spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 26 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 26 ກໍລະກົດ

Published on

ວັນທີ 26 ກໍລະກົດ ປີ  1991 ຫຼືມື້ນີ້ເມື່ອ 25 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Sonic the Hedgehog ເທິງເຄື່ອງ Mega Drive ທີ່ປະເທດຍີ່ປຸ່ນ. ເຊິ່ງເກມນີ້ໄດ້ຖືກເລີ່ມພັດທະນາໃນປີ 1990 ໂດຍທາງ Sega ໄດ້ມອບໝາຍໃຫ້ທີມພັດທະນາຫຼັກຂອງບໍລິສັດເຮັດການສ້າງເກມທີ່ມີໂຕເອກເປັນມາສຄ໋ອດຂອງອົງກອນ ເພື່ອໄປສູ້ກັບມາຣິໂອຂອງຝັ່ງ Nintendo ແຕ່ວ່າໃນຕອນນັ້ນ Sega ເອງກໍຍັງບໍ່ມີມາສຄ໋ອດເປັນໂຕເປັນຕົນ ເລີຍໄດ້ເລືອກໂຕກະຕູນເໝັ້ນສີຟ້າທີ່ແຕ້ມໂດຍ 1 ໃນພະນັກງານບໍລິສັດມາເປັນມາສຄ໋ອດພ້ອມຕັ້ງຊື່ໃຫ້ວ່າ “ໂຊນິກ” ໂດຍໃຫ້ໂຕເກມມີຄວາມໄວຂອງເກມເພລທີ່ໄວກວ່າມາຣິໂອ ພ້ອມຍົກສະໄຕລ໌ການລຸຍດ່ານທີ່ເບິ່ງທັນສະໄໝກວ່າມາເປັນຈຸດຂາຍໃຫ້ກັບຊີຣີນີ້ ແລະໃຊ້ໂຊນິກເປັນສັນຍະລັກທີ່ສື່ເຖິງບໍລິສັດ Sega ມາຕັ້ງແຕ່ນັ້ນມາ. 

ທາງດ້ານເນື້ອເລື່ອງຂອງ Sonic the Hedgehog ຈະເລົ່າເຖິງ ດຣ.ໄອໂວ ໂຣບ໋ອດນິກ (Ivo Robotnik) ທີ່ຕ້ອງການລັກສິລາເຄອອສເອເມຣາວ (Chaos Emerald) ເພື່ອດຶງພະລັງໄປໃຊ້ໃນທາງຊົ່ວຮ້າຍ ໂດຍລາວໄດ້ລັກພາໂຕພວກສິງສາລາສັດຈາກເກາະທາງໃຕ້ມາຂັງໄວ້ໃນໂຕຫຸ່ນຍົນ ຜູ້ຫຼິ້ນຈະຕ້ອງບັງຄັບເປັນເໝັ້ນນາມວ່າ ໂຊນິກ (Sonic) ທີ່ມີຄວາມໄວເປັນເລີດບໍ່ເປັນຮອງໃຜ ອອກໄປຢຸດ ດຣ. ໂຣບ໋ອດນິກ ແລະຊ່ອຍໝູ່ໆສັດປ່າ ພ້ອມທັງຊິງເອົາສິລາເຄອອສເອເມຣາວກັບມາໃຫ້ໄດ້. 

ດ້ານລະບົບຂອງເກມນີ້ຈະເປັນເກມແນວແອັກຊັ່ນລຸຍດ້ານຂ້າງແບບ 2D ໂດຍໂຊນິກຈະເປັນໂຕລະຄອນທີ່ແລ່ນໄດ້ວ່ອງໄວ ຜູ້ຫຼິ້ນສາມາດໃຊ້ປະໂຫຍດຂອງສາກໃນການເຮັດຄວາມໄວໃຫ້ກັບໂຊນິກເພື່ອໄປຫາຈຸດຕ່າງໆ ດ້ວຍການໃຊ້ຄວາມໄວຂອງໂຊນິກເປັນແຮງສົ່ງ ພ້ອມກັນນີ້ ຜູ້ຫຼິ້ນຈະຕ້ອງຄອຍຫຼົບອຸປະສັກຕ່າງໆ ບໍ່ວ່າຈະເປັນ ໜາມ, ເຫວ ຫຼືພື້ນທີ່ຖະຫຼົ່ມໃນບາງຈຸດ, ເຊິ່ງກໍຈະມີສັດຕູປະກົດໂຕຕາມສາກນຳ ວິທີກຳຈັດພວກມັນກໍຄືໂດດກິ້ງໂຕໄປຢຽບຈາກດ້ານເທິງ (ຄ້າຍກັບມາຣິໂອ) ໃນລະຫວ່າງຫຼິ້ນ ຜູ້ຫຼິ້ນຈະຕ້ອງເກັບແຫວນທີ່ວາງຢູ່ໃນສາກເປັນຮ້ອຍໆວົງ ໂດຍແຫວນເຫຼົ່ານີ້ປຽບສະເໝືອນຂອງແທນພະລັງຊີວິດ ທີ່ຖ້າເຮົາຫຼົງຢຽບໜາມຫຼືຖືກສັດຕູໂຈມຕີ ແຫວນຈະເດ້ງອອກຈາກໂຕເຮົາທັງໝົດ ແຕ່ຖ້າເຮົາຖືກໂຈມຕີຊ້ຳ ຫຼືໄປຢຽບໜາມໃນຂະນະທີ່ໂຕເຮົາບໍ່ມີແຫວນຢູ່ເລີຍ ເຮົາກໍຈະຕາຍທັນທີ. 

Fact ເລັກນ້ອຍກ່ຽວກັບເກມ Sonic the Hedgehog

  • Sonic the Hedgehog ພາກທຳອິດນີ້ສາມາດເຮັດຍອດຂາຍໄປໄດ້ເຖິງ 4 ລ້ານຊຸດ ແລະເມື່ອນັບລວມຍອດຂາຍຂອງເກມ Sonic ທຸກພາກແລະທຸກແພລັດຟອຣ໌ມເທິງເຄື່ອງຄອນໂຊລໃນປີ 2003 ປະກົດວ່າຊີຣີ Sonic ໄດ້ເຮັດຍອດຂາຍລວມໄປໄດ້ເຖິງ 27 ລ້ານຊຸດເລີຍ. 

  • ໃນຂັ້ນຕອນທຳອິດຂອງການອອກແບບໂຕເກມທາງ Sega ໄດ້ຄຶດໄວ້ແຕ່ດົນໆແລ້ວວ່າ ຈະໃຫ້ໂຕລະຄອນໂຊນິກເປັນກະຕ່າຍ ແຕ່ໄດ້ປ່ຽນມາເປັນໂຕເໝັ້ນໃນພາຍຫຼັງນັ້ນກໍເພາະເຫດຜົນເລື່ອງພາບລັກທີ່ເບິ່ງແຂງແກ່ງ ແລະມີພິດສົງກວ່ານັ້ນເອງ. ເຊິ່ງຫຼັງຈາກນັ້ນກໍໄດ້ມີການຈັດການແຂ່ງຂັນປະກວດແຕ້ມຮູບໂຊນິກແລະໂຣບ໋ອດນິກກັນພາຍໃນອົງກອນ ໂດຍການເຟັ້ນຫາຮູບພາບໂຊນິກຈາກພະນັກງານທີ່ແຕ້ມໄດ້ງາມຖືກໃຈຫຼາຍທີ່ສຸດມາເປັນມາສຄ໋ອດຂອງ Sega ສ່ວນໂຣບ໋ອດນິກກໍຖືກນຳມາໃຊ້ເປັນໂຕຮ້າຍຂອງຊີຣີແທນ. ໂດຍພະນັກງານ Sega ຜູ້ທີ່ຊະນະການປະກວດແຕ້ມຮູບໂຕລະຄອນໂຊນິກກໍຄືທ່ານນາໂອໂຕະ ໂອຊິມະ ເຊິ່ງປັດຈຸບັນລາວໄດ້ລາອອກຈາກບໍລິສັດມາຢູ່ສະຕູດິໂອອິດສະຫຼະທີ່ມີຊື່ວ່າ Artoon ແລະມີສ່ວນຮ່ວມໃນການພັດທະນາ Pinobee ທີ່ລົງໃຫ້ກັບເຄື່ອງ PS1 ແລະ Game Boy Advance ກັບເກມ Blinx: The Time Sweeper ທີ່ລົງໃຫ້ກັບເຄື່ອງ Xbox. 

  • Dreams Come True ວົງຣ໋ອກຈາກຍີ່ປຸ່ນທີ່ມີຊື່ສຽງຊ່ວງທ້າຍຍຸກ 80 ໄດ້ເປັນຜູ້ແຕ່ງເພງປະກອບໃຫ້ກັບເກມນີ້ (ລວມເຖິງ Sonic the Hedgehog 2 ແລະ Sonic CD ນຳ) ໂດຍໃນລະຫວ່າງທີ່ວົງນີ້ໄດ້ອອກທົວຄອນເສິຣ໌ດໃນຍີ່ປຸ່ນຊ່ວງລະດູຮ້ອນປີ 1991 ທາງວົງກໍໄດ້ຊ່ອຍໂປຣໂໝດເກມ Sonic the Hedgehog ໃຫ້ອີກແຮງ ດ້ວຍການເພັ້ນໂຕກາຕູນໂຊນິກລົງເທິງລົດບັນທຸກທີ່ຂົນອຸປະກອນແລະເຄື່ອງດົນຕີຂອງວົງເພື່ອດຶງດູດຄວາມສົນໃຈຂອງຄົນທີ່ຂັບຂີ່ໄປມາ ນອກຈາກນີ້ເພງ Sweet Sweet Dream ຂອງວົງຍັງໄດ້ຖືກໃຊ້ເປັນເພງສາກຈົບຂອງ Sonic the Hedgehog 2 ອີກເຊັ່ນກັນ. 

  • ໃນຊ່ວງເວລາທີ່ Sonic the Hedgehog ຖືກຳເນີດຂຶ້ນເທິງເຄື່ອງຄອນໂຊລເມື່ອປີ 1991 ທາງ Sega ນັ້ນຕ້ອງການເກມລະດັບມາສຄ໋ອດຂອງບໍລິສັດເພື່ອປະຊັນກັບທາງ Nintendo ທີ່ມີມາຣິໂອເປັນສັນຍະລັກຂອງອົງກອນມາແຕ່ດົນໆ ດ້ວຍເຫດນີ້ ໂຊນິກເລີຍຖືກສ້າງຂຶ້ນເພື່ອສູ້ກັບມາຣິໂອໂດຍກົງ ທັງເລື່ອງພາບລັກຂອງໂຕເກມ, ພາບລັກຂອງໂຕລະຄອນ ໄປຈົນເຖິງພາບລັກຂອງອົງກອນ ທີ່ໃຊ້ໂຊນິກເປັນສິ່ງທີ່ສື່ໃຫ້ເຫັນຄວາມວ່ອງໄວ ແລະທັນສະໄໝ, ແລະເຖິງວ່າທຸກມື້ນີ້ Sega ຈະຖອນໂຕໄປຈາກທຸລະກິດຜະລິດເຄື່ອງເກມຄອນໂຊລແລ້ວ (ປັດຈຸບັນເນັ້ນເຮັດແຕ່ຊ໋ອບແວຣ໌ເກມ) ແຕ່ໂຊນິກກໍຍັງຄົງເປັນ 1 ໃນສັນຍະລັກຂອງວົງການເກມເລື້ອຍໆມາ ເຊັ່ນດຽວກັບມາຣິໂອ ຫຼືລາຣ້າ ຄຣອບ. 

ທີ່ມາ:online station

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...