Homeຂ່າວພາຍ​ໃນຈະສ້າງຕັ້ງສະມາຄົມຢາງພາລາ ເພື່ອຄ້ຳປະກັນດ້ານລາຄາ

ຈະສ້າງຕັ້ງສະມາຄົມຢາງພາລາ ເພື່ອຄ້ຳປະກັນດ້ານລາຄາ

Published on

ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານຄະນະຂົນຂວາຍສ້າງຕັ້ງ ສະມາຄົມຢາງພາລາ ພ້ອມຄະນະ ໄດ້ນໍາກຸ່ມບໍລິສັດ ພັດທະນາກະສິກໍາ ແຂວງຢຸນນານ ສປ ຈີນ ລົງຢ້ຽມຢາມ ໂຄງການປູກໄມ້ອຸດສາຫະກໍາ ຢາງພາລາເປັນສິນຄ້າ ຢູ່ບ້ານສົມສະໜຸກ ເມືອງຫີນເຫີບ ແຂວງວຽງຈັນ ໃນວັນທີ 16 ກໍລະກົດນີ້ ເພື່ອເກັບກໍາຂໍ້ມູນ ແລະ ກະກຽມເງື່ອນໄຂຕ່າງໆ ເພື່ອຂໍອະນຸມັດສ້າງຕັ້ງ ສະມາຄົມຢາງພາລາລາວ ຢ່າງເປັນທາງການ ພ້ອມທັງຊຸກຍູ້ໃຫ້ ຜູ້ປະກອບການຢາງພາລາທົ່ວປະເທດ ໄດ້ຮັບສິດ ແລະ ຜົນປະໂຫຍດ.

ທ່ານ ໄມພົມ ມະລີ ຫົວໜ້າໂຄງການປູກໄມ້ ອຸດສາຫະກໍາຢາງພາລາ ເປັນສິນຄ້າ ໄດ້ລາຍງານວ່າ: ໂຄງການປູກຢາງພາລາເປັນສິນຄ້າ ເປັນໂຄງຕົວແບບທີ່ບໍ່ນໍາໃຊ້ເຄມີ ໄດ້ເລີ່ມປະຕິບັດມາແຕ່ປີ 2006 ໂດຍເບື້ອງຕົ້ນມີເນື້ອທີ່ 100 ເຮັກຕາ, ຈາກນັ້ນໄດ້ຂະຫຍາຍເນື້ອທີ່ອອກ ໂດຍປະຊາຊົນເປັນແຮງງານ ແລະ ດິນ ໃນຮູບແບບ 2+3 ມາຮອດປີ 2009 ໄດ້ຂະຫຍາຍເປັນ 374 ເຮັກຕາ, ພ້ອມຍັງໄດ້ສະໜັບສະໜູນ ໃຫ້ປະຊາຊົນຢູ່ເຂດໃກ້ຄຽງ ແລະ ເຂດອື່ນໆສົນໃຈປູກ 2.000 ກວ່າເຮັກຕາ ແລະ ໄດ້ເລີ່ມກີດຢາງມາແຕ່ປີ 2013 ເປັນຕົ້ນມາ ສະເລ່ຍ 20 ໂຕນຕໍ່ເດືອນ. ນອກນີ້ຍັງໄດ້ຮັບຊື້ຢາງຈາກສະມາຊິກ ແລະ ສວນຢາງອື່ນໆ ໃນລາຄາຄໍ້າປະກັນ 4.000 ກີບຕໍ່ກິໂລ ສ່ວນການຂາຍແມ່ນມີ 2 ຮູບແບບ ຄືຂາຍຢູ່ກັບທີ່ (ຢາງດິບ) ແມ່ນ 5.500 ກີບ ຕໍ່ກິໂລ, ແຕ່ຖ້າຜ່ານການອັດແໜ້ນຈາກໂຮງງານ ຈະຂາຍ 7.500 ກີບຕໍ່ກິໂລ ສາມາດສ້າງລາຍຮັບໄດ້ ບໍ່ຫຼຸດ 50 ລ້ານກີບຕໍ່ເດືອນ, ສ່ວນປະຊາຊົນທີ່ມາຮັບກີດຢາງ ໃຫ້ໂຄງການແມ່ນ ມີລາຍຮັບແຕ່ 17-38 ລ້ານກີບຕໍ່ປີ ມີ 30 ຄອບຄົວ ປັດຈຸບັນຢາງພາລາ ທີ່ເປັນຕົວແບບສາມາດກີດຢາງ ໄດ້ແມ່ນ 30% ແລະ ຍັງ 200 ເຮັກຕາ ເທົ່າກັບ 70% ຂອງຕົ້ນຢາງທັງໝົດ ແມ່ນຍັງບໍ່ໄດ້ກີດ ຍ້ອນຂາດແຮງງານ ເຊິ່ງມີຄວາມຕ້ອງການເຖິງ 100-150 ຄອບຄົວ ແລະ ຖ້າກີດໄດ້ໝົດຈະໄດ້ປະມານ 45 ໂຕນຕໍ່ເດືອນ.

ສັງລວມແລ້ວ ການປູກຢາງພາລາໂຄງການນີ້ ແມ່ນມີຜົນດີ ເພາະຢາງພາລາສາມາດກີດຢາງໄດ້ເຖິງ 9 ເດືອນຕໍ່ປີ ເຊິ່ງຈະຊ່ວຍໃຫ້ປະຊາຊົນ ມີລາຍຮັບຢ່າງຕໍ່ເນື່ອງ ເຮັດໃຫ້ເຂົາເຈົ້າມີວຽກເຮັດງານທໍາ ແລະ ຫັນຈາກການຖ່າງປ່າເຮັດໄຮ່ ໄດ້ຢ່າງສິ້ນເຊີງ. ນອກຈາກການປູກຢາງພາລາແລ້ວ ຍັງໄດ້ລ້ຽງປາ, ລ້ຽງສັດນ້ອຍ, ໝາກໄມ້ຊະນິດອື່ນໆຕື່ມອີກ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ສະມາຊິກ.  ພ້ອມນີ້ ຍັງໄດ້ຮ່ວມມືກັບນັກທຸລະກິດຈີນ ປູກໄມ້ກ້ຽງໃຫຍ່ 70.000 ຕົ້ນ ຢູ່ເມືອງກາສີ ໃນເນື້ອໃນ 150 ກວ່າເຮັກຕາ ປັດຈຸບັນປູກໄດ້ 2 ປີ ແລະ ກຽມກ້າວສູ່ການສ້າງຕັ້ງ ໂຮງງານຜະລິດເພື່ອສົ່ງອອກ. ນອກນີ້ຍັງໄດ້ກ້າ ແລະ ສະໜອງເບ້ຍ ໃຫ້ປະຊາຊົນອ້ອມຂ້າງໄປປູກ ແລ້ວນໍາຜົນຜະລິດ ມາຂາຍໃຫ້ກຸ່ມດ້ວຍລາຄາເໝາະສົມ. ໂອກາດນີ້ ຂ້າພະເຈົ້າກໍຂໍຮຽກຮ້ອງໃຫ້ຂັ້ນເທິງ ຊ່ວຍດ້ານຕະຫຼາດ ຄໍ້າປະກັນດ້ານລາຄາ ແລະ ໂຮງງານແປຮູບ ເພື່ອສ້າງມູນຄ່າເພີ່ມໃຫ້ຢາງພາລາລາວສູງຂຶ້ນ. ສໍາລັບແຜນການຕໍ່ໜ້າ ພວກເຮົາຈະສຸມໃສ່ ປົກປັກຮັກສາພືດຕ່າງໆ ທີ່ປູກໄປແລ້ວໃຫ້ໄດ້ຮັບຜົນດີ. ນອກນີ້ກໍຈະຊອກແຮງງານກີດຢາງໃຫ້ພຽງພໍ ແລະ ພ້ອມນີ້ຍັງມີແຜນລ້ຽງງົວ ແລະ ສັດອື່ນໆອີກ.

ຜ່ານການລົງຢ້ຽມຢາມຄັ້ງນີ້, ທ່ານ ວິໄລວັນ ພົມເຂ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ໂຄງການປູກໄມ້ ອຸດສາຫະກໍາຢາງພາລາເປັນສິນຄ້າ ທີ່ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມທັງສາມາດສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ ຜູ້ປະກອບການຢາງພາລາທົ່ວປະເທດ ຈົ່ງມີຄວາມເຊື່ອໝັ້ນ ພາຍຫຼັງການສ້າງຕັ້ງສະມາຄົມຂຶ້ນແລ້ວ ຈະສາມາດຄໍ້າປະກັນລາຄາຢາງພາລາທີ່ເໝາະສົມ ສໍາລັບ ກຸ່ມບໍລິສັດພັດທະນາກະສິກໍາແຂວງຢຸນນານ ສປ.ຈີນ ກໍໃຫ້ຄວາມສົນໃຈ ຕໍ່ໂຄງການປູກໄມ້ອຸດສາຫະກໍາດັ່ງກ່າວ ພ້ອມທັງຈະນໍາເອົາຂໍ້ມູນທີ່ໄດ້ຮັບໄປສຶກສາເພີ່ມຕື່ມ ເພື່ອຈະກ້າວໄປເຖິງການຮ່ວມມື ກັບໂຄງການດັ່ງກ່າວໃນການເກັບຊື້ ກໍຄືການສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ ເພື່ອສົ່ງອອກໃນຕໍ່ໜ້າ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...