Homeຂ່າວພາຍ​ໃນສປປ ລາວ ຈະເຈລະຈາເຂົ້າເປັນ ຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ ກັບສະຫະພາບເອີຣົບ ເດືອນຕຸລານີ້!

ສປປ ລາວ ຈະເຈລະຈາເຂົ້າເປັນ ຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ ກັບສະຫະພາບເອີຣົບ ເດືອນຕຸລານີ້!

Published on

ຂປລ.ສປປ ລາວ ມີແຜນຈະເຈລະຈາ ເພື່ອເຂົ້າເປັນສະມາຊິກຂອງ ສັນຍາຄູ່ຮ່ວມການຄ້າໄມ້ແບບສະໝັກໃຈ ກັບສະຫະພາບເອີຣົບ ຄັ້ງທຳອິດ ໃນເດືອນຕຸລາ 2016 ພາຍຫລັງສໍາ​ເລັດການກະກຽມຄວາມພ້ອມ ໃນຫລາຍໆດ້ານ.

ຖ້າຫາກລາວ ໄດ້ເຂົ້າຮ່ວມສັນຍາດັ່ງກ່າວ, ມັນກໍຈະເປັນການເພີ່ມໂອກາດ ໃຫ້ແກ່ຂະແໜງອຸດສາຫະກຳປຸງແຕ່ງໄມ້ ຂອງລາວ ໃນການເຂົ້າເຖິງຕະຫລາດຂອງ ສະຫະພາບເອີຣົບ ແລະ ຕະຫລາດສົ່ງອອກອື່ນໆ ໄດ້ຫລາຍຂຶ້ນ, ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງອຸດສາຫະກຳປຸງແຕ່ງໄມ້, ສົ່ງເສີມການ ພັດທະນາສີມືແຮງງານ, ມາດຕະຖານການຜະລິດ, ການອອກແບບ, ການຕະຫລາດ ໃຫ້ແກ່ທຸລະກິດ ໃຫ້ສາມາດຕອບສະໜອງ ໄດ້ຕາມຄວາມຕ້ອງການຂອງຕະຫລາດເອີຣົບ ແລະ ຕະຫລາດສົ່ງອອກອື່ນໆ.

ນອກຈາກນັ້ນ, ກໍຈະເປັນການເພີ່ມມູນຄ່າ ໃຫ້ແກ່ຜະລິດຕະພັນໄມ້ ກ່ອນການສົ່ງອອກ ເພື່ອສ້າງຜົນກຳໄລ ໃຫ້ຫລາຍຂຶ້ນ, ຮັບປະກັນການສ້າງສະພາບແວດລ້ອມ ການແຂ່ງຂັນພາກທຸລະກິດ ໃຫ້ເຂົ້າສູ່ລະບົບການຄຸ້ມຄອງ ຕາມກົດໝາຍ ແລະ ມີຄວາມຍຸຕິທຳ, ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ມີປະສິດທິພາບ, ສົ່ງເສີມລາຍຮັບຂອງ ລັດຖະບານ ຈາກການເກັບພາສີສົ່ງອອກໄມ້, ພັນທະ ແລະ ອາກອນຕ່າງໆທີ່ກ່ຽວຂ້ອງ, ຫລຸດຜ່ອນຜົນກະທົບທາງລົບ ໃນການຂຸດຄົ້ນໄມ້, ສົ່ງເສີມການມີສ່ວນຮ່ວມ ຂອງຫລາຍພາກສ່ວນ ໃນການຄຸ້ມຄອງປ່າໄມ້ ແລະ ການຄ້າໄມ້ ແລະ ເປັນໂອກາດດີສຳລັບ ສປປ ລາວ ໃນການເຊື່ອມໂຍງວຽກງານ ການຄຸ້ມຄອງ ແລະ ການຄ້າໄມ້ທີ່ຖືກກົດໝາຍ ກັບບັນດາປະເທດໃນພາກພື້ນ ແລະ ໃນໂລກພາຍ​ໃຕ້ຂອບເຂດຂອງສັນຍາຕ່າງໆທີ່ກ່ຽວຂ້ອງ.

ມາຮອດປັດຈຸບັນ, ລາວໄດ້ສຳເລັດບັນດາຂັ້ນຕອນຕ່າງໆ ສຳລັບການເຈລະຈາອັນລວມ ມີ: ການແຕ່ງຕັ້ງ ຄະນະກຳມະການຊີ້ນຳລະດັບຊາດ, ຄະນະກຳມະການຊຸກຍູ້ການເຈລະຈາ ແລະ ຄະນະປະສານງານ ຮັບຜິດຊອບດ້ານວິຊາການ, ການສຳມະນາ ແລະ ຝຶກອົບຮົມ, ການເຜີຍແຜ່ລະບຽບການ ກ່ຽວກັບວຽກງານດັ່ງກ່າວ ໃຫ້ພາກລັດ ແລະ ເອກະຊົນ, ການສ້າງຮ່າງແຜນດຳເນີນງານ ແລະ ບັນດາກິດຈະກຳລະອຽດ ໃນການຈັດຕັ້ງຜະຕິບັດໂຄງການດັ່ງກ່າວ, ການປະຊຸມທາງໄກຜ່ານວີດີໂອ ກັບສະຫະພາບເອີຣົບ, ການຈ້າງ ແລະ ປະກອບບັນດາຊ່ຽວຊານ ເຂົ້າມາເຮັດວຽກ ແລະ ການກຳນົດເອົາບັນດາ ແຂວງທົດລອງຄື: ແຂວງໄຊຍະບູລີ, ຄຳມ່ວນ ແລະ ​ແຂວງອັດຕະປື.

ຂໍ້ມູນດັ່ງກ່າວນີ້, ໄດ້ຖືກເປີດເຜີຍຢູ່ທີ່  ກອງປະຊຸມຄະນະຊີ້ນຳລະດັບຊາດຄັ້ງທີສອງ ກ່ຽວກັບການເປັນຄູ່ຮ່ວມ ການຄ້າໄມ້ແບບສະໝັກໃຈ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ທີ່ແຂວງຫລວງພະບາງໃນວັນທີ 12 ກໍລະກົດ.

ທ່ານ ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ກອງປະຊຸມດັ່ງກ່າວ, ແມ່ນ​ເພື່ອສັງລວມຄວາມຄືບໜ້າ ຂອງການປະຕິບັດແຜນງານ ການຈັດຕັ້ງກົດໝາຍວ່າດ້ວຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ການກະກຽມຄວາມພ້ອມສຳລັບການເຈລະຈາ ພ້ອມທັງເປັນການປະຕິບັດ ຄຳສັ່ງເລກທີ 15/ນຍ ກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ຂອງ ສປປ ລາວ ເພື່ອເປັນບ່ອນອີງທີ່ໜັກແໜ້ນ ໃນການຈັດຕັ້ງປະຕິບັດແຜນງານໃນຕໍ່ໜ້າ ໂດຍສະເພາະແມ່ນ ການຄ້າໄມ້ທີ່ມີມູນຄ່າສູງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...