spot_img
Homeຂ່າວການສຶກສາຫຼັກຖານການສິ້ນພະຊົນ ແລະ ການສ້າງຕັ້ງປະດິດສະຖານຮູບປັ້ນ ພະເຈົ້າໄຊຍະເຊດຖາທິລາດ ຖືກຢັ້ງຢືນເປັນຄວາມຈິງແລ້ວ

ຫຼັກຖານການສິ້ນພະຊົນ ແລະ ການສ້າງຕັ້ງປະດິດສະຖານຮູບປັ້ນ ພະເຈົ້າໄຊຍະເຊດຖາທິລາດ ຖືກຢັ້ງຢືນເປັນຄວາມຈິງແລ້ວ

Published on

ວັນ​ທີ 23 ກໍ­ລະ­ກົດ 2016 ນີ ທີ່​ຫ້ອງ​ປະ­ຊຸມ​ຫ້ອງວ່າ­ການ​ປົກ­ຄອງ​ແຂວງ​ອັດ​ຕະ​ປື ໄດ້​ຈັດ​ກອງ​ປະ­ຊຸມ​ຮັບ­ຮອງ ບົດ​ສຳ​ມະ​ນາ ວິ­ທະ­ຍາ­ສາດ ແລະ​ຜ່ານ​ແບບ​ໂຄງ­ການ​ກໍ່­ສ້າງອະ­ນຸ­ສາ­ວະ­ລີ ພະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ລາດ​ຂຶ້ນ ໂດຍ​ການ​ເປັນປະ­ທານ​ຂອງ​ທ່ານ ອຸ່ນ​ຫຼ້າ ໄຊ​ຍະ​ສິດ ຄະ­ນະ​ປະ­ຈຳ​ພັກ​ແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ວັດ­ທະ­ນະ­ທຳŒສັງ­ຄົມ, ເປັນ​ກຽດ​ເຂົ້າ​ຮ່ວມ ມີ ທ່ານ ສຸກ​ກົງ​ແສງ ໄຊ​ຍະ​ເລີດ ປະ­ທານ​ສະ​ຖາ​ບັນ​ວິ​ທະ ຍາ​ສາດ​ສັງ­ຄົມ​ແຫ່ງ​ຊາດ, ມີ​ບັນ­ດາ​ທ່ານ​ຫົວ­ໜ້າ ແລະ​ຮອງຫົວ­ໜ້າ​ຈາກ​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ, ອະ­ດີດ​ຫົວ­ໜ້າ​ພະນັກ​ງານ​ບຳ­ນານ ສວ​ສຊ, ຈາກ​ກົມ​ວິ­ທະ­ຍາ­ສາດ​ປະ­ຫວັດ ສາດ​ການ​ທະ­ຫານ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ, ຈາກ​ຄະ­ນະ­ບໍ­ດີວິ­ທະ­ຍາ­ສາດ​ສັງ­ຄົມ​ແຫ່ງ​ຊາດ, ຫົວ­ໜ້າ​ກົມ​ມໍ­ລະ­ດົກ, ພະ­ນັກງານ​ທີ່​ກ່ຽວ­ຂ້ອງ​ຫຼາຍ​ພາກ­ສ່ວນ​ຈາກ​ສູນ​ກາງ ແລະ​ພະ­ນັກງານ​ວິ­ຊາ​ການ​ກ່ຽວ­ຂ້ອງ​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

ກອງ​ປະ­ຊຸມ​ເທື່ອ​ນີ້​ຖື​ວ່າ​ເປັນ​ກອງ​ປະ­ຊຸມ​ທີ່​ມີ​ຄວາມ​ໝາຍຄວາມ​ສຳ­ຄັນ​ຫຼາຍ ສຳ­ລັບ​ແຂວງ​ອັດ​ຕະ​ປື ເພາະ­ວ່າ​ເປັນ  ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ຄົ້ນ­ຄວ້າ​ຕາມ​ຫາ​ຮ່ອງ­ຮອຍ​ຊີ­ວະ​ປະຫວັດ​ສາດ ເລື່ອງ​ການ​ສິ້ນ​ພະ​ຊົນ​ຂອງ​ພະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ລາດ​ໃນ​ບັ້ນ​ທ້າຍ​ຊີ­ວິດ ຢູ່​ທີ່​ວັດ​ທາດເມືອງ​ໄຊ​ເຊດ​ຖາ ແລະ​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ການ​ອອກ​ແບບ​ໂຄງ­ການ​ກໍ່­ສ້າງ​ອະ­ນຸ­ສາ­ວະ­ລີ ຮູບ​ປັ້ນ​ຫຼໍ່​ຂອງ​ພະ​ອົງ​ສົມ­ເດັດ ພະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ລາດ,  ເຈົ້າ​ໄຊ​ຍະເຊດ​ຖາ​ທິ​ລາດ​ເປັນ​ວີ­ລະ​ກະ­ສັດ​ຜູ້​ຍິ່ງ ໃຫຍ່​ເຕັມ​ໄປ​ດ້ວຍ​ຄວາມ​ປີ​ຊາ​ສາ­ມາດ, ມີ​ຄວາມ​ສະ​ຫຼາດ​ເເຫຼມ​ຄົມ, ມີ​ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ, ມີ​ນ້ຳ­ໃຈ​ເສຍ­ສະ­ຫຼະ ອັນ​ສູງ​ສົ່ງ ເພື່ອ​ຄວາມ­ສຸກ​ຂອງ​ປະ­ຊາ­ຊົນ ນັບ​ແຕ່​ເໜືອ​ຮອດ​ໃຕ້, ປວງ​ປະ­ຊາ​ລາ​ສະ ດອນ​ໃນ​ທົ່ວ​ອາ­ນາ­ຈັກ​ລ້ານ​ຊ້າງ​ໃນ​ເວ ລາ ນັ້ນ​ໄດ້​ໃຫ້­ການ​ເຄົາ­ລົບ​ນັບ­ຖື ພ້ອມ​ທັງໄດ້​ຍົກ­ຍ້ອງ ແລະ​ສັນ­ລະ­ເສີນ​ເປັນ​ພະ​ມະ ຫາ​ລາດ​ອົງ​ທີ 2 ຖັດ​ຈາກ​ສົມ­ເດັດ​ພະ ເຈົ້າ­ຟ້າ​ງຸ່ມ​ມະ­ຫາ​ຣາດ, ພະ​ເຈົ້າ​ໄຊ​ຍະ ເຊດ​ຖາ​ທິ​ລາດ​ໄດ້​ເຮັດ​ໃຫ້​ປະ­ເທດ​ຊາດ ສະ­ໄໝ​ອາ­ນາ­ຈັກ​ລ້ານ​ຊ້າງ​ມີ​ຄວາມ​ເປັນ ເອ­ກະ​ພາບ, ມີ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ​ຫຼຸດ​ພົ້ນ​ອອກ​ຈາກ​ໄພ­ພິ­ບັດ ຫຼື ການ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ຕ່າງ​ຊາດ​ຢ່າງ ປອດ​ໄພ​ໃນ​ສະ­ຕະ­ວັດ​ທີ XIIŒXIII.

ໃນ​ກອງ​ປະ­ຊຸມ​ໄດ້​ມີ​ການ​ປືກ​ສາ​ຫາ ລື​ຢ່າງ​ກົງ​ໄປ​ກົງ​ມາ​ມີ​ເຫດ​ມີ​ຜົນ​ດ້ວຍ ຄວາມ​ສ້າງ­ສັນ ແລະ​ໄດ້​ຕົກ­ລົງ​ເປັນ​ເອ­ກະ ພາບ​ກັນ ເລື່ອງ​ການ​ສິ້ນ​ພະ​ຊົນ​ຂອງ​ພະ ອົງ​ສົມ­ເດັດ​ພະ​ເຈົ້າ​ໄຊ​ຍະ​ເຊດ​ຖາ​ທິ​ລາດ ຍ້ອນ​ພະ­ຍາດ​ໄຂ້­ປ່າ​ທີ່​ບໍ່​ສາ­ມາດ​ປິ່ນ­ປົວໄດ້​ຢູ່​ແຂວງ​ອັດ​ຕະ​ປື ເພາະ­ວ່າ​ໃນ​ເວ­ລາ ນັ້ນ​ພະ­ຍາດ​ໄຂ້­ປ່າ​ເປັນ​ພະ­ຍາດ​ທີ່​ລະ ບາດ​ຢ່າງ​ຮ້າຍ​ແຮງ, ສ່ວນ​ຫຼັກ​ຖານ​ການ ສິ້ນ​ພະ​ຊົນ​ຂອງ​ພະ​ອົງ​ແມ່ນ​ມີ​ຮ່ອງ­ຮອຍ ຫຼັກ​ຖານ​ປະ­ດິດ­ສະ­ຖານ​ຢູ່​ທີ່​ວັດ​ທາດ ເມືອງ​ໄຊ​ເຊດ​ຖາ ຫຼາຍ​ຢ່າງ​ທີ່​ຍັງ​ຄົງ​ຄ້າງ ຢູ່​ໃນ​ປະ­ຈຸ​ບັນ​ເຊັ່ນ: ທາດ​ເຈ­ດີ​ໃຫຍ່ ເພື່ອ ສັກ­ກະ​ລະ​ບູ­ຊາ, ໂພນ​ທໍ​ໄຫວ້ ໜ້າ​ຫໍ​ມູນ ເຊື້ອ, ສິມ​ວັດ​ຫຼວງ ເມືອງ​ໄຊ​ເຊດ​ຖາ ແລະ ສະ­ຖາ­ປັດ­ຕະ­ຍະ­ກຳ​ອື່ນໆ​ອີກ​ຫຼາຍ​ຈຸດ​ທີ່​ພົ້ນ​ເດັ່ນ.

ຜ່ານ​ມາ​ເປັນ​ເວ­ລາ 20 ກວ່າ​ປີ​ກ່ຽວກັບ​ຫຼັກ​ຖານ​ການ​ສິ້ນ​ພະ​ຊົນ​ຂອງ​ພະ​ອົງ ນັກ​ບູ­ຮານ​ຄະ­ດີ​ໄດ້​ຄົ້ນ­ຄວ້າ​ຫຼາຍ​ລົບ ຫຼາຍ​ຕ່າວ ແລະ​ໄດ້​ມີ​ການ​ຄົ້ນ­ຄວ້າ​ທີ່​ບໍ່ມີ​ຈຸດ​ຢືນ​ເຖິງ​ຫຼັກ​ຖານ​ອັນ​ຈະ­ແຈ້ງ ສຳ­ລັບ​ໃນ​ເທື່ອ​ນີ້​ບັນ­ດາ​ທ່ານ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ຍົກ​ມື​ຢັ້ງ­ຢືນ​ເປັນ​ປະ­ຫວັດ­ສາດ​ເຖິງ​ຄວາມ​ເປັນ​ຈິງ​ກ່ຽວ​ກັບ​ການ​ສິ້ນພະ​ຊົນ​ຂອງ​ພະ​ອົງ​ຍ້ອນ​ພະ­ຍາດ​ໄຂ້­ປ່າ ດ້ວຍ​ເອ­ກະ​ພາບ ເພື່ອ​ໃຫ້​ເປັນ​ຫຼັກ​ຖານ​ມູນ​ຄວາມ​ຈິງ ແລະ​ສະ­ດວກ​ໃຫ້​ແກ່​ການ​ຄົ້ນຄວ້າ​ຂອງ​ນັກ​ສຶກ​ສາ ແລະ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ ຫຼີກ­ເວັ້ນ​ຈາກ​ການ​ສ້າງ​ບັນ­ຫາ​ຂໍ້​ຂັດ​ແຍ່ງ​ທາງ ສັງ­ຄົມ​ຢູ່​ແຂວງ ກໍ​ຄື​ທົ່ວ​ປະ­ເທດ​ໃນ​ອະນາ​ຄົດ.

ພ້ອມ​ດຽວ​ກັນ​ໃນ​ກອງ​ປະ­ຊຸມ​ກໍ​ໄດ້ມີ​ການ​ປືກ​ສາ​ຫາ­ລື​ກ່ຽວ​ກັບ​ການ​ອອກແບບ​ໂຄງ­ການ​ກໍ່­ສ້າງ​ອຸ­ທິ­ຍານ​ອະ­ນຸ​ສາວະ­ລີ​ຮູບ​ປັ້ນ​ຂອງ​ພຣະ​ເຈົ້າ​ໄຊ​ຍະ​ເຊດຖາ​ທິ​ລາດ ຢູ່​ທີ່​ເມືອງ​ໄຊ​ເຊດ​ຖາ ໂດຍ​ສະເພາະ​ການ​ຜ່ານ​ຮ່າງ​ບົດ​ວິ­ພາກ​ໂຄງ ການກໍ່­ສ້າງ​ອະ­ນຸ­ສາ­ວະ­ລີ​ໃຫ້​ຄົບ​ຖ້ວນ ແລະ  ສົມ­ບູນ​ເປັນ­ຕົ້ນ​ດ້ານ​ເນື້ອ​ໃນ​ວິ­ທະ­ຍາ ສາດ​ໂຄງ­ການ​ເຫດ­ຜົນ ແລະ​ຄວາມ​ຈຳ ເປັນ​ຂອງ​ການ​ດຳ­ເນີນ​ໂຄງ­ການ​ແຜນ​ວາດ​ສະ­ຖານ­ທີ່​ກໍ່­ສ້າງ​ການ​ກຳ­ນົດ​ຮູບ ແບບ​ການ​ກໍ່­ສ້າງ​ອະ­ນຸ­ສາ­ວະ­ລີ ຕະ­ຫຼອດ ຮອດ​ລັກ­ສະ­ນະ​ຮູບ​ພາບ​ເຈົ້າ​ໄຊ​ຍະ​ເຊດຖາ​ທິ​ລາດ ແລະ​ອື່ນໆ ເພື່ອ​ໃຫ້​ມີ​ຄວາມເປັນ​ເອ­ກະ​ພາບ ແລະ​ນຳ​ສະ­ເໝີ​ຕໍ່​ລັດ​ຖະບານ ເພື່ອ​ຂໍ​ອະ­ນຸ­ມັດ​ໂຄງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໃຫ້​ເປັນ​ຮູບ​ປະ​ທຳ.

ການ​ກໍ່­ສ້າງ​ປະ­ດິດ​ເປັນ​ອະ­ນຸ­ສອນສະ­ຖານ​ຂອງ​ຮູບ​ປັ້ນ​ພະ​ອົງ​ໃນ​ອະ​ນາ ຄົດ​ນັ້ນ ກໍ​ເພື່ອ​ເປັນ​ທີ​ລະ­ນຶກ, ຈາ­ລຶກ​ລາຍ ນາມ​ບັນ­ພະ­ບຸ­ລຸດ​ລາວ ທີ່​ພະ​ອົງ​ໄດ້​ມີ​ຄຸນ ງາມ​ຄວາມ​ດີ, ສ້າງ​ວິ­ລະ​ກຳ​ອັນ​ລ້ຳ​ເລີດ ແລະ​ອຸ­ທິດ​ເສຍ­ສະ­ຫຼະ​ກາຍ​ຊີ­ວິດ​ໃຫ້​ແກ່ ປະ­ເທດ​ຊາດ​ສະ­ໄໝ​ອາ­ນາ­ຈັກ​ລາວ​ລ້ານຊ້າງ​ອັນ​ໃຫຍ່​ຫຼວງ,  ເປັນ​ການ​ສົ່ງ­ເສີມ​ມູນ ເຊື້ອ​ຮັກ​ຊາດ​ການ​ຕໍ່­ສູ້​ພິ­ລະ​ອາດ​ຫານ ຂອງ​ບັນ­ພະ­ບຸ­ລຸດ​ລາວ ແລະ​ສ້າງ​ໃຫ້ເປັນ​ປູ­ຊະ­ນີ­ຍະ­ສະ­ຖານ​ທາງ​ດ້ານ​ວັດ​ທະນະ​ທຳ ແລະ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ ສິ່ງ ສຳ­ຄັນ​ກໍ່​ເປັນ​ຈຸດ​ເຕົ້າ­ໂຮມ​ຄວາມ​ສາ​ມະຄີ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະເທດ ເວົ້າ​ສະ­ເພາະ​ແມ່ນ​ໃນ​ແຂວງ​ອັດຕະ​ປື ໃຫ້​ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ອັນ ສວຍ​ງານ​ທາງ​ດ້ານ​ວັດ­ທະ­ນະ­ທຳ, ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ດັ່ງ­ກ່າວ​ແມ່ນ​ແນ່­ນອນ​ບົນ​ຄວາມ​ຖືກ­ຕ້ອງ ແລະ​ສອດຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ​ລັດ­ຖະ­ບານ​ວາງ​ອອກ ຊຶ່ງ​ຄາດ​ວ່າ ຈະ​ໄດ້​ເລີ່ມ​ມີ​ການ​ກໍ່​ສ້າງ­ຕັ້ງ​ປະ­ດິດ​ສະຖານ​ໃນ­ຕໍ່­ໜ້າ​ນີ້​ຢ່າງ​ແນ່­ນອນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...