spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຕືອນ! ນອນໃກ້ມືຖື ສ່ຽງເນື້ອງອກໃນສະໝອງ

ເຕືອນ! ນອນໃກ້ມືຖື ສ່ຽງເນື້ອງອກໃນສະໝອງ

Published on

ເຕືອນໄພອັນຕະລາຍ! ໃຜມັກວາງມືຖືໄວ້ໃກ້ຫົວຕຽງ ຂະນະນອນຫຼັບ ສ່ຽງຕໍ່ການເປັນເນື້ອງອກໃນສະໝອງໄດ້

ຜົນສຳຫຼວດຂອງສະຖານບັນຄຸ້ມຄອງ ຜູ້ບໍລິໂພກໃນກິດຈະການໂທລະຄົມມະນາຄົມ ທີ່ຮ່ວມກັບມະຫາວິທະຍາໄລອັດສຳຊັນ ຫຼື ເອແບັກໂພລ໌ ພົບວ່າມີຜູ້ໃຊ້ມືຖືມີພຶດຕິກຳສ່ຽງຕໍ່ການເປັນເນື້ອງອກໃນສະໝອງ.

ໂດຍໄດ້ຮບຄື້ນສັນຍານແມ່ເຫຼັກໄຟຟ້າຂອງໂທລະສບເຄື່ອນທີ່ ຫຼືມືຖືືທີ່ເຖິງແມ່ນຈະບໍ່ໄດ້ໃຊ້ງານ ຈາກພຶດຕິກຳນິຍົມວາງໂທລະສັບມືຖືໄວ້ຢູ່ຫົວຕຽງ ພ້ອມກັບເປີດເຄື່ອງໄວ້ໃນເວລານອນສູງເຖິງ 64.5%

ຜົນສຳຫຼວດດັ່ງກ່າວສອດຄ່ອງກັບຂໍ້ມູນທາງວິຊາການຂອງອົງການອະນາໄມໂລກ (WHO) ທີ່ລະບຸວ່າ ຄື້ນແມ່ເຫຼັກໄຟຟ້າຈາກໂທລະສັບມືຖື ເປັນປັດໄຈກໍ່ມະເຮັງປະເພດ 2b ຫຼືເປັນໄປໄດ້ທີ່ຈະເຮັດໃຫ້ເປັນມະເຮັງ.

ແລະກຸ່ມທີ່ໃຊ້ໂທລະສັບຫຼາຍກວ່າ 1,640 ຊົ່ວໂມງ ຈະມີຄວາມສ່ຽງຫຼາຍຂຶ້ນຕໍ່ການເປັນມະເຮັງສະໝອງຊະນິດ glioma ຫຼືເນື້ອງອກໃນສະໝອງຂ້າງດຽວກັບທີ່ໃຊ້ໂທລະສັບ ເຊິ່ງເປັນສ່ວນທີ່ໄດ້ຮັບຄື້ນທີ່ສູງສຸດ.

ນອກຈາກນີ້ ຍັງສ່ຽງເກີດເນື້ອງອກສ່ວນອື່ນໆ ເຊິ່ງຜູ້ໃຊ້ນິຍົມໃສ່ໄວ້ໃນຖົງໂສ້ງ ຫຼືຖົງກະໂປງ 41.6% ການປ້ອງກັນຫຼືຫຼຸດຄວາມສ່ຽງເບື້ອງຕົ້ນ ຄື ໃຫ້ໃຊ້ອຸປະກອນແຮນຟຣີ ຫຼືລະບົບບຣູທູດແທນ ແລະເວລານອນກໍຄວນມອດໂທລະສັບໄວ້ ຫຼືຖ້າບໍ່ຢາກມອດກໍຄວນວາງໂທລະສັບໄວ້ໄກຈາກບ່ອນນອນບໍ່ຕ່ຳກວ່າ 2 ແມັດຂຶ້ນໄປ.

ຂໍ້ມູນຈາກ: ໄທເຮວທ໌

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...