ໃນທິທີສະເຫຼີມສະຫຼອງ ວັນປະຊາກອນໂລກ ເມື່ອມໍ່ໆມານີ້, ຜູ້ຕາງໜ້າ ອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ປະຈຳລາວ ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນລາວມີອັດຕາປະຊາກອນໜຸ່ມ ກວມຫຼາຍກວ່າ 60% ຂອງປະຊາກອນທັງໝົດ, ແຕ່ກຸ່ມປະຊາກອນດັ່ງກ່າວ ຍັງມີຄວາມສ່ຽງຫຼາຍ ຊຶ່ງຕາມຜົນການສຳຫຼວດ LSIS 1. ໃນສົກປີ 2011–2012 ສະແດງໃຫ້ເຫັນວ່າ: 1 ໃນ 4 ຂອງແມ່ຍິງລາວອາຍຸ 15 – 19 ປີ ແມ່ນແຕ່ງງານແລ້ວ ແລະ 1 ໃນ 10 ຂອງແມ່ຍິງທີ່ແຕ່ງງານ ກ່ອນອາຍຸ 15 ປີ ແມ່ນມີຄວາມສ່ຽງສູງ ຕໍ່ການຖືພາແຕ່ອາຍຸຍັງນ້ອຍ, ທີ່ອາດສົ່ງຜົນກະທົບ ຕໍ່ສຸຂະພາບຂອງເຂົາເຈົ້າ, ຊຶ່ງໂດຍສະເລ່ຍແລ້ວ ລາວຖືເປັນປະເທດທີ່ມີອັດຕາການເກີດລູກ ແຕ່ອາຍຸຍັງນ້ອຍ ສູງທີ່ສຸດໃນພາກພື້ນ, ເດັກຍິງອາຍຸ 15–19 ປີ, ໃນ 1000 ຄົນໃດ ແມ່ນມີການເກີດລູກ 49 ຄົນ ແລະ 1 ໃນ 5 ຄົນໃດ ໄດ້ກາຍເປັນແມ່ ແຕ່ອາຍຸ 18 ປີ, ແລະ ທຸກໆອາທິດ ຈະມີຍິງໝຸ່ມເສຍຊີວິດ ຍ້ອນອາການສົນຈາກການຖືພາ, ດັ່ງນັ້ນການລົງທືນໃສ່ໄວໜຸ່ມຍິງ ບໍ່ພຽງແຕ່ ຈະເຮັດໃຫ້ເຂົາເຈົ້າ ໄດ້ຮັບສິດທິຂອງພວກເຂົາເທົ່ານັ້ນ, ຊຶ່ງມັນຄວນຈະມີການເຊື່ອມໂຍງກັນ ລະຫວ່າງກົດໝາຍ,ນະໂຍບາຍ ແລະ ງົບປະມານ, ແຕ່ມັນຍັງເປັນການລົງທືນ ໃສ່ເສດຖະກິດມະຫາພາກ ທີ່ມີປະສິດທິຜົນຕາມເປົ້າໝາຍ ການພັດທະນາແບບຍືນຍົງ, ເຖິງຢ່າງໃດກໍຕາມ ແມ່ຍິງ ຈະສາມາດປະກອບສ່ວນ ເຂົ້າໃນວຽກງານຕ່າງໆຂອງສັງຄົມໄດ້, ພວກເຮົາຕ້ອງມີຄວາມພະຍາຍາມ ລືບລ້າງສິ່ງກີດຂວາງທາງດ້ານເສດຖະກິດ, ສັງຄົມ ແລະ ກົດໝາຍ, ເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າ, ໂດຍສະເພາະແມ່ນ ຖ້າພວກເຮົາມີບຸລິມະສິດ ໃນການລົງທືນໃສ່ການສຶກສາ ແລະ ສຸຂະພາບຂອງເຂົາເຈົ້າ, ຊຶ່ງຈະມີຜົນກະທົບທາງບວກຢ່າງມະຫາສານ ຕໍ່ກັບການປ່ຽນແປງ ໃນການດຳລົງຊີວິດຂອງແມ່ຍິງເຫຼົ່ານັ້ນ, ຕໍ່ຄອບຄົວ, ຕໍ່ຊຸມຊົນ ແລະ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຜົນປະໂຫຍດເຫຼົ້ານັ້ນ ຈະສາມາດບັນລຸໄດ້, ກໍຕໍ່ເມື່ອພວກເຮົາ ມີການລົງທືນໃສ່ໄວໜຸ່ມຍິງໄດ້ພຽງພໍ.
ແຫລ່ງຂ່າວ: