Homeຂ່າວທ້ອງຖິ່ນຍອດການຄ້າ ສະຫວັນ ບັນລຸ 7 ພັນກວ່າຕື້

ຍອດການຄ້າ ສະຫວັນ ບັນລຸ 7 ພັນກວ່າຕື້

Published on

ຕະຫຼອດໄລຍະ 9 ເດືອນ ທີ່ແຂວງສະຫວັນນະເຂດ ໄດ້ຈັດຕັ້ງປະຕິບັດວຽກງານການຄ້າໄດ້ດີສົມຄວນ, ເຖິງແມ່ນວ່າສະພາບເສດ ຖະກິດໂລກ-ພາກພື້ນຈະມີການຜັນປ່ຽນ ຊຶ່ງໄດ້ສົ່ງຜົນໂດຍກົງຕໍ່ລວມຍອດການຄ້າລະຫວ່າງປະເທດ, ຂະນະທີການຜະລິດແຮ່ທາດຂອງແຂວງ ກໍມີທ່າອຽງຫຼຸດລົງ, ແຕ່ແຂວງກໍຍັງສາມາດຮັກສາຍອດມູນຄ່າການຄ້າໄດ້ທັງໝົດ 7 ພັນກວ່າຕື້ກີບ.

ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກການຄ້າ ແຂວງສະຫວັນນະເຂດ ໃຫ້ສຳພາດເມື່ອບໍ່ດົນ ມານີ້ວ່າ:  ໃນໄລ ຍະ 9 ເດືອນຜ່ານມານີ້ ແຂວງໄດ້ເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານການຄ້າພາຍໃນ ແຂວງໄດ້ດີສົມຄວນ ແລະເຫັນ ວ່າມູນຄ່າການຄ້າລະຫວ່າງປະເທດທີ່ ປະຕິບັດໄດ້ມີທັງໝົດ 894,99 ລ້ານໂດລາ ຫຼື ປະມານ 7.159,95 ຕື້ກີບ ເພີ່ມຂຶ້ນ 0,08% ທຽບໃສ່ໄລຍະດຽວກັນ, ໄດ້ດຸນ ການຄ້າເທົ່າກັບ 104,74 ລ້ານໂດລາ, ໃນນີ້ ການສົ່ງອອກສິນຄ້າຂອງແຂວງມີ 499,86 ລ້ານໂດລາ ຫຼຸດລົງ 11,74%, ສິນຄ້າສົ່ງອອກຕົ້ນຕໍຂອງແຂວງແມ່ນ ສິນຄ້າປະເພດແຮ່ທາດມູນຄ່າ 289,7 ລ້ານໂດລາ ກວມ 57,9% ຫຼຸດລົງ 23,75%, ສ່ວນໄມ້ ແລະຜະລິດຕະພັນ ໄມ້ມີ 5,47 ລ້ານໂດລາ ຫຼຸດລົງ 51,14%   ທຽບໃສ່ໄລຍະດຽວກັນ ແລະສິນຄ້າກະ ສິກຳມີ 13,27 ລ້ານກວ່າໂດລາຫຼຸດ ລົງ 20,54%, ຊຶ່ງໃນນັ້ນ ເດັ່ນກວ່າໝູ່ ແມ່ນເຂົ້າ 9.475 ໂຕນ, ຮອງມາແມ່ນ ມັນຕົ້ນ 6.095 ໂຕນ, ໝາກຂາມ 355 ໂຕນ ແລະຢາງພາລາ 120 ໂຕນ, ສ່ວນ ສິນຄ້າອຸດສາຫະກຳມີມູນຄ່າ 68,74 ລ້ານກວ່າໂດລາເພີ່ມຂຶ້ນ 13,86% ທຽບໃສ່ໄລຍະດຽວກັນ, ໃນນັ້ນ ມີນ້ຳຕານ, ກາກນ້ຳຕານ ແລະປຸ໋ຍເຄມີ, ຕະຫຼາດ ສິນຄ້າທີ່ແຂວງສົ່ງອອກໄປ ຫຼາຍກວ່າໝູ່ ແມ່ນປະເທດໄທ, ຫວຽດນາມ ແລະປະເທດຈີນ.

ຂະນະທີ່ການນຳເຂົ້າສິນຄ້າຂອງ ແຂວງມີມູນຄ່າ 395,12 ລ້ານໂດລາ ເພີ່ມຂຶ້ນ 16,53% ທຽບໃສ່ ໄລຍະດຽວ ກັນ, ໃນນັ້ນ ກຸ່ມນ້ຳມັນເຊື້ອໄຟ ແລະອາຍແກ໊ສ ມູນຄ່າ 81,9 ລ້ານໂດລາ ກວມ 20,75% ຂອງມູນຄ່ານຳເຂົ້າ ຫຼຸດລົງ 6,6%, ສິນຄ້ານຳເຂົ້າຮັບໃຊ້ ໂຄງການ ລວມມີ 117,01 ລ້ານໂດລາ ກວມ 29,61% ເພີ່ມຂຶ້ນ 13,86%, ສິນຄ້າຮັບໃຊ້ກະສິກຳມູນຄ່າ 795.244 ໂດລາ ຫຼຸດລົງ 11,07%, ນຳເຂົ້າຮັບ ໃຊ້ອຸດສາຫະກຳ ມູນຄ່າ 9 ລ້ານກວ່າ ໂດລາ ເພີ່ມຂຶ້ນ 52,13% ທຽບໃສ່ໄລ ຍະດຽວກັນ, ສິນຄ້ານຳເຂົ້າຮັບໃຊ້ພາຍ ໃນທັງໝົດ 16,43 ລ້ານໂດລາເພີ່ມຂຶ້ນ 11,47%, ສ່ວນສິນຄ້ານຳເຂົ້າຈຳ ໜ່າຍພາຍໃນສ່ວນຫຼາຍແມ່ນສິນຄ້າປະ ເພດເຄື່ອງອຸປະໂພກ-ບໍລິໂພກ ປະຈຳວັນ ແລະເຄື່ອງໃຊ້ໄຟຟ້າອື່ນໆ.

ພ້ອມດຽວກັນນັ້ນ ທົ່ວແຂວງມີຫົວ ໜ່ວຍທຳການຜະລິດອຸດສາຫະກຳປຸງ ແຕ່ງ ແລະຫັດຖະກຳ ຈຳນວນທັງໝົດ 2.044 ແຫ່ງ, ໃນນັ້ນ ໂຮງງານປຸງແຕ່ງ ໄມ້ 273 ແຫ່ງ ແລະທົ່ວໄປ 1.771 ແຫ່ງ, ຊຶ່ງໃນໄລຍະ 9 ເດືອນມານີ້ ແຂວງກໍສາ ມາດປະຕິບັດຕາມຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການ ຄຸ້ມຄອງ ແລະກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸລະກິດໄມ້ ໄດ້ທັງໝົດ 90 ແຫ່ງ ແລະມີຍອດມູນຄ່າ ການຜະລິດພາຍໃນທົ່ວແຂວງບັນລຸໄດ້ 2.483,08 ຕື້ກີບ ປະຕິບັດໄດ້ 77,52%ແລະມູນຄ່າຈຳໜ່າຍພາຍໃນ 1.551,90 ຕື້ກີບ ເທົ່າກັບ 87,08% ທຽບໃສ່ແຜນ ການປີ, ສ່ວນມູນຄ່າການສົ່ງອອກຂອງ ຂົງເຂດອຸດສາຫະກຳ ແລະຫັດຖະກຳ ທົ່ວແຂວງມີ 71,43 ລ້ານໂດລາ, ນຳ ເຂົ້າ ວັດຖຸດິບເພື່ອມາຜະລິດ ມີ 23,9 ລ້ານໂດລາ.

ທ່ານ ສີທົນ ນັນທະລາດ ຍັງໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ຊຸກຍູ້ເຮັດໃຫ້ຫົວໜ່ວຍ ທຳການຜະລິດໃຫ້ສາມາດຜະລິດໄດ້ ບັນລຸ 745,01 ຕື້ກີບ, ມູນຄ່າການຈຳ ໜ່າຍພາຍໃນ 231,89 ຕື້ກີບ, ມູນຄ່າ ການສົ່ງອອກຕ່າງປະເທດ 40,51 ລ້ານ ໂດລາ, ການນຳເຂົ້າ 62,54 ລ້ານໂດ ລາ, ພ້ອມກັນນັ້ນ ຍັງເອົາໃຈໃສ່ແນະ ນຳຊ່ວຍເຫຼືອຜູ້ປະກອບການໃໝ່ ທີ່ມີຈຸດປະສົງປະກອບກິດຈະການໂຮງງານອຸດ ສາຫະກຳ ແລະຫັດຖະກຳປຸງແຕ່ງໃໝ່ ທາງດ້ານລະບຽບຫຼັກການ, ວິທີການ ເຮັດ ພ້ອມອຳນວຍຄວາມສະດວກທາງ ດ້ານເອກະສານ ແລະຄາດວ່າໃນອີກ 3 ເດືອນທ້າຍສົກປີ 2015-2016 ນີ້ ຈະສູ້ ຊົນອະນຸຍາດສ້າງຕັ້ງໂຮງງານໃໝ່ໃຫ້ ໄດ້ 3 ໂຮງງານ ແລະສູ້ຊົນໃຫ້ໄດ້ຕົວ ເລກມູນຄ່າການຄ້າສາກົນໃຫ້ບັນລຸ 1.318,82 ຕື້ໂດລາ, ໃນນັ້ນ ການສົ່ງ ອອກໃຫ້ໄດ້ 1.020,94 ຕື້ໂດລາ ແລະ ນຳເຂົ້າໃຫ້ໄດ້ 297,87 ລ້ານໂດລາອີກດ້ວຍ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...