Homeຂ່າວພາຍ​ໃນພົບຂີ້ເຂັບເຄິ່ງບົກເຄິ່ງນ້ຳສາຍພັນທຳອິດ ຢູ່ໃນປະເທດລາວ

ພົບຂີ້ເຂັບເຄິ່ງບົກເຄິ່ງນ້ຳສາຍພັນທຳອິດ ຢູ່ໃນປະເທດລາວ

Published on

ນັກກີຕະວິທະຍາຄົ້ນພົບຂີ້ເຂັບເຄິ່ງບົກເຄິ່ງນ້ຳສາຍພັນທຳອິດຂອງໂລກ ຈາກພູມິພາກອາຊີຕາເວັນອອກສຽງໃຕ້  ຢູ່ເທິງບົກກໍໄດ້ ລອຍນ້ຳກໍດີ ພົບຢູ່ລາວ, ໄທ ແລະຫວຽດນາມ.

ວາລະສານ National Geographic ເປີດເຜີຍການຄົ້ນພົບທີ່ນ່າຕື່ນເຕັ້ນໃນປະເພດສັດທີ່ໂຕເປັນຂໍ້ ໃນລາຍງານເມື່ອວັນທີ 26 ມິຖຸນາ 2016 ທີ່ຜ່ານມາ ໂດຍການຄົ້ນພົບນີ້ຖືກລາຍງານຢ່າງເປັນທາງການໃນວາລະສານ ZooKeys ເປັນຜົນງານການສຳຫຼວດສິ່ງທີ່ມີຊີວິດໃນຕະກູນ Scolopendra ຫຼືຂີ້ເຂັບ. ດອກເຕີເກຣກຣີ່ ເອດຄອມເບ ແລະລູກສິດເຊິ່ງເປັນຜູ້ຊ່ຽວຊານດ້ານແມງຈາກປະເທດໄທ ປອ ວະຣຸດ ສິຣິວຸດ ຈາກການສຳຫຼວດແຍກປະເພດໂດຍລະອຽດຄັ້ງນີ້ ເຮັດໃຫ້ໄດ້ຄົ້ນພົບ ຂີ້ເຂັບສາຍພັນໃໝ່ທີ່ອາໄສຢູ່ໄດ້ທັງເທິງບົກແລະໃນນ້ຳ ເຊິ່ງຖືກຕັ້ງຊື່ວ່າ “Scolopendra cataracta” (cataracta ເປັນຄໍາພາສາລາຕີນ ແປວ່ານໍ້າຕົກຕາດ).

ຫຼ້າສຸດມີຜົນການສຳຫຼວດສິ່ງທີ່ມີຊີວິດຕະກູນ Scolopendra ຢ່າງລະອຽດ ຈຶ່ງໄດ້ມີການແຍກສາຍພັນຂີ້ເຂັບລອຍນ້ຳໄດ້ນີ້ ອອກເປັນສາຍພັນໃໝ່ ຄື Scolopendra cataracta ເຊິ່ງ ເບກຄາໂລ ສັນນິຖານວ່າ ຂີ້ເຂັບສາຍພັນ Scolopendra cataracta ໄດ້ປຽບກວ່າຂີ້ເຂັບສາຍພັນອື່ນ ຄືແທນທີ່ຈະຍາດແຍ່ງອາຫານເທິງບົກ ມັນພັດລົງໄປຫາເຫຍື່ອຢູ່ພື້ນນ້ຳແທນ ໂດຍຄາດວ່າມັນຈ່າຈະອອກຫາກິນໃນນໍ້າຕອນກາງຄືນ ລ່າພວກສັດໃນນ້ຳຫຼືເຄິ່ງບົກເຄິ່ງນ້ຳ ບໍ່ມີກະດູກສັນຫຼັງຂະໜາດນ້ອຍເປັນອາຫານ.

ສຳລັບ Scolopendra ສາມາດເຕີບໂຕໄດ້ເຕັມທີ່ທີ່ມີຂະໜາດເຖິງ 20 ຊັງຕີແມັດ ນອກຈາກສາມາດລອຍນ້ຳໄດ້ແລ້ວ ຄຸນສົມບັດອື່ນໆ ກໍຄືກັນກັບຂີ້ເຂັບຮ່ວມຕະກູນ ຄື ກິນຊີ້ນ ແລະມີພິດ.

ຂີ້ເຂັບ
ຮູບຂີ້ເຂັບເຄິ່ງບົກເຄິ່ງນ້ຳ Scolopendra cataracta ຈັບໄດ້ທີ່ນ້ຳຕົກຕາດອີ່ຕູ້ ທີ່ແຂວງຈຳປາສັກ ປະເທດລາວ
ຕາດອີ່ຕູ້
ຕາດອີ່ຕູ້ ເມືອງປາກຊ່ອງ ແຂວງຈຳປາສັກ ບ່ອນທີ່ຈັບຂີ້ເຂັບເຄິ່ງບົກເຄິ່ງນ້ຳໄດ້

ອ່ານຂໍ້ມູນເພິ່ມເຕີມທີ່ນີ້: www.irishtimes.com

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...