spot_img
Homeeuro-2016ເຢຍລະມັນແນ່ນອນກວ່າ ເຕະຈຸດໂທດຊະນະອິຕາລີ 6-5 ເຂົ້າສູ່ຮອບຕັດເຊືອກ ຢູໂຣ 2016

ເຢຍລະມັນແນ່ນອນກວ່າ ເຕະຈຸດໂທດຊະນະອິຕາລີ 6-5 ເຂົ້າສູ່ຮອບຕັດເຊືອກ ຢູໂຣ 2016

Published on

ເຢັນລະມັນຜ່ານເຂົ້າສູ່ຮອບຮອງຊະນະເລີດ ຢູໂຣ 2016 ໄດ້ສຳເລັດ ພາຍຫຼັງຈາກເຕະຈຸດໂທດເອົາຊະນະ ອິຕາລີ 6-5 ເຊິ່ງທັງ 2 ທີມ ຕ້ອງໃຊ້ຜູ້ຫຼິ້ນ 9 ຄົນ ໃນການຍີງເປົ້າຕັດສິນຊະຕາ ຈາກເກມທີ່ສະເໝີກັນມາ 1-1 ໃນເວລາ 120 ນາທີ ມື້ຄືນນີ້ (ເສົາທີ 2 ມິຖຸນາ) ສົ່ງຜົນໃຫ້ທີມອິນຊີເຫຼັກເຂົ້າໄປລໍຖ້າພົບຜູ້ຊະນະລະຫວ່າງ ຝຣັ່ງກັບໄອຊ໌ແລນ ຕໍ່ໄປ .

ເກມນີ້ເປັນການສູ້ກັນດ້ວຍແທັກຕິກ ໂດຍສະເພາະໃນເຄິ່ງເວລາທຳອິດທີ່ບານມັກຈະວົນວຽນຢູ່ໃນແດນກາງ ເຮັດໃຫ້ໂອກາດລຸ້ນການຍີງປະຕູຂອງທັງສອງຝ່າຍມີຢ່າງຈຳກັດ ຈາກນັ້ນເຄິ່ງເວລາທີສອງ ຄວາມຜິດພາດເລັກໆ ນ້ອຍໆ ໃນກອງຫຼັງຂອງອິຕາລີກໍນຳມາເຊິ່ງປະຕູຂຶ້ນນຳຂອງເຢຍລະມັນ ດ້ວຍເກມທີ່ເປີດຫຼາຍຂຶ້ນເຮັດໃຫ້ທັງສອງທີມ ໄດ້ໂອກາດເຂົ້າເຮັດແບບຫວັງຜົນໄດ້ຢູ່ເລືື້ອຍໆ ຈົນຮອດຕອນທ້າຍເກມຕ້ອງຍອມຮັບວ່າທີມທີມອັດຊູຣີ່ຂ້ອນຂ້າງໂຊກດີທີ່ມາໄດ້ຈຸດໂຈດຈາກຄວາມບໍ່ລະມັດລະວັງຂອງເຢໂຣມ ທີ່ໄປອ້າແຂນຈົນເສຍແຮນບອນ ກ່ອນທີີ່ຈະທວງປະຕູຄືນໄດ້ສຳເລັດ ຕ້ອງໄປສູ້ກັນຕໍ່ໃນອີກ 30 ນາທີ ເຊິ່ງໃນໄລຍະຕໍ່ເວລາພິເສດນີ້ຕ້ອງໃຫ້ເຄຣດິດກອງຫຼັງອິຕາລີ່ທີ່ຫລິ້ນໄດ້ຢ່າງມີວິໄນ ລວມທັງລູກຕຸກຕິກເລັກໆ ນ້ອຍໆ ຕາມສະຕາຍຂອງພວກເຂົາ ເຮັດໃຫ້ເຢຍລະມັນບໍ່ສາມາດຫາຊ່ອງທາງເຂົ້າຍີງປະຕູໄດ້ງ່າຍໆ ນອກຈາກຜ່ານບານຂວາງສະໜາມກັນໄປມາ ສຸດທ້າຍຈຶ່ງຕ້ອງມາຊີ້ຂາດດ້ວຍການສູ້ກັນດ້ວຍຈຸດໂທດ ຮອດບ່ອນນີ້ເປັນເລື່ອງຂອງໂຊກຊະຕາ ແລະກກໍເປັນເຢຍລະມັນທີ່ເຮັດບຸນມາຫຼາຍກວ່າ ຜ່ານເຂົ້າສູ່ຮອບຮອງຊະນະເລີດໄດ້ສຳເລັດ.

ແລະຜູ້ອ່ານຢ່າລືມຊົມເຕະບານດ້ວຍຄວາມເບີກບານມ່ວນຊື່ນ!!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...