Homeຂ່າວເຫດການນາຍົກແນະນຳຂະແໜງວັດທະນະທຳ ມີມາດຕະການ ຕ້ານການຟູມເຟືອຍ ໃນພິທີກຳຕ່າງໆ!

ນາຍົກແນະນຳຂະແໜງວັດທະນະທຳ ມີມາດຕະການ ຕ້ານການຟູມເຟືອຍ ໃນພິທີກຳຕ່າງໆ!

Published on

ໃນໂອກາດໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນຳ ແລະ ພະນັກງານຫລັກແຫລ່ງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ແນະນຳໃຫ້ຂະແໜງການດັ່ງກ່າວ ຮີບຮ້ອນຄົ້ນຄວ້າປັບປຸງບັນດານິຕິກຳ ຄຸ້ມຄອງທາງດ້ານວັດທະນະທຳ ໃຫ້ສອດຄ່ອງກັບ ສະພາບເງື່ອນໄຂຕົວຈິງ ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ດີຂຶ້ນກວ່າເກົ່າ ພາຍຫລັງເຫັນວ່າ ໃນປັດຈຸບັນຫລາຍກິດຈະກຳ ແລະ ພິທີກຳຢູ່ສັງຄົມລາວເຮົາ ແມ່ນໜັກໄປດ້ານຟຸມເຟືອຍວັດຖຸ, ເງິນຄຳຫລາຍ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ໃນໄລຍະຜ່ານມາ, ເຖິງວ່າວຽກງານວັດທະນະທຳ ໄດ້ຮັບການສືບທອດ ແລະ ປົກປັກຮັກສາເອກະລັກ ທັງເສີມຂະຫຍາຍໃຫ້ມີຄວາມອຸດົມສົມບູນ ແລະ ຫລາກຫລາຍສີສັນກໍຕາມ, ແຕ່ໃນຕົວຈິງແລ້ວເຫັນວ່າ ການຈັດກິດຈະກຳ ແລະ ພິທີກຳຕ່າງໆໃນສັງຄົມເຮົາ ແມ່ນຍັງໜັກໄປແບບ ຄວາມຟຸມເຟືອຍວັດຖຸ, ຊັບສິນເງິນຄຳຕ່າງໆ ແລະ ບາງອັນກໍມີລັກສະນະໂລດໂພນ ບໍ່ຢາກເໝາະສົມປານໃດເຊັ່ນ: ງານວັນເກີດ, ງັນກຳ, ງານດອງ ແລະ ອື່ນໆ ແມ່ນມີລັກສະນະຈັດແບບ ໃຫຍ່ໂຕເກີນຂອບເຂດ ລວມທັງພິທີຊາປະນາກິດສົບ ກໍເຊັ່ນດຽວກັນ ເຫັນວ່າມີລັກສະນະຫລາຍຂັ້ນຕອນ ແກ່ຍາວເວລາ. ນອກຈາກນີ້ ການເປີດສຽງເພງ, ເສບດົນຕີຕາມຮ້ານອາຫານ, ສະຖານບັນເທີງ ແລະ ງານຕ່າງໆ ກໍຍັງໜັກໄປແຕ່ເພງຕ່າງປະເທດ ຫລາຍກວ່າເພງລາວເຮົາ ເຊິ່ງບັນຫານີ້ ຂະແໜງການກ່ຽວຂ້ອງ ຕ້ອງໄດ້ມີການຄົ້ນຄວ້າບັນດານິຕິກຳ ເພື່ອເປັນບ່ອນອີງໃນການກຳນົດ, ປັບປຸງການຈັດງານ ຫລື ພິທີກຳຕ່າງໆ ໃຫ້ເຂົ້າກັບສະພາບ ເງື່ອນໄຂເສດຖະກິດ, ວັດທະນະທຳ-ສັງຄົມ ບົນພື້ນຖານຖືກຕ້ອງ ຕາມຮີດຄອງປະເພນີອັນດີງາມ, ປະຢັດທັງວັດຖຸ ແລະ ເວລານຳດ້ວຍ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...