Homeຂ່າວພາຍ​ໃນຈີນຮົງ​ກົງ​ຄ່າ​ຄອງ​ຊີບ​ສູງ​ທີ່​ສຸດ​ໃນ​ໂລກ​

ຈີນຮົງ​ກົງ​ຄ່າ​ຄອງ​ຊີບ​ສູງ​ທີ່​ສຸດ​ໃນ​ໂລກ​

Published on

ລາຍ​ງານ​ປະຈຳ​ປີ​ຂອງ​ບໍລິສັດ ​ເມີ​ເຊີ ບໍລິສັດ​ທີ່​ປຶກສາ​ຕ່າງ​ຊາດ​ຊື່​ດັງ​ທີ່​ສຳ​ຫຼວດຄ່າ​ຄອງ​ຊີບ​ເຊັ່ນ: ອາຫານ, ຄ່າ​ທີ່​ພັກ ​ແລະ ສິ່ງ​ບັນ​ເທິງ​ໃນ 209 ​ເມືອງ​ທົ່ວ​ໂລ​ກພົບ​ວ່າ ຈີນຮົງ​ກົງ​ເປັນ​ເມືອງ​ທີ່​ມີຄ່າ​ຄອງ​ຊີບ​ແພງ​ທີ່​ສຸດ​ໃນ​ໂລກ​ສຳລັ​ບຕ່າງປະ​ເທດ​ທີ່ຢູ່​ອາ​ໄສ.

ຈາກ​ການ​ສຳ​ຫຼວດຂອງ​ເມີ​​ເຊີ​ໃນທ້າຍ​ອາທິດ​ທີ່​ຜ່ານ​ມາ​ພົບ​ວ່າ ອາ​ພາດ​ເມັນ 2 ຫ້ອງ​ນອນ​ບໍ່​ລວ​ມ​ເຟີ​ນີ​ເຈີ ທີ່ຕັ້ງ​ດີ​ໃນ​ຈີນຮົງ​ກົງ​ນັ້ນ​ມີຄ່າ​ເຊົ່າ​ຢູ່​ທີ່ 6.800 ​ໂດ​ລາ​ສະຫະລັດ​ຕໍ່​ເດືອນ ​ປຽບທຽບ​ກັບ​ຫ້ອງ​ລັກສະນະ​ດຽວ​ກັນ​ຢູ່​ນະຄອນຫຼວງ​ລອນ​ດອນ​ທີ່​ມີ​ລາຄາ 4.600 ​ໂດ​ລາຕໍ່​ເດືອນ ຂະນະ​ທີ່​ນະຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່ປຸ່ນ​ມີ​ລາຄາ 4.000 ​ໂດ​ລາ​ຕໍ່​ເດືອນ ຂະນະ​ທີ່​ລາຄາ​ກາ​ເຟ 1 ​ຈອກ​ຢູ່ຈີນ​ຮົງ​ກົງ​ສາມາດ​ຊື້​ໄດ້​ໃນ​ລາຄາ 8 ​ໂດ​ລາ ທຽບ​ກັບ​ລອນ​ດອນ​ມີ 4,4 ​ໂດ​ລາ ​ແລະ ​ໂຕ​ກຽວ 4 ​ໂດ​ລາ.

ຜົນສຳ​ຫຼວດລະບຸ​ວ່າ ນອກຈາກຈີນ​ຮົງ​ກົງ​ແລ້ວ ​ເມືອງ​ທີ່ຢູ່​ໃນ 10 ອັນ​ດັບ​ທຳ​ອິດ​ຮອງ​ຈາກຈີນ​ຮົງ​ກົງ​ມີ​ຄື: ອັນ​ດັບ 2 ນະຄອນຫຼວງ ລູອັນ​ດາຂອງ​ປະ​ເທດ​ອັງ​ໂກລາ, ອັນ​ດັບ 3 ຊູຣິກ ຂອງ​ສະ​ວິດ, ອັນ​ດັບ 4 ສິງກະ​ໂປ ​ແລະ ອັນ​ດັບ 5 ນະຄອນຫຼວງ​ໂຕ​ກຽວ,  ຊຽງ​ໄຮ,​ ເຈ​ນີວາ,​ ເອັນ​ຈາ​ເມ​ນາ​ຂອງປະ​ເທດ​ຊາດ ​ແລະ ປັກ​ກິ່ງ​.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...