຄາະແຄະ Eris ດາວເຄາະແຄະ Makemake ແລະດາວເຄາະແຄະອື່ນໆ.
ແຕ່ການເຄື່ອນໄຫວຂອງດາວເຄາະແຄະສອງດວງຄື Sedna ແລະ 2012 VP ໄດ້ຮັບຄວາມສົນໃຈຈາກນັກວິທະຍາ ສາດທັງຫລາຍທີ່ California Institute of Technologies (Caltech) ເປັນພິເສດ. ໃນເດືອນມັງກອນທີ່ ຜ່ານມາ ທ່ານ Mike Brown ກັບ Konstantin Batygin ຜູ້ຊ່ຽວຊານແຫ່ງສະຖາບັນ Caltech ໄດ້ພິມຜົນງານການວິໄຈທີ່ຢືນຢັນຢ່າງຈິງຈັງວ່າ ມີດາວເຄາະດວງໃຫຍ່ຫລາຍດວງໜຶ່ງ ທີ່ໃຫຍ່ກວ່າໂລກຢ່າງຍິ່ງ ໃນລະບົບສຸລິຍະທີ່ໂລກເຮົາເປັນສ່ວນໜຶ່ງ ພວກເຂົາຕັ້ງຊື່ໃຫ້ມັນວ່າ ດາວເຄາະ Planet Nine ມີຂະໜາດໃຫຍ່ກວ່າໂລກເຮົາເຖິງ 10 ເທົ່າ ແລະປະມານວ່າໜ້າຈະມີອາຍຸ ໜຶ່ງໝື່ນເຖິງສອງໝື່ນປີ.
 ຕັ້ງແຕ່ນັ້ນເປັນຕົ້ນມາ ບັນດານັກວິທະຍາສາດໄດ້ພະຍາຍາມສຶກສາຄົ້ນຄວ້າດາວເຄາະທີ່ໃຫຍ່ກວ່າໂລກດວງນີ້ ແຕ່ມາເຖິງຕອນນີ້ ພວກເຂົາຍັງບໍ່ທັນມີຄຳຕອບຢ່າງແທ້ໆເທື່ອ. ໃນຜົນງານການສຶກສາອັນໃໝ່ນີ້ ທີມນັກດາລາສາດ ສະຫລຸບວ່າສາເຫດທີ່ເຮັດໃຫ້ດາວເຄາະຂະໜາດໃຫຍ່ໄປຕັ້ງຢູ່ປາຍຂອບລະບົບສຸລິຍະ ເພາະມີດາວເລີກດວງໜຶ່ງ ທີ່ເດີນທາງເຂົ້າໃກ້ດວງອາທິດຂອງເຮົາ ໃກ້ພໍທີ່ຈະດຶງເອົາ Planet Nine ເຂົ້າໄປໄວ້ໃນວົງໂຄຈອນຂອງມັນ ແລະຈາກການຄຳນວນທາງຄະນິດສາດ ເລື່ອງນີ້ມີຄວາມເປັນໄປໄດ້ພຽງ 10 ເປີເຊັນເທົ່ານັ້ນ.
ຜົນການສຶກສາຂອງທ່ານ Li ນີ້ ລົງພິມໃນວາລະສານ Astrophysical Journal ແຕ່ເລື່ອງຍັງບໍ່ຈົບພຽງເທົ່ານີ້ ທີມນັກດາລາສາດອີກທີມໜຶ່ງ ເຊິ່ງເປັນເພື່ອນຮ່ວມງານຂອງທ່ານ Li ໄດ້ຕີພິມລາຍງານເສີມເລື່ອງນີ້ອີກສອງເລື່ອງ ໃນວາລະສານນີ້ເຊັ່ນດຽວກັນ.
ລາຍງານຜົນງານການວິໄຈດັ່ງກ່າວຂອງພວກເຂົາ ສະເໜີຄວາມເປັນໄປໄດ້ສອງສະພາບການ ອັນທຳອິດ ພວກເຂົາບອກວ່າ Planet Nine  ກໍ່ໂຕຂຶ້ນໃນພື້ນທີ່ດຽວກັນກັບດາວເຄາະຂະໜາດໃຫຍ່ດວງອື່ນໆ ບໍ່ວ່າຈະເປັນ ດາວ Jupiter ຫລື ດາວ Saturn  ແຕ່ຖືກແຮງຖ່ວງດຶງ (ໂນ້ມຖ່ວງ) ຈາກແຫລ່ງອື່ນ ດຶງມັນອອກໄປຈາກຈຸດທີ່ຕັ້ງເດີມ. ສ່ວນຄວາມເປັນໄປໄດ້ຢ່າງທີສອງ ຄື Planet Nine ກໍ່ໂຕຂຶ້ນໃນຈຸທີ່ກວ້າງໄກໃນລະບົບສຸລິຍະມາຕັ້ງແຕ່ຕົ້ນ ແລະແນ່ນອນວ່າຂໍ້ສົງໄສເຫລົ່ານີ້ ຈະເປັນແຮງບັນດານໃຈໃຫ້ບັນດານັກດາລາສາດ ພະຍາຍາມທີ່ຈະໄຂປິດສະໜາຕ່າງໆ ກ່ຽວກັບ Planet Nine ນີ້ຕໍ່ໄປຢ່າງບໍ່ຢຸດຢັ້ງ.

ຂໍຂອບໃຈ ຂໍ້ມູນຈາກ:

unnamed

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...