Homeມູມໄອທີລາວມາແບບງຽບໆ Nubia ເປີດໂຕໂທລະສັບ N1 

ມາແບບງຽບໆ Nubia ເປີດໂຕໂທລະສັບ N1 

Published on

​ຫຼັງຈາກທີ່ທາງ Nubia ເປີດໂຕສະມາດໂຟນເຮືອທຸງ Z11 ຢ່າງເປັນທາງການທີ່ມີຈຸດເດັ່ນໃນເລື່ອງຂອງສະເປັກແລະຂອບດຳທີ່ໜ້າຈໍໜ້ອຍລົງແລ້ວ, ຫຼ້າສຸດນີ້ກໍໄດ້ເປີດໂຕໂທລະສັບລຸ້ນໃໝ່ແບບງຽບໆຄື Nubia N1 ທີ່ເວັບໄຊຢ່າງເປັນທາງການຂອງບໍລິສັດ. ສຳລັບ N1 ແມ່ນຈະມຸ່ງເນັ້ນໄປທີ່ຕະຫຼາດລະດັບກາງ ແລະນີ້ກໍອາດເປັນເຫດຜົນໜຶ່ງທີ່ບໍລິສັດບໍ່ໄດ້ເປີດໂຕລຸ້ນນີ້ໃນງານເພາະປະສິດຕິພາບບໍ່ສູ້ລຸ້ນ Z11.

ສຳລັບ Nubia N1 ມາພ້ອມໜ້າຈໍ IPS LCD ຂະໜາດ 5.5 ນິ້ວ, ຄວາມລະອຽດ FullHD (1920 x 1080 ພິກເຊວ) 401ppi ແລະປົກປ້ອງດ້ວຍ Corning Gorilla Glass 3. ໃຊ້ງານຊິບປະມວນຜົນອ໋ອກຕ້າຄໍ Helio P10, RAM 3GB ແລະ ROM 64GB ສາມາດເພີ່ມ microSD ສູງສຸດ 128GB.

ດ້ານກ້ອງຫຼັງແມ່ນຕິດຕັ້ງມາ 13 ລ້ານພິກເຊວ ພ້ອມກັບ PDAF, ຄວາມໄວໂຟກັດ 0.2 ວິນາທີ ແລະເທັກໂນໂລຢີ 3D Noise reduction. ດ້ານຄຸນສົມບັດອື່ນໆກໍມີ ລະບົບປ້ອງກັນພາບສັ່ນໄຫວ, ປັບປຸງລະບົບຖ່າຍກາງຄືນໄດ້ດີ, LTM ຄວບຄຸມສີໃນພື້ນທີ່ ແລະຄ່າ f/2.2. ສ່ວນກ້ອງໜ້ານັ້ນໃຫ້ຄວາມລະອຽດມາ 13 ລ້ານພິກເຊວ ພ້ອມດ້ວຍຄຸນສົມບັດຖ່າຍຮູບໃນບ່ອນແສງໜ້ອຍໄດ້ດີ.

ທາງດ້ານຊ໋ອບແວຣ໌ແມ່ນໃຊ້ງານລະບົບ Android 6.0 ຄອບດ້ວຍ Nubia 4.0 UI ພ້ອມກັບຄຸນສົມບັດໃຊ້ງານ 2 ແອັບພ້ອມກັນ. ແບັດເຕີຣີໃຫ້ມາ 5000mAh ແລະດ້ານຫຼັງໂຕເຄື່ອງມີເຊັນເຊີ້ສະແກນນິ້ວມື ທີ່ສາມາດປົດລ໋ອກໄດ້ໄວ 0.2 ວິນາທີ.

ສຳລັບລາຄາຂອງ Nubia N1 ແມ່ນຢູ່ທີີ 1699 ຢວນ (2.056.000 ກີບ) ແລະມີ 2 ສີໃຫ້ເລືອກຄື: ສີເງິນ ແລະສີຄຳ. ສ່ວນມື້ກຳນົດວາງຈຳນ່າຍນັ້ນຍັງບໍ່ມີການກ່າວເຖິງໃດໆ.
ທີ່ມາ:gizmochina,ເດັກລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...