spot_img
Homeມູມໄອທີລາວບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 3 ກໍລະກົດ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 3 ກໍລະກົດ

Published on

ວັນທີ 3 ກໍລະກົດ ປີ 1992 ຫຼືມື້ນີ້ເມື່ອ 24 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Prince of Persia ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ. ໂດຍເກມ Prince of Persia ຈັດວ່າເປັນ 1 ໃນຊີຣີອຳມະຕະທີ່ໄດ້ເຮັດພາກຕໍ່ອອກມາຫຼາຍພາກ ເຊິ່ງເອກກະລັກຂອງເກມນີ້ແມ່ນເປັນເກມແອັກຊັ່ນຮູບແບບ 2D ທີ່ຜູ້ຫຼິ້ນຈະຕ້ອງຜ່ານດັນຈ້ຽນໃນແຕ່ລະດ່ານ ແລະພາຍໃນດ່ານກໍຈະມີທັງກັບດັກ, ປິດສະໜາກົນໄກຕ່າງໆ ລວມໄປເຖິງສັດຕູທີ່ເກັ່ງໆຖ້າເຮົາຢູ່. ທັງນີ້ ເກມ Prince of Persia ແມ່ນເປັນເກມທີ່ມີຕົ້ນກຳເນີດມາຈາກເຄື່ອງຄອມພິວເຕີ Apple II ແລະວາງຈຳໜ່າຍຕັ້ງແຕ່ປີ 1989 ມາກ່ອນຈົນໄດ້ຮັບກະແສຄວາມນິຍົມແບບຖະຫຼົ່ມທະລາຍ ຈຶ່ງໄດ້ມີການພອຣ໌ດສູ່ແພລັດຟອຣ໌ມອື່ນໆອີກຫຼາຍເຄື່ອງ. ອີກຢ່າງໜຶ່ງ ເກມນີ້ເປັນຜົນງານການອອກແບບໂດຍ ທ່ານຈໍແດນ ເເມກເນີ້ (Jordan Mechner) ຜູ້ທີ່ເຄີຍພັດທະນາເກມ Karateka (ເກມຕໍ່ສູ້ຄາຣາເຕ້ທີ່ຕ້ອງແລ່ນລຸຍເທິງເກາະໄປສູ້ກັບເຈົ້າສຳນັກຂອງຝ່າຍຮ້າຍເພື່ອຊ່ວຍນາງເອກອອກມາ)

ສຳລັບເນື້ອເລື່ອງຂອງ Prince of Persia ພາກທຳອິດຈະກ່າວເຖິງນະຄອນເປີເຊຍໃນຍຸກບູຮານ ເມື່ອສຸນຕ່ານຜູ້ຄອງອານາຈັກເປີເຊຍໄດ້ໄປອອກຮົບໃນແຜ່ນດິນຕ່າງແດນລະຫວ່າງນັ້ນ ຈາບຟາຣ໌ ຂຸນນາງມືຂວາຂອງສຸນຕ່ານທີ່ເປັນພໍ່ມົດສາດມືດໄດ້ຄິດແຜນກໍ່ກະບົດ ດ້ວຍການຈັບໂຕເຈົ້າຍິງທີ່ເປັນລູກສາວຂອງສຸນຕ່ານໄປຂັງໄວ້ທີ່ຫໍຄອຍ ພ້ອມກັບຍື່ນເງື່ອນໄຂທີ່ນາງຈະຕ້ອງຕັດສິນໃຈພາຍໃນ 60 ນາທີວ່າຈະຍອມຕາຍ ຫຼືຍອມຕົກເປັນເມຍຂອງຈາບຟາຣ໌ (ໃນເວີຊັ່ນ Super Famicom ເວລາຕັດສິນໃຈຈະປ່ຽນເປັນ 120 ນາທີ). ສ່ວນພະເອກຂອງເກມນີ້ ແມ່ນເຈົ້າຊາຍຈາກຕ່າງແດນຮັກກັນກັບເຈົ້າຍິງມາກ່ອນແລ້ວ ແຕ່ຖືກທະຫານຂອງຈາບຟາຣ໌ຈັບໂຕໄປທໍລະມານແລະເປັນນັກໂທດໃນດັນຈ້ຽນຂອງຈາບຟາຣ໌ ແຕ່ວ່າເຈົ້າຊາຍສາມາດແຫກຄຸກອອກມາໄດ້ ເຊິ່ງມີເປົ້າໝາຍຫຼັກຄືຫາທາງໜີອອກຈາກດັນຈ້ຽນເພື່ອໄປປາບຈາບຟາຣ໌ ແລະຊ່ວຍເຈົ້າຍິງກ່ອນທີ່ເວລາຈະໝົດລົງ.

ທາງດ້ານລະບົບເກມ ຜູ້ຫຼິ້ນຈະໄດ້ບັງຄັບໂຕເຈົ້າຊາຍບຸກລຸຍດັນຈ້ຽນທັງໝົດ 20 ດ່ານ ແລະແຕ່ລະດ່ານກໍຈະມີທະຫານຂອງຈາບຟາຣ໌ປະຈຳຢູ່ໃນແຕ່ລະຈຸດ ພ້ອມດ້ວຍກັບດັກສາລະພັດຢ່າງທີ່ຖືກແລ້ວຕາຍລູກດຽວບໍ່ວ່າຈະເປັນພື້ນໜາມ, ກິໂຢຕີນ, ລູກຕຸ້ມແລະອື່ນໆ. ໃນລະຫວ່າງທີ່ເຮົາຫຼິ້ນກໍຈະມີແກ້ວຢາໃຫ້ເຮົາຈັບມາດື່ມ ບາງແກ້ວກໍຈະມີສັບພະຄຸນຟື້ນພະລັງຊີວິດທີ່ເສຍໄປ, ບາງແກ້ວເປັນຢາພິດທີ່ກິນແລ້ວຈະເສຍພະລັງຊີວິດ ແລະບາງແກ້ວກິນແລ້ວຈະເພີ່ມຂີດພະລັງຊີວິດໃຫ້ຍາວຂຶ້ນ. ໃນສ່ວນຂອງສັດຕູກໍຈະມີຕັ້ງແຕ່ພວກກະຈອກ ຈົນເຖິງລະດັບແມ່ທັບທະຫານ ຫຼືຖ້າເປັນດ່ານຫຼັງໆກໍຈະມີສັດຕູທີ່ບໍ່ແມ່ນມະນຸດເຊັ່ນ: ໂຄງກະດູກຫຼືອະສູນລະກາຍບູຮານ ອອກມາຕໍ່ສູ້ກັບເຮົາ ເຊິ່ງໃນດ່ານສຸດທ້າຍ ຜູ້ຫຼິ້ນຈະໄດ້ພົບກັບຈາບຟາຣ໌ ໃນການຕໍ່ສູ້ຮອບທຳອິດມັນຈະໃຊ້ເວດມົນສູ້ກັບເຮົາແລະຫາກເອົາຊະນະໄດ້ ມັນຈະປ່ຽນຮູບແບບການສູ້ມາເປັນດວນດາບກັບເຮົາ ສຸດທ້າຍເມື່ອເຮົາສັງຫານຈາບຟາຣ໌ໄດ້ ມົນສະກົດຈະຄາຍລົງເຮັດໃຫ້ເຮົາສາມາດເຂົ້າໄປຊ່ວຍເຈົ້າຍິງໄດ້ສຳເລັດ.

ໝາຍເຫດ: ສຳລັບກິໂຢຕີນ ແມ່ນຄຳມາຈາກ Guillotine ພາສາຝຣັ່ງ ເຊິ່ງເປັນຊື່ເອີ້ນອຸປະກອນປະຫານຊີວິດຂອງຝຣັ່ງ.

Fact ເລັກນ້ອຍກ່ຽວກັບເກມ Prince of Persia

  • ທ່ານຈໍແດນ ແມກເນີ້ ໄດ້ເລີ່ມພັດທະນາເກມນີ້ມາຕັ້ງແຕ່ປີ 1985 ເຊິ່ງເປັນປີທີ່ລາວຈົບການສຶກສາທີ່ມະຫາວິທະຍາໄລເຢວ (Yale) ປະເທດສະຫະລັດອາເມຣິກາ ໂດຍໃນເວລານັ້ນທ່ານແມກເນີ້ໄດ້ເຄີຍພັດທະນາເກມ Karateka ຈົນສຳເລັດແລະວາງຈຳໜ່າຍໄປແລ້ວຮຽບຮ້ອຍ ແລະລາວເອງກໍກຳລັງທີ່ຈະເຮັດເກມພາກຕໍ່ຂອງ Karateka ຢູ່ຄືກັນ ແຕ່ທາງບໍລິສັດ Brøderbund ທີ່ເປັນຜູ້ຈັດຈຳໜ່າຍເກມ Karateka ນັ້ນຢາກຈະລອງໃຫ້ອິດສະຫຼະແກ່ທ່ານແມກເນີ້ໃນການສ້າງເກມໃໝ່ ທ່ານແມກເນີ້ເລີຍພະຍາຍາມຄົ້ນຫາແຫຼ່ງຂໍ້ມູນທີ່ພໍຈະເປັນແຮງບັນດານໃຈໃນການສ້າງເກມໃໝ່ແລະໃນທີ່ສຸດໂປຣເຈັກການພັດທະນາ Prince of Persia ກໍເລີ່ມຂຶ້ນໂດຍມີວັນນະກຳເລື່ອງ Arabian Nights ແລະຮູບເງົາເລື່ອງ Raiders of the Lost Ark ມາເປັນຕົ້ນແບບໃຫ້ກັບເກມດັ່ງກ່າວ.

  • Prince of Persia ພາກທຳອິດ ແມ່ນເປັນ 1 ໃນເກມທີ່ຖືກນຳໄປພອຣ໌ດລົງແພລັດຟອຣ໌ມຕ່າງໆ ຫຼາຍທີ່ສຸດເກມໜຶ່ງຂອງໂລກ ໂດຍນັບມາຈົນຮອດປັດຈຸບັນ ເກມນີ້ໄດ້ຖືກພອຣ໌ດຢ່າງເປັນທາງການມາແລ້ວ 22 ແພລັດຟອຣ໌ດ (ບໍ່ນັບລວມ Apple II ທີ່ເປັນເຄື່ອງທຳອິດທີີ່ Prince of Persia ພັດທະນາມາລົງໃຫ້)

  • ເຖິງວ່າເກມນີ້ຈະໄດ້ຮັບຄຳຊົມຈາກນັກວິຈານແລະຜູ້ຫຼິ້ນຫຼາກຫຼາຍ ແຕ່ໃນດ້ານຍອດຂາຍແລ້ວເກມ Prince of Persia ພັດເຮັດໄດ້ບໍ່ດີພໍ ເມື່ອເວີຊັ່ນທຳອິດທີ່ລົງໃຫ້ກັບເຄື່ອງ Apple II ແລະ PC ຂາຍໄດ້ພຽງ 7,000 ຊຸດໃນປີທຳອິດຂອງການວາງຈຳໜ່າຍ ຈົນມາເຖິງການພອຣ໌ດລົງເກມຄອນໂຊນແລ້ວນຳມາຂາຍທີ່ປະເທດຍີ່ປຸ່ນແລະທະວີບຢຸໂຣບ ຍອດຂາຍຈຶ່ງເພີ່ມຂຶ້ນມາທັນໃດ ຈົນມາຮອດຊ່ວງພັດທະນາເກມ Prince of Persia 2: The Shadow and the Flame ກໍໄດ້ມີການນັບຍອດຂາຍພາກທຳອິດຈາກທຸກແພລັດຟອຣ໌ມອີກຄັ້ງ ແລະພົບວ່າສາມາດເຮັດຍອດຂາຍໄປໄດ້ປະມານ 2 ລ້ານຊຸດທົ່ວໂລກ.

  • ສຳລັບເວີຊັ່ນເຄື່ອງ Super Famicom ທີ່ຈຳໜ່າຍໃນປະເທດສະຫະລັດອາເມຣິກາ ໄດ້ມີການຕັດເອົາສາກທີ່ເຈົ້າຊາຍຖືກທໍລະມານຕອນຕົ້ນເກມອອກໄປ ເນື່ອງຈາກຕິດຂໍ້ກົດໝາຍດ້ານການນຳສະເໜີຄວາມແຮງໃນສື່ບັນເທີງທີ່ຕິດເຣດ T (Teen) ເທິງໜ້າກ່ອງເກມທີ່ເໝາະກັບເຍົາວະຊົນອາຍຸ 13 ປີຂຶ້ນໄປນັ້ນເອງ (ໃນອາເມຣິກາເກມທີ່ຈະໃສ່ສາກຄວາມຮຸນແຮງໄດ້ຈະຕ້ອງເປັນເຣດ M (Mature) ທີ່ເໝາະກັບຜູ້ຫຼິ້ນອາຍຸ 17 ປີຂຶ້ນໄປ)

  • ສຳລັບໃຜທີ່ຢາກກັບໄປຫຼິ້ນເກມນີ້ຄືນອີກເທື່ອໜຶ່ງສາມາດນຳເອົາລະຫັດນີ້ໄປໃຊ້ໄດ້ເລີຍເດີ້

– H8J12+Y = ເລີ່ມດ່ານທີ 20 (ດ່ານສຸດທ້າຍ)  ທັນທີ

– H477ST7 = ເລີ່ມດ່ານທີ 20 ໂດຍມີພະລັງຊີວິດເຕັມ 20 

– UUUUUUW = ເລີ່ມດ່ານທຳອິດໂດຍມີພະລັງຊີວິດເຕັມ 20

  • ໃນດ່ານທີ 20 ຂອງເວີຊັ່ນເຄື່ອງ Super Famicom ເມື່ອເລີ່ມສາກໃຫ້ຍ່າງໄປທາງຂວາ ແລ້ວໂຕເຮົາຈະອອກມາທີ່ນອກປ່ອງຢ້ຽມຂອງປະສາດ ເມື່ອຮອດບ່ອນນີ້ໃຫ້ຢືນຊື່ໆປະມານ 6 ວິນາທີ ຈະມີພາບຂອງເຈົ້າຍິງທີ່ປະກົດເທິງທ້ອງຟ້າຍາມຄ່ຳຄືນ ເຊິ່ງເປັນ Easter Eggs ຂອງເກມນັ້ນເອງ.

ທີ່ມາ:online station,ເດັກລາວ

ບົດຄວາມຫຼ້າສຸດ

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...