spot_img
Homeຂ່າວທ້ອງຖິ່ນໂຮງ­ງານປຸງແຕ່ງໝາກ­ມ່ວງຫິ­ມະ­ພານ ເມືອງໂຂງຈະສ້າງໄວໆນີ້

ໂຮງ­ງານປຸງແຕ່ງໝາກ­ມ່ວງຫິ­ມະ­ພານ ເມືອງໂຂງຈະສ້າງໄວໆນີ້

Published on

ເກີດແທ້ແນ່­ນອນສຳ­ລັບໂຮງ­ງານປຸງແຕ່ງໝາກ­ມ່ວງຫິ­ມະ­ພານແຫ່ງທຳອິດຂອງລາວ ທີ່ມີຄວາມພະ­ຍາ ຍາມກັນມາດົນໃນການສ້າງ ສິນ­ຄ້າປາຍແຫຼມເພື່ອສົ່ງອອກຫຼ້າສຸດອຳ­ນາດການປົກ­ຄອງແຂວງຈຳ­ປາສັກ ໄດ້ອະ­ນຸ­ມັດເນື້ອດິນກວ່າ 150 ເຮັກ­ຕາເພື່ອປຸກສ້າງໂຮງ­ງານ ແລະທຳການຜະ­ລິດ ແນວພັນ ໃນຂະ­ນະທີ່ກະສີກຳ ແຂວງຫ່ວງເລື່ອງການສະໜອງວັດຖຸດິບອາດບໍ່ພຽງພໍແຕ່ນັກລົງທຶນບໍ່ຫວັ່ນຄາດອາດໄດ້ເລີ່ມທໍາການຜະລິດໃນຕົ້ນປີ 2017.

ທ່ານ ວຽງໄຊ ສີປະພອນ ຮອງຫົວໜ້າພະແນກກະສີກໍາ ແລະປ່າໄມ້ແຂວງ ຈໍາປາສັກ, ໄດ້ເປີດເຜີຍຕໍ່ກັບນັກຂ່າວ ຂອງພວກເຮົາເມື່ອບໍ່ດົນມານີ້ກ່ຽວກັບ ຄວາມຄືບໜ້າໂຄງການກໍ່ສ້າງໂຮງງານປຸງແຕ່ງໝາກມ່ວງຫິມະພານທີ່ ເມືອງໂຂງ ແຂວງຈໍາປາສັກ, ທີ່ບໍລິສັດຈີຟາມຈາກ ສ. ເກົາຫຼີ ມີຄວາມສົນໃຈ ຢາກມາລົງທຶນ ແລະໄດ້ມີການປຶກສາ ຫາລື, ມີການສືກສາສໍາຫຼວດກັນມາ ແຕ່ກາງປີ 2015 ຊຶ່ງມາຮອດປະຈຸບັນ ຄວາມຄືບໜ້າຂອງໂຄງການດັ່ງກ່າວ, ທາງຄະນະຮັບຜິດຊອບ ແລະບໍລິສັດຜູ້ລົງທຶນໄດ້ຮ່ວມກັນຈັດຕັ້ງປະຕິບັດໃນ 6 ເດືອນຜ່ານມາຂອງປີ 2016 ແມ່ນ ສາມາດສໍາເລັດການສຶກສາສໍາຫຼວດ ເນື້ອທີ່ປຸກສ້າງໂຮງງານ ແລະເນື້ອທີ່ຜະ ລິດແນວພັນ, ສໍາເລັດບົດລາຍງານກ່ຽວກັບດິນປຸກສ້າງ ແລະເນື້ອທີ່ການຜະລິດ, ສໍາເລັດບົດວິພາກກ່ຽວກັບການກໍ່ສ້າງໂຮງງານໂດຍຜ່ານປະຕູດຽວ, ທີ່ສໍາຄັນມາຮອດປະຈຸບັນທ່ານເຈົ້າແຂວງໆຈໍາປາສັກໄດ້ອະນຸມັດເນື້ອທີ່ດິນຈໍານວນ  150 ກວ່າເຮັກຕາໃຫ້ກັບໂຄງການສໍາ ປະທານ ເພື່ອປຸກສ້າງໂຮງງານ ແລະ ທໍາການຜະລິດແນວພັນໝາກມ່ວງຫິມະພານ, ສໍາລັບຂັ້ນຕອນຕໍ່ໄປແມ່ນຍັງເຫຼືອ ພຽງການເຊັນສັນຍາການກໍ່ສ້າງໂຮງ ງານ ຊຶ່ງຄາດວ່າຈະໄດ້ມີການອະນຸມັດໃນເວລາບໍ່ດົນນີ້.

ບໍລິສັດຈີຟາມແມ່ນໜື່ງໃນບໍລິສັດ ສ. ເກົາຫຼີ ທີ່ເຮັດທຸລະກິດກ່ຽວກັບກະ ສີກໍາ ແລະມີຄວາມປະສົບຜົນສໍາເລັດສູງ ຊຶ່ງມີຄວາມສົນໃຈຢາກມາລົງທຶນສ້າງ ໂຮງງານປຸງແຕ່ງໝາກມ່ວງຫິມະພານຢູ່ ເມືອງໂຂງແຂວງຈໍາປາສັກ, ພາຍຫຼັງທີ່ເຫັນວ່າເນື້ອທີ່ປູກໝາກມ່ວງຫິມະພານຢູ່ເມືອງໂຂງມີຄວາມເປັນໄປໄດ້ໃນ ການສ້າງໂຮງງານປຸງແຕ່ງ ດັ່ງນັ້ນບໍລິສັດຈິ່ງສົນໃສ ແລະຈະໃຊ້ທຶນເຂົ້າໃນການກໍ່ສ້າງໂຮງງານທັງໝົດ 9 ລ້ານໂດລາສະຫະລັດ ຊຶ່ງໃນປີທໍາອິດບໍລິສັດຕ້ອງການວັດຖຸດິບປ້ອນໂຮງງານ 3 ພັນໂຕນ,  ປີທີສອງ 6 ພັນໂຕນ, ປີທີສາມ 15 ພັນ ໂຕນ, ປີທີສີ່ 30 ພັນໂຕນ ແລະປີທີຫ້າ 50 ພັນໂຕນ, ເພື່ອປຸງແຕ່ງໝາກມ່ວງຫິມະພານສົ່ງອອກຕ່າງປະເທດ.

ຢ່າງໃດກໍາຕາມທ່ານ ວຽງໄຊ ສີປະ ພອນ ໄດ້ສະແດງຄວາມກັງວົນໃຈເນື່ອງ ຈາກວ່າຄວາມຕ້ອງການວັດຖຸດິບປ້ອນ ໂຮງງານຂ້ອນຂ້າງເປັນຈໍານວນຫຼາຍ ຖ້າທຽບໃສ່ກັບເນື້ອທີ່ການຜະລິດທີ່ມີໃນ                                       ປະຈຸບັນ 3500 ເຮັກຕາ ແລະກໍາລັງໃຫ້ ຜົນຜະລິດພຽງແຕ່ 1 ພັນກວ່າເຮັກຕາ ນັ້ນເຫັນວ່າອາດຍັງບໍ່ສາມາດຕອບສະໜອງຕາມຄວາມຕ້ອງການໄດ້ ດັ່ງນັ້ນ ຕ້ອງໄດ້ມີຄວາມຈໍາເປັນຕ້ອງໄດ້ຂະຫຍາຍເນື້ອທີ່ການຜະລິດໃຫ້ຫຼາຍຂຶ້ນ ຢ່າງຕໍ່າບໍ່ໃຫ້ຫຼຸດ 4-5 ພັນເຮັກຕາຈິ່ງ ຈະສາມາດຕອບສະໜອງກັບຄວາມຕ້ອງການໄດ້.

ຕໍ່ກັບບັນຫາດັ່ງກ່າວຜູ້ອໍານວຍການບໍລິສັດຈີຟາມຢືນຢັນການສ້າງໂຮງງານບໍ່ເຖິງຂັ້ນວິກິດວັດຖຸດິບ ຊຶ່ງເບື້ອງຕົ້ນບໍລິສັດຈະໄດ້ຊື້ວັດຖຸດິບຈາກຕ່າງປະເທດເຊັ່ນ: ກໍາປູເຈຍ, ຫວຽດນາມ ແລະ ໄທເພື່ອທໍາການຜະລິດຈົນກວ່າຮອດເວລາທີ່ເນື້ອທີ່ປູກໝາກມ່ວງຫິມະພານ ຂອງລາວຈະໃຫ້ຜົນຜະລິດຫຼາຍ ແລະ  ມີເນື້ອທີ່ເພີ່ມຂຶ້ນຮອດເວລານັ້ນບໍລິສັດກໍ່ຈະຢຸດການນໍາເຂົ້າວັດຖຸດິບ ແລະຮັບຊື້ແຕ່ພຽງຂອງປະຊາຊົນລາວເທົ່ານັ້ນເຂົ້າໃນການຜະລິດ ຊຶ່ງຄາດວ່າຕົ້ນປີ 2017 ທີ່ຈະມາເຖິງນີ້ອາດຈະໄດ້ທໍາການຜະ ລິດຢ່າງເປັນທາງການ.

ຂ່າວ: ໂພ­ທິຣາຊ ນສພ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...