Homeຂ່າວພາຍ​ໃນຂາຍໝາກເບັງ-ດອກໄມ້ ອີກໜຶ່ງອາຊີບສ້າງລາຍຮັບດີ

ຂາຍໝາກເບັງ-ດອກໄມ້ ອີກໜຶ່ງອາຊີບສ້າງລາຍຮັບດີ

Published on

ຄົນ​ລາວ​ຊາວ​ພຸດ​ເຮົາ​ເຄີຍນັບ­ຖື​ສາ­ສະ­ໜາ​ພຸດ, ບູ­ຊາ​ພະ​ດ້ວຍ ດອກ​ໄມ້​ທູບ​ທຽມ ແລະ​ໄຫວ້​ພະ​ສູດ ມົນ​ຕາມ​ຫຼັກ​ທຳ​ຄຳ​ສັ່ງ­ສອນ​ຂອງ ພະ­ພຸດ­ທະ­ເຈົ້າ ທີ່​ໄດ້​ສືບ​ທອດ​ກັນມາ​ແຕ່​ສະ­ໄໝ​ປູ່​ຍ່າ​ຕາ​ຍາຍ​ຈົນ​ມາ ຮອດ​ຍຸກ​ປະ­ຈຸ​ບັນ​ນີ້ ຈິ່ງ​ເຮັດ​ໃຫ້​ດອກ ໄມ້, ໃບ​ຕອງ­ກ້ວຍ​ເປັນ​ລາ­ຄາ  ແລະ  ຫັນ​ໄປ​ສູ່​ທຸ­ລະ​ກິດ​ການ​ຕະ­ຫຼາດ ຊຶ່ງ ເຮັດ​ໃຫ້​ຫຼາຍ​ຄອບ­ຄົວ​ໄດ້​ປະ­ກອບ ອາ­ຊີບ​ຂາຍ​ໝາກ­ເບັງ ແລະ​ດອກ ໄມ້​ນັບ​ມື້​ຫຼາຍ​ຂຶ້ນ​ເລື້ອຍໆ.

    ຄອບ­ຄົວ​ຂອງ ນາງ ຕູ່ ກໍ​່ແມ່ນ ຄອບ­ຄົວ​ໜຶ່ງ​ຢູ່​ບ້ານ​ໂພນ​ເຄັງ ເມືອງ ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນທີ່​ໄດ້​ປະ­ກອບ​ອາ­ຊີບ​ເຮັດ​ໝາກ ເບັງ​ຂາຍ​ທຸກໆ​ວັນ​ສິນ ຊຶ່ງ​ລາວ​ໄດ້ ເລົ່າ​ກ່ຽວ​ກັບ​ຄວາມ​ເປັນ​ມາ​ໃນ ການ​ເຮັດ​ໝາກ­ເບັງ​ຂາຍ​ໃຫ້​ຮູ້​ວ່າ: ຕົນ​ເອງ​ໄດ້​ຮຽນ​ເຮັດ​ໝາກ­ເບັງ​ນຳ ແມ່​ຕັ້ງ­ແຕ່​ອາ­ຍຸ​ໄດ້ 5-6 ປີ ເພາະ ວ່າ​ລາຍ​ໄດ້​ຈາກ​ການ​ຂາຍ​ໝາກ ເບັງ-ດອກ​ໄມ້​ນີ້​ລະ​ເປັນ​ທຶນ​ໃຫ້​ແກ່ ການ​ຮ່ຳ­ຮຽນ ແລະ​ລ້ຽງ​ຄອບ­ຄົວ ຊຶ່ງ​ໃນ​ແຕ່​ລະ​ອາ­ທິດ​ຫຼັງ​ຈາກ​ເລີກ ຮຽນ​ມາ​ແລ້ວ​ກໍ​ມາ​ເຮັດ​ໝາກ­ເບັງ ຊ່ວຍ​ແມ່​ຢູ່​ເຮືອນ, ຫຼັງ​ຈາກ​ນັ້ນ​ກໍ ຄົ້ນ­ຄວ້າ​ບົດ­ຮຽນ ແລະ​ບໍ່​ຄ່ອຍ​ຈະ ໄດ້​ໄປ​ຫຼິ້ນ​ໄປ​ທ່ຽວ​ທາງ​ໃດ​ຄື​ໝູ່, ເມື່ອ​ຮອດ​ມື້​ວັນ​ສິນ​ຕົນ​ເອງ ກໍ​ໄດ້ ໄປ​ນັ່ງ​ຂາຍ​ມາກ​ເບັງ-ດອກ​ໄມ້ ຕາມ​ແຄມ​ທາງ​ຊ່ວຍ​ແມ່. ຍ້ອນ​ວ່າ ອາ­ຊີບ​ເຮັດ​ໝາກ­ເບັງ ແລະ​ຮ້ອຍ ພວງ­ມາ­ໄລ ແມ່ນ​ເຄີຍ​ປູກ​ຈິດ​ສຳ ນຶກ​ມາ​ແຕ່​ຄາວ​ຍັງ​ນ້ອຍ ຈິ່ງ​ເຮັດ ໃຫ້​ຕົນ​ເອງ​ຮຽນ​ຈົບ​ພຽງ​ແຕ່​ມັດ ທະ​ຍົມ​ຕົ້ນ​ແລ້ວ​ອອກ ແລະ​ກໍ​ໄດ້​ມາ ປະ­ກອບ​ອາ­ຊີບ​ເຮັດ​ໝາກ­ເບັງ-  ຮ້ອຍ​ພວງ­ມາ­ໄລ​ຂາຍ​ຊ່ວຍ​ແມ່​ຢູ່ ເຮືອນ. ອາ­ຊີບ​ເຮັດ​ໝາກ­ເບັງ​ເປັນ ອາ­ຊີບ​ທີ່​ສະ­ອາດ, ສວຍ​ງາມ ແລະ ໜ້າ​ຮັກ ທັງ​ເປັນ​ວຽກ​ເບົາ​ອີກ​ດ້ວຍ ການ​ເຮັດ​ອາ­ຊີບ​ດັ່ງ­ກ່າວ​ນີ້ ມາ ຮອດ​ປະ­ຈຸ​ບັນ​ແມ່ນ​ດຳ­ເນີນ​ມາ​ໄດ້ ປະ­ມານ 20 ກວ່າ​ປີ​ແລ້ວ ເຫັນ​ວ່າ ໄປ​ໄດ້​ດີ ແລະ​ສາ­ມາດ​ແກ້​ໄຂ​ຊີ­ວິດ ການ​ເປັນ​ຢູ່​ພາຍ​ໃນ​ຄອບ­ຄົວ​ໄດ້ ໂດຍ​ພື້ນ­ຖານ.

ນາງ ຕູ່ ຍັງ​ໄດ້​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ອາ­ທິດ​ໜຶ່ງ​ລົງ­ທຶນ​ໄປ​ຊື້​ຕອງ­ກ້ວຍ ແລະ​ດອກ​ໄມ້ (ດອກ​ດາວ­ເຮືອງ- ດອກ​ພຸດ) ປະ­ມານ 1-1,5 ແສນ ກີບ ເພື່ອ​ມາ​ເຮັດ​ໝາກ­ເບັງ ແລະ  ຮ້ອຍ​ພວງ­ມາ­ໄລ ແລະ​ພາຍ​ໃນ ສອງ​ມື້ ຫຼື ສອງ​ສິນ​ແມ່ນ​ຂາຍ​ໄດ້ ກຳ­ໄລ​ທັງ​ໝົດ​ປະ­ມານ 5-6 ແສນ ກີບ, ຖ້າ​ຄິດ​ສະ­ເລ່ຍ​ລາຍ​ຮັບ​ແຕ່​ລະ ເດືອນ​ໄດ້​ປະ­ມານ 2-2,5 ລ້ານ ກີບ ເຫັນ​ວ່າ​ສາ­ມາດ​ແກ້​ໄຂ​ຊີ­ວິດ ການ​ເປັນ​ຢູ່​ພາຍ​ໃນ​ຄອບ­ຄົວ​ໄດ້, ສາ­ມາດ​ຊຸກ­ຍູ້​ການ​ສຶກ​ສາ​ນ້ອງ ສາວ​ໜຶ່ງ​ຄົນ​ໄດ້​ຮຽນ​ຈົບ​ວິ­ຊາ​ສະ ເພາະ​ແລ້ວ ແລະ​ຍັງ​ມີ​ນ້ອງ​ສາວ ສອງ​ຄົນ​ກຳ­ລັງ​ຮຽນ​ຢູ່, ມີ​ອ້າຍ​ໜຶ່ງ ຄົນ ເປັນ​ພະ­ນັກ­ງານ​ມີ​ເງິນ­ເດືອນ ກິນ ຊຶ່ງ​ແຕ່​ລະ​ເດືອນ​ກໍ່​ພໍ­ໄດ້​ຊ່ວຍ​ກັນ ໄປ​ໃນ​ການ​ເບິ່ງ­ແຍງ​ລ້ຽງ​ພໍ່ ຍ້ອນ ວ່າ​ເພິ່ນ​ກໍ​ເຖົ້າ​ແກ່​ແລ້ວ. ປະ­ຈຸ​ບັນ​ນີ້ ຕົນ​ເອງ​ກໍ​ໄດ້​ສືບ­ຕໍ່​ສອນ​ກ່ຽວ​ກັບ​ວິ ທີ​ເຮັດ​ໝາກ­ເບັງ-ຮ້ອຍ​ພວງ­ມາ­ໄລ ໃຫ້​ນ້ອງ​ສາວ​ທັງ​ສາມ​ຄົນ ເພື່ອ​ໃຫ້ ມີ​ອາ­ຊີບ​ເສີມ​ໄວ້​ໃນ​ອະ­ນາ­ຄົດ  ເພາະ​ມັນ​ແມ່ນ​ມູນ​ມໍ­ລະ­ດົກ​ທີ່​ໄດ້ ສືບ​ທອດ​ມາ​ຈາກ​ແມ່, ເປັນ​ວິ­ຊາ ອາ­ຊີບ​ທີ່​ກິນ​ປະ­ຈຳ​ວັນ ແລະ​ໃຫ້ ນ້ອງ​ສາວ​ທຸກ​ຄົນ​ໄດ້​ຮຽນ​ຮູ້​ເຖິງ ຄຸນ­ຄ່າ​ຂອງ​ເງິນ ກ່ອນ​ຈະ​ໄດ້​ເງິນ ມາ​ກໍ​ຕ້ອງ​ໄດ້​ອົດ​ທຸກ​ອົດ​ຍາກ​ສູ້​ຊົນ ໝົ້ນ​ທຸກ​ໃນ​ແຕ່​ລະ​ມື້​ລະ​ວັນ ຈິ່ງ​ຈະ ຮູ້­ຈັກ​ໃນ​ການ​ປະ­ຢັດ​ເງິນ​ໄວ້​ເພື່ອ ໃຊ້​ຈ່າຍ​ໃນ​ຍາມ​ຈຳ­ເປັນ.

ຍ້ອນ​ຄວາມ​ມາ­ນະ​ອົດ­ທົນ ແລະ​ຄວາມ​ພາກ​ພຽນ​ຂອງ ນາງ ຕູ່ ທັງ​ປະ­ສົບ​ການ​ມາ 20 ກວ່າ​ປີ ດ້ານ​ສີ­ມື​ໃນ​ການ​ເຮັດ​ໝາກ­ເບັງ, ນ້ອງ​ສາວ​ທັງ​ສາມ​ຄົນ​ເປັນ​ຜູ້​ຊ່ວຍ ວຽກ, ອ້າຍ​ກໍ​ເປັນ​ຜູ້​ສະ­ໜັບ­ສະ­ໜູນ ທັງ​ຊ່ວຍ​ຊຸກ­ຍູ້​ທຶນ​ໃຫ້​ໃນ​ຍາມ​ບໍ່​ມີ ແລະ​ຜູ້​ເປັນ​ພໍ​ກໍ​ເປັນ​ຮົ່ມ​ໂພ​ຮົ່ມ​ໄຊ ທັງ​ໃຫ້​ກຳ­ລັງ​ໃຈ​ລູກ​ຈິ່ງ​ເຮັດ​ໃຫ້ ອາ­ຊີບ​ຂາຍ​ໝາກ­ເບັງ-ດອກ​ໄມ້ ດຳ­ເນີນ​ໄປ​ໄດ້​ດີ.

 

ທີ່ມາ: ໜັງສືພິມຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...