spot_img
Homeມຸມຂ່າວ AECກອງປະຊຸມ ລມຕ. ຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ!

ກອງປະຊຸມ ລມຕ. ຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມທີ່ກ່ຽວຂ້ອງ ອັດລົງດ້ວຍຜົນສຳເລັດ!

Published on

ພາຍຫຼັງສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງ ໃນວັນທີ 26 ກໍລະກົດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມ ໄດ້ຖະແຫຼງຂ່າວຜົນຂອງກອງປະຊຸມ ຊຶ່ງມີເນື້ອໃນສຳຄັນດັ່ງນີ້:
ຄືດັ່ງທີ່ບັນດາທ່ານຊາບ, ສປປ ລາວ ຮູ້ສຶກເປັນກຽດ ທີ່ໄດ້ເປັນປະທານໝູນວຽນອາຊຽນໃນປີນີ້ ຊຶ່ງເປັນຄັ້ງທີ 2 ຂອງການເປັນປະທານອາຊຽນ ຂອງ ສປປ ລາວ. ພວກເຮົາໄດ້ກຳນົດເອົາຄຳຂວັນທີ່ວ່າ: “ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ສຳລັບການເປັນປະທານໃນປີນີ້ ເນື່ອງຈາກປີ 2016 ແມ່ນປີທຳອິດຂອງການເປັນປະຊາຄົມອາຊຽນ ແລະ ເປັນປີທຳອິດ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2025. ຄຳຂວັນຂອງພວກເຮົາ ແມ່ນສອດຄ່ອງກັບຄວາມພະຍາຍາມອັນ ຕໍ່ເນື່ອງຂອງອາຊຽນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນເປັນເວລາ 4 ວັນ ນັບຕັ້ງແຕ່ວັນທີ 23 ຈົນເຖິງວັນທີ 26 ກໍລະກົດນີ້ ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຈັດກອງປະຊຸມຮ່ວມກັນ ທັງໝົດ 22 ກອງປະຊຸມລະດັບລັດຖະມົນຕີດັ່ງນີ້:
ກອງປະຊຸມຂອງ ລັດຖະມົນຕີຕ່າງປະເທດອາຊຽນ ມີ 3 ກອງປະຊຸມ ຊຶ່ງແຕ່ລະກອງປະຊຸມມີໜ້າທີ່ແຕກຕ່າງກັນ, ກອງປະຊຸມກັບຄູ່ຮ່ວມເຈລະຈາອາຊຽນ ພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ລິເລີ່ມມີ 14 ກອງປະຊຸມເຊັ່ນ: ອາຊຽນ ບວກ 1, ອາຊຽນ ບວກ 3, ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເວທີພາກພື້ນອາຊຽນ, ພ້ອມ ນັ້ນ, ຍັງມີກອງປະຊຸມອະນຸພາກພື້ນ ລະດັບລັດຖະມົນຕີອີກ 5 ກອງປະຊຸມ. ນອກຈາກກອງປະຊຸມເຫຼົ່ານີ້, ຍັງມີອີກ ຫຼາຍກອງປະຊຸມແບບສອງຝ່າຍ. ໃນທຸກໆກອງປະຊຸມ, ແມ່ນໄດ້ມີການປຶກສາຫາລືກັນ ຢ່າງຄົບຖ້ວນຮອບດ້ານ, ກົງໄປກົງມາ ແລະ  ມີໝາກຜົນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ພວກເຮົາໄດ້ມີການປຶກສາຫາລື ກ່ຽວກັບບັນຫາສຳຄັນທາງ ດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ ພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພາຍນອກຢ່າງມີໝາກຜົນ. ພວກເຮົາຢ້ຳຄືນຄວາມໝາຍໝັ້ນ ສົ່ງເສີມຄວາມພະຍາຍາມສ້າງປະຊາຄົມອາຊຽນ ໂດຍການຈັດຕັ້ງປະຕິບັດວິໄສ ທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດທັງສາມເສົາ ຄ້ຳຢ່າງມີປະສິດທິຜົນ ໂດຍມີເປົ້າໝາຍເພື່ອສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ອັນເປັນການປະກອບສ່ວນ ຕໍ່ການຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມ ສົມບູນພູນສຸກໃນພາກພື້ນ.

ປີນີ້ແມ່ນຄົບຮອບ 40 ປີ ຂອງສົນທິສັນຍາວ່າດ້ວຍໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ສະນັ້ນ, ໃນໂອກາດນີ້ ພວກເຮົາໄດ້ຮັບຮອງເອົາ ຖະແຫຼງການຂອງລັດຖະມົນຕີຕ່າງປະເທດອາຊຽນ ໃນໂອກາດຄົບຮອບ 40 ປີ ຂອງສົນທິສັນຍາດັ່ງກ່າວ ເພື່ອຢ້ຳຄືນຄວາມໝາຍຄວາມສຳຄັນ ຂອງສົນທິສັນຍາສະບັບນີ້ ຊຶ່ງເປັນກົດແຫ່ງການປະພຶດທີ່ສຳຄັນ ສຳລັບການດຳເນີນການພົວພັນ ລະຫວ່າງລັດໃນ ພາກພື້ນ ແລະ ການສົ່ງເສີມ ການຮ່ວມມືລະຫວ່າງອາຊຽນ ກັບນອກພາກພື້ນ ເພື່ອສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພວກເຮົາຍິນດີທີ່ຫຼາຍປະເທດ ໄດ້ຮັບຮູ້ສົນທິສັນຍາດັ່ງກ່າວ ແລະ ພ້ອມທັງເຫັນດີຮັບເອົາ 4 ປະເທດຄື: ຈີເລ, ເອຢິບ, ອີຣານ ແລະ ມາຣົກ ເຂົ້າເປັນພາຄີຂອງສົນທິສັນຍານີ້.
ພວກເຮົາຍັງໄດ້ອອກຖະແຫຼງການຮ່ວມຂອງ ລັດຖະມົນຕີຕ່າງປະເທດອາຊຽນ ວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ພວກເຮົາຈະສືບຕໍ່ຮັດແໜ້ນການຮ່ວມມືກັບຄູ່ເຈລະຈາ ກໍຄືການຮັດແໜ້ນການຮ່ວມມື ກັບຄູ່ຮ່ວມມືພາຍນອກອື່ນໆ ຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມເຊັ່ນ ອາຊຽນ ບວກ 1, ອາຊຽນ ບວກ 3, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ – ບວກ, ເວທີພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ເພື່ອຜົນປະໂຫຍດຮ່ວມກັນ ພ້ອມທັງຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກເຫຼົ່ານັ້ນ ແລະ ໃນໂຄງສ້າງພາກພື້ນທີ່ ພວມຜັນແປ. ໃນນີ້, ພວກເຮົາ ໄດ້ເຫັນດີຮັບເອົາເຢຍລະມັນ ເປັນຄູ່ຮ່ວມພັດທະນາ ແລະ ສະວິດ ເປັນຄູ່ຮ່ວມຂະແໜງການ.

ລັດຖະມົນຕີຕ່າງປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຈາກ 10 ບັນດາຄູ່ເຈລະຈາ ໃນແຕ່ລະກອງປະຊຸມລັດຖະມົນຕີຕ່າງປະເທດ ກັບຄູ່ຮ່ວມເຈລະຈາບວກ ເຊັ່ນ: ອົດສະຕຣາລີ, ການາດາ, ຈີນ, ສະຫະພາບເອີຣົບ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສາທາລະນະລັດ ເກົາຫຼີ, ສະຫະພັນຣັດເຊຍ ແລະ ສະຫະລັດ ອາເມຣິກາ. ພວກເຮົາທົບທວນຄືນຄວາມຄືບໜ້າຂອງ ການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ເຈລະຈາໃນໄລ ຍະຜ່ານມາ ແລະ ໄດ້ກຳນົດທິດທາງໃນອະນາຄົດ ເພື່ອການຮັດແໜ້ນການຮ່ວມມື ໃນທຸກຂະແໜງການ ໃຫ້ໃກ້ຊິດກວ່າເກົ່າເຊັ່ນ: ການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ ແລະ ການໄປມາຫາສູ່ ລະຫວ່າງປະຊາຊົນ.

ພວກເຮົາໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ ພາຍໃຕ້ຂອບການຮ່ວມມືອາຊຽນບວກ 3. ໃນນີ້, ພວກເຮົາຢ້ຳຄືນຄວາມ ໝາຍໝັ້ນ ເພື່ອສົ່ງເສີມກົນໄກອາຊຽນບວກ 3 ຊຶ່ງເປັນກົນໄກສຳຄັນ ເພື່ອໄປສູ່ການສ້າງປະຊາຄົມເສດຖະກິດ ອາຊີຕາເວັນອອກ ໃນໄລຍະຍາວ, ພວກເຮົາໄດ້ປຶກສາຫາລືບັນດາກິດຈະກຳ ເພື່ອສະເຫຼີມສະຫຼອງການຮ່ວມມື ອາຊຽນບວກ 3 ຄົບ ຮອບ 20 ປີ ໃນປີ 2017 ໃນຖານະເປັນປະທານອາຊຽນ ແລະ ປະທານອາຊຽນບວກ 3, ສປປ ລາວ ໄດ້ສະເໜີຮ່າງຖະແຫຼງການ ວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອການພັດທະນາແບບຍືນຍົງ ທີ່ຈະຖືກຮັບ ຮອງໃນກອງປະຊຸມສຸດຍອດອາຊຽນບວກ 3 ຄັ້ງທີ 19 ໃນເດືອນກັນຍາ 2016 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຂໍ້ສະເໜີນີ້ ກໍໄດ້ຮັບການສະໜັບສະໜູນ ຈາກບັນດາປະເທດສະມາຊິກອາຊຽນບວກ 3 ຢ່າງກວ້າງຂວາງ.

ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ, ພວກເຮົາໄດ້ຢືນຢັນຄືນ  ຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງ ໃຫ້ແກ່ກົນໄກດັ່ງກ່າວ ຊຶ່ງເປັນເວທີຜູ້ນຳສຳລັບການປຶກສາຫາລື ກ່ຽວກັບບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ ໂດຍມີເປົ້າໝາຍເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກທາງດ້ານເສດຖະກິດ ໃນ ອາຊີຕາເວັນອອກ, ພວກເຮົາໄດ້ປຶກສາຫາລືກ່ຽວກັບທິດທາງ ເພື່ອຈັດຕັ້ງປະຕິບັດ 6 ຂົງເຂດບຸລິມະສິດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຢ່າງມີປະສິດທິພາບ, ໃນນີ້, ກອງປະຊຸມໄດ້ສະແດງການ  ສະໜັບສະໜູນຢ່າງກວ້າງຂວາງ ຕໍ່ຮ່າງຖະແຫຼ່ງການວຽງຈັນ ວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອພັດທະນາ ພື້ນຖານໂຄງລ່າງ ໃນອາຊີຕາເວັນອອກທີ່ສະເໜີໂດຍ ສປປ ລາວເຮົາ ຊຶ່ງຈະໄດ້ຮັບຮອງເອົາໂດຍ ບັນດາຜູ້ນຳອາຊີຕາເວັນອອກ ໃນກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 11 ໃນ ເດືອນກັນຍາ 2016 ທີ່ນະ ຄອນຫຼວງວຽງຈັນ ຖະແຫຼ່ງການດັ່ງກ່າວ ມີຈຸດປະສົງເພື່ອລະດົມຄວາມສາມາດຂອງພາກພື້ນ ໃນການສົ່ງເສີມບັນ ດາໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອກ້າວໄປສູ່ການຮັດແໜ້ນການເຊື່ອມຈອດພາກພື້ນ ອັນເປັນການ ປະກອບສ່ວນ ສົ່ງເສີມການພັດທະນາແບບຍືນຍົງ, ການເຕີບ ໂຕທາງດ້ານເສດຖະກິດ ແລະ ການເຊື່ອມໂຍງພາກພື້ນ ກໍຄືການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ. ໃນກອງປະຊຸມເວທີພາກພື້ນອາຊຽນ, ພວກເຮົາໄດ້ຢ້ຳຄືນຄວາມສຳຄັນຂອງເວທີດັ່ງກ່າວ ຊຶ່ງເປັນເວທີເພື່ອການ ປຶກສາຫາລືຢ່າງສ້າງສັນ ແລະ ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງທີ່ ທຸກຝ່າຍມີຄວາມເປັນຫ່ວງ ແລະ ຄວາມສົນໃຈຮ່ວມກັນ ແລະ ທັງຢ້ຳຄືນ ບົດບາດສຳຄັນຂອງເວທີພາກພື້ນອາຊຽນ ໃນການປະກອບສ່ວນ ໃນການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ທີ່ບໍ່ແມ່ນການທະຫານທີ່ນັບມື້ນັບເພີ່ມຂຶ້ນ.
ລັດຖະມົນຕີເວທີພາກພື້ນອາຊຽນ ໄດ້ຮັບຮອງເອົາ 23 ກິດຈະກຳ ສຳລັບສົກປີ 2016 – 2017 ແລະ ເຫັນດີຮັບຮອງເອົາ 3 ຖະແຫຼງການຄື:
1. ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມື ເພື່ອຄຸ້ມຄອງການເຄື່ອນໄຫວຂ້າມ ຊາຍແດນຂອງກຸ່ມອາຊະຍາກອນ;
2. ຖະແຫຼງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມື ລະຫວ່າງບັນດາອົງກອນທີ່ຮັບຜິດ ຊອບການບັງຄັບໃຊ້ກົດໝາຍທາງທະເລ; ແລະ
3. ຖະແຫຼງການລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນ ກ່ຽວກັບການກໍ່ການຮ້າຍ.

ສປປ ລາວ, ໃນນາມປະທານອາຊຽນ, ໄດ້ນຳສະເໜີປຶ້ມວິໄສທັດຄວາມໝັ້ນຄົງ ປະຈຳປີຂອງເວທີພາກພື້ນອາຊຽນ 2016 ຊຶ່ງເປັນສະບັບທີ 17 ທີ່ໄດ້ຮວບຮວມເອົາການປະກອບຄຳຄິດເຫັນ ຈາກບັນດາປະເທດເຂົ້າຮ່ວມເວທີພາກ ພື້ນອາຊຽນ. ປຶ້ມວິໄສທັດດັ່ງກ່າວ ຖືເປັນເອກະສານສຳຄັນ ໃນການສົ່ງເສີມຄວາມເຂົ້າໃຈ, ການໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສລະຫວ່າງປະເທດ ຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ. ໃນບັນດາກອງປະຊຸມດັ່ງກ່າວນີ້, ພວກເຮົາໄດ້ມີການແລກປ່ຽນທັດສະນະຢ່າງເປີດເຜີຍ, ກົງໄປກົງມາ ແລະ ສ້າງ ສັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ທຸກຝ່າຍມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.

ສະຫຼຸຸບແລ້ວ, ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 49 ແລະ ກອງປະຊຸມລະດັບລັດຖະມົນຕີອື່ນໆທີ່ກ່ຽວຂ້ອງ ແມ່ນໄດ້ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...