Homeຂ່າວຕ່າງປະເທດສານອະນຸຍາໂຕຕຸລາການລະຫວ່າງປະເທດ ຕັດສິນຈີນ ບໍ່ມີສິດເຂົ້າຄອບຄອງ ທະເລຈີນໃຕ້ ເກືອບທັງໝົດ!

ສານອະນຸຍາໂຕຕຸລາການລະຫວ່າງປະເທດ ຕັດສິນຈີນ ບໍ່ມີສິດເຂົ້າຄອບຄອງ ທະເລຈີນໃຕ້ ເກືອບທັງໝົດ!

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 12 ກໍລະກົດຜ່ານມານີ້ວ່າ ສານອະນຸຍາໂຕຕຸລາການລະຫວ່າງປະເທດ ທີ່ນະຄອນເຮັກ ປະເທດໂຮນລັງ ໄດ້ປະກາດຄຳຕັດສິນ ຄະດີຂໍ້ຂັດແຍ່ງໃນທະເລຈີນໃຕ້ ລະຫວ່າງຟິລິບປິນ ແລະ ຈີນ ໂດຍສານໄດ້ຕັດສິນວ່າ ຈີນບໍ່ສາມາດອ້າງສິດຕາມປະຫວັດສາດ ວ່າເປັນເຈົ້າຂອງຊັບພະຍາກອນຕ່າງໆ ພາຍໃນເຂດນ່ານນ້ຳ ກວມປະມານ 90% ຂອງພື້ນທີ່ທະເລຈີນໃຕ້ ເນື່ອງຈາກບໍ່ມີພື້ນຖານ ທາງກົດໝາຍໃດໆຮອງຮັບ.  ນອກຈາກນັ້ນ, ຄຳຕັດສິນຍັງຊີ້ບອກວ່າ ຈີນໄດ້ແຊກແຊງ ແລະ ຂັດຂວາງສິດທິ ໃນການປະມົງຕາມປະເພນີ ທີ່ເຄີຍເປັນມາຂອງຟິລິບປິນ ໃນເຂດແນວປະກາຣັງສະຄາໂບໂຣໂຊ ຊຶ່ງເປັນໜຶ່ງໃນແນວປະກາຣັງ ແລະ ດອນຫີນຫລາຍຮ້ອຍແຫ່ງ ທີ່ກະແຈກກະຈາຍຢູ່ໃນທະເລແຫ່ງນີ້ ລວມທັງຍັງລ່ວງລະເມີດ ອະທິປະໄຕຂອງຟິລິບປິນ ດ້ວຍການເຂົ້າໄປສຳຫລວດ ຂຸດຄົ້ນຊອກຫານ້ຳມັນ ແລະ ອາຍແກັສທຳມະຊາດ ພາຍໃນບໍລິເວນໃກ້ຄຽງເຂດຣີດແບັງ ຊຶ່ງເປັນດອນກາງນ້ຳແຫ່ງໜຶ່ງ ໃນທະເລຈີນໃຕ້.  ພ້ອມດຽວກັນນັ້ນ, ຄຳຕັດສິນຍັງລະບຸອີກວ່າ ຈີນໄດ້ສ້າງຄວາມເສຍຫາຍຢ່າງຖາວອນ ໃຫ້ແກ່ລະບົບນິເວດຂອງ ແນວປະກາຣັງ ໃນໝູ່ເກາະສະແປຣດລີ ຈາກການຖົມທະເລສ້າງເກາະທຽມ ອີກຫລາຍແຫ່ງໃນທະເລຈີນໃຕ້ ອີກດ້ວຍ.

ທາງດ້ານກະຊວງການຕ່າງປະເທດຈີນ ພາຍຫລັງມີຄຳຕັດສິນດັ່ງກ່າວ ກໍໄດ້ອອກມາຖະແຫລງຕອບໂຕ້ທັນທີວ່າ ຈີນປະຕິເສດຍອມຮັບຄຳຕັດສິນດັ່ງກ່າວນີ້ ແລະ ບໍ່ຮັບວ່າ ສານແຫ່ງນີ້ມີອຳນາດໃນການພິຈາລະນາ ພ້ອມທັງລະບຸວ່າ ປະຊາຊົນຊາວຈີນ ມີປະຫວັດສາດຫລາຍກວ່າ 2,000 ປີຢູ່ທະເລຈີນໃຕ້ ແລະ ເກາະດອນຕ່າງໆຂອງຕົນ ຊຶ່ງມີສິດໃນການອ້າງເຂດເສດຖະກິດຈຳເພາະ ພ້ອມນັ້ນຍັງຢືນຢັນວ່າ ປະເທດຈີນໄດ້ປະກາດຕໍ່ສາກົນຮັບຮູ້ ກ່ຽວກັບແຜນທີ່ເສັ້ນຮອບທະເລຈີນໃຕ້ຂອງຕົນ ມາຕັ້ງແຕ່ປີ 1948 ແລ້ວ.

ແນວໃດກໍຕາມ ກະຊວງການຕ່າງປະເທດຈີນ ໄດ້ເນັ້ນຢ້ຳວ່າ ຈີນເຄົາລົບ ແລະ ຍຶດໝັ້ນປະຕິບັດ ໃນເລື່ອງເສລີພາບໃນການເດີນທະເລ ແລະ ການບິນຜ່ານທະເລຈີນໃຕ້ ອີກທັງຍັງກຽມພ້ອມ ທີ່ຈະແກ້ໄຂບັນຫາຂໍ້ຂັດແຍ່ງ ດ້ວຍສັນຕິວິທີ ໂດຍຜ່ານການຫາລືລະຫວ່າງລັດຕ່າງໆ ທີ່ກ່ຽວຂ້ອງໂດຍກົງ.

ສ່ວນທາງດ້ານຟິລິບປິນ ກໍໄດ້ຮຽກຮ້ອງໃຫ້ທຸກໆຝ່າຍ ຢູ່ໃນຄວາມອົດທົນ ໂດຍຟິລິບປິນຢືນຢັນຢ່າງໜັກແໜ້ນວ່າ ໃຫ້ຄວາມເຄົາລົບຄຳຕັດສິນຂອງສານເປັນຫລັກ ເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆ ໃນທະເລຈີນໃຕ້.

ທັງນີ້ ບັນຫາຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ເກີດຂຶ້ນພາຍຫລັງທີ່ ບັນດາປະເທດຕ່າງໆເຊັ່ນ: ຈີນ, ຟິລິບປິນ, ຫວຽດນາມ, ມາເລເຊຍ, ບຣູໄນ ລວມທັງໄຕ້ຫວັນ ໄດ້ພາກັນອ້າງກຳມະສິດຢູ່ບາງສ່ວນ ໂດຍຍົກເວັ້ນແຕ່ຈີນຝ່າຍດຽວ ທີ່ອ້າງກຳມະສິດເກືອບທັງໝົດ ຢູ່ທະເລຈີນໃຕ້ ອັນໄດ້ກາຍເປັນຂໍ້ຂັດແຍ່ງ ຊຶ່ງນຳມາສູ່ຄວາມເຄັ່ງຕຶງໃນພາກພື້ນ.
 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...