Homeຂ່າວຕ່າງປະເທດຣັດເຊຍຄັດຄ້ານໄທ ຈັບຕົວພົນລະເມືອງຕົນ ຕາມຄຳຮຽກຮ້ອງຂອງ FBI ອາເມຣິກາ!

ຣັດເຊຍຄັດຄ້ານໄທ ຈັບຕົວພົນລະເມືອງຕົນ ຕາມຄຳຮຽກຮ້ອງຂອງ FBI ອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກໍລະກົດນີ້ວ່າ ທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດເຊຍ ໄດ້ອອກມາຖະແຫລງ ໃນວັນທີ 21 ກໍລະກົດຜ່ານມານີ້ວ່າ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດເຊຍ ໄດ້​ຮຽກ​ຕົວ​ອຸ​ປະ​ທູດ​​ຂອງ​ໄທ ​ປະ​ຈຳ​ຣັດ​ເຊຍ ເຂົ້າພົບ​ເພື່ອມອບໜັງສືຄັດຄ້ານຢ່າງເປັນທາງ​ການ ຊຶ່ງ​ຖະ​ແຫຼງວ່າ ຣັດເຊຍບໍ່​​ອາດ​ຮັບ​ຮູ້​​ເລື່ອງ​ພົນ​ລະ​ເມືອງ​ລັດ​ເຊ​ຍ ຖືກພາ​ຕົວ​ໄປ​ອາ​ເມ​ຣິກາ, ໂຄສົກກະຊວງການຕ່າງປະເທດຣັດເຊຍ ຍັງໄດ້ເນັ້​ນ​ໜັກ​ວ່າ, ​ຮອດເວລານີ້ ມົດ​ສະ​ກູຍັງ​ບໍ່​ທັນ​​​ໄດ້ຮັບ​ແຈ​້ງ​ການ​ໃດໆ​ຈາກ​ຝ່າຍ​ໄທ ຫຼື ອາ​ເມ​ຣິກາເທື່ອ ເພື່ອອະ​ທິ​ບາຍເຖິງ​ສາຍ​ເຫດ​ ຂອງການຈັບ​ຕົວ​ພົນ​ລະ​ເມືອງ​ຣັດເຊຍ ຢູ່ປະເທດໄທ, ແນວໃດກໍຕາມ ​ຕ​ຳ​ຫລວດ​ໄທ ໄດ້ລະບຸວ່າ ເປັນການປະ​ຕິ​ບັດ​ຕາມ​ຄຳ​ຮ​ຽກ​ຮ້ອງ​ຂອງ FBI ເພື່ອ​ພາ​ຕົວ​ໄ​ປຍັງ​ອາ​ເມ​ຣິກາ ດ້ວຍ​ຂໍ້​ກ່າວ​ຫາ​ວ່າ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວຟອກ​ເງິນ​ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່.

​ທັງນີ້ ເຈົ້າໜ້າທີ່ຕຳ​ຫລວດ​ໄທ​ ໄດ້ຈັບກຸມ ທ້າວ ດິມິທຣີ ອູກຣາອິນສະກີ ຊຶ່ງເປັນພົນລະເມືອງຣັດເຊຍ ເມື່ອ​ວັນ​ທີ 15 ກໍລະກົດຜ່ານມາ ຢູ່​ນະ​​ຄອນພັດ​ທະຍາ ຕາມ​ຄຳ​ຮຽກ​ຮ້ອງ​ຂອງ​ ກົມ​ສືບ​ສວນ​ສອບ​ສວນ​ກາງ ແຫ່ງ ສະ​ຫະ​ລັດ​ອາ​ເມ​ຣິ​ກາ (FBI) ​ເພື່ອສົ່ງໄປດຳເນີນຄະດີ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...