spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາການພະຍາດ ຕໍ້ຫີນ ທີ່ເກີດຈາກ ການໃຊ້ຄອມພິວເຕີ

ອາການພະຍາດ ຕໍ້ຫີນ ທີ່ເກີດຈາກ ການໃຊ້ຄອມພິວເຕີ

Published on

ພະຍາດຕໍ້ຫີນ ຊະນິດຊໍາເຮື້ອ ເກີດຈາກຄວາມບໍ່ສົມດຸນລະຫວ່າງການໃຊ້ສາຍຕາ ແລະ ປະລິມານເລືອດແດງທີ່ເຂົ້າມາລ້ຽງ ແຊນປະສາດຕາພາຍໃນແກ່ນຕາເມື່ອແຊນປະສາດຕາໄດ້ຮັບເລືອດມາຫລໍ່ລ້ຽງບໍ່ພຽງພໍ ຈະຄ່ອຍໆເຍົາ ແລະ ຕາຍໄປເລື້ອຍໆ ຄວາມດັນໃນໜ່ວຍຕາທີ່ສູງກວ່າປົກກະຕິ ເປັນພຽງສາເຫດສໍາຮອງທີ່ຕ້ານລະບົບໄຫລວຽນຂອງເລືອດ ເຮັດໃຫ້ພາວະການຂາດເລືອດຍິ່ງທະວີຄູນຂຶ້ນ.

ໃນອະນາຄົດ ຈະມີຜູ້ເປັນຕໍ້ຫີນຫລາຍຂຶ້ນ ຍ້ອນການຂະຫຍາຍໂຕທາງເສດຖະກິດ ແລະ ສະພາບເສດຖະກິດທີ່ບີບຮັດໂຕ ຜູ້ຄົນຈະເຮັດວຽກໜັກຫລາຍຂຶ້ນ ໂດຍສະເພາະການໃຊ້ສາຍຕາ ບວກກັບຄວາມກ້າວໜ້າທາງດ້ານ
ໄອທີ ເຮັດໃຫ້ມີການໃຊ້ຄອມພິວເຕີຫລາຍຂຶ້ນ ແລະ ຈະພົບຜູ້ປ່ວຍເປັນ ຕໍ້ຫີນ ອາຍຸຕໍ່າລົງເລື້ອຍໆ (ຍ້ອນການເຮັດວຽກຢູ່ໜ້າຄອມພິວເຕີໝົດມື້ ການຫລິ້ນເກມການໃຊ້ອິນເຕີເນັດ) ຄົນກຸ່ມນີ້ຈະເປັນ ຕໍ້ຫີນ ໂດຍບໍ່ມີຄ່າຄວາມດັນໃນໜ່ວຍຕາສູງເຮັດໃຫ້ວິນິດໄສໄດ້ຍາກ ເໝືອນໃນປະເທດຍີ່ປຸ່ນ ຊຶ່ງຂະນະນີ້ ມີຜູ້ເປັນຕໍ້ຫີນ
ຊະນິດທີ່ມີຄວາມດັນໃນໜ່ວຍຕາປົກກະຕິຫລາຍທີ່ສຸດປະເທດໜຶ່ງ.

ອາການຂອງ ຕໍ້ຫີນ ມີຄວາມສໍາຄັນ ຊຶ່ງຊ່ວຍໃຫ້ຜູ້ເປັນພະຍາດນີ້ຮູ້ສຶກໂຕວ່າຜິດປົກກະຕິ ແລະ ພາໃຫ້ຜູ້ເປັນພະຍາດຕ້ອງໄດ້ໄປພົບຈັກສຸແພດເພື່ອວິນິດໄສພະຍາດໄດ້ທັນການ, ອາການຂອງພະຍາດ ຕໍ້ຫີນ ມີຫຍັງແດ່?

. ມົວຕາ ເຫັນພາບບໍ່ແຈ້ງ ເປັນພາບຊ້ອນ ຫຼື ມືດບອດໄປຊົ່ວຂະນະ.
. ເຫັນຈຸດແສງດໍາຂາວເຕັມໄປໝົດ ຫຼື ເຫັນເປັນແສງຍິບຍັບເມື່ອເບິ່ງໄປກາງແດດ.
. ເຈັບໃນເບົ້າຕາເລິກໆ ແລະ ເຈັບຫົວຂ້າງດຽວຄ້ານຄືເປັນໄມເຄຣນ ຫຼື
ເຈັບດັ້ນໄປທີ່ສະໝອງ.
. ຕາຈະມົວ ເມື່ອເບິ່ງວັດຖຸໃນບ່ອນແສງຈ້າ ຫຼື ເທິງພື້ນບ່ອນທີ່ເປັນເງົາເຫລື້ອມ.
. ອ່ານໜັງສືບໍ່ໄດ້ດົນ ເຮັດວຽກໜ້າຈໍຄອມພິວເຕີ ຫຼື ເບິ່ງໂທລະພາບບໍ່ໄດ້ດົນ.
. ເຫັນແສງໄຟເປັນແສງເຈີດຈ້າ ເຫລື້ອມຕາ ເຫັນເປັນເຝື້ອໝອກ ຫຼື ເປັນ
ວົງແສງສີເໝືອນຮຸ້ງກິນນໍ້າຢູ່ອ້ອມຮອບແສງໄຟ.
. ເຫັນແສງວັບແວັບເໝືອນຟ້າເຫລື້ອມ ຫຼື ເຫັນລໍາແສງແລ່ນຜ່ານຕາ
ຫຼື ເຫັນເປັນເສັ້ນຍິກແຍັກຢູ່ຫາງຕາ.
. ມີຄວາມລໍາບາກໃນການສັງເກດພື້ນທີ່ຕ່າງລະດັບກັນໃນເວລາຍ່າງ ຫຼື
ເວລາຂຶ້ນ-ລົງ ຄັນໄດ.
. ເຫັນສີຈືດຈາງລົງ ຫຼື ສີຜິດຜ້ຽນໄປ ເຫັນໂຕໜັງສືເລືອນລາງ ຫຼື
ແຕກເຈື່ອນ.
໑໐. ເບິ່ງໃນບ່ອນມືດຍິ່ງເປັນຮ້າຍຂຶ້ນ ເຫັນໜ້າຄົນບໍ່ຊັດແຈ້ງ ແລະ ບໍ່ກ້າ
ຂັບລົດໃນເວລາກາງຄືນ.
໑໑. ເວລາຝ່າຈາກບ່ອນແດດກ້າເຂົ້າໃນຮົ່ມ ຕາຈະມືດບອດຊົ່ວຂະນະ.
໑໒. ເວລາເບິ່ງຜ່ານແວ່ຍໜ້າລົດໃນທິດທາງຍ້ອນແສງແດດ ຕາຈະມົວ
ແລະ ສູ້ແສງບໍ່ຄ່ອຍໄດ້.
໑໓. ເວລາກາງຄືນ ມັກຈະຍ່າງຕໍາເຄື່ອງຂອງເປັນປະຈໍາ ມັກເປີດໄຟ
ໃຫ້ແຈ້ງໄປທົ່ວ.
໑໔. ເບິ່ງສິ່ງທີ່ເຄື່ອນເໜັງໄວໆບໍ່ທັນ ເຮັດໃຫ້ບໍ່ໝັ້ນໃຈໃນການຂັບລົດ ຫຼື
ຂ້າມທາງຄົນດຽວ.
໑໕. ຕາສູ້ແສງບໍ່ໄດ້ ຕ້ອງໃສ່ແວ່ນດໍາກັນແດດເປັນປະຈໍາ.
໑໖. ເຫັນແສງມືດລົງໄປເລື້ອຍໆ ຫຼື ເຫັນເປັນເໝືອນໝອກຄວັນຢູ່ທົ່ວໆໄປ.
໑໗. ທົ່ງແສງຕາ ແຄບເຂົ້າໄປເລື້ອຍໆ ຈົນວ່າໃນໄລຍະທ້າຍໆ ຄືກັບເບິ່ງ
ຜ່ານກະບັ້ງກົມໆ.

ຮຽບຮຽງໂດຍ: ບຸນປະສົມ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...