Homeຂ່າວທ້ອງຖິ່ນປກສ ແຂວງບໍ່ແກ້ວ ຄັດເລືອກເອົາກໍາລັງທົດແທນ ປະຈໍາປີ 2016

ປກສ ແຂວງບໍ່ແກ້ວ ຄັດເລືອກເອົາກໍາລັງທົດແທນ ປະຈໍາປີ 2016

Published on

ຂປລ. ກອງບັນຊາການ ປກສ ແຂວງບໍ່ແກ້ວ ເປີດຮັບກໍາລັງທົດແທນຊຸດໃໝ່ ປະຈໍາປີ 2016 ​ໃນ​ວັນທີ 11 ກໍລະກົດ 2016 ​ໂດຍ​ມີ ​ທ່ານ ສຸກສະຫວັນ ສີອໍາຄາ ຫົວໜ້າພະແນກບໍລິຫານສັງລວມ ກົມຈັດຕັ້ງພະນັກງານ ປກສ ພ້ອມດ້ວຍຄະນະອະນຸ​ກຳມະການ ​ເຊິ່ງມີ​ຜູ້​ເຂົ້າ​ຮ່ວມ​ຄັດ​ເລືອກທັງໝົດ 35 ສະ ຫາຍ, ຍິງ 9 ສະຫາຍ, ເຊິ່ງຈະໄດ້ຄັດເລືອກເອົາ 19 ສະຫາຍ.

ສຳລັບຂັ້ນຕອນໃນການຄັດເລືອກ ​ແມ່ນ​ໄດ້ຊັ່ງນ້ຳໜັກ, ວັດແທກລວງສູງ ແລະ ວັດແທກສາຍຕາ ​ຊັ່ງນໍ້າໜັກມາດຖານ ເພດຊາຍແມ່ນ 55 ກິໂລຂຶ້ນໄປ, ລວງສູງ 160 ຊັງຕີແມັດຂຶ້ນໄປ; ກວດກາສຸຂະພາບຫູ, ຕາ, ດັງ, ຄໍ ແລະ ຜີວໜັງ, ກວດປັດສະວະ ແລະ ສານເສບຕິດ, ກວດກາເອກະສານ, ຊີວະປະຫວັດ ແລະ ສໍາພາດປາກເປົ່າ ຕາມຂັ້ນຕອນ. ເພື່ອໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ຖືກຕ້ອງຕາມຂໍ້ກໍານົດ ມາດຖານເງື່ອນໄຂ ໃຫ້ໄດ້ກໍາລັງທີດີບໍ່ເສບສານເສບຕິດ, ບໍ່ມີຄະດີຕິດຕົວ ແລະ ຕ້ອງເປັນຜູ້ທີ່ມີຄວາມຮູ້ທາງດ້ານ ວິຊາສະເພາະທີ່ແນ່ນອນ, ມີຄຸນທາດທາງດ້ານການເມືອງ-ແນວຄິດໜັກແໜ້ນ, ຊື່ສັດບໍລິສຸດ ຢຶດໝັ້ນຕໍ່ແນວທາງ ການຊີ້ນໍາ-ນໍາພາຂອງພັກ-ລັດ ແລະ ສິ່ງສໍາຄັນທີ່ສຸດຕ້ອງ ແມ່ນຜູ້ທີ່ມີຈິດໃຈຮັກ ໃນອາຊີບຕໍາຫລວດຢ່າງແທ້ຈິງ.

 

ຂປລ

ແຫລ່ງຂ່າວ:

 
ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...