spot_img
Homeຂ່າວພາຍ​ໃນນາ­ຍົກ​ເນັ້ນ​ທຸກ​ອະ­ນຸ​ກຳ­ມະ­ການເອົາ­ໃຈ­ໃສ່ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ

ນາ­ຍົກ​ເນັ້ນ​ທຸກ​ອະ­ນຸ​ກຳ­ມະ­ການເອົາ­ໃຈ­ໃສ່ກອງ​ປະ­ຊຸມ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ

Published on

ວັນທີ 8 ກໍ­ລະ­ກົດຜ່ານມາ ທີ່ສຳ­ນັກ­ງານນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້ມີກອງປະ­ຊຸມປຶກ­ສາຫາ­ລື ເພື່ອກະ­ກຽມໃຫ້ແກ່ກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນຄັ້ງທີ 49, ກອງປະ­ຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະກອງປະ­ຊຸມອື່ນໆທີ່ກ່ຽວ­ຂ້ອງ, ໂດຍພາຍໃຕ້ການເປັນປະ­ທານຂອງ ທ່ານ ທອງລຸນ ສີສຸລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ, ພ້ອມນີ້ກໍມີ 13 ຫົວ­ໜ້າອະ­ນຸກຳ­ມະ­ການທີ່ຮັບ­ຜິດ­ຊອບວຽກງານສະ­ເພາະ ເພື່ອກະ­ກຽມດຳ­ເນີນການເປັນເຈົ້າ­ພາບ ແລະປະ­ທານອາຊຽນໃນປີ 2016, ມີບັນ­ດາຫົວ­ໜ້າກົມ ແລະບັນ­ດາພະ­ນັກ­ງານຈາກກະ­ຊວງທີ່ກ່ຽວ­ຂ້ອງເຂົ້າຮ່ວມ.

ຈຸດ­ປະ­ສົງກອງປະ­ຊຸມຄັ້ງນີ້ ແມ່ນເພື່ອກວດ­ກາຄືນຄວາມຄືບໜ້າ­ການປະຕິບັດໜ້າວຽກຂອງບັນ­ດາອະ­ນຸກຳມະການຕ່າງໆ ລວມທັງຂໍ້ສະ­ເໜີຕ່າງໆເພື່ອຮັບ­ປະ­ກັນຜົນ­ສຳ­ເລັດໃນການກະ­ກຽມໃຫ້ແກ່ກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງປະເທດອາຊຽນຄັ້ງທີ 49 ແລະກອງປະຊຸມລັດ­ຖະ­ມົນ­ຕີທີ່ກ່ຽວ­ຂ້ອງອື່ນໆ ໃນວັນທີ 21Œ-26 ກໍ­ລະ­ກົດ 2016 ແລະກອງ ປະ­ຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະກອງປະ­ຊຸມສຸດຍອດອື່ນໆທີ່ກ່ຽວ­ຂ້ອງວັນທີ 6Œ-8 ກັນ­ຍາ 2016 ທີ່ນະ­ຄອນ­ຫຼວງວຽງຈັນ.

ກອງປະ­ຊຸມດັ່ງ­ກ່າວໄດ້ດຳ­ເນີນໄປດ້ວຍບັນ­ຍາ­ກາດທີ່ດີ ແລະເຫັນວ່າແຕ່ລະ ອະ­ນຸກຳ­ມະ­ການມີຄວາມຮັບ­ຜິດ­ຊອບສູງຕໍ່­ໜ້າທີ່ມອບໝາຍ ແລະກຽມ­ພ້ອມໃນທຸກໆດ້ານເພື່ອເປັນເຈົ້າ­ພາບ ແລະປະທານກອງປະ­ຊຸມລະ­ດັບຕ່າງໆ ໂດຍສະເພາະດ້ານປ້ອງກັນປະ­ເທດŒປ້ອງກັນຄວາມສະ­ຫງົບ, ພາ­ລາທິການ, ພິ­ທີ­ການ, ເນື້ອໃນ ແລະອື່ນໆ ພ້ອມດຽວກັນນີ້ກອງປະ­ຊຸມຍັງຮຽກ­ຮ້ອງໃຫ້ບັນ­ດາປະ­ຊາຊົນລາວທຸກທົ່ວໜ້າໃຫ້­ການຮ່ວມມືໃນທຸກດ້ານເພື່ອເປັນເຈົ້າ­ພາບທີ່ດີຮ່ວມກັນ ແລະທັງເປັນການປະ­ກອບ­ສ່ວນເຮັດໃຫ້ບັນ­ດາກອງປະ­ຊຸມຕ່າງໆໄດ້ຮັບຜົນ­ສຳ­ເລັດຕາມຈຸດ­ປະ­ສົງ ແລະເປົ້າໝາຍທີ່ວາງໄວ້.

ຫຼັງຈາກນັ້ນທ່ານນາ­ຍົກໄດ້ມີຄຳ ເຫັນເນັ້ນໜັກໃນໂອ­ກາດກ່າວປິດກອງປະ­ຊຸມເທື່ອນີ້ວ່າ ວຽກງານດ້ານເນື້ອໃນແມ່ນມອບໃຫ້ກະ­ຊວງການຕ່າງ­ປະ­ເທດຮັບ­ຜິດ­ຊອບ ເພື່ອກະ­ກຽມເນື້ອໃນໃຫ້ແກ່ກອງປະ­ຊຸມຕ່າງໆໃຫ້ດີ; ວຽກງານກອງເລ­ຂາ ແມ່ນໃຫ້ຮັບ­ປະ­ກັນການປະ­ສານງານ, ໃຫ້ມີຄວາມວ່ອງ­ໄວ ແລະທັນການ; ສ່ວນອະ­ນຸກຳ­ມະ­ການສະ­ຖານ­ທີ່ພັກເຊົາ; ຍານ­ພາ­ຫະ­ນະ, ຫໍປະ­ຊຸມ ແລະອື່ນໆ ແມ່ນໃຫ້ເອົາ­ໃຈ­ໃສ່ກະ­ກຽມໃຫ້ມັນດີ; ດ້ານວຽກງານວັດ­ທະ­ນະ­ທຳŒຂໍ້ມູນຂ່າວ­ສານ: ການ­ສະ­ແດງສິ­ລະປະຕ່າງໆຕ້ອງຮັກ­ສາໄດ້ເອ­ກະ­ລັກທີ່ເປັນຂອງຊາດລາວຢ່າງແທ້ຈິງ ແລະຮັບ­ປະ­ກັນໃຫ້ຜູ້ແທນມີຄວາມປະທັບໃຈ.

ວຽກງານສື່ມວນຊົນແມ່ນໃຫ້ເອົາ­ໃຈ ໃສ່ເປັນພິ­ເສດ, ຕ້ອງໄດ້ມີການຕິດ­ຕາມ, ກວດ­ກາຢ່າງໃກ້­ຊິດ ໂດຍມອບໃຫ້ກະ­ຊວງການຕ່າງ­ປະ­ເທດສົມ­ທົບກັບກະຊວງຖະ­ແຫຼງຂ່າວ, ວັດ­ທະ­ນະ­ທຳ ແລະທ່ອງທ່ຽວມີການແຕ່ງ­ຕັ້ງແລະແບ່ງຄວາມຮັບ­ຜິດ­ຊອບຢ່າງຈະ­ແຈ້ງ ເພື່ອຕິດ­ຕາມ ແລະເກັບກຳບັນ­ດາສື່ຕ່າງໆທີ່ເຂົ້າມາເອົາຂ່າວໃຫ້ດີ ພ້ອມກັນນັ້ນກໍໃຫ້ອຳ­ນວຍຄວາມສະ­ດວກໃນດ້ານຕ່າງໆໃຫ້ແກ່ສື່ມວນຊົນເປັນ­ຕົ້ນການນຳໃຊ້ອິນເຕີເນັດ ແລະສິ່ງອຳ­ນວຍຄວາມສະ­ດວກອື່ນໆ ເພື່ອໃຫ້ມີຄວາມວ່ອງ­ໄວ ແລະທັນການ.

ເອົາ­ໃຈ­ໃສ່ໃນການປັບ­ປຸງສະ­ໜາມບິນການເຂົ້າŒອອກ ຕ້ອງເຄັ່ງຄັດ; ສຳ­ລັບວຽກງານການແພດຕ້ອງເອົາ­ໃຈ­ໃສ່ສຳຄັນທີ່ສຸດ ເປັນ­ຕົ້ນການຕິດ­ຕາມສຸ­ຂະ­ພາບຂອງຜູ້ແທນກອງປະ­ຊຸມ, ອາ­ຫານການກິນ ແລະເອົາ­ໃຈ­ໃສ່ກະ­ກຽມປ້ອງກັນພະຍາດຕ່າງໆທີ່ອາດເກີດຂຶ້ນໃຫ້ດີ; ວຽກງານທີ່ສຳ­ຄັນອີກອັນໜຶ່ງ ແມ່ນໃຫ້ເອົາ­ໃຈ­ໃສ່ໃນການປຸກ­ລະ­ດົມໃຫ້ພໍ່ແມ່ປະ­ຊາ­ຊົນເວົ້າລວມ ກໍແມ່ນປະ­ຊາ­ຊົນຊາວນະ­ຄອນຫຼວງວຽງຈັນ ມີສະ­ຕິຕື່ນຕົວໃນການປົກປັກຮັກ­ສາຄວາມສະ­ອາດ, ຄວາມເປັນລະ­ບຽບຮຽບຮ້ອຍຕ່າງໆ ເພື່ອເຮັດໃຫ້ ນະ­ຄອນ­ຫຼວງວຽງຈັນ ມີຄວາມສະ­ອາດງາມຕາ ແລະໜ້າທ່ຽວຊົມ ພ້ອມທັງເອົາ ໃຈໃສ່ໃນການປະ­ດັບປະ­ດາຕາມເສັ້ນຕ່າງໆໃຫ້ດີ.

ສຳ­ລັບການນຳໃຊ້ງົບ­ປະ­ມານແມ່ນໃຫ້ປະ­ຕິ­ບັດຕາມແຜນ­ການທີ່ກຳ­ນົດຢ່າງລະ­ອຽດ, ຈະ­ແຈ້ງບົນຈິດ­ໃຈປະ­ຢັດມັດ­ທະ­ຍັດ ແລະສົມເຫດສົມຜົນ; ໃຫ້ທຸກອະ­ນຸກຳ­ມະ­ການເອົາ­ໃຈ­ໃສ່ໃນການປະ­ສານສົມ­ທົບກັນໃຫ້ດີ ເພື່ອເຮັດໃຫ້­ການເປັນເຈົ້າ­ພາບຈັດກອງປະ­ຊຸມໃນຄັ້ງນີ້ ດຳ­ເນີນໄປດ້ວຍຜົນ­ສຳ­ເລັດທີ່ຈົບ­ງາມທັງເປັນການຍົກສູງບົດ­ບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວ­ທີສາ­ກົນ; ອັນສຳ­ຄັນທີ່ສຸດນາ­ຍົກເນັ້ນໜັກຕື່ມວ່າ: ແມ່ນໃຫ້ເອົາ­ໃຈ­ໃສ່ເປັນພິ­ເສດວຽກງານປ້ອງກັນຊາດŒປ້ອງກັນຄວາມສະ­ຫງົບ ເພື່ອຮັບ­ປະ­ກັນໄດ້ຄວາມສະ­ຫງົບປອດໄພໃນເວ­ລາດຳ­ເນີນກອງປະ­ຊຸມ; ພາຍ­ຫຼັງທີ່ຈັດກອງປະ­ຊຸມລັດ­ຖະ­ມົນ­ຕີຕ່າງ­ປະ­ເທດອາຊຽນແລ້ວຕ້ອງໄດ້ມີການສະ­ຫຼຸບຖອດຖອນບົດ­ຮຽນໃນການ­ຈັດ­ຕັ້ງປະ­ຕິ­ບັດ ເພື່ອສືບ­ຕໍ່ດຳ­ເນີນການກະ­ກຽມໃຫ້ແກ່ກອງປະ­ຊຸມສຳ­ຄັນຕ່າງໆຕໍ່ໄປ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...