spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 9 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 9 ກໍລະກົດ

Published on

ວັນທີ 9 ກໍລະກົດ ປີ 1998 ຫຼືເມື່ອນີ້ເມື່ອ 18 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Pocket Fighter ເທິງເຄື່ອງ Sega Saturn ທີ່ປະເທດຍີ່ປຸ່ນ. ໂດຍ Pocket Fighter ຈະເປັນເກມແນວໄຟຕິ້ງສຸດໜ້າຮັກຈາກ Capcom ທີ່ໃຊ້ການອອກແບບໂຕລະຄອນຊຸດດຽວກັບ Super Puzzle Fighter ທີ່ເປັນແນວພັດເຊີນມາກ່ອນ ເຊິ່ງໂຕລະຄອນທີ່ມີໃຫ້ເລືອກໃຊ້ນັ້ນກໍຈະມາຈາກເກມ Street Fighter Alpha, Darkstalkers ແລະ Red Earth ນັ້ນເອງ.

ທາງດ້ານລະບົບເກມຂອງ Pocket Fighter ຈະຄ້າຍໆກັບເກມແນວໄຟຕິ້ງທົ່ວໄປ ແຕ່ຈະປະສົມປະສານລະບົບຈາກເກມຕ່າງໆເຂົ້າມາເຊັ່ນ: ລະບົບການເກັບ Gem ໂດຍ Gem ທີ່ວ່ານີ້ສາມາດເພີ່ມພະລັງແລະຄວາມສາມາດຂອງໂຕລະຄອນໃນລະຫວ່າງຕໍ່ສູ້ໄດ້ (ເປັນລະບົບຈາກເກມ Red Earth) ນອກຈາກນີ້ກໍຈະມີລູກແກ້ວ ທາດໄຟ, ທາດສາຍຟ້າ ແລະອື່ນໆ ໃຫ້ເຮົາດຶກໃສ່ຄູ່ຕໍ່ສູ້ໄດ້ນຳ (ເປັນລະບົບຈາກເກມ Darkstalkers) ແລະລູກແກ້ວທາດເຫຼົ່ານີ້ກໍຈະສົ່ງຜົນເອັບເຟັກດ້ານລົບຕໍ່ໂຕສັດຕູ ເຊັ່ນ: ເຮັດໃຫ້ກາຍເປັນຫີນ ຫຼື ແຊ່ແຂງເປັນຕົ້ນ.

ໃນລະຫວ່າງການຕໍ່ສູ້ຈະມີແຖບດ້ານເທິງຢູ່ 2 ເກດ: ໂດຍເກດເທິງຈະເປັນແຖບພະລັງຊີວິດ ແລະແຖບລຸ່ມຈະເປັນເກດຊູບເປີຄອມໂບຄືກັບເກມ Street Fighter (ແຕ່ໃນເກມນີ້ຈະເອີ້ນວ່າເກດໄມຕີ້ຄອມໂບ) ສາມາດເກັບສະສົມໄດ້ເຖິງ 9 ເລເວວ ເຊິ່ງແຕ່ລະທ່າໄມຕີ້ຄອມໂບກໍຈະໃຊ້ເລເວວຂອງເກດບໍ່ເທົ່າກັນ. ສ່ວນດ້ານລຸ່ມຈະເປັນເກດຊັບບາຣ໌ທີ່ມາ 3 ສີ. ທັງນີ້ ແຕ່ລະເກດກໍຈະໝາຍເຖິງ ໄມຕີ້ຄອມໂບຂອງໂຕລະຄອນນັ້ນໆ (ໂຕລະຄອນໜຶ່ງຈະມີໄມຕີ້ຄອມໂບ 3 ທ່າ) ໃນລະຫວ່າງທີ່ເຮົາຕີສັດຕູໄດ້ກໍຈະມີ Gem ຕົກອອກມາ ສີຂອງ Gem ທີ່ເກັບມາໄດ້ກໍຈະໄປເພີ່ມເກດຊັບບາຣ໌ຂອງສີນັ້ນ ເຮົາເກັບເລເວວຂອງຊັບບາຣ໌ສີໃດຈົນເຖິງເລເວວຫຍັງ ໝາຍຄວາມວ່າທ່ານັ້ນຈະໃຊ້ເກດໄມຕີ້ຄອມໂບດ້ວຍຈຳນວນເລເວວເທົ່ານັ້ນນັ້ນເອງ. ນອກຈາກນີ້ ປຸ່ມທີ່ໃຊ້ໃນການຄວບຄຸມເກມກໍຈະໃຊ້ພຽງ 4 ປຸ່ມ ຄື: ປຸ່ມຊົກ, ປຸ່ມເຕະ, ປຸ່ມທ່າພິເສດ ແລະປຸ່ມທ່າຍົ້ວຍຸ.

Fact ເລັກນ້ອຍກ່ຽວກັບເກມ Pocket Fighter

  • ໃນສາກເລືອກໂຕລະຄອນ ຖ້າຜູ້ຫຼິ້ນລອງເລື່ອນເຄີເຊີ້ໄປບ່ອນຊ່ອງວ່າງມຸມຊ້າຍເທິງລະຫວ່າງ Ryu ກັບ Chun-Li ຈະສາມາດເລືອກ Akuma ມາໃຊ້ໄດ້.

  • ຕໍ່ເນື່ອງຈາກຂໍ້ກ່ອນໜ້ານີ້ ຖ້າຜູ້ຫຼິ້ນເລື່ອນເຄີເຊີ້ໄປບ່ອນຊ່ອງວ່າງມຸມຂວາເທິງ ລະຫວ່າງ Ken ກັບ Hsien-Ko ກໍຈະສາມສດເລືອກ Dan ມາໃຊ້ໄດ້ເຊັ່ນກັນ.

  • ເມື່ອປີ 2011 ທີ່ຜ່ານມາ ເກມ Pocket Fighter ໄດ້ຮັບການຈັດອັນດັບໃຫ້ຢູ່ອັນດັບທີ 42 ໂດຍວາລະສານ Complex ເຊິ່ງເປັນວາລະສານແນວໄລສະຕາຍຂອງສະຫະລັດອາເມຣິກາໂດຍຖືກຈັດເປັນເກມໄຟຕິ້ງສຸດຍອດຕະຫຼອດການ.

  • ໃນເວີຊັ່ນພາສາຍີ່ປຸ່ນຂອງເຄື່ອງຄອນໂຊນຈະມີບົດເວົ້າໃນຄັດຊີນທີ່ເປັນສຽງພາສາຍີ່ປຸ່ນນຳ ແຕ່ໃນເວີຊັ່ນພາສາອັງກິດ ສຽງເວົ້າໃນຄັດຊີນທັງໝົດໄດ້ຖືກຕັດອອກໄປດ້ວຍເຫດຜົນບາງປະການ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...