spot_img
Homeຂ່າວທ້ອງຖິ່ນຄຳ​ມ່ວນ ຮັບ­ຮອງ​ເອົາ​ໂຄງ​ປະ­ກອບ ແລະ​ ບຸກ​ຄະ­ລາ​ກອນ​ອົງ­ການ​ປົກ­ຄອງ​ແຂວງ

ຄຳ​ມ່ວນ ຮັບ­ຮອງ​ເອົາ​ໂຄງ​ປະ­ກອບ ແລະ​ ບຸກ​ຄະ­ລາ​ກອນ​ອົງ­ການ​ປົກ­ຄອງ​ແຂວງ

Published on

ທ້າຍ​ອາ­ທິດ​ຜ່ານ​ມາ ແຂວງ​ຄຳ​ມ່ວນ ໄດ້​ຈັດ​ພິ­ທີປະ­ກາດ​ການ­ຈັດ­ຕັ້ງ ພ້ອມທັງ​ຮັບ­ຮອງ​ເອົາ​ໂຄງ​ປະ­ກອບ ແລະ​ບຸກ​ຄະ­ລາ​ກອນ​ຂອງ​ອົງການ​ປົກ­ຄອງ​ແຂວງ ເຂົ້າຮ່ວມ​ເປັນ​ປະ­ທານ​ໃນ​ພິ­ທີ​ມີ ທ່ານ ໂອ​ໄດ ສຸ­ດາ​ພອນ ເຈົ້າ­ແຂວງໆ​ຄຳ​ມ່ວນ, ມີ​ບັນ­ດາ​ທ່ານ​ໃນຄະ­ນະ​ປະ­ຈຳ​ພັກ​ແຂວງ, ຄະ­ນະ​ຈັດ​ຕັ້ງ​ແຂວງ, ກວດ­ກາ​ພັກ-ລັດ​ແຂວງ, ບັນ­ດາ​ຫົວ ໜ້າ​ພະ­ແນກ­ການ​ອ້ອມ​ຂ້າງ​ແຂວງ​ຕະຫຼອດ​ເຖິງ​ການ​ນຳ​ຫລັກ​ແຫລ່ງ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພົມ­ມາ ພັນ­ທະ​ລັງ­ສີ ຮອງເລ­ຂາ​ພັກ​ແຂວງ​ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງແຂວງ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ນາ
ຍົກ​ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ແລະ ຂໍ້​ຕົກ­ລົງ​ຂອງ​ທ່ານ​ເຈົ້າ­ແຂວງໆ​ຄຳມ່ວນ ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ ແລະ​ຮັບ ຮອງ​ເອົາ​ໂຄງ​ປະ­ກອບ ແລະ​ບຸກ​ຄະ­ລາ ກອນ​ອົງ­ການ​ປົກ­ຄອງ​ແຂວງ, ຍົກ­ຍ້າຍພະ­ນັກ­ງານ​ໄປ​ປະ­ຈຳ­ການ​ຢູ່​ຂະ­ແໜງ ການ​ອື່ນ​ເຊິ່ງ​ປະ­ກອບ​ມີ: ຂໍ້​ຕົກ­ລົງ​ແຕ່ງ ຕັ້ງ​ເຈົ້າ­ແຂວງໆ​ຄຳ​ມ່ວນ​ໂດຍ​ມີ ທ່ານ​ໂອໄດ ສຸ­ດາ​ພອນ ເປັນ​ເຈົ້າ­ແຂວງໆ​ຄຳ ມ່ວນ, ທ່ານ ບຸນ​ມີ ພິມ​ມະ​ສອນ ຮອງເລ­ຂາ​ພັກ​ແຂວງ ແລະ​ທ່ານ ຄຳ​ສີ ອຸດ​ທິວົງ ຄະ­ນະ​ປະ­ຈຳ​ພັກ​ແຂວງ​ເປັນ​ຮອງ ເຈົ້າ­ແຂວງ.

ຂໍ້​ຕົກ­ລົງ​ແຕ່ງຕັ້ງ​ບັນ­ດາ​ພະ​ແນກການ (ຜູ້​ເກົ່າ) ແຕ່ງ­ຕັ້ງ​ໃໝ່​ປະ­ກອບ​ມີ: ທ່ານ ບຸນ​ຈັນ ໄຊ​ປັນ­ຍາ ເປັນ​ຫົວ­ໜ້າ​ພະແນກ​ກະ­ສິ­ກຳ ແລະ​ປ່າ­ໄມ້​ແຂວງ, ທ່ານ ດາວ​ໄຫລ ແກ້ວ​ດວງ​ດີ ເປັນ​ຫົວ­ໜ້າພະ​ແນກ​ແຜນ­ການ ແລະ​ການ​ລົງ­ທຶນ
ແຂວງ, ທ່ານ ຄຳ​ສອນ ອ້ວນ​ທະ­ວີ ເປັນ​ຫົວ­ໜ້າ​ຫ້ອງວ່າ­ການ​ປົກ­ຄອງແຂວງ, ທ່ານ ໄທ​ຍະ​ພອນ ສິງ​ທອງ ເປັນ​ຫົວ­ໜ້າ​ພະ​ແນກ​ໄປ­ສະ­ນີ​ໂທລະ​ຄົມ ແລະ​ການ​ສື່­ສານ, ທ່ານ ພິດ­ສະ­ໄໝ ກອງ​ຊາ​ເດດ ເປັນ​ຫົວ­ໜ້າ​ພະ​ແນກ​ໂຍ
ທາ​ທິ​ການ ແລະ​ຂົນ­ສົ່ງ​ແຂວງ, ທ່ານ ທອນ​ລະ​ຂັນ ໄຊ​ປັນ­ຍາ ເປັນ​ຫົວ­ໜ້າ​ພະແນກ​ສາ­ທາ­ລະ­ນະ​ສຸກ​ແຂວງ, ທ່ານ​ນາງ ໄພ­ບູນ ໄຊ​ຍະ​ກຸມ­ມານ ເປັນ​ຫົວ­ໜ້າພະ​ແນກ​ວິ­ທະ­ຍາ­ສາດ ແລະ​ເຕັກ​ໂນ​ໂລ ຊີ​ແຂວງ, ທ່ານ ຈັນ­ທາ ພົມ​ມະ​ສອນເປັນ​ຫົວ­ໜ້າ​ພະ​ແນກ​ຍຸ­ຕິ​ທຳ​ແຂວງ, ທ່ານ ນາງ ແສງ​ມະ­ນີ ອິນ​ທະ­ລັງ​ສີ ເປັນ​ຫົວໜ້າ​ພະ​ແນກ​ພາຍ​ໃນ​ແຂວງ, ທ່ານ ບົວ ມິນ ຈ້ວງ​ລາ­ສີ ເປັນ​ຫົວ­ໜ້າ​ພະ​ແນກການ​ຕ່າງ­ປະ­ເທດ​ແຂວງ, ທ່ານ ບຸນທວາຍ ສິ­ລິ​ປັນ­ຍາ​ທອງ ເປັນ​ຫົວ­ໜ້າພະ​ແນກ​ແຮງ​ງານ ແລະ​ສະ­ຫວັດ­ດີ​ການສັງ­ຄົມ​ແຂວງ, ທ່ານ ຂັນ­ຕີ ໂພ​ທິນ ເປັນຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະທຳ ແລະ​ທ່ອງ​ທຽ່ວ​ແຂວງ, ທ່ານ ສີ​ໄຮ ແກ້ວ​ໄກ​ຖິ່ນ ເປັນ​ຫົວ­ໜ້າ​ພະ​ແນກ​ສຶກ​ສາທິ​ການ ແລະ​ກິ­ລາ​ແຂວງ, ທ່ານ ບຸນ​ເລັ່ງ ກຸນ​ອາ​ວົງ ເປັນ​ຫົວ­ໜ້າ​ພະ­ແນກ­ການເງິນ​ແຂວງ.

ຂໍ້​ຕົກ­ລົງ​ແຕ່ງ­ຕັ້ງ​ຫົວ­ໜ້າ​ພະ​ແນກ ການ​ແຕ່ງ­ຕັ້ງ​ໃໝ່​ປະ­ກອບ​ມີ​ຄື: ແຕ່ງ­ຕັ້ງທ່ານ ບຸນ​ມາ ສຸດ​ສະ​ດາ​ວອນ ເປັນ​ຫົວ ໜ້າ​ອົງ­ການ​ໄອ​ຍາ​ການ​ແຂວງ, ແຕ່ງ­ຕັ້ງທ່ານ ຄຳ​ຜົງ ວົງ​ພະ­ຈັນ ເປັນ​ຫົວ­ໜ້າ​ພະແນກ​ກວດ­ກາ​ລັດ​ແຂວງ, ແຕ່ງ­ຕັ້ງ​ທ່ານ ຄຳ​ຜຸຍ ທອນ​ພັກ­ດີ ຮອງ​ເລ­ຂາ​ພັກເມືອງໆ​ຫີນ​ບູນ​ຂຶ້ນ​ເປັນ​ເຈົ້າ­ເມືອງໆ​ຫີນບູນ, ແຕ່ງ­ຕັ້ງ​ທ່ານ ສີ​ໄຄ ຄຳ​ສະ​ຫວັດ ຮອງ​ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ​ຂຶ້ນ​ເປັນ​ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະຊາດ ແລະ​ສີ່ງ​ແວດ​ລ້ອມ​ແຂວງ, ແຕ່ງ­ຕັ້ງທ່ານ ທອງ​ໄຊ ມັງ​ໝໍ່​ເມກ ຮອງ​ຫົວ­ໜ້າພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າຂຶ້ນ​ເປັນ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ, ຍົກ­ຍ້າຍ ທ່ານ​ສິງ ເພັດ ແກ້ວ​ໂສ­ພາ ຫົວ­ໜ້າ​ພະ​ແນກ​ອຸດ ສາ​ຫະ​ກຳ ແລະ​ການ​ຄ້າ​ໄປ​ຮັບ­ຜິດ­ຊອບໜ້າ­ທີ່​ໃໝ່​ເປັນ​ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ​ບໍ່​ແຮ່​ແຂວງ, ຍົກ­ຍ້າຍ​ທ່ານ ບຸນ​ໜາ ຫານ​ສິງ​ໄຊ ຫົວ­ໜ້າ​ພະ​ແນກ​ພະ­ລັງ­ງານ ແລະ​ບໍ່​ແຮ່​ແຂວງ​ໄປ​ຮັບ­ຜິດ­ຊອບ​ໜ້າ­ທີ່ໃໝ່​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ, ຍົກຍ້າຍ​ທ່ານ ຄຳ​ໄພ ເພັງ​ແພງ​ເມືອງ ຫົວໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ​ແຂວງ​ໄປ​ຮັບ​ໜ້າ­ທີ່ໃໝ່​ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ.

ຂໍ້​ຕົກ­ລົງ​ຍົກ­ຍ້າຍ​ພະ­ນັກ­ງານ​ໄປ​ປະຈຳ​ການ​ຢູ່​ສະ­ພາ​ປະ­ຊາ­ຊົນ​ແຂວງ (ສພຂ) ປະ­ກອບ​ມີ​ຄື: ຍົກ­ຍ້າຍ​ທ່ານ ສົມ​ໃຈ ເພັດ​ສີ​ນວນ ຮອງ​ເລ­ຂາ​ພັກ​ແຂວງ, ຮອງ​ເຈົ້າ­ແຂວງໆ​ຄຳ​ມ່ວນ​ໄປ​ຮັບ​ຜິດຊອບ​ໜ້າ­ທີ່​ໃໝ່​ເປັນ​ປະ​ທານ ​ສພຂ, ຍົກ
ຍ້າຍ​ທ່ານ ອວນ​ມາ ຂັນ​ຕິ​ຍະ​ວົງ ເຈົ້າເມືອງໆ​ຫີນ​ບູນ​ໄປ​ຮັບ​ໜ້າ­ທີ່​ໃໝ່​ເປັນ​ຮອງປະ­ທານ ສພຂ, ຍົກ­ຍ້າຍ​ທ່ານ​ນາງ ສາທິດ ຈັນ​ສີ ຮອງ​ປະ­ທານ​ກວດ­ກາ ພັກແຂວງ​ໄປ​ຮັບ­ຜິດ­ຊອບ​ໜ້າ­ທີ່​ໃໝ່​ເປັນ ປະ­ທານ​ຄະ­ນະ​ກຳ­ມະ­ການ​ເສດ­ຖະ­ກິດ-ການ​ເງິນ, ສພຂ, ຍົກ­ຍ້າຍ ທ່ານ ຄຳ ມະ­ນີ ໜັ້ນ​ຄຳ​ສຸກ ປະ­ທານ​ສະ­ຫະ­ພັນ​ກຳມະ​ບານ​ແຂວງ​ໄປ​ເປັນ​ປະ­ທານ​ຄະ­ນະ ກຳ­ມະ­ການ​ວັດ­ທະ­ນະ­ທຳ-ສັງ­ຄົມ ແລະ ບັນ­ດາ­ເຜົ່າ ສພຂ, ຍົກ­ຍ້າຍ​ທ່ານ ຄຳ​ສຸກ ວັນ​ທະ​ວົງ­ສາ ຮອງ​ຫົວ­ໜ້າ​ພະ​ແນກ​ຍຸ­ຕິ ທຳ​ແຂວງ​ໄປ​ເປັນ​ປະ­ທານ​ຄະ­ນະ​ກຳ​ມະ ການ​ຍຸ­ຕິ​ທຳ ແລະ​ປ້ອງ​ກັນ​ຊາດ-ປ້ອງກັນ​ຄວາມ​ສະ­ຫງົບ​ຂອງ ສພຂ, ຍົກ­ຍ້າຍທ່ານ​ນາງ ກ້ອນ​ແກ້ວ ຫຼວງ​ໄຊ​ມຸງ­ຄຸນ ຮອງ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ ຫົວ­ໜ້າ​ຫ້ອງ­ການ​ຄວາມ​ກ້າວ­ໜ້າ​ແມ່­ຍິງແລະ​ວຽກ​ແມ່ ແລະ​ເດັກ​ແຂວງ​ໄປ​ເປັນຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ເສດ​ຖະກິດ​ແຜນ­ການ-ການ​ເງິນ ສພຂ, ຍົກ­ຍ້າຍ ສະ­ຫາຍ ພັທ ສຸກ​ກະ­ສັນ ພຸດ​ທະ​ວົງ ຮອງຫ້ອງ​ການ­ເມືອງ​ກອງ​ບັນ­ຊາ​ການ​ທະຫານ​ແຂວງ​ມາ​ເປັນ​ຮອງ​ປະ­ທານ​ຄະ­ນະ​ກຳ­ມະ­ການ​ຍຸ­ຕິ​ທຳ ແລະ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ສພຂ.

ຂໍ້​ຕົກ­ລົງ​ວ່າ​ດ້ວຍ​ການ​ແຕ່ງ­ຕັ້ງ​ຮອງ​ຫົວ­ໜ້າ​ພະ­ແນກ­ການ​ຂອງ​ແຂວງ​ປະ­ກອບມີ: ທ່ານ ພາ­ກອນ ແກ້ວ​ມະ­ນີ ຮອງ​ຫົວ­ໜ້າ​ຫ້ອງ​ວ່າ­ການ​ສະ­ພາ​ແຫ່ງ​ຊາດ​ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 12 ເປັນ​ຮອງ​ຫົວໜ້າ​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ, ທ່ານ ອຸ່ນ​ຫລ້າ ຜາ​ລີ​ວົງ ຫົວ­ໜ້າ​ຫ້ອງ­ການບໍ­ລິ­ຫານ-ການ​ເງິນ​ຂຶ້ນ​ເປັນ​ຮອງ​ຫົວ­ໜ້າຄະ­ນະ​ຈັດ​ຕັ້ງ​ແຂວງ, ທ່ານ ອຸ­ດອນ ສຸດ ທິ​ລາດ ເປັນ​ຮອງ​ຫົວ­ໜ້າ​ຄະ­ນະ​ໂຄ­ສະນາ​ອົບ­ຮົມ​ແຂວງ, ຍົກ­ຍ້າຍ​ທ່ານ ຄຳແດງ ສີ​ບຸນ​ເຮືອງ ຮອງ​ຫົວ­ໜ້າ​ຄະ­ນະຈັດ​ຕັ້ງ​ແຂວງ​ໄປ​ຮັບ­ຜິດ­ຊອບ​ໜ້າ­ທີ່​ໃໝ່ ເປັນ​ຮອງ​ຫົວ­ໜ້າ​ພະ​ແນກ​ວິ­ທະ­ຍາ­ສາດ ແລະ​ເຕັກ​ໂນ​ໂລ​ຊີ​ແຂວງ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...

ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

ເຄື່ອນຍ້າຍອັດຖິ ພົນເອກ ຄຳໄຕ ສີພັນດອນ ໄປສະຖິດຢູ່ ສຸສານນັກຮົບປະຕິວັດແຫ່ງຊາດ ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ...