Homeຂ່າວພາຍ​ໃນນາຍົກຢ້ຽມຢາມໄທ ຄາດຈະມີຫຼາຍບັນຫາທີ່ຈະຫາລື

ນາຍົກຢ້ຽມຢາມໄທ ຄາດຈະມີຫຼາຍບັນຫາທີ່ຈະຫາລື

Published on

ມື້ນີ້, ວັນທີ 5 ມິຖຸນາ 2016 ທ່ານ ປອ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ເດິນທາງໄປຍັງປະເທດໄທ ເພື່ອຢ້ຽມຢາມຕາມຄຳເຊີນ ຂອງທ່ານ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງປະເທດໄທ.

ເຊິ່ງຄາດວ່າຕອນແລງມື້ນີ້, ສົມເດັດພະເທບຣັດຕະນະຣາຊສຸດາຯ ສະຍາມບໍຣົມມະຣາຊກຸມາຣີ ໄດ້ໃຫ້ກຽດລ້ຽງອາຫານຄ່ຳແກ່ ທ່ານ ທອງລຸນ, ພັນລະຍາ ແລະຄະນະ ຢູ່ທີ່ວັງສະປະທຸມ.

ຕອນເຊົ້າຂອງວັນທີ 6 ກໍລະກົດ ທ່ານ ນາຍົກ ທອງລຸນ ສີສຸລິດ ມີກຳໜົດຫາລືທາງລັດຖະການກັບ ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ທີ່ທຳນຽບລັດຖະບານ ໂດຍປະເດັນທີ່ຄາດວ່າທັງສອງຝ່າຍຈະຍົກຂຶ້ນຫາລືໄດ້ແກ່:
1. ຄວາມເຊື່ອມໂຍງໃນພູມິພາກແລະການພັດທະນາໂຄງສ້າງພື້ນຖານ
2. ການສົ່ງເສີມການແລະການລົງທຶນ
3. ຄວາມຮ່ວມມືດ້ານແຮງງານ
4. ການພັດທະນາຄວາມເຊື່ອມໂຍງດ້ານການທ່ອງທ່ຽວ ຂ້າມແດນ
5. ຄວາມຮ່ວມມືເພື່ອພັດທະນາ
ນອກຈາກນັ້ນທັງສອງຝ່າຍອາດຈະມີການລົງນາມ ໃນບັນທຶກຄວາມເຂົ້າໃຈວ່າດ້ວຍຄວາມຮ່ວມມືດ້ານແຮງງານ ເພື່ອສົ່ງເສີມການພັດທະນາສີມືແຮງງານ ການຈ້າງແຮງງານ ການຄຸ້ມຄອງແຮງງານ ເປັນຕົ້ນ.

ໃນຕອນບ່າຍຂອງວັນທີ 6 ກໍລະກົດ ນາຍົກລັດຖະມົນຕີ ມີກຳໜົດເດິນທາງໄປຈັງຫວັດຂອນແຂ່ນ ເພື່ອຮັບມອບປະລິນຍາບໍລິຫານທຸລະກິດດຸດສະດີບັນດິດກິດຕິມະສັກ ທີ່ມະຫາວິທະຍາໄລເທັກໂນໂລຢີຣາຊມຸງຄຸນອີສານ ວິທະຍາເຂດຂອນແກ່ນ. ຈາກນັ້ນ ທ່ານນາຍົກຯ ຈະໄດ້ກ່າວປາຖະກະຖາໃນຫົວຂໍ້ ” ສປປລາວ ສູ່ອານາຄົດການພັດທະນາ“ ທີ່ມະຫາວິທະຍາໄລຂອນແກ່ນແລະມອບຫຼຽນກາມິດຕະພາບແກ່ກຳມະການສະມາຄົມໄທ-ລາວເພື່ອມິດຕະພາບອີກດ້ວຍ.

ການຢ້ຽມຢາມເທື່ອນີ້ ຈະເປັນການຢ້ຽມຢາມປະເທດໄທເທື່ອທຳອິດ ຂອງທ່ານ ທອງລຸນ ສີສຸລິດ ພາຍຫຼັງໄດ້ຮັບຕຳແໜ່ງ ເປັນນາຍົກລັດຖະມົນຕີ ເຊິ່ງເປັນໂອກາດທີ່ທັງສອງຝ່າຍຈະສ້າງຄວາມຄຸ້ນເຄີຍແລະຮັດແໜ້ນຄວາມສຳພັນລະດັບຜູ້ນຳ ແລະຮ່ວມກຳໜົດວິໄສທັດການຂັບເຄື່ອນຄວາມສຳພັນ ລາວ-ໄທ ຕໍ່ໆໄປ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...