spot_img
Homeມູມໄອທີລາວເດົາຜິດ!! Honor 8 Max ຈະໃຊ້ຊື່ວ່າ Honor Note 8

ເດົາຜິດ!! Honor 8 Max ຈະໃຊ້ຊື່ວ່າ Honor Note 8

Published on

ຈາກຂ່າວກ່ອນໜ້ານີ້ ທີ່ເຮົາໄດ້ລາຍງານກ່ຽວກັບ ສະເປັກໂທລະສັບລຸ້ນໜຶ່ງທີ່ໄດ້ຮັບການຢືນຢັນຜ່ານ TENAA ທີ່ຄາດວ່າຈະເປັນຊີຣີດຽວກັບ Honor 8 ແລະທາງເວັບໄຊຕ່າງປະເທດກໍຄາດກັນວ່າຈະເປັນຊີຣີ V8. ຫຼ້າສຸດນີ້ເອງບັນຊີຢ່າງເປັນທາງການຂອງບໍລິສັດກໍອອກມາປ່ອຍພາບກ່ຽວກັບລຸ້ນດັ່ງກ່າວແລ້ວ ເຊິ່ງຈະເປັນໄຟລ໌ GIF ຫຼືພາບເຄື່ອນໄຫວ ໂດຍຊື່ລຸ້ນທີ່ເດົາກັນໄປກ່ອນໜ້ານີ້ແມ່ນຜິດທັງໝົດ ເພາະມັນຈະໃຊ້ຊື່ວ່າ Honor Note 8.

ໂດຍໃນພາບເຄື່ອນໄຫວນີ້ຍັງຢືນຢັນໄດ້ອີກວ່າ Note 8 ຈະໃຊ້ໜ້າຈໍຄວາມລະອຽດ 2K ຕາມຂ່າວທີ່ລາຍງານໄປກ່ອນໜ້ານີ້ ດ້ວຍຂະໜາດຈໍ 6.6 ນິ້ວ. ທາງດ້ານສະເປັກແບບຫຍໍ້ໆແມ່ນໃຊ້ງານຊິບເຊັດ Kirin 950, Ram 3GB ແລະ ROM 32GB. ນອກນີ້ກໍຍັງມີຂໍ້ມູນໃໝ່ກ່ຽວກັບຊີຣີນີ້ວ່າຈະມີອີກລຸ້ນທີ່ສະເປັກສູງກວ່າຄື ໃຊ້ຊິບເຊັດ Kirin 955, Ram 4GB ແລະ ROM 64GB.

ໃນສ່ວນອື່ນໆກໍມີພອຣ໌ດ USB Type-C, ແບັດເຕີຣີ 4,400mAh ທີ່ຮອງຮັບລະບົບສາກໄວ, ກ້ອງຫຼັງ 13 ລ້ານພິກເຊວ ໃຊ້ເຊັນເຊີ້ Sony IMX278 ແລະກ້ອງໜ້າ 8 ລ້ານພິກເຊວ. ທາງດ້ານໂຕເຄື່ອງຈະມີໃຫ້ເລືອກຢູ່ຫຼາຍສີ ແຕ່ສີທີ່ແນ່ນອນໃນຕອນນີ້ກໍຄົງເປັນ ສີທອງ ແລະສີເງິນ. ສ່ວນມື້ເປີດໂຕຢ່າງເປັນທາງການຈະແມ່ນຊ່ວງເດືອນສິງຫານີ້

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...