Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວຄຳເວົ້າຈາກປາກເຈົ້າສຸວັນນະພູມາ ກ່ຽວກັບປະຊາຊົນຄົນລາວ  ພາຍຫລັງປົດປ່ອຍປະເທດຊາດໃໝ່ໆ

ຄຳເວົ້າຈາກປາກເຈົ້າສຸວັນນະພູມາ ກ່ຽວກັບປະຊາຊົນຄົນລາວ  ພາຍຫລັງປົດປ່ອຍປະເທດຊາດໃໝ່ໆ

Published on

ຜູ້ຂຽນໄ້ດອ່ານປຶ້ມຫົວໜຶ່ງ ເຊິ່ງມີເນື້ອໃນກ່ຽວກັບລາຊະວົງຂອງລາວ ໃນນັ້ນ ໜ້າທີ່ 157 ມີຂໍ້ຄວາມສຳຄັນທີ່ໜ້າສົນໃຈສຸດໆເລີຍກໍວ່າໄດ້ (ສຳລັບຜູ້ຂຽນ) ອ່ານແລ້ວເຮັດໃຫ້ເຮົານັ້ນມີຄວາມຄິດໄປຫລາຍຢ່າງຫລາຍແນວ ແລະເມື່ອສົມທຽບຄຳເວົ້ານັ້ນ ໃສ່ຊີວິດຕົວຈິງຂອງຄົນລາວເຮົາຢູ່ທັງພາຍໃນແລະພາຍນອກໃນປັດຈຸບັນນີ້ແລ້ວ ເຫັນວ່າ (ອາດຈະ)ມີມູນຄວາມຈິງແອບແຝງຢູ່ກໍໄດ້.

ເຈົ້າສຸວັນນະພູມາໄດ້ພົບພໍ້ກັບຄົນລາວ ທີ່ອົບພະຍົບໄປຢູ່ປະເທດຝຣັ່ງ ໃນວັນທີ່ 5/9/1982 ຢູ່ສະຖານທູດລາວ ນະຄອນຫລວງປາຣີສ໌ ເນື້ອໃນສຳຄັນທີ່ເພິ່ນໄດ້ໂອ້ລົມກັບປະຊາຊົນຄົນລາວນັ້ນມີດັ່ງນີ້ :

“ແຕ່ວ່າເປັນທີ່ໜ້າເສຍດາຍ ທີ່ເຫັນວ່າ ພວກພີ່ນ້ອງລູກຫລານທີ່ມີຄວາມຮູ້ນັ້ນ ພາກັນໜີຈາກປະເທດຂອງເຮົາ ລັດຖະບານເອົາເງິນປະຊາຊົນຊ່ອຍເຫລືອພວກນີ້ ຊອກຄວາມຮູ້ໃຫ້ພວກໜຸ່ມນ້ອຍນັ້ນ ຢ່າງນ້ອຍໝົດຜູ້ລະລ້ານ ໃຫ້ຮຽນຕັ້ງແຕ່ ປ.1 ຂຶ້ນມາ ເທົ່າຮອດມັດທະຍົມພີ້ ແມ່ນລັດຖະບານເປັນຜູ້ເສຍໃຫ້ ໄດ້ຄວາມຮູ້ມາແລ້ວເລີຍໜີຈາກປະເທດຂອງຕົນ ເນລະຄຸນປະເທດຊາດຂອງຕົນ ບໍ່ຄິດຫາບ້ານເມືອງຂອງຕົນເອງ ເພາະສະນັ້ນໄດ້ຊອກຫາຄົນອື່ນມາແທນ ເຊີນຊາມພວກໃໝ່ກັບຄືນມາ ເພື່ອຈະໄດ້ຊ່ອຍກັນສ້າງສາບ້ານເມືອງຂອງເຮົາ. ຂໍໃຫ້ພວກພີ່ ນ້ອງຈົ່ງເຂົ້າໃຈວ່າ ບ້ານເມືອງເຮົາຕ້ອງການທຸກຄົນ ພວກໜຸ່ມນ້ອຍ, ພວກຄຸນວຸດທິ, ພວກທີ່ມີຄວາມຮູ້, ພວກພໍ່ຄ້າພໍ່ຂາຍ ເພາະວ່າລາວເຮົາໂດຍມາກບໍ່ຢາກລົງທຶນ ມີແຕ່ຄ້າຂາຍ ແຕ່ວ່າຈະລົງທຶນສ້າງໂຮງງານນັ້ນຂຶ້ນ ສ້າງໂຮງງານນີ້ຂຶ້ນແມ່ນບໍ່ມີ ມີແຕ່ການຄ້າຂາຍ ການຄ້າຂາຍມັນບໍ່ມີພື້ນຖານອັນໃດ ເພື່ອຈະມາຊ່ອຍເຫລືອບ້ານ ເມືອງແມ່ນການຕົ້ມກັນ, ຄົນຕົ້ມກັນ ຄັນເຈົ້າສ້າງໂຮງງານຂຶ້ນ ເຮັດອຸດສາຫະກຳຂຶ້ນ ອັນນັ້ນຈຶ່ງຈະພາໃຫ້ບ້ານ ເມືອງກ້າວໜ້າ ແຕ່ສູ່ມື້ນີ້ພວກພໍ່ຄ້າທັງຫລາຍ ພວກເສດຖີນັ້ນ ຂ້າພະເຈົ້າບໍ່ເຫັນໃຜລົງທຶນ ເພື່ອຈະສ້າງສາໂຮງງານນັ້ນນີ້ໃສ່ບ້ານເມືອງຂອງເຮົາ ຄວາມຄິດນັ້ນຍັງບໍ່ເຖິງ ແຕ່ຊອກຊື້ບ່ອນນີ້ໄປຂາຍບ່ອນນັ້ນ ຊື້ຈາກຕ່າງປະເທດມາຂາຍຢູ່ບ້ານເຮົາ ແປວ່າມາຕົ້ມກັນຊື່ໆ ແຕ່ການຜະລິດບໍ່ມີ ບ້ານເມືອງໃດບໍ່ຜະລິດແລ້ວ ບ້ານເມືອງນັ້ນບໍ່ກ້າວໜ້າໄດ້.

ປະຫວັດຍໍ້ກ່ຽວກັບ ເຈົ້າສຸວັນນະພູມາ :

thai02052

ເກີດປີ 1901 ທີ່ຫລວງພະບາງ ພໍ່ຊື່ ເຈົ້າມະຫາອຸປະຮາດບຸນຄົງ ເປັນເຈົ້າວັງໜ້າ ແມ່ຊື່ ເຈົ້າຍິງ ສີທອງ ເປັນນ້ອງຊາຍຜູ້ທີ 2 ຂອງເຈົ້າມະຫາອຸປະຮາດ ເພັດຊະຣາດ ແລະເປັນອ້າຍນ້ອງກັບເຈົ້າສຸພານຸວົງຕ່າງແມ່. ເຈົ້າສຸວັນນະພູມາຮຽນຈົບຫລັກສູດດ້ານ “ວິສະວະກອນໂຍທາ ແລະເປັນນັກວິຊາການ ຝ່າຍເອເລັກໂຕ”

ປີ 1931 : ຂ້າລາຊະການພະແນກໂຍທາວຽງຈັນ.

1940 : ຫົວໜ້າຫ້ອງການພະແນກສະຖາປັດຍະກຳ ທີ່ຫລວງພະບາງ.

1945 : ຫົວໜ້າຫ້ອງການໂຍທາວຽງຈັນ ແລະຕໍ່ມາເປັນຜູ້ອຳນວຍການໂຍທາ ລະຫວ່າງຍີ່ປຸ່ນເຂົ້າຍຶດຄອງໃນປະເທດ ປີດຽວກັນນີ້ ໄດ້ເຂົ້າຮ່ວມຂະບວນການ “ລາວອິດສະລະ” ຮັບໜ້າທີ່ເປັນລັດຖະມົນຕີວ່າການກະຊວງໂຍທາໃນຄະນະລັດຖະບານ.

1946-49 : ລັດຖະມົນຕີວ່າການກະຊວງໂຍທາ ແລະແຜນຜັງ ໃນຄະນະລັດຖະບານຂອງພະບາດສົມເດັດຂອງເຈົ້າຊີວິດ.

1951-1954 : ນາຍົກລັດຖະມົນຕີ, ເອກອັກຄະລາຊະທູດລາວປະຈຳປະເທດຝຣັ່ງ.

1957 : ນາຍົກລັດຖະມົນຕີໃນຄະນະລັດຖະບານປະສົມ 2 ຝ່າຍຄື ຝ່າຍລັດຖະບານ ແລະຝ່າຍປະເທດລາວ.

1958 : ລັດຖະບານປະສົມ 2 ຝ່າຍຂອງເຈົ້າສຸວັນນະພູມາ ຖືກໂຄ່ນລົ້ມຈາກກຸ່ມຊະນະນິກອນແລະກຳມະການປ້ອງກັນຜົນປະໂຫຍດຂອງຊາດ (ກປປຊ) ນຳພາໂດຍ ນາຍພົນ ພູມີ ໜໍ່ສະຫວັນ.

1959 : ເອກອັກຄະລາຊະທູດລາວປະຈຳປະເທດຝຣັ່ງ.

1960 : ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີໃນລັດຖະບານເປັນກາງ ສະໄໝຮ້ອຍເອກກອງແລ ທຳການລັດຖະປະຫານ.

1960-75 : ຜູ້ກໍ່ຕັ້ງແລະປະທານ “ພັກລາວເປັນກາງ” ນາຍົກລັດຖະມົນຕີໃນຄະນະລັດຖະບານປະສົມ 3 ຝ່າຍ (ກາງ, ຂວາ ແລະຊ້າຍ).

1975 : ເປັນທີ່ເປິກສາໃຫ້ແກ່ລັດຖະບານແຫ່ງ “ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ”

ວັນທີ່ 10/1/1984 : ເຖິງແກ່ອະສັນຍະກຳ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...