spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 17 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 17 ກໍລະກົດ

Published on


ວັນທີ 17 ກໍລະກົດ ປີ 1997 ຫຼືມື້ນີ້ເມື່ອ 19 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Clock Tower: The First Fear ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍ The First Fear ເປັນໂຕເກມເວີຊັ່ນສົມບູນຂອງ Clock Tower ພາກທຳອິດສຸດທີ່ລົງໃຫ້ກັບເຄື່ອງ Super Famicom ຕັ້ງແຕ່ ປີ 1995 ເຊິ່ງໃນ The First Fear ຈະມີການປັບປຸງໂຕເກມດ້ວຍການເພີ່ມມູບວີ້ CG ຕອນເລີ່ມເກມເຂົ້າໄປເລັກນ້ອຍແລະຣີມິກເພງປະກອບບາງຊ່ວງໃຫ້ມີຄວາມທັນສະໄໝແລະຮູ້ສຶກເຖິງບັນຍາກາດໃນເກມໄດ້ດີຂຶ້ນ. ນອກນີ້ ໂຕເກມຈະເປັນແນວປະຈົນໄພແບບຄລາສສິກທີ່ເອີ້ນວ່າ Point and Click ຄືຜູ້ຫຼິ້ນຈະຕ້ອງເລື່ອນລູກສອນຂອງສາກໄປຊີ້ທີ່ວັດຖຸຕ່າງໆ ເພື່ອໃຫ້ເຈນນິເຟີ້ເຮັດສິ່ງຕ່າງໆກັບວັດຖຸເຫຼົ່ານັ້ນເຊັ່ນ: ການຊີ້ທີ່ປະຕູແລ້ວກົດປຸ່ມແອັດຊັ່ນ ຈະເປັນການສັ່ງໃຫ້ເຈນນິເຟີ້ເປີດປະຕູ ຫຼືການຊີ້ທີ່ສະວິດໄຟແລ້ວກົດປຸ່ມແອັກຊັ່ນ ກໍຈະເປັນການສັ່ງໃຫ້ເຈນນິເຟີ້ ປິດ-ເປີດໄຟໃນຫ້ອງ ເປັນຕົ້ນ. 

ສຳລັບເນື້ອເລື່ອງຂອງ Clock Tower ພາກນີ້ຈະເວົ້າເຖິງ ເຈນນິເຟີ້ ຊິມສັນ ເດັກສາວຈາກສະຖານລ້ຽງເດັກກຳພ້າແກຣນິດ ທີ່ຢູ່ໃນຍ່ານຣອມດານ ປະເທດນໍຣ໌ເວ ທັງນີ້ ນາງພ້ອມກັບໝູ່ອີກ 3 ຄົນ ໄດ້ແກ່: ລໍຣ້າ, ແອນ, ແລະລ໋ອດເຕ້, ໄດ້ຖືກຮັບລ້ຽງໂດຍເສດຖີນາມວ່າ ໄຊມ້ອນ ແບຣ໌ໂຣ ໃນຊ່ວງເດືອນກັນຍາປີ 1995 ເຊິ່ງຕະກູນແບຣ໌ໂຣເປັນເຈົ້າຂອງຄະລືຫາດຂະໜາດໃຫຍ່ທີ່ມີຊື່ວ່າ Clock Tower ໂດຍມີ ແມຣີ້ ແບຣ໌ໂຣ ຄົນຈາກຕະກູນດັ່ງກ່າວເປັນຜູ້ພາກຸ່ມຂອງເຈນນິເຟີ້ເດີນທາງໄປຄະລືຫາດແຫ່ງນີ້. 

ເກມຈະເລີ່ມຂຶ້ນເມື່ອພວກເຈນນິເຟີ້ມາເຖິງຫ້ອງຮັບຮອງຂອງຄະລືຫາດ ໂດຍແມຣີ້ໄດ້ຂໍໂຕອອກໄປພົບກັບໄຊມ້ອນກ່ອນ ແຕ່ເຈນນິເຟີ້ແລະໝູ່ ພົບວ່າແມຣີ້ໄດ້ຫາຍໄປດົນຈົນຜິດສັງເກດ ນາງເລີຍຕັດສິນໃຈອອກໄປຊອກຫາແມຣີ້ດ້ວຍຕົນເອງ ແຕ່ວ່າພຽງແຕ່ເຈນນິເຟີ້ກ້າວອອກໄປຈາກຫ້ອງຮັບຮອງໄດ້ບໍ່ດົນກໍໄດ້ຍິນສຽງຮ້ອງຈາກກຸ່ມໝູ່ ໃນຫ້ອງ ພໍກັບໄປເບິ່ງກໍພົບວ່າໝູ່ຂອງນາງຫາຍໂຕໄປແບບໄຮ້ຮ່ອງຮອຍ ດ້ວຍເຫດນີ້ເຈນນິເຟີ້ຈຶ່ງຕ້ອງອອກຊອກຫາໝູ່ທຸກຄົນຕາມລຳພັງ ທ່າມກາງຄະລືຫາດທີ່ມີບັນຍາກາດຫຼອນໆເປັນຕາຢ້ານ. 

**ຕໍ່ໄປນີ້ຈະເປັນສະປອຍເນື້ອເລື່ອງຫຼັກຂອງເກມ ຖ້າໃຜຢາກຊອກຫາເກມມາຫຼິ້ນກ່ອນທີ່ຈະຮູ້ເນື້ອເລື່ອງໃຫ້ຂ້າມຂໍ້ຄວາມທີ່ເປັັນຟ້ອນສີແດງນີ້ໄປເລີຍ

ໃນຂະນະທີ່ເຈນນິເຟີ້ອອກຊອກຫາໝູ່ ນາງກໍໄດ້ພົບກັບມະນຸດມີດຕັດ ເດັກຂ້າຕະກອນຜູ້ມີໃບໜ້າອັບປະລັກທີ່ຄອຍນຳລ້າເຈນນິເຟີ້ທຸກໆເທື່ອໃນລະຫວ່າງທີ່ຢູ່ໃນຄະລືຫາດແຫ່ງນີ້ ຕໍ່ມານາງກໍໄດ້ຄຸ້ນຄຶດກ່ຽວກັບໂຕຕົນຂອງແມຣີ້ ຜູ້ຍິງໄວກາງຄົນທີ່ພາພວກເຈນນິເຟີ້ມາທີ່ໂຮງເຊືອດສຸດຫຼູແຫ່ງນີ້ ຈົນໄດ້ໄປພົບກັບໄຊມ້ອນໂຕແທ້ທີ່ກາຍເປັນຄົນສະຕິບໍ່ສົມປະກອບແລະຖືກຈັບມາຂັງໃນຄຸກທ້າຍຄະລືຫາດ ລວມໄປເຖິງສົບຂອງພໍ່ເຈນນິເຟີ້ທີ່ຖືກຈັບໄປເຊື່ອງໃນຫ້ອງລັບ ພ້ອມດ້ວຍຈົດໝາຍລາຕາຍທີ່ເຜີຍຄວາມຈິງວ່າຕົນເອງເປັນໝໍປະສູດລູກໃຫ້ກັບແມຣີ້ ເຊິ່ງນາງມີລູກຊາຍຝາແຝດ ຊື່ວ່າ: ບ໋ອບບີ້ ແລະ ແດນ. ໂດຍພໍ່ຂອງເຈນນິເຟີ້ຖືກຈັບຂັງໃນຫ້ອງລັບດັ່ງກ່າວເປັນເວລາ 3 ມື້ຈົນມາຂາດໃຈຕາຍໃນປີ 1986 ຫຼືກ່ອນເຫດການໃນເກມປະມານ 9 ປີນັ້ນເອງ. 


ເຈນນິເຟີ້ມາພົບທາງລັບໃຕ້ດິນຂອງຄະລືຫາດ ແລະກໍພົບກັບ ແດນ ແບຣ໌ໂຣ ເດັກນ້ອຍຮ່າງຍັກທີ່ຄານໄລ່ຂ້າເຈນນິເຟີ້ຈົນໄປເຖິງໜ້າຜາ ແຕ່ເຈນນິເຟີ້ສາມາດປີນຂຶ້ນໜ້າຜາແລະຍູ້ເອົາຖັງນ້ຳມັນໄປຖືກກັບທຽນທີ່ຢູ່ໃນຖ້ຳ ຈຶ່ງເກີດເປັນໄຟລຸກໄໝ້ຮ່າງແດນຈົນດຳ ຈາກນັ້ນາງກໍຂຶ້ນລິບມາທີ່ຫໍໂມງແລະພົບກັບ ບ໋ອບບີ້ ແບຣ໌ໂຣ ຫຼືມະນຸດມີດຕັດອີກຄັ້ງ ແລະບ່ອນນັ້ນນາງກໍສາມາດຢຸດແຜນຮ້າຍຂອງບ໋ອບບີ້ແລະແມຣີ້ທີ່ຈະນຳເອົານາງແລະໝູ່ ໄປສັງເວີຍພິທີກຳຂອງຕະກູນໄດ້ ແຕ່ວ່າຝັນຮ້າຍຂອງເຈນນິເຟີ້ຍັງບໍ່ຈົບລົງ ເມື່ອຮ່າງຂອງແດນທີ່ໜ້າຈະໄໝ້ໄປໝົດແລ້ວພັດເກີດຂຶ້ນມາເປັນເດັກຄົນໃໝ່ທີ່ມີຂະໜາດໂຕເທົ່າເດັກນ້ອຍທຳມະດາທົ່ວໄປ ເຊິ່ງແດນໃນຮ່າງໃໝ່ນີ້ກໍໄດ້ຖ້າທີ່ຈະກັບມາແກ້ແຄ້ນເຈນນິເຟີ້ອີກຄັ້ງໃນຖານະມະນຸດມີດຕັດໃນ Clock Tower 2 (ໃນເວີຊັ່ນອາເມຣິກາຈະໃຊ້ຊື່ Clock Tower ລ້າໆ ບໍ່ມີຊື່ພາກຕໍ່ທ້າຍເນື່ອງຈາກບໍ່ນັບ The First Fear ທີ່ບໍ່ໄດ້ວາງຈຳໜ່າຍໃນອາເມຣິກາ

Fact ເລັກນ້ອຍກ່ຽວກັບເກມ Clock Tower: The First Fear

  • ສາກຈົບຂອງເກມນີ້ຈະມີທັງໝົດ 9 ແບບດ້ວຍກັນ ເຊິ່ງສາກຈົບ D-H ຈະເປັນສາກຈົບທີ່ເຮົາຕາຍ, ສ່ວນສາກຈົບ A-C ຈະເປັນສາກຈົບແບບທີ່ເຈນນິເຟີ້ລອດພຽງຄົນດຽວ ແລະສາກຈົບ S ແມ່ນສາກຈົບທີ່ສົມບູນທີ່ສຸດ ໂດຍຈະມີໝູ່ອີກຄົນໜຶ່ງລອດມາພ້ອມກັບເຈນນິເຟີ້ນຳ ຄືແອນຫຼືລໍຣ້າ ເຊິ່ງຈະຂຶ້ນຕາມເສັ້ນທາງການດຳເນີນເລື່ອງທີ່ເຮົາເລືອກລະຫວ່າງເກມ (ເລືອກໃຫ້ລອດໄດ້ພຽງຄົນໃດຄົນໜຶ່ງເທົ່ານັ້ນ)

  • ເກມ Clock Tower ພາກທຳອິດ (ລວມເຖິງ The First Fear) ບໍ່ໄດ້ມີການວາງຈຳໜ່າຍນອກປະເທດຍີ່ປຸ່ນ ແຕ່ຢ່າງໃດກໍຕາມກໍມີແຟນໆທີ່ມັກເກມນີ້ ພາກັນເຮັດແຟນຊັບຂອງເວີຊັ່ນ Super Famicom ໃຫ້ໄດ້ຫຼິ້ນກັນເທິງ Emulator ໂດຍມີໃຫ້ເລືອກຫຼິ້ນຫຼາຍພາສາເຊັ່ນ: ອັງກິດ, ຕຸຣະກີ, ຮັດເຊຍ, ໂປຣຕຸເກດ, ຝຣັ່ງ ແລະເກົາຫຼີ ໃນຂະນະທີ່ເວີຊັ່ນ PS1 ກໍມີແຟນຊັບເວີຊັ່ນພາສາອັງກິດນຳ. 

  • ໂຕເກມ Clock Tower ພາກທຳອິດໄດ້ຮັບແຮງບັນດານໃຈມາຈາກຮູບເງົາສະຢອງຂວັນເລື່ອງ Phenomena ແລະ Suspiria ທີ່ກຳກັບໂດຍທ່ານດາຣິໂອ ອາຣ໌ເຈນໂຕ້ (Dario Argento) ໂດຍສະເພາະເລື່ອງ Phenomena ນີ້ຈະມີອົງປະກອບໃນເລື່ອງທີ່ຖືກນຳໄປໃຊ້ໃນເກມຫຼາຍຈຸດດ້ວຍກັນ ເລີ່ມຕັ້ງແຕ່ຊື່ຂອງເຈນນິເຟີ້ ຊິມສັນ ໂຕເອກຂອງເກມທີ່ດຶງມາຈາກ ເຈນນິເຟີ້ ຄອນເນວລີ້ (Jennifer Connelly) ນັກສະແດງນຳຈາກເລື່ອງດັ່ງກ່າວ ແລະໂຕຮ້າຍຂອງຮູບເງົາ Phenomena ກໍເປັນເດັກຂ້າຕະກອນຜູ້ທີ່ມີຮູບລັກພິກົນພິການກັບແມ່ເດັກທີ່ມີອາການທາງຈິດ ໃນຂະນະດຽວກັນມະນຸດມີດຕັດໃນເກມກໍໄດ້ຮັບແຮງບັນດານໃຈມາຈາກຮູບເງົາເລື່ອງ The Burning ທີ່ສາຍໃນປີ 1981 (ໃຜທີ່ສົນໃຈສາມາດຊົມຕົວຢ່າງຮູບເງົາ Phenomena ແລະຮູບເງົາ The Burning ແບບເຕັມເລື່ອງໄດ້ຈາກຄລິບດ້ານລຸ່ມນີ້)

ຕົວຢ່າງຮູບເງົາ Phenomena (ສາຍໃນປີ 1985)

ຮູບເງົາເລື່ອງ The Burning ແບບເຕັມເລື່ອງ (ສາຍໃນປີ 1981)

https://youtu.be/p2-U2X6CkyU
ທີ່ມາ:online station

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...