Homeຂ່າວການພັດທະນາຢູ່ລາວຈະບໍ່ອຶດວຽກເຮັດ ສະຫວັນ-ເຊໂນ ຕ້ອງການ 30 ພັນຄົນ ປະກອບໃຫ້ເກືອບ 70 ບໍລິສັດ

ຢູ່ລາວຈະບໍ່ອຶດວຽກເຮັດ ສະຫວັນ-ເຊໂນ ຕ້ອງການ 30 ພັນຄົນ ປະກອບໃຫ້ເກືອບ 70 ບໍລິສັດ

Published on

ເຂດເສດຖະກິດພິເສດ (ຂພສ) ສະຫວັນ-ເຊໂນ ທີ່ລັດຖະບານໄດ້ອະນຸມັດການລົງທຶນແຕ່ປີ 2003 ຕົວຈິງພັດທະນາໃນປີ 2008 ດ້ວຍຂອດບໍລິຫານປະຕູດຽວສ້າງຄວາມສະດວກສະບາຍແກ່ນັກທຸລະກິດທີ່ຕ້ອງການເຂົ້າມາຕັ້ງຖານການຜະລິດໄລຍະຍາວ ປັດຈຸບັນມີປະມານ 69 ບໍລິສັດ ຈາກທົ່ວໂລກເຂົ້າມາລົງທຶນ ສະເພາະບໍລິສັດທີ່ສາມາດດຳເນີນການຜະລິດໄດ້ແລ້ວຫຼາຍກວ່າເຄີ່ງໜື່ງ ບໍລິສັດເປັນຂອງຄົນລາວມີປະມານ 10 ກວ່າບໍລິສັດ ແລະ ມີອີກ 3 ບໍລິສັດທີ່ບັນລຸຂໍ້ຕົກລົງໃນການຂະຫຍາຍຖານຜະລິດ.
ຄຽງຄູ່ກັບການລົງທຶນເຂດດັ່ງກ່າວມີການຂະຫຍາຍຕົວຢ່າງໄວວາເຮັດໃຫ້ ຂພສ ຕ້ອງເລັງຫາແຮງງານເພື່ອມາກໍ່ສ້າງໃຫ້ໄດ້ແຮງງານຄຸນນະພາບເພື່ອສະໜອງໃຫ້ກັບພາກທຸລະກິດຕ່າງໆພາຍໃນ ຂພສ ເຊິ່ງຄາດອີກ 5 ປີຕໍ່ໜ້າຄວາມຕ້ອງການຂອງແຮງງານຈະມີປະມານ 30 ພັນຄົນ.
ທ່ານ ທອງໄສ ໄຊຍະວົງຄຳດີ ຮອງຫົວໜ້າຄະນະບໍລິຫານ ຂພສ ສະຫວັນ-ເຊໂນ ກ່າວວ່າ: ລັດຖະບານໄດ້ໃຫ້ຄວາມສຳຄັນໃນເລື່ອງຂອງການພັດທະນາ ໂດຍສະເພາະ ຂພສ ດັ່ງກ່າວໃນແຂວງສະຫວັນນະເຂດກໍ່ຄືເຂດອື່ນໃນທົ່ວປະເທດເພື່ອດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ສ້າງໃຫ້ ສປປ ລາວ ກາຍເປັນຖານການຜະລິດສົ່ງອອກ ປະຊາຊົນມີວຽກເຮັດງານທຳສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ສຳເລັດເທື່ອລະກ້າວ ນັບແຕ່ມີການພັດທະນາແມ່ນໄດ້ມີການວາງນິຕິກຳ ນະໂຍບາຍອຳນວຍຄວາມສະດວກແກ່ການລົງທຶນ ເຊິ່ງໄດ້ສ້າງຄວາມສົນໃຈໃຫ້ກັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນບໍລິສັດຜູ້ຜະລິດສິ້ນສ່ວນຂອງລົດຍົນ ສິ້ນສ່ວນເຮືອບິນ ແລະ ອີກຫຼາຍບໍລິສັດ ເຊິ່ງໄດ້ນຳໃຊ້ແຮງງານພາຍໃນເກືອບທັງໝົດ ແລະ ວິຊາການຕ່າງຊາດຈຳ ນວນໜຶ່ງ ຄາດວ່າໃນປີ 2020 ມີຄວາມຕ້ອງການແຮງງານຕື່ມອີກບໍ່ຕ່ຳກວ່າ 30 ພັນຄົນຈາກຈຳນວນຂອງແຕ່ລະບໍລິສັດຕ້ອງການສະໜອງເຂົ້າໃນແຕ່ລະໜ່ວຍງານ. ຂະນະທີ່ປັດບຸນໃນເຂດດັ່ງກ່າວມີແຮງງານທີ່ເປັນຄົນລາວຢູ່ເຂດດັ່ງກ່າວປະມານ 4500 ຄົນ ຕ່າງປະເທດມີປະມານ 250 ຄົນໃນນີ້ສ່ວນໃຫຍ່ແມ່ນຄູຝຶກ.
ຂພສ ສະຫວັນ-ເຊໂນ ມີເນື້ອທີ່ທັງໝົດ 1.000 ກວ່າເຮັກຕາແບ່ງອອກເປັນໂຊນ ຄື: ໂຊນ A ແມ່ນດຳເນີນທຸລະກິດບໍລິການທີ່ຕິດພັນກັບການຄ້າ ທະນາຄານ ທີ່ພັກ ໂຮງແຮມ ໂຊນ B ດຳເນີນກິດຈະການໂລຈິດຕິກ ເສັ້ນທາງເຊື່ອມໂຍງ ສ້າງສູນຜະລິດກະຈາຍສິນຄ້າ ໂຊນ C ເປັນເຂດນິຄົມອຸດສາຫະກຳເບົາ ແລະ ການຜະລິດ ໂຊນ D ທີ່ພັກອາໄສຂອງພະນັກງານ ໂຮງຮຽນສ້າງສີມືແຮງງານ ແລະ ສູນຫັດຖະກຳ ໂຊນນີ້ຕ້ອງການແຮງງານຫຼາຍກວ່າ 4 ພັນກວ່າຄົນ.

ຂອບໃຈຂ່າວຈາກ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...