spot_img
Homeປະເພນີ-ວັດທະນະທຳປະຫວັດຄວາມເປັນມາ ກ່ຽວກັບສິ້ນໄໝລາຍລາວ

ປະຫວັດຄວາມເປັນມາ ກ່ຽວກັບສິ້ນໄໝລາຍລາວ

Published on

  • ເນື້ອໃນ
  • ຕຳນານກ່ຽວກັບໄໝ

46136372521596973523

f640x640-300x30010684166_360007707492712_255620664_n-300x300

ໃນບັນດາເສັ້ນໄຍຕ່າງໆ ທີ່ເປັນຜະລິດພັນຈາກທຳມະຊາດ ຈາກພືດພັນເຊັ່ນ ປໍປ່ານ, ປໍມ່ານ, ປໍປຽດ, ຝ້າຍ ແລະຈາກສັດ ຂົນ ປີກ ແລະໃຍມ້ອນນັ້ນ ໄໝນັບວ່າເປັນເສັ້ນໃຍທີ່ໄດ້ຮັບການຍົກຍ້ອງວ່າ ເປັນເສັ້ນໃຍມະຫັດສະຈັນຈາກທຳມະຊາດແທ້ໆ ດ້ວຍມີຄຸນສົມບັດນາໆປະ ການນັບແຕ່ບູຮານມາຮອດປັດຈຸບັນ. ເປັນຕົ້ນວ່າ ໃນສະໄໝອິນເດຍຄັ້ງພຸດທະການ (2500ປີກ່ອນ) ພະພຸດທະເຈົ້າປະລິນິບພານກໍໃຊ້ຜ້າໄໝຫໍ່ຫຸ້ມພະວໍລະກາຍຂອງພະພຸດທະເຈົ້າ ເພື່ອຈູບເຜົາ ເຮັດໃຫ້ອັດຖິ (ກະດູກ) ບໍ່ມຸ່ນເປັນຝຸ່ນທຸລີ ຍັງຄົງເຫລືອເປັນຮູບຊົງສົມບູນແບບສາມາດນຳ ໄປແຈກຢາຍທົ່ວຊົມພູທະວີບ ເຮັດໃຫ້ຊາວພຸດກໍ່ເຈດີໄວ້ເຄົາລົບບູຊາມາຈົນເຖິງປັດຈຸບັນ.

ຕຳນານທີ່ໂດ່ງດັງ ແລະຍອມຮັບນັບຖືກວ່າໝູ່ ກ່ຽວກັບການກຳເນີດຂອງເສັ້ນໄໝນີ້ ຄົງຈະແມ່ເລື່ອງເລົ່າຂອງຈີນ ກ່ອນໜ້ານີ້ປະມານ 5000 ປີ ມີຈັກກະພັດ “ຟູຮີ” ຖືກຳເນີດຈາກນາງພົມມະຈາລີຄົນໜຶ່ງກັບພະຍາຮຸ້ງກິນນ້ຳ ໄດ້ດີດພິນ 27 ສາຍ ທີ່ເຮັດດ້ວຍເສັ້ນໄໝ ຕຳນານນີ້ບໍ່ໄດ້ບອກວ່າ ເສັ້ນໄໝເກີດມາຈາກໃສ. ແຕ່ສະແດງໃຫ້ເຫັນວ່າ ເສັ້ນໄໝນັ້ນມີຄຸນສົມບັດໜຽວດີ ແລະອີກຕຳນານໜຶ່ງແມ່ນ ເຈົ້າແມ່ ສີລິນຈີ ມະເຫສີຂອງຈັກກະພັດອົງໜຶ່ງຊື່ວ່າ ຮວງຕີ ພະນາງໄດ້ສັງ ເກດເຫັນມີແມງປີ້ປ່າຢ່າງໜຶ່ງ ອອກໄຂ່ແລ້ວອອກຢາງໜຽວອອກເປັນຝັກຫໍ່ຫຸ້ມຕົນເອງໄວ້ຢ່າງແໜ້ນໜຽວ ພະນາງຈຶ່ງລອງສາວດຶງ ແລະໄດ້ເສັ້ນໃຍທີ່ໝັ້ນໜຽວ ເອົາມາຕໍ່າເປັນແຜ່ນແພອ່ອນເນື້ອບາງເບົາໄດ້ ການຄົ້ນພົບຂອງພະນາງນີ້ ປະຊາຊົນໄດ້ຍົກຍໍໃຫ້ນາງເປັນເທພາຮັກ ແຫ່ງຄວງສະຫວັນ ກໍຄືເປັນເທບແຫ່ງການຜະລິດໄໝທັງໝົດຢູ່ຈີນ ໃນມື້ຂຶ້ນກ່ອນປີໃໝ່ປະຊາຊົນຈີນຈະເສັ້ນໄຫວ້ບູຊາ. ນັກປະວັດສາດໃນໂລກເອກະພາບກັນວ່າ ບ່ອນເກີດຂອງໄໝ ແມ່ນ“ຈີນ” ໃນການຄົ້ນພົບສຸສານຂອງຈັກກະພັດຮວງຕີ ກໍຢືນຢັນເຖິງການຄົ້ນພົບເສັ້ນໄໝຢູ່ໃກ້ໆບໍລິເວນຫັ້ນ.

ແຕ່ກ່ອນນັ້ນ ອຸດສາຫະກຳຂອງໄໝ ແມ່ນຢູ່ພາຍໃຕ້ການຊີ້ນຳຂອງຈັກກະພັດຈີນ ເຮັດໃຫ້ຜູ້ທີ່ເຮັດກ່ຽວກັບອາຊີບນີ້ໄດ້ຮັບການສົ່ງເສີມຢ່າງແຜ່ຫລາຍ ເຊິ່ງມີແຕ່ສະເພາະຢູ່ໃນວັງ ສ່ວນປະ ຊາຊົນພາຍນອກບໍ່ມີສິດຊົມໃຊ້ ແລະເປັນການຮັກສາຄວາມລັບ. ຕໍ່ມາຜົນຜະລິດຈາກຜ້າແພສຳເລັດຮູບໄດ້ຖືກອອກນຳໄປນອກເຂດແດນ ມາຮອດ 100 ປີກ່ອນຄ.ສ ຈີນ, ອິນເດຍ, ຍີ່ປຸ່ນ, ຕາເວັນອອກກາງ ແລະເອີລົບທັງໝົດໄດ້ຕິດຕໍ່ພົບພັນເຖິງກັນ ເປັນຈຸດເລີ່ມຕົ້ນຂອງເສັ້ນທາງສາຍໄໝອັນລືຊື່. ມາຮອດຄິດສະວັດທີ 6 ຄວາມລັບກ່ຽວການປູກມອນລ້ຽງມ້ອນ ແລະເຮັດໄໝ ຂອງຈີນໄດ້ຖືກເປີດເຜີຍໄປສູ່ເອີລົບ ແລະອາລັບ ນັບແຕ່ນັ້ນມາ ການປູກມອນລ້ຽງມ້ອນ ຈຶ່ງຮູ້ຈັກກັນຢ່າງແຜ່ຫລາຍ.

E2-1

(ພາບປະກອບ : ນາງສາວລາວ)

  • ຄຸນສົມບັດຂອງແມ່ຍິງລາວ

ການຕໍ່າຫູກທໍໄໝ ເພື່ອເຮັດສິ້ນ ແລະແຜ່ນແພ ເພື່ອຮັບໃຊ້ໃນຊີວິດປະຈຳວັນ ນັບແຕ່ມີການປ່ຽນແປງໃຫຍ່ຢູ່ໃນຮູບແບບການດຳລົງຊີວິດ ຕັ້ງແຕ່ປາຍຍຸກຫີນເມື່ອ 20,000 ປີ (ສອງໝື່ນ) ມາຈົນເຖິງປັດຈຸບັນ ວຽກງານດັ່ງກ່າວນີ້ ແມ່ນວຽກງານອັນຕົ້ນຕໍຂອງແມ່ຍິງ ເກືອບທຸກຊົນຊາດຊົນເຜົ່າໃນໂລກ ໃນນັ້ນ ແມ່ຍິງລາວບັນດາເຜົ່າ ນັບແຕ່ບູຮານຈົນເຖິງປັດຈຸບັນກໍເຊັ່ນດຽວກັນ ຍັງຄົງເປັນເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວມາຕະຫລອດ ບໍ່ໄດ້ມີການປ່ຽນແປງທາງດ້ານການແບ່ງວຽກຕາມເພດຍິງ-ຊາຍນີ້ພໍເທົ່າໃດ ຄວາມຮັບຜິດຊອບອັນນີ້ ມີຜົນກະທົບຕໍ່ແມ່ຍິງຫລາຍຢ່າງ ທັງດ້ານບວກ ແລະດ້ານຫຍໍ້ທໍ້. ດ້ານບວກ ເຮັດໃຫ້ແມ່ຍິງລາວຜູ້ມີສີມືໃນການຕໍ່າຫູກ ຫຍິບແສ່ວ ມີຖານະບົດບາດໃນສັງຄົມສູງຂຶ້ນ ເປັນທີ່ໝາຍປອງຂອງຊາຍໜຸ່ມ ເປັນທີ່ຮັກແພງຍ້ອງຍໍສັນລະເສີນຈາກພີ່ນ້ອງ ລຸງປ້າອາວອາ ຕົວຢ່າງ : ເຮົາຈະເຫັນໄດ້ຂອງຊົນເຜົ່າລື້ໃນພາກເໜືອຂອງລາວ ຖ້າແມ່ຍິງຄົນໃດຕໍ່າຫູກບໍ່ເປັນ ຈະຖືວ່າບໍ່ສົມເປັນກຸນລະສະຕີ ແລະບໍ່ຖືກໃຫ້ຄວາມສົນໃຈຈາກຜູ້ຊາຍ ແລະຄວາມຍ້ອງຍໍຈາກຊາວບ້ານ ແລະອີກຢ່າງໜຶ່ງ ເຮົາຈະເຫັນໄດ້ຈາກຄຳຜະຫຍາກ້ຽວສາວ, ຄຳສຸພາສິດ, ຄຳໂອມໃນເວລາສູ່ຂໍສາວ ແລະອື່ນໆ ເຊິ່ງມີເນື້ອໃນກ່ຽວພັນແລະຊີ້ບອກຄຸນຄ່າຄວາມສຳຄັນຂອງການຮູ້ຈັກຕໍ່າຫູກທໍຜ້າຂອງແມ່ຍິງໃນສະໄໝນັ້ນ ດັ່ງຕົວຢ່າງລຸ່ມນີ້ :

“(ຊາຍ)

ໂອນໍ ນາງເຮີຍ  ຊາຍນີ້ສັງມາຢາກໄດ້ນ້ອງ                    ໄປຕໍ່າຫູກຢູ່ຕີນຂັ້ນໄດ ເດນໍ

                        ອ້າຍນີ້ສັງມາຢາກໄດ້ນາງ                    ໄປທໍໄໝຢູ່ຕີນກີ່

                        ຢາກໄດ້ນາງໄປຕໍ່າສິ້ນມີ່ເສື້ອ                ເກືອມ້ອນຢູ່ເຮືອນ ແທ້ເດ

(ຍິງ)

ໂອນໍ ຊາຍເອີຍ ນ້ອງນີ້ໄປນຳອ້າຍ                               ໄປບໍ່ໄດ້ແລ້ວຊາຍເຮີຍ

ນ້ອງນີ້ ບໍ່ຊ່າງຕໍ່າຫູກລາຍຂິດ                           ໃຫ້ຊາຍໄປຂາຍ

ບໍ່ຊ່າງຕໍ່າຫູກລາຍຫວາຍ                                 ໃຫ້ຊາຍໄປຄ້າ

ບໍ່ຊ່າງຕໍ່າຫູກຜ້າຫລົບມ້າ                                 ໃຫ້ຄ້າຍຂີ່ທຽວທາງນັ້ນເດ”

ເຫັນໄດ້ວ່າໃນນີ້ ຄຸນຄ່າຂອງການຕໍ່ຫູກເຮັດຜ້າຂອງແມ່ຍິງ ໄດ້ຮັບການຍົກຍ້ອງຮັບຮູ້ໂດຍຜູ້ຊາຍຢ່າງເປີດເຜີຍ ສ່ວນແມ່ຍິງກໍຍອມຮັບວ່າ ການທີ່ຕົນບໍ່ເໝາະສົມ ທີ່ຈະຮັບໄມຕີນັ້ນ ກໍຍ້ອນວ່າຕົນຍັງບົກຜ່ອງໃນເລື່ອງການຕໍ່າຫູກຢູ່.

ຄຳໂອມໃນເວລາສູ່ຂໍສາວ :   ເຖົ້າແກ່ຝ່າຍຊາຍມັກຈະຖາມຂ່າວ ແລະເວົ້າຍ້ອງຍໍຜູ້ສາວເຖິງຄຸນສົມບັດຂອງຍິງສາວວ່າ :

“ ສິບບ້ານຊ່າ ຫ້າບ້ານລື ວ່າລູກສາວເຮືອນນີ້             ຕໍ່າຜ້າຝ້າຍໄດ້ມື້ສາມວາ

ຕໍ່າຜ້າໄໝໄດ້ມື້ສາມສອກ                                           ອອກນອກບ້ານບໍ່ຍ່າງໄປດາຍ

ໄປຫົວສວນເກັບດອກຝ້າຍ                                        ໄປຫົວນາເກັບໃບມອນ…

ເຖົ້າແກ່ລຸງຕານີ້ ຈຶ່ງຫອບມາແກ້ວພູຄຳ                       ໝາຍຍຳຄຳຊອບ

ຫອບຄຳແພງນີ້ຂຶ້ນເຮືອນມາ                                      ຖາມຫາຮີດຄອງທາງພີ້

ຮິີດໜູ ໜູຂໍໄຕ່                                                 ຮີດໄໜ່ ໄໜ່ຂໍທຽວ

ຮີດປູ່ບໍ່ໃຫ້ຢ່າ                                                             ຮີດຍ່າບໍ່ໃຫ້ເສຍ…..”

ຄຳຜະຫຍານີ້ ກໍຢັ້ງຢືນເຖິງຄ່ານິຍົມຂອງສັງຄົມ ທີ່ນັບຖືຄວາມສາມາດໃນການຕໍ່າຫູກປູກຝ້າຍ ແລະຄວາມດຸໝັ່ນຂອງນາງສາວ ເຖົາແກ່ລຸງຕາ ໄດ້ຍິນຄຳຊ່າລືຈຶ່ງມາສູ່ຂໍໄປເປັນໄພ້ ໂດຍຖືວ່າ ແມ່ນມາດຕະຖານ ຄຸນສົມບັດຂອງແມ່ຍິງລາວ.

ຄວາມກ່ອມລູກນອນ ຂອງແມ່ຮ້າງນາງໝ້າຍ ກໍເປັນສິ່ງໜຶ່ງທີ່ຢັ້ງຢືນວ່າ ວຽກງານການ ຕໍ່າຫູກເຂັນຝ້າຍນີ້ ສາມາດກອບກູ້ສະຖານະພາບຂອງແມ່ຍິງລາວໄດ້ :

“ນອນເດີຫລ້າ                        ຫລັບຕາແມ່ຊິກ່ອມ

ນອນອູ່ແກ້ວ                           ຫລັບແລ້ວແມ່ຊິໄກວ

ແມ່ຊິໄປເຂັນຝ້າຍ                  ເດືອນຫງາຍລົມຜູ້ບ່າວ

ລາງເທື່ອໄດ້ພໍ່ນ້າ                   ມາລ້ຽງເຈົ້າໃຫ້ໃຫຍ່ສູງ”

ການລົງຂ່ວງເຂັນຝ້າຍ ໃນຄືນເດືອນຫງາຍແມ່ນໂອກາດສະແດງຄວາມສາມາດ ໃນເລື່ອງເຮັດຫູກເຮັດຝ້າຍຂອງແມ່ຍິງ ບໍ່ວ່າສາວແກ່ ແມ່ຮ້າງ ນາງໝ້າຍ ພວກຜູ້ບ່າວກໍເອົາວຽກທີ່ຕົນຖະໜັດໄປເຮັດຄືກັນ ເຊັ່ນ ຈັກຕອກ ເຫລົາຫວາຍ ຈັກສານ ຝັ້ນເຊືອກປໍບາງຄົນກໍເອົາແຄນໄປເປົ່າຂັບລຳກ້ຽວຜູ້ສາວ ເຊິ່ງກິດຈະກຳແບບນີ້ ເຮັດໃຫ້ຄວາມສຳພັນລະຫວ່າງບ່າວ-ສາວ ຕິດພັນສະໜິດແໜ້ນ ແລະຕໍ່ມາກໍກາຍເປັນຄູ່ຄອງທີ່ສຸກສົມຫວັງ ເປັນການຢັ້ງຢືນວ່າ ຄົນແຕ່ກ່ອນບໍ່ໄດ້ເລືອກຄົນທີ່ໜ້າຕາ ແຕ່ເລືອກເອົາຄວາມສາມາດ ແລະຄຸນສົມບັດເປັນທີໜຶ່ງພ້ອມ. ດັ່ງຕົວຢ່າງໃນເພງ ເປົ່າແຄນກ່ອມສາວຂອງເອກະພົນ ໂສພາ ທີ່ມີເນື້ອໃນກ່ຽວກັບການໄປລົມຜູ້ສາວ ໂດຍຜູ້ຊາຍແມ່ນເປົ່າແຄນ ສ່ວນຜູ້ສາວແມ່ນເຂັນຝ້າຍ, ຕໍ່າຫູກທໍໄໝ….

ນອກຈາກຄຳຜະຫຍາປາກເປົ່າທີ່ຖ່າຍທອດເລົ່າປາກຕໍ່ປາກກັນມາຫລາຍພັນປີແລ້ວ ກໍຍັງມີ ນິທານປາກເປົ່າ, ນິທານພື້ນເມືອງ, ວັນນະຄະດີຂຽນອີກຢ່າງຫລວງຫລາຍ ທີ່ເນື້ອເລື່ອງສ່ອງແສງໃຫ້ເຫັນເຖິງຄວາມສຳຄັນຂອງການຕໍ່າຫູກປູກຝ້າຍ ຂອງແມ່ຍິງໃນເປີງບູຮານ. ຕົວຢ່າງໃນເລື່ອງ ນາງຫລ້າ ນາງລຸນ ຫລືອີ່ບູ່ ອີ່ພັ່ນ ທີ່ເລົ່າວ່າ ມີສອງເອື້ອຍນ້ອງກໍ່າພ້າແມ່ ບໍ່ມີຜູ້ບອກສອນໃນການຕໍ່າຫູກທໍໄໝ ຜູ້ນ້ອງສາວຢາກຮຽນຕໍ່າຫູກ ຈຶ່ງກາງກີ່ໃສ່ແຄມທາງ ຄົນກາຍທາງໄປມາອີ່ດູຕົນ ກໍບອກສອນໃຫ້ ສ່ວນຜູ້ເອື້ອຍຂີ້ຄ້ານໜ້າອາຍໄປກາງຫູກ ຢູ່ຂ້າງລົກໄກ່ ບໍ່ມີໃຜບອກໃຜສອນ ໄກ່ເຂ່ຍຫູກ ຕໍ່າບໍ່ແລວຈັກເທື່ອຈົນເຄືອຫູກໂດກຂາດ ສຸດທ້າຍກໍເລີຍຕໍ່າຫູກບໍ່ເປັນໜ້າ ຕໍ່າຜ້າບໍ່ເປັນຜືນ ດົນນານໄປກໍອຶດແນວນຸ່ງແນວຖື ສ່ວນຜູ້ນ້ອງສາວດຸໝັ່ນຮໍ່າຮຽນ ຈຶ່ງກາຍເປັນຜຸ້ຕໍ່າຫູກເກັ່ງ ເປັນທີ່ຊ່າລື ບໍ່ດົນກໍມີຜູ້ບ່າວມາມັກແລະແຕ່ງດອງນຳ ສ່ວນຜູ້ເອື້ອຍ ບໍ່ມີໃຜມາມັກ ຍ້ອນເປັນຄົນຂີ້ຄ້ານ ບໍ່ຮູ້ຕໍ່າຫູກປູກຝ້າຍນັ້ນເອງ.

10843841_1514292268825077_131206398_n-300x300 PB-021-225x300

ອີງຕາມຂໍ້ມູນຈາກວັນນະຄະດີປາກເປົ່າ ບັນທຶກ ຕຳນານເອກະສານ ປະຫວັດສາດແຫລ່ງຕ່າງໆບວກໃສ່ກັບຄວາມຫລາກຫລາຍທາງດ້ານເຕັກນິກການຕໍ່າຜ້າຂອງແມ່ຍິງລາວບັນ ດາເຜົ່ານີ້ແລ້ວ ເຊື່ອວ່າປະຊາຊົນລາວຮູ້ຕໍ່າຫູກປູກມອນ ຜະລິດເສັ້ນໄໝນຳມາຍ້ອມສີ ແລະຕໍ່າເປັນລີງລາຍຕ່າງໆຢ່າງໜ້ອຍ ໄດ້ 3000 ປີແລ້ວ ໃນວັນນະຄະດີຂຽນທີ່ກ່າຍຕໍ່ກັນມາຫລາຍເຊັ່ນ ຄົນ ຫລາຍຮ້ອຍປີແລ້ວນັ້ນ ກໍມີຄຳບັນລະຍາຍເຖິງລິງລາຍໃນຜ້ານຸ່ງແພຖືຂອງບັນດາເຈົ້າຊາຍເຈົ້າຍິງ ຢ່າງວິຈິດພິສະດານ ເຊັ່ນໃນມະຫາກາບ ທ້າວຮຸ່ງທ້າວເຈືອງ ທີ່ເຊື່ອວ່າ ປະພັນຂຶ້ນໃນລະຫວ່າງຄິດສະຕະວັດທີ 14-16 (ປະມານ 500 ປີກ່ອນ) ມີຄຳພັນລະນາເຖິງ ລາຍເອື້ອ ລາຍນາກ ສີໂຫ ສິງ ມອມ ຄຸດ ຫົງ ເຄືອບົວ ນົກນ້ອຍ ເມກເຝື້ອ, ກະແສນ້ຳ… ແລະເລື່ອງເວດສັນຕະລະຊາດົກ ແຕ່ງໃນຕົ້ນ ຄ.ສ ທີ 16 ກໍພັນລະນາເຖິງຜ້າບ່ຽງແພຖື ຂອງນາງມະທີ ຢ່າງລະອຽດເຖິງສາມສິບກວ່າລາຍ.

ດັ່ງນັ້ນ, ສະຫລຸບໄດ້ວ່າ ຜ່ານເວລາອັນຍາວນານນັ້ນ ຄວາມຮູ້ແຫ່ງການຕໍ່າຫູກທໍໄໝສ້າງລິງລາຍ ຄວາມຮູ້ສິລະປະແຫ່ງການຕໍ່າຫູກທໍໄໝສ້າງລິງລາຍໄດ້ກໍ່ເກີດ ແລະໄດ້ກໍາເນີດແລະຝັງເລິກຢູ່ໃນຈິດວິນຍານຂອງແມ່ຍິງລາວບັນດາເຜົ່າ. ມາຮອດທ້າຍສະຕະວັດທີ 19 ກ່ອນ ຝຣັ່ງເຂົ້າມາຍຶດເອົາເປັນອະນານິຄົມ ສະພາບການຕໍ່າຫູກທໍໄໝຂອງແມ່ຍິງລາວກໍບໍ່ປ່ຽນແປງພໍເທົ່າໃດ. ຕົວຢ່າງ : ນັກສຳຫລວດຄົນໜຶ່ງ ທີ່ເດີນທາງມາຮອດຫລວງພະບາງ ໃນລະຫວ່າງປີ 1894 ເວລາຜ່ານບ້ານຮຸ້ນ ຂຽນບັນທຶກໄວ້ວ່າ : “ຢູ່ກ້ອງໃຕ້ລ່າງ ພວກແມ່ຍິງ ພວມເຮັດວຽກຕ່າງໆ ຜູ້ສາວຢືນໃຈ້ຝ້າຍ ເອົາແກ່ນອອກ ພວກເຂົາມີເຄື່ອງມືດີພໍສົມຄວນ, ມີຜູ້ພວມຍ້ອມເສັ້ນຝ້າຍ ອີກພວກໜຶ່ງຕໍ່າຜ້າສີຄາມ ລາຍລ່ອງເຫລືອງ ພວກເຂົານັ່ງຢູ່ເທິງແປ້ນກີ່ຕໍ່າຫູກທີ່ມີໄມ້ຢຽບ ສອງອັນ”.

ໃນປັດຈຸບັນນີ້ ການຕໍ່າຫູກຜະລິດຜ້າຂອງແມ່ຍິງລາວບັນດາເຜົ່າ ບໍ່ພຽງແຕ່ມີຄຸນຄ່າໃນທາງດ້ານເສດຖະກິດພໍເທົ່ານັ້ນ ແຕ່ມັນເປັນພາລະກິດວັດທະນະທຳຢ່າງໜຶ່ງຂອງຊາດລາວ. ທຸກວັນນີ້ການຕໍ່າຜ້າແພ ຕໍ່າກີ່ ໄດ້ກາຍເປັນເອກະລັກໜຶ່ງຂອງວັດທະນະທຳລາວ “ສັງຄົມຍ້ອງຍໍ ແມ່ຍິງຜູ້ນຸ່ງສິ້ນຕໍ່າບ່ຽງແພ” ແມ່ຍິງເປັນຜູ້ຜະລິດ ແລະບໍລິໂພກເອງ ໂດຍສະເພາະພະນັກງານລັດວິສາຫະກິດ, ນາງສາວຕ້ອນຮັບໃນໂຮງແຮມ, ນາງສາວໃນແອໂຮສະເຕດ ຕໍ່ມາກໍແມ່ນນັກຮຽນນັກສຶກສາທີ່ນຸ່ງສິ້ນໃນຍາມໂມງຮຽນ ແລະແມ່ຍິງຢູ່ໃນເຂດຊົນນະບົດ.

ແມ່ປ້າດວງເດືອນ ບຸນຍາວົງເຄີຍເວົ້າໃຫ້ຟັງວ່າ “ມີນັກຄົ້ນຄວ້າຜ້າແພອິນເດຍຄົນໜຶ່ງ ເວົ້າວ່າສິ້ນແລະຜ້າແພຂອງແມ່ຍິງລາວ ແມ່ນແຕກຕ່າງຈາກຜ້າແພຂອງຊາດອື່ນໆ ເພາະວ່າມີລວດລາຍທີ່ຫລາກຫລາຍສີ ແລະອ່ອນຊ້ອຍ ມັນສະແດງໃຫ້ເຫັນເຖິງຄວາມມີຈິດໃຈເອື້ອເຟື້ອເພື່ອແຜ່ ແລະຈິນຕະນາການອັນບັນເຈີດຂອງຄົນຂອງຄົນລາວ ບໍ່ຄືກັບຜ້າແພຂອງຊາດອື່ນທີ່ມີໂທນສີດຽວ ແຈ້ງໆ.

ໃນການຕໍ່າຫູກໃນປັດຈຸບັນ ຜ້າແພທີ່ເປັນສີມືຂອງຄົນຫົວພັນແມ່ນໂດ່ງດັງຫລາຍ ໃນການຕ່ຳຂາຍເປັນສິນຄ້າ ສ່ວນຫລາຍກໍມາຈາກຫົວພັນ ໃນຫໍພິພິທະພັນຕ່າງໆກໍຄືກັນ. ເຊິ່ງສັງເກດເຫັນວ່າ ຮ້ານຂາຍສິ້ນແມ່ນມີຈຳນວນຫລວງຫລາຍພາຍມາກ ແລະລາຄາກໍມີຈຳນວນ ແສນໜຶ່ງໄປຫາຫລາຍໆລ້ານເລີຍ.

ຈາກການສຳພາດ : ຜູ້ຕໍ່າຄືນາງວຽງ ສົມທະນາ ເກີດຢູ່ເມືອງຊຳເໜືອ ຮຽນຕໍ່າມາແຕ່ອາ ຍຸ 7-8 ປີ ຈາກແມ່ໃນປັດຈຸບັນນີ້ແມ່ນຕໍ່ານຸ່ງ ແລະຂາຍເປັນສິນຄ້າ ໃນການຕໍ່ານັ້ນ ມີ 3 ແບບຄື :

  1. ແບບຂິດ ອາດຈະຍາກກວ່າໝູ່ ແລະໃຊ້ເວລາຫລາຍກວ່າຫູກແບບອື່ນໆ ເພາະວ່າ

ມັນຈະໄດ້ເກາະດອກ ຫລືປັນສີໄປເລື້ອຍໆ ໃຊ້ເວລາປະມານ 15-20 ວັນຕໍ່ຜືນ. ໃຊ້ປະສົບການ ແລະຈິນຕະນາການຫລາຍ ເຊັ່ນວ່າ ເຮົາກຳລັງຂິດຢູ່ ອາດຈະຄິດອອກມາວ່າ ເຮົາຕ້ອງເອົາດອກນັ້ນ ດອກນີ້ມາໃສ່ຕື່ມ ເພື່ອເສີມສ້າງໃຫ້ລວດລາຍຂອງເຮົາເດັ່ນຂຶ້ນ ໄດ້ຕາມໃຈເຮົາມັກ ແລະໄມ້ດິ້ວກໍ່ຫລາຍຂຶ້ນ.

  1. ແບບຈົກ ໃຊ້ເວລາປະມານ 5-8 ວັນຕໍ່ຜືນ ເປັນແບບທີ່ບໍ່ຍາກ ແລະກໍບໍ່ງ່າຍ ແບບນີ້ໄມ້ດິ້ວຈະໜ້ອຍ ແລະສາມາດຈົກລາຍນີ້ ລາຍນັ້ນໄດ້ ບໍ່ເກີນ 4 ໄມ້ດິ້ວ.
  2. ແບບລ່ອງ ໃຊ້ເວລາປະມານ 3-5 ວັນຕໍ່ຜືນ ເປັນແບບທີ່ງ່າຍດາຍທີ່ສຸດ ເພາະວ່າບໍ່ມີ

ລວດລາຍປານໃດ ຜືນບາງສິ້ນ ກໍມີແຕ່ວ່າ ລ່ອງໄປດົນໆຈຶ່ງລ່ອງດອກໃສ່ໜ້ອຍດຽວເທົ່ານັ້ນ ບໍ່ເກາະ ຫລືປັນສີໃສ່.

  • ສ່ວນປະກອບ ແລະລາຄາຂອງມັນ (ປະມານ)
  1. ກີ່ 450,000
  2. ກະສວຍ000
  3. ໄມ້ລາບ000
  4. ຟືມໃຫຍ່000
  5. ຟືມນ້ອຍ000
  6. ແປ້ນນ່ັງ
  7. ເສັ້ນດ້າຍ
  8. ໄມ້ຫ້າມຟືມເຂົ້າ
  9. ເຊືອກຕໍ່ປາຍຫູກ
  10. ໄມ້ດ້າມສະພັ້ນ
  11. ໂຮງເກັບໄມ້ດິ້ວ
  12. ໄໝເກາະ, ຕໍ່າ, ເຄືອຫູກ
  13. ເຄື່ອງປັ່ນໄໝ
  14. ກົງໄໝ

ບົດຄວາມນີ້ ແຕ່ກ່ອນເຄີຍເປັນວຽກບ້ານຂອງຂ້າພະເຈົ້າ ວິຊາແພ່ງພື້ນເມືອງ ສອນໂດຍ : ອຈ ໄມພອນ ດວງພະສີ

ເອກະສານອ້າງອີງ :

ປຶ້ມຜ້າແພນີ້ມີຕຳນານ ຂອງປ້າດວງເດືອນ ບຸນຍາວົງ

ບົດຄວາມຫຼ້າສຸດ

ເສຍຊີວິດກໍລະນີທີ 5 ຈາກການດື່ມເຄື່ອງດື່ມທີ່ປະສົມສານປົນເປື້ອນທີ່ວັງວຽງ

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ. ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ,...

ເສຍຊີວິດກໍລະນີທີ 4 ຈາກການດື່ມເຫຼົ້າປະສົມສານປົນເປື້ອນທີ່ວັງວຽງ

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ. ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ,...

ເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນຢ່າງເປັນທາງການ

ເປີດດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ແລະ ດ່ານລ່ອງເຊີບ ເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ ເປັນດ່ານສາກົນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2024...

ພະຍາກອນອາກາດ ປະຈໍາວັນທີ 20 ພະຈິກ 2024, ເວລາ 12 ໂມງ 00

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອທີ່ມີກໍາລັງປານກາງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນເເຕ່ລະພາກ, ອາກາດຫນາວເຢັນຢູ່ເເຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມບາງທ້ອງຖິ່ນໃນຕອນເຊົ້າ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ...