ໃນອາທິດຜ່ານມາ, ຜູ້ຂຽນໄດ້ອ່ານບົດຄວາມທີ່ລົງພິມໃນໜັງ ສືພິມສະບັບໜຶ່ງເປັນບົດຂຽນ ຂອງນັກຂຽນຮຸ້ນອາຈານໃຫຍ່ວົງການສື່ມວນຊົນລາວເຮົາ ແລະ ຕ້ອງຂໍອະໄພທີ່ເອີ່ຍນາມທ່ານ ວິເສດ ສະແຫວງສຶກສາ. ບົດຄວາມດັ່ງກ່າວແມ່ນເພິ່ນໄດ້ແປຈາກຂ່າວຂອງປະເທດອັງ ກິດເມື່ອອ່ານແລ້ວເຫັນວ່າມັນເປັນບົດຮຽນອັນດີທີ່ວົງການແພດບ້ານ ເຮົາບໍ່ຄວນເບິ່ງຂ້າມບັນຫານີ້ເຊັ່ນກັນ. ບົດຂຽນດັ່ງ ກ່າວລະບຸວ່າ: ໃນກາງເດືອນພຶດ ສະພາ 2014 ນີ້, ໂຮງໝໍຫລາຍແຫ່ງຢູ່ປະເທດອັງກິດພວມມີແຜນຍົກເລີກການຈ່າຍຢາຕາມໃບ ສັ່ງທີ່ຂຽນດ້ວຍມືທ່ານໝໍ ທັງນີ້ເພາະວ່າລາຍມືທ່ານໝໍນັ້ນ ອ່ານຍາກຫລາຍ ແລະ ມີຫລາຍກໍລະນີອ່ານບໍ່ອອກ ຈຶ່ງເຮັດໃຫ້ເປັນອຸປະສັກໃນການຈ່າຍຢາ ເຮັດໃຫ້ການຈ່າຍຢາຖືກໆຜິດໆ ແລະ ຈາກການຈ່າຍຢາຜິດນີ້ ຈຶ່ງເຮັດໃຫ້ຄົນເຈັບ 11 ຄົນເສຍຊີວິດໃນປີ 2012 ຜ່ານມາ, ໃນນັ້ນ ມີກໍລະນີນາງ ວິກຕໍເລຍ ແຮຣິສັນ ອາຍຸ 17 ປີ ເປັນຊ່າງເຝິກຫັດຕັດຜົມ ໂດຍສາວນ້ອຍຜູ້ເຄາະຮ້າຍຄົນນີ້ ໄດ້ເຂົ້າຜ່າຕັດໄສ້ຕິ່ງຢູ່ໂຮງໝໍແຄດເທີຣິງ, ນາງມີອາ ການເລືອດໄຫລບໍ່ຢຸດຈົນເຮັດໃຫ້ນາງເສຍຊີວິດໃນທີ່ສຸດສາເຫດກໍ ແມ່ນວ່າ: ແພດທີ່ຮັບຜິດຊອບປິ່ນປົວນັ້ນອ່ານຂໍ້ແນະນຳການປິ່ນປົວຈາກແພດຜ່າຕັດ ບໍ່ອອກ. ເລື່ອງນີ້ເລີຍຮ້ອນໄປຮອດໜ່ວຍງານຕິດຕາມສຸຂະພາບຂອງຜູ້ບໍລິໂພກ ເຊິ່ງຂຽນເປັນຕົວຫຍໍ້ວ່າ: NHS
Trnst. ຜ່ານການ ກວດສອບລາຍມືຂອງທ່ານໝໍໃນໂຮງໝໍແຫ່ງຕ່າງໆຢູ່ເມືອງແຊດສະເຕີຈຶ່ງ ຮູ້ວ່າ: ແພດຈຳໜ່າຍຢາ ຫລື ປິ່ນປົວອ່ານຕົວໜັງສືທ່ານໝໍບໍ່ອອກ. ຈາກກໍລະນີທີ່ເກີດຂຶ້ນຢູ່ປະເທດດັ່ງກ່າວກໍເຫັນວ່າຢູ່ບ້ານເຮົາ ການຈຳໜ່າຍຢາ ແລະ ການປິ່ນປົວຍັງຕ້ອງອາໄສໃບສັ່ງຈາກແພດໃຫຍ່ໃນຂະແໜງກ່ຽວຂ້ອງ. ດັ່ງນັ້ນ ການຂຽນຊື່ຢາ ແລະ ຂໍ້ແນະນຳຕ່າງໆຄວນໃຫ້ອ່ານອອກຈະແຈ້ງຢ່າໃຫ້ເປັນຄືໃນສັງຄົມມັກ ເວົ້າຢອກຕິດປາກວ່າ: “ຫຍຸ້ງປານໂຕໜັງສືດ໋ອກເຕີ”.
ຂອບໃຈບົດຈາກ ໜັງສືພິມລາວພັດທະນາ http://laophatthananews.blogspot.com