“…ບໍ່ວ່າຍາມໃດກໍຕາມ ຄວາມສະຫລຽວສະຫລາດຂອງຊີວິດ (ທຳມະຊາດ) ບົນໂລກພິພົບນີ້ຈະມີຄວາມເລິກລ້ຳ ແລະກວ້າງຂວາງກວ່າຄວາມສະຫລາດຫລັກແຫລມຂອງມະນຸດເຮົາຢູ່ສະເໝີ” ມາກຊິມ ກອກກີ
“ທຳມະຊາດເປັນຜູ້ສ້າງມະນຸດຂຶ້ນມາ ແຕ່ສັງຄົມເປັນຜູ້ພັດທະນາ ແລະຫລໍ່ຫລອມມະນຸດ” ວ.ກ.ເບລິນສະກີ
“ມະນຸດ ຄືຕົວແທກຂອງທຸກສິ່ງທຸກຢ່າງໃນໂລກ” ປໂຣຕາກໍຣ໌
(ຄັດຈາກປຶ້ມຂອງ ດຣ.ສອນເພັດ ອິນທະວົງ ໜ້າທີ່ 103-106)
ກ່ອນທີ່ຈະມາຮູ້ເນື້ອໃນທີ່ກ່ຽວກັບພຣະພຸດທະສາສະໜາ ທີ່ເວົ້າເຖິງສັງຄົມມະນຸດນັ້ນ ພວກເຮົາຄວນຈະໄປຮູ້ກ່ຽວກັບມະນຸດສາກ່ອນ ວ່າມັນເປັນມາແນວໃດ ເຊິ່ງແຕ່ລະທັດສະນະນັ້ນໄດ້ໃຫ້ຄວາມໝາຍໄວ້ດັ່ງນີ້ :
ວັດຈະນານຸກົມ ຂອງທ່ານມະຫາສິລາ ວິລະວົງ ໜ້າທີ່ 283 ມະນຸດ ມີຄວາມໝາຍວ່າ ຄົນ ເຊິ່ງເປັນຄຳນາມ ມີເຄົ້າມາຈາກພາສາປາລີ-ສັນສະກິດ ແມ່ນ ມນຸສສ-ມນຸສຍ.
ເວບໄຊ ວິກິພີເດຍ (Wikipedia) : ຄົນ ຫລືມະນຸດ ສາມາດນິຍາມໄດ້ທັງໃນທາງຊີວະວິທະຍາ, ທາງສັງຄົມ… ໃນທາງຊີວະວິທະຍານັ້ນ ມະນຸດເປັນສິ່ງທີ່ມີຊີວິດຊະນິດ ໂຮໂມເຊປຽນ (Homo sapiens) ເຊິ່ງຈັດເປັນພວກໄພຣເມດ ຢືນສອງຂາຊະນິດໜຶ່ງໃນວົງໃຫຍ່ Hominoidea ຮ່ວມກັບລີງບໍ່ຫາງ ຫລືລີງອື່ນໆ ເຊິ່ງໄດ້ແກ່ ລິງຊິມແປນຊີ, ລີງກໍຣິລລາ, ລິງອຸລັງອຸຕັງ ແລະທະນີ.
ປຶ້ມສັງຄົມວິທະຍາເບື້ອງຕົ້ນ ຂອງພາກວິຊາສັງຄົມສົງເຄາະ ແລະການພັດທະນາຂອງ ມຊ ໜ້າທີ່ 1 : ມະນຸດເປັນສັດສັງຄົມ ເປັນສັດທີ່ຕ້ອງເພິ່ງພາອາໄສເຊິ່ງກັນແລະກັນ ໃນການຕອບສະໜອງຄວາມຕ້ອງການຕ່າງໆແຕ່ໄວເດັກຈົນເຖິງໄວຊະລາ ໃນການເຄື່ອນໄຫວດຳເນີນຊີວິດຂອງມວນມະນຸດກຸ່ມຕ່າງໆ ໄດ້ສ້າງແບບແຜນການດຳລົງຊີວິດ ແບບແຜນການດຳລົງຊີວິດເຊິ່ງກັນ ແລະກັນ.
ປັດຊະຍາມາກເລນິນ ໃນປຶ້ມຮຽນຮູ້ພື້ນຖານລັດທິ ມາກ-ເລນິນ ຈັດພິມໂດຍ ຄະນະບັນນາທິການໜັງສືພິມປະຊາຊົນ ໜ້າທີ່ 5 : ສັງຄົມຂອງມະນຸດ ມີການເຄື່ອນໄຫວ ແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຈາກຫລ້າຫລັງໄປສູ່ຄວາມຈະເລີນ, ຈາກລະບອບສັງຄົມໜຶ່ງ ໄປສູ່ລະບອບສັງຄົມອື່ນທີ່ມີລະດັບສູງກວ່າ. ການຂະຫຍາຍຕົວຂອງສັງຄົມມະນຸດທີ່ກ່າວມານັ້ນ ແມ່ນຍ້ອນມີປັດໄຈນອກຕົວ (ພາວະວິໄສ) ສາມຢ່າງກະທົບໃສ່ຄື : ເງື່ອນໄຂທາງພູມສາດ, ພົນລະເມືອງ ແລະແບບວິທີການຜະລິດ.
ຕາມທັດສະນະຂອງພຸດທະສາສະໜາແລ້ວ ສັງຄົມຂອງມະນຸດນັ້ນ ແມ່ນວິວັດທະນາການຂອງວັດຖຸ ແລະຈິດໃຈຈາກຍຸກເລີ່ມຕົ້ນທີ່ຕໍ່າທີ່ສຸດ ໄປສູ່ຍຸກສຸດທ້າຍທີ່ສູງທີ່ສຸດ ທັງທາງວັດຖຸແລະຈິດໃຈ ເຊິ່ງມີວິວັດທະນາການ ອາດຈະສະຫລຸບໄດ້ 4 ຍຸກຄື :
ຍຸກທີ່ 1 : ຍຸກຄົນປ່າ ເປັນຍຸກເລີ່ມແລກຂອງມະນຸດຊາດ ຕໍ່າສຸດທັງທາງວັດຖຸ ແລະຈິດໃຈ ເພາະວ່ມະນຸດຍັງບໍ່ມີຄວາມຮູ້ທັງທາງວິທະຍາສາດແລະສາສະໜາ.
ຍຸກທີ່ 2 : ຍຸກຕັດສະຮູ້ ເປັນຍຸກທີ່ໃຫ້ກຳເນີດສາສະດາເຈົ້າຂອງສາສະໜາທັງຫລາຍ ຜູ້ທີ່ຄົ້ນພົບພຣະທັມນຳຈິດໃຈສູ່ສູງສຸດຄື “ຈິດບໍລິສຸດ” ແຕ່ກໍນຳປະຊົນຊົນໄປສູ່ເປົ້າໝາຍໄດ້ສ່ວນນ້ອຍ ເພາະຄວາມຮູ້ທາງວິທະຍາສາດຍັງບໍ່ຈະເລີນສູງພໍ ທີ່ຈະຜະລິດວັດຖຸອອກມາຮັບໃຊ້ມະນຸດຢ່າງພໍພຽງ ແລະທົ່ວເຖິງກັນ ຄົນສ່ວນໃຫຍ່ຍັງຂາດແຄນວັດຖຸອຸປະກອນໃນການຮັບໃຊ້ຊີວິດ ຈຶ່ງເປັນສາເຫດໃຫ້ຊີວິດຂອງຄົນບໍ່ກ້ຳເກິ່ງກັນ ລະຫວ່າງວັດຖຸແລະຈິດໃຈ.
ຍຸກທີ່ 3 : ກະລີຍຸກ ຄືຍຸກທີ່ວິທະຍາສາດຈະເລີນສູງສຸດ ຜະລິດວັດຖຸອຸປະກອນອອກມາຢ່າງຫລວງຫລາຍພາຍມາກ ແຕ່ວ່າຂະນະດຽວກັນ ກໍຍັງເປັນຍຸກທີ່ຕໍ່າທີ່ສຸດທາງສາສະໜາ ປະຊາຊົນລະເລີຍ ລະເລີກທາງດ້ານຈິດ ຫັນໄປສົນໃຈແຕ່ທາງດ້ານວັດຖຸທາງດຽວ ນັບຖືສາສະໜາກໍນັບຖືພຽງປະເພນີ ຫລືວ່າຕີຄວາມຄຳສອນໄປໃນທາງທີ່ຜິດ. ບາງຄັ້ງມະນຸດໃນຍຸກນີ້ ຍັງຊົ່ວກົ່ວຄົນປ່າ ເປັນຕົ້ນວ່າ ໃນເລື່ອງກາມ, ເລື່ອວການລົບລາຂ້າຟັນກັນດ້ວຍອາວຸດທີ່ທັນສະໄໝ, ການເອົາລັດເອົາປຽບບຽດບຽນກັນ ເຊິ່ງບໍ່ມີທາງທີ່ຈະຍຸດຕິລົງໄດ້.
ຍຸກທີ່ 4 : ສີອາຣະຍະຍຸກ ຄືຍຸກທີ່ສາສະໜາຄຳສອນຂອງພຣະສາສະດາທີ່ແທ້ຈິງ ກັບຄືນມາອີກຄັ້ງໜຶ່ງ ຕີຄຳສອນໄດ້ຢ່າງຖືກຕ້ອງ ຜູ້ຄົນມີຈິດໃຈທີ່ບໍລິສຸດ ຈິດໃຈເທົ່າທຽມກັບວັດຖຸ ເຮັດໃຫ້ເກີດສັນຕິສຸກ ແລະສັນຕິພາບຖາວອນແກ່ສັງຄົມ. ມະນຸດເຊົາບຽດບຽນກັນ, ສາມັກຄີກັນ ແລະປັບປຸງທຳມະຊາດໃຫ້ເອື້ອອຳນວຍ ເປັນປະໂຫຍດແກ່ມວນມະນຸດຊາດໃຫ້ຫລາຍທີ່ສຸດ.