Homeປ່ອງຢ້ຽມດວງດາວNASA ສົ່ງຍານ Juno ເຂົ້າສູ່ວົງໂຄຈອນຂອງດາວພະຫັດໄດ້ສຳເລັດແລ້ວ

NASA ສົ່ງຍານ Juno ເຂົ້າສູ່ວົງໂຄຈອນຂອງດາວພະຫັດໄດ້ສຳເລັດແລ້ວ

Published on

ກຽມເຜີຍໂສມປິດສະໜາດາວພະຫັດ ຫຼັງຍານສຳຫຼວດອະວະກາດທີ່ຊື່ວ່າ ຈູໂນ (Juno) ໄດ້ບິນເຂົ້າສູ່ວົງໂຄຈອນຂອງດາວພະຫັດ (Jupiter) ເປັນທີ່ຮຽບຮ້ອຍແລ້ວ ຫຼັງໃຊ້ເວລາເດິນທາງດົນເຖິງ 5 ປີ !!

ຂ້າງໃນມີຫຍັງກັນແທ້? ໃຜທີ່ເຂົ້າໜ້າທຳອິດຂອງ Google ໄລຍະນີ້ ອາດຈະສົງໄສວ່າ ມື້ນີ້ເຂົາສະຫຼອງຫຍັງກັນ? ຄຳຕອບຄື ມື້ວັນທີ 4 ກໍລະກົດ 2016 ເວລາ 23:55 (ຕາມເວລາຂອງອາເມລິກາ) ທາງ NASA ໄດ້ຖ່າຍທອດສົດ ຫຼັງຍານສຳຫຼວດອະວະກາດທີ່ຊື່ວ່າ ຈູໂນ (Juno) ໄດ້ບິນເຂົ້າສູ່ວົງໂຄຈອນຂອງດາວພະຫັດ (Jupiter) ເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກໃຊ້ເວລາດົນເຖິງ 5 ປີ ຕັ້ງແຕ່ຕອນເຊົ້າວັນທີ 5 ສິງຫາ 2011 ທີ່ຜ່ານມາ.

jupiter-with-labeled-interior-layers-4k

ພາລະກິດຂອງຍານອະວະກາດ ຈູໂນ ຄື ຄົ້ນຫາຄວາມລັບຂອງດາວພະຫັດ ພາຍໃຕ້ຜິວຂອງດາວທີ່ປະກອບໄປດ້ວຍແກັດໄຮໂດຣເຈນແລະຮີລຽມຈຳນວນຫຼາຍນີ້ ເຊິ່ງມີການຄາດການກັນວ່າ ຖ້າຫາກໄຂປິດສະໜາຂອງດາວພະຫັດໄດ້ ກໍອາດຈະເຮັດໃຫ້ຮູ້ເຖິງຕົ້ນກຳເນີດຂອງດາວດວງອື່ນໆ ອີກດ້ວຍ ເນື່ອງຈາກຂະໜາດຂອງດາວທີ່ໃຫຍ່ທີ່ສຸດໃນລະບົບສຸລິຍະຈັກກະວານແຫ່ງນີ້ເອງ.

ໃນການສຳຫຼວດ ທາງ ນາຊ່າ ຈະຈູດລະເບີດເຄື່ອງຈັກຂອງຍານ ຈູໂນ ເພື່ອສົ່ງຍານລຳນີ້ເຂົ້າສູ່ວົງໂຄຈອນຂອງດາວພະຫັດ ໂດຍໂຕຍານບິນອ້ອມດາວພະຫັດທັງໝົດ 37 ຮອບ ເຊິ່ງຕ້ອງໃຊ້ເວລາ 20 ເດືອນຫຼັງຈາກນີ້ ໂດຍການອ້ອມນັ້ນ ຈະມີບາງຈັງຫວະ ທີ່ຍານຈະເຂົ້າໃກ້ດາວພະຫັດປະມານ 5,000 ກິໂລແມັດ (ຫຼືໃກ້ກວ່ານັ້ນ) ກໍໄດ້ ເຊິ່ງອາດຈະເຮັດໃຫ້ຮູ້ວ່າ ແກນຂອງດາວໜ່ວຍນີ້ ຄືຫຍັງກັນແທ້ (ບໍ່ແນ່ອາດຈະໄດ້ຮູ້ຂໍ້ມູນຂອງ “Great Red Spot” ເພິ່ມຫຼາຍຂຶ້ນກໍໄດ້ ລວມທັງດວງເດືອນທີ່ເປັນບໍລິວານຂອງມມັນອີກ 4 ໜ່ວຍກໍໄດ້).

juno_science_instruments

ສຳລັບກະໂຕຍານສຳຫຼວດ ຈູໂນ ພາຍໃນປະກອບໄປດ້ວຍເຊັນເຊີກວດຈັບຫຼວງຫຼາຍ ບໍ່ວ່າຈະເປັນອຸປະກອນກວດຈັບລັງສີ ກວດຈັບແຮງດຶງດູດ ກວດສະໜາມແມ່ເຫຼັກ ແທກພະລັງງານຂອງອະນຸພາກ ຫຼືກວດສອບວ່າ ມີນ້ຳໃນດາວໜ່ວຍນີ້ບໍ ຈະມີສັນຍານຫຍັງສົ່ງມາຍັງຍານບໍ ທີ່ເຫຼືອກໍເປັນ ອຸປະກອນສົ່ງສັນຍານກັບມາຍັງໂລກ ແລະກ້ອງຖ່າຍຮູບຄຸນນະພາບສູງເປັນຕົ້ນ.

ແນວໃດກໍຕາມ ຍານ ຈູໂນ ຈະທຳການສະຫຼາຍໂຕເອງ ຫຼັງສຳເລັດເສັດສິ້ນພາລະກິດສຳຫຼວດເປັນທີ່ຮຽບຮ້ອຍແລ້ວ ໂຕຍານຈະຫຼຸດຄວາມໄວລົງ ຈາກນັ້ນກໍຈະປ່ອຍໃຫ້ແຮງດຶງດູດຂອງດາວພະຫັດ ດຶງເຂົ້າໄປສູ່ຊັ້ນບັນຍາກາດຂອງດາວ ເຊິ່ງໂຕຍານຈະຖືກເຜົາທຳລາຍທັນທີ ທັງໝົດນີ້ ເພື່ອແລກກັບຂໍ້ມູນອັນເປັນປະໂຫຍດມະຫາສານ ໃຫ້ກັບພວກເຮົາຫຼືຄົນລຸ້ນຫຼັງໄດ້ສຶກສາຄວາມລັບຂອງດາວໜ່ວຍນີ້ກັນຕໍ່ໄປ (Press F to Pay Respects)

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...