Homeຂ່າວການພັດທະນາລາວກຽມສົ່ງແຮງງານໄປເຮັດວຽກຢູ່ເກົາຫຼີ

ລາວກຽມສົ່ງແຮງງານໄປເຮັດວຽກຢູ່ເກົາຫຼີ

Published on

ໂອກາດທີ່ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີ, ຜູ້ຊີ້ນຳວຽກງານແຮງງານ, ກະຊວງແຮງງານແລະສະຫວັດ ດີການສັງຄົມ (ຮສສ), ພ້ອມດ້ວຍຄະນະເດີນທາງໄປທັດສະນະສຶກສາຖອດຖອນບົດຮຽນກ່ຽວກັບລະບົບການອະນຸ ຍາດການຈ້າງງານ ຫຼື EPS ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 19-22 ກໍລະກົດຜ່ານມານີ້, ທີ່ເມືອງເຊອຸນ ສ. ເກົາຫຼີ ໂດຍການຕ້ອນຮັບຂອງທ່ານ park Young-bum ປະທານອົງການຊັບພະຍາກອນມະນຸດ ສ. ເກົາຫຼີ (HRD), ພ້ອມຄະນະ.

ທ່ານ ບຸນຄົງ ຫຼ້າສຸກັນ ກ່າວວ່າ: ການໄປທັດສະນະຂອງຝ່າຍລາວໃນ ເທື່ອນີ້ມີຄວາມໝາຍສຳຄັນຫຼາຍ ທັງ ເປັນຄັ້ງປະຫວັດສາດລະຫວ່າງສອງລັດຖະບານໃນການຮ່ວມມືກ່ຽວກັບການສົ່ງແຮງງານລາວໄປເຮັດວຽກຢູ່ ສ. ເກົາຫຼີ, ນອກຈາກນີ້ ສປປ ລາວ ຍັງເປັນປະເທດທີ 16 ທີ່ທາງລັດຖະບານ ສ. ເກົາຫຼີ ຈະລົງນາມບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການສົ່ງແຮງງານລາວ ໄປເຮັດວຽກຢູ່ ສ. ເກົາຫຼີ ຮ່ວມກັນ ໂດຍສະເພາະແມ່ນການປັບປຸງເນື້ອໃນ MOU ລາວ-ສ. ເກົາຫຼີ ໃຫ້ສຳເລັດ ໂດຍອີງ ໃສ່ກົດໝາຍ ແລະລະບຽບການຂອງ ສອງປະເທດເຮັດໃຫ້ສຳເລັດ ແລະໃຫ້ສາມາດລົງນາມໄດ້ໃນເດືອນກັນຍານີ້, ຊຶ່ງໃນການໄປເທື່ອນີ້ ທາງຝ່າຍລາວ ກໍໄດ້ລາຍງານເຖິງຄວາມຮັບຜິດຊອບ ເພື່ອກະກຽມໃນການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫຼີ ເປັນຕົ້ນແມ່ນການຄັດເລືອກເອົາແຮງງານຢູ່ຕົ້ນທາງ ຝ່າຍລາວ ຈະຕ້ອງໄດ້ເອົາໃຈໃສ່ເປັນພິ ເສດ, ຫຼັກສູດການຝຶກອົບຮົມໃຫ້ແຮງງານລາວ ທີ່ຕ້ອງການໄປເຮັດວຽກຢູ່ເກົາຫຼີ, ຕິດຕາມຄຸ້ມຄອງແຮງງານລາວທີ່ມາ ເຮັດວຽກຢູ່ເກົາຫຼີ ແລະການສົ່ງແຮງງານລາວກັບຄືນປະເທດເມື່ອໝົດສັນຍາ.

ໃນໂອກາດດັ່ງກ່າວນີ້ ທາງຝ່າຍ ສ. ເກົາຫຼີ ກໍໄດ້ລາຍງານກ່ຽວກັບມາດຕະການ ເພື່ອປ້ອງກັນແຮງງານໂຕນໜີ, ພ້ອມກັນນັ້ນ ກໍຍັງເນັ້ນໃຫ້ຝ່າຍລາວ ກ່ຽວກັບການຝຶກອົບຮົມກ່ອນການຈັດສົ່ງ ຕ້ອງໃຫ້ຂໍ້ມູນແກ່ຜູ້ອອກແຮງງານລະອຽດໃຫ້ຮັບຮູ້ ແລະເຂົ້າໃຈກ່ອນຕັດສິນໃຈໄປເຮັດວຽກ, ຝ່າຍລາວຕ້ອງມີມາດຕະການຕໍ່ຜູ້ອອກແຮງງານ ເພື່ອປ້ອງກັນແຮງງານໂຕນໜີ, ຖ້າແຮງງານໂຕນໜີຈະເຮັດໃຫ້ມີຜົນຕໍ່ຈຳນວນໂກຕ້າຫຼຸດລົງຖ້າຮ້າຍແຮງອາດຖືກຍົກເລີກສັນຍາ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...