ທ່ອງທ່ຽວຕ່າງແດນ ວັນນີ້ ເຮົາຈະພາທຸກຄົນມາທ່ຽວປະເທດແຫ່ງຊີຣີ້ຢ່າງເກົາຫຼີໃຕ້ ຕ້ອງຍອມຮັບເລີຍວ່າປະເທດມີສະຖານທີ່ທ່ຽວທີ່ມີຄວາມກ່ຽວພັນກັບຊີຣີ້ເກົາຫຼີໃນແຕ່ລະເລື່ອງ ເຊິ່ງແຕ່ລະສະຖານທີ່ກໍ່ມີຄວາມງົດງາມ, ມີມົນສະເໜ່ ແລະ ກິ່ນອາຍຄວາມຊາບຊຶ້ງຂອງລະຄອນຊີຣີ້ໃນແຕ່ລະເລື່ອງ ເຊິ່ງນັກທ່ອງທ່ຽວທີ່ມາສາມາດສຳພັດສິ່ງເຫຼົ່ານັ້ນໄດ້ຢ່າງຊັດເຈນ ສະນັ້ນບໍ່ແປກໃຈເລີຍວ່າ ເປັນຫຍັງຈິ່ງມີນັກທ່ອງທ່ຽວຈຳນວນຫຼາຍພາກັນຫຼັ່ງໄຫຼເຂົ້າມາທ່ຽວປະເທດເກົາໃຕ້ ໂດຍສະເພາະແຟນຄລັບຂອງຊີຣີ້ເກົາຫຼີທົ່ວໂລກ ໄຝ່ຝັນວ່າຈະມີໂອກາດໄດ້ມາຕາມຮອຍສະຖານທີ່ທ່ອງທ່ຽວໃນຊີຣີ້ເກົາຫຼີທີ່ຕົນມັກຈັກຄັ້ງໜຶ່ງໃນຊີວິດ
ທ່ອງທ່ຽວວັນນີ້ເຮົາກໍ່ບໍ່ພາດຈະພາທຸກຄົນມາຕາມຮອຍຊີຣີ້ເກົາຫຼີທີ່ກຳລັງໂດ່ງດັງໃນຕອນນີ້ “ຈາງອົກຈອງ” ຕຳນານຮັກຄູ່ບັນລັງ ເຊິ່ງອອກອາກາດທາງ ຊ່ອງ 3HD ໃນວັນຈັນ-ພຸດ ເວລາ 11:10 ນາທີ ຂໍບອກເລີຍວ່າຖ້າໃຜຍັງບໍ່ທັນໄດ້ເບິ່ງຊີຣີ້ເລື່ອງນີ້ຖືວ່າພາດສຸດໆ ແລະ ວັນນີ້ເຮົາບໍ່ໄດ້ພາໄປມາເບິ່ງສະຖານທີ່ຖ່າຍທຳ ແຕ່ຈະພາໄປທ່ຽວທີ່ ສຸສານ ຣາຊະວົງໂຊຊອນ ເຊິ່ງເປັນທີ່ຝັງສົບຂອງ ພຣະຣາຊາ ຊຸກຈົງ, ພຣະມະເຫສີອິນຮະຍອນ,ພຣະມະເຫສີອິນຄອນ, ພຣະສະໜົມ ຈາງຮີບິນ (ຈາງອົກຈອງ)
ສຸສານ ຊໍ-ໂອ-ຣິງ ຕັ້ງຢູ່ໃນເມືອງ ໂກຍາງ ແຂວງກະຍອງກີ ເປັນສຸສານຫຼວງຣາຊະວົງໂຊຊອນ ທີ່ມີຫຼຸມຝັງສົບຂອງພຣະຣາຊະວົງຫຼາຍພຣະອົງ ແຕ່ມີສຸສານທີ່ສຳຄັນທີ່ໄດ້ຂຶ້ນທະບຽນເປັນມໍລະດົກໂລກຂອງຢູເນສໂກຈຳນວນ 5 ແຫ່ງໄດ້ແກ່: ກະຍອງນິງ (Gyeongneung), ຊັງນິງ (Changneung), ມະຍອງນິງ (Myeongneung) ອິງນິງ, (Ingneung) ແລະ ຮານິງ (Hongneung) ສ່ວນພຣະສຸສານທີ່ເຫຼືອຍັງບໍ່ທັນໄດ້ຂຶ້ນເປັນມໍລະດົກໂລກໄດ້ແກ່: ຊຸນຊັງວອນ (Sunchangwon), ຊູກຍອງວອນ (Sugyeongwon) ແລະ ແດບິນມະໂຍ (Daebinmyo)
ສຸສານ ຊໍໂອຣິງ ມີພື້ນທີ່ກວ້າງຫຼາຍ ກິນເນື້ອທີ່ພູເຂົາເກືອບທັງໜ່ວຍພູ ສຸສານຫຼວງຈະແບ່ງອອກເປັນ 3 ລະດັບື:
1. ນິງ/ຣິງ (Neung) ສຸສານສຳລັບພຣະຣາຊາ ແລະ ຣາຊີນີ ແລະ ພຣະຣາຊບິດາ, ພຣະຣາຊມານຂອງກະສັດທີ່ຖືກສະຖາປະນາເຊັ່ນ: ເປັນພຣະຣາຊາ ແລະ ພຣະຣາຊີນີ
2. ວອນ (Won) ສຸສານສຳລັບ ເຈົາຊາຍຣັຊະທາຍາດ, ສະໜົມເອກ
3. ມະໂຍ (Myo) ສຸສານຂອງເຊື້ອພຣະວົງອື່ນໆ ເຊິ່ງຈະອອກແບບເໝືອນສຸສານຂອງຄົນທຳມະດາ
ຈຸດທີ 1 ແດມິນມະໂຍ (Daebinmyo)
ເປັນສະຖານທີ່ຝັງສົບຂອງພະສະໜົມ ຈາງຮີບິນ (ຈາງອົກຈອງ) ຍິງທີ່ເປັນຮັກທຳອິດຂອງພຣະເຈົ້າ ຊຸກຈົງ
ສຸສານຂອງພຣະສະໜົມ ຈາງຮີບິນ ເປັນ “ມະໂຍ” ດຽວໃນບັນດາ “ນິງ” ແລະ “ວອນ” ລຽບງ່າຍ ແລະ ນ້ອຍທີ່ສຸດ ຈົນບໍ່ໜ້າເຊື່ອວ່ານາງເຄີຍເປັນອີກໜຶ່ງໃນແມ່ຍິງຜູ້ກຸມອຳນາດໃນວັງຫຼວງ ພຣະສະໜົມຈາງຮີບິນເຄີຍດຳລົງຕຳແໜ່ງພຣະມະເຫສີດົນນານເຖິງ 6 ປີ ເຖິງຈະຖືກປົດຕຳແໜ່ງອອກກໍ່ຍັງໄດ້ຊື່ວ່າເປັນແມ່ຂອງພຣະຣາຊາ (ພຣະເຈົ້າຄະຍອງຈົງ) ແຕ່ກັບບໍ່ໄດ້ຖືກສະຖາປະນາໃຫ້ເປັນສຸສານ “ນິງ” ຫຼື ເບິ່ງໃນແງ່ຍົດສຸດທ້າຍຂອງພຣະນາງກໍ່ຄື ສະໝົມເອກອັນດັບໜຶ່ງ ກໍ່ຍັງບໍ່ໄດ້ສຸສານລະດັບ “ວອນ”
ຍິ່ງໄປກວ່ານັ້ນຫຼັງຖືກປະຫານ ດ້ວຍການໃຫ້ນາງກິນຢາພິດຕາຍ ສົບຂອງພຣະນາງຍັງຖືກນຳໄປຝັງໄວ້ໄກເຖິງແຂວງກວາງຈູ (ໃຕ້ສຸດຂອງເກົາຫຼີ) ປະປົນກັບສຸສານສາມັນຊົນອື່ນໆ ແຕ່ໃນເດືອນ ມິຖຸນາ 1969 ແຕ່ເນື່ອງຈາກວ່າພື້ນທີ່ດັ່ງກ່າວນັ້ນຖືກໂຄງ ການຕັດຖະໜົນ ກວ່າ 300 ປີ ທີ່ພຣະສະໜົມ ຈາງຮີບິນ ຈິ່ງໄດ້ກັບມາຢູ່ໃກ້ກັບພຣະເຈົ້າຊຸກຈົງອັນເປັນທີ່ຮັກຍິ່ງອີກຄັ້ງດັ່ງຄຳອະທິຖານກ່ອນສິ້ນລົມຫາຍໃຈ
ດ້ານຫຼັງອອກໄປເລັກໜ້ອຍຈະສັງເກດເຫັນຕົ້ນໄມ້ຂຶ້ນຄຸມຫີນຢູ່ ເລົ່າກັນວ່າເມື່ອຕອນທີ່ຢ້າຍສົບພຣະນາງຈາງຮີບິນ ມາຝັງຢູ່ບ່ອນນີ້ ມີພະລັງຫຍິຍຫຍາງແຮງຫຼາຍຈົນມີຕົ້ນໄມ້ແທງທະລຸຫີນຂຶ້ນມາ ເພາະຄວາມທີ່ພຣະນາງເປັນຄົນມີສື່ສຽງດ້ານຄວາມງາມບາດໃຈຊາຍ ແລະ ເປັນທີ່ຮັກໄຄ່ຂອງພຣະເຈົ້າ ຊຸກຈົງ ຄົນເລີຍເຊື່ອວ່າເຊື່ອກັນວ່າ ຖ້າຍິງສາວຄົນໃດຍັງໂສດມາຂໍພອນທີ່ສຸສານແຫ່ງນີ້ກັບໄປຈະໄດ້ຄົນຮັກ
ພຣະສະໜົມຈາງຮີບິນ ເປັນຮັກທຳອິດຂອງພຣະຣາຊາ ຊຸກຈົງ ແລະ ເປັນຄົນເກີດໃນຊົນຊັ້ນຕ່ຳ (ສະໄໝນັ້ນເລື່ອງລະດດັບຊົນຊັ້ນສຳຄັນຫຼາຍ) ແຕ່ທັງສອງໄດ້ຮັກກັນຕັ້ງແຕ່ຍັງນ້ອຍ ພໍໃຫຍ່ມາ ຈາງອົກຈອງ (ຈາງຮີບິນ) ກໍ່ໄດ້ເຂົ້າວັງຫຼວງມາເປັນນາງໃນທີ່ຫ້ອງຕັດຫຍິບເສື້ອຜ້າວັງຫຼັງ ແລະ ຕໍ່ມາກໍ່ໄດ້ກາຍເປັນພຣະສະໜົມເອກອັນດັບໜຶ່ງຂອງພຣະເຈົ້າ ຊຸກຈົງ (ມີຊັ້ນເປັນຮີບິນ) ດ້ວຍຄວາມຮັກທີ່ພຣະເຈົ້າ ຊຸກຈົງ ມີຕໍ່ຈາງຮີບິນຫຼາຍຈົນອອກໜ້າອອກໜ້າອອກຕາ, ຈາງຮີບິນເປັນຄົນທີ່ພຣະເຈົ້າຊຸກຈົງ ຮັກຫຼາຍທີ່ສຸດ ເພາະພຣະເຈົ້າຊຸກຈົງຕ້ອງການມີໂອຣົດອົງທຳອິດໄວ້ສືບບັນລັງກັບພຣະສະໜົມຈາງຮີບິນຄົນດຽວເທົ່ານັ້ນ ແລະ ມີຫຼາຍຄັ້ງທີ່ຫັກຫານນ້ຳໃຈຂອງພຣະມະເຫສີ ອິນຮະຍອນ ຢ່າງເລືອດເຢັນ ແລະ ຫຼາຍຄັ້ງທີ່ຂັດໃຈພຣະມານດາ ຈິ່ງເຮັດທັງເຫຼົ່າຄຸນນາງຝ່າຍໃຕ້ ໂດຍສະເພາະພຣະພັນປີມານດາຂອງ ພຣະເຈົ້າຊຸກຈົງ ກຽດຊັງ ພຣະສະໜົມ ຈາງຮີບິນ ເຖິງຢ່າງນັ້ນກໍ່ຕາມພວກເຂົາເຫຼົ່ານັ້ນກໍ່ບໍ່ສາມາດເຮັດຫຍັງໃຫ້ພຣະສະໜົມ ຈາງຮີບິນໄດ້ ເພາະພຣະສະໜົມໄດ້ໃຫ້ກຳເນີດ ຣາຊະທາຍາດແກ່ພຣະເຈົ້າ ຊຸກຈົງ ແຕ່ໃນປະຫວັດສາດລະບຸວ່າ ເມື່ອນາງໄດ້ກຳອຳນາດໃນວັງຫຼວງຈົນເຖິງຂັ້ນພຣະເຈົ້າຊຸກຈົງປົດພຣະມະເຫສີອິນຮະຍອນລົງຈາກຕຳແໜ່ງແລະຂັບອອກຈາກວັງຫຼວງ ແລ້ວແຕ່ງຕັ້ງພຣະສະໜົມຈາງຮີບິນຂຶ້ນມາເປັນມະເຫສີແທນໄດ້ພຽງ 6ປີເທົ່ານັ້ນ ກໍ່ຖືກປົດຈາກຕຳແໜ່ງ ແລະ ໄດ້ມອບຕຳແໜ່ງມະເຫາສີຄືນໃຫ້ມະເຫສີອົງເກົ່າພຣະມະເຫສີອິນຫະຍອນຄືນ ຍ້ອນເສນາໃນວັງຫຼວງທັງຫຼາຍຄົນຍອມຮັບການກະທຳຂອງນາງບໍ່ໄດ້ເມື່ອນາງໄດ້ເກີດຫຼົງຍົດຖາບັນດາສັກນາງໄດ້ວາງອຳນາດໄປໃນທາງທີ່ບໍ່ຖືກຕ້ອງ ແລະ ເກີດມີຄວາມຄິດຫຶງຫວງພຣະເຈົ້າ ຊຸກຈົງ ນາງຈິ່ງໄດ້ເຮັດຂຸນໄສ ສາບແຊ່ງພຣະມະເຫສີອິນຮະຍອນໃຫ້ເສຍຊີວິດ ແລະ ຖືກຈັບໄດ້ໃນທີ່ສຸດ ນາງຈິ່ງຮັບໂທດປະຫານຊີວິດ ໂດຍມີຄຳສັ່ງໃຫ້ນາງກິນຢາພິດຕາຍ ແຕ່ພຣະເຈົ້າ ຊຸກຈົງ ໄດ້ສັ່ງໃຫ້ນາງໜີອອໄປຈາກໂຊຊອນ ແຕ່ພຣະສະໜົມຮີບິນ ບໍ່ຍອມໜີໄປ ນາງຍອມກິນຢາພິດຕາຍໃນອ້ອມແຂນຂອງຊາຍທີ່ນາງຮັກ ເຊິ່ງການຕາຍຂອງພຣະສະໜົມຮີບບິນໄດ້ສ້າງຄວາມເຈັບປວດໃຈໃຫ້ ພຣະເຈົ້າ ຊຸກຈົງເປັນຢ່າງຍິ່ງ ແລະນັບແຕ່ພຣະສະໜົມຈາງຮີບິນເສຍຊີວິດພຣະເຈົ້າຊຸກຈົງ ໄດ້ອອກກົດລະບຽບໃໝ່ບໍ່ໃຫ້ມີການແຕ່ງຕັ້ງພຣະສະໜົມຂຶ້ນມາເປັນພຣະຣາຊີນີ ຫຼື ພຣະເມເຫສີອີກຕໍ່ໄປ
ຈຸດທີ 2 ອິງນິງ (Ingneung) ເປັນສະຖານທີ່ຝັງສົບຂອງພຣະມະເຫສີ ອິນວອນ ພຣະມະເຫສີອົງທຳອິດຂອງພຣະຣາຊາ ຊຸກຈົງ
ອອກມາຈາກສຸສານຂອງຮີບິນແລ້ວ ເຮົາຈະພົບທາງແຍກ ມີປ້າຍບອກຊັດເຈນ ໃຫ້ຍ່າງໄປຕາມທາງທີ່ປ້າຍບອກ ຂຶ້ນເນີນເຂົາໄປອີກໜ່ວຍໜຶ່ງຈະເຫັນບໍລິເວນສຸສານອິງນິງ ສຸສານແຫ່ງນີ້ສ້າງຂຶ້ນໃນປີ 1681 ເປັນສຸສານທີ່ມີເນື້ອທີ່ກ້ວາງໃຫຍ່ສົມກຽດມະເຫສີທີ່ສຸດ ພື້ນທີ່ຕົບແຕ່ງໄວ້ຢ່າງສວຍງາມ ຫາກຢ່າງຂຶ້ນໄປຈົນເຖິງສາລາປະກອບພິທີກຳດ້ານເທິງແລ້ວຫັນກັບມາເບິ່ງອີກດ້ານຈະເຫັນວິວທີວທັດທີ່ສວຍງາມຫຼາຍ
ມະເຫສີອິນວອນ ຊື່ອາດຈະບໍ່ຄຸ້ມ ແຕ່ຖ້າໃຜໄດ້ເບິ່ງເລື່ອງ ຈາງອົກຈອງ ແລ້ວ ໍ່ຈະຮູ້ສຶກເອັນດູມະເຫສີອົງນີ້ ເຖິງນາງຈະໄດ້ຕຳແໜ່ງນີ້ມາດ້ວຍເລື່ອງຂອງການເມືອງກໍ່ຕາມ ແຕ່ນາງກໍ່ພະຍາຍາມເປັນແມ່ທີ່ດີຂອງແຜ່ນດິນ ໜ້າເສຍດາຍທີ່ນາງຕ້ອງເສຍຊີວິດຕັ້ງແຕ່ໄວຍັງສາວດ້ວຍໂຣດຟີດາດ
ຈຸດທີ 3 ມະຍອງນິງ (Myeongneung)
ເປັນສະຖານທີ່ຝັງສົບຂອງພຣະເຈົ້າ ຊຸກຈົງ ແລະ ພຣະມະເຫສີ ອິນຮະຍອນ
ເມື່ອເຂົ້າມາເຖິງສະຖານທີ່ແຫ່ງນີ້ທ່ານຈະເຫັນທ່ານຈະເຫັນເໝືອນໂພນສອງໜ່ວຍຮຽງກັນ ນັ້ນແມ່ນຫຼຸມຝັງສົບຂອງ ພຣະເຈົ້າ ຊຸກຈົງ ແລະ ພຣະມະເຫສີ ອິນຮະຍອນ ສຸສານແຫ່ງນີ້ສ້າງຂຶ້ນໃນປີ 1701 ເພື່ອເປັນບ່ອນຝັງສົບຂອງມະເຫສີອິນຮະຍອນ ແລະ ຈາກນັ້ນກໍ່ໄດ້ສ້າງຂຶ້ນເພື່ອຝັງສົບຂອງພຣະເຈົ້າ ຊຸກຈົງຄຽງຫຼຸມຝັງສົບຂອງມະເຫສີອິນຮະຍອນຂຶ້ນໃນປີ 1720 ແລະ ອີກສ່ວນໂພນໜ່ວຍໜຶ່ງທີ່ຄ້ອຍໄປທາງດ້ານຫຼັງແມ່ນຫຼຸມຝັງສົບຂອງມະເຫສີອິນວອນ ເຊິ່ງສ້າງຂຶ້ນໃນປີ 1757
ພຣະມະເຫສີ ອິນຮະຍອນ ໄດ້ຕຳແໜ່ງພຣະມະເຫສີນີ້ມາ ເພາະພະພັນປີມານດາຂອງ ພຣະເຈົ້າຊຸກຈົງ ເປັນຄົນເລືອກ ກ່ອນທີ່ພຣະເຈົ້າຊຸກຈົງ ຈະຍອມຮັບນາງມາເປັນມະເຫສີກໍ່ໄດ້ມີການຕໍ່ລອງທາງການເມືອງ ແລະ ມະເຫສີອິນຮະຍອນໃຫ້ສັນຍາກັບພຣະເຈົ້າຊຸກຈົງວ່າ ຈະຊ່ວຍຕາມຫາ ຈາງອົກຈອງທີ່ຫາຍໄປຈາກວັງຫຼວງມາໃຫ້ພຣະເຈົ້າຊຸກຈົງ ແລະ ແຕ່ຕັ້ງໃຫ້ຈາງອົກຈອງເປັນສະໜົມຄອຍບົວລະບັດພຣະເຈົ້າຊຸກຈົງ ເມື່ອເປັນແນວນີ້ພຣະເຈົ້າຊຸກຈົງ ຈິ່ງຍອມຮັບນາງໃນຖານະພຣະມະເຫສີ ອິນຮະຍອນ ແຕ່ຖ້າໃຜໄດ້ເບິ່ງເລື່ອງນີ້ກໍ່ຈະຮູ້ສຶກສົງສານພຣະມະເຫສີອິນຮະຍອນ ເພາະນາງບໍ່ເຄີຍໄດ້ຄວາມຮັກຈາກພຣະເຈົ້າຊຸກຈົງເລີຍ ແຖມນາງຍັງເປັນໝັນບໍ່ສາມາດມີລູກໃຫ້ກັບພຣະເຈົ້າຊຸກຈົງໄດ້ພຽງແຕ່ຄົນດຽວ ແຕ່ນາງກໍ່ມີບົດບາດສຳຄັນໃນການເປັນແມ່ທີ່ດີຂອງແຜ່ນດິນໂຊຊອນ ສາເຫດທີ່ຫຼຸມຝັງສົບຂອງພຣະເຈົ້າ ຊຸກຈົງ ຝັງຮຽງຂ້າງກັບມະເຫສີ ອິນຮະຍອນ ທັງທີ່ຈິງແລ້ວມະເຫສີອິນຫະຍອນບໍ່ໃຫ້ກຳເນີດຣັຊຊະທາຍາດ ແຕ່ເບິ່ງໃນແງ່ປະຫວດສາດກໍ່ອາດເປັນໄປໄດ້ວ່າມະເຫສີອົງນີ້ທີ່ຢູ່ຮ່ວມທຸກຮ່ວມສຸກກັບພຣະເຈົ້າຊຸກຈົງດົນທີ່ສຸດ ແລະ ມີບົດບາດສຳຄັນທີ່ສຸດໃນຣາຊຊະວົງຂອງໂຊຊອນ
ພຣະເຈົ້າ ຊຸກຈົງ ເປັນພຣະຣາຊາທີ່ຫຼິ້ນການເມືອງເກັ່ງທີ່ສຸດ ໃນສະໄໝພຣະເຈົ້າຊຸກຈົງ ຖືວ່າເປັນຄັ້ງທຳອິດໃນຮອບ 100 ປີ ທີ່ມາການປັບປຸງການເມືອງ ໄດ້ດີ ໃນປະຫວັດສາດທາງດ້ານການເມືອງ ພຣະເປັນຖືວ່າເປັນຜູ້ລິເລີ່ມການປະຕິຮູບໂຊຊອນຕົວຈິງ
ພຣະເຈົ້າຊຸກຈົງ ມີພຣະມະເຫສີທັງໝົດ 3 ຄົນ (ລວມຈາງອົກຈອງ) ແລະ ພຣະສະໜົມຊະເວຊຸກບິນ (ທົງອີ)ເປັນພຣະສະໜົມທີ່ມາຈາກຊົນຊັ້ນຕ່ຳເໝືອນກັບ ພຣະສະໜົມຈາງຮີບິນ ລວມທັງໝົດແມ່ຍິງຂອງພຣະເຈົ້າ ຊຸກຈົງ ມີ 4 ຄົນ ເຊິ່ງພຣະສະໜົມຊະເວຊຸກບິນ ເປັນຮັກສຸດທ້າຍຂອງ ພຣະເຈົ້າ ຊຸກຈົງ ແລະ ມີລູກນຳກັນເຖິງ 5 ຄົນ ແຕ່ລູກທີ່ໄດ້ຮັບການແຕ່ງຕັ້ງເປັນຣາຊະທາຍາດຂຶ້ນຄອງບັນລັງແທນຕົນນັ້ນແມ່ນລູກຂອງ ພຣະສະໜົມຈາງຮີບິນ (ຄົນຮັກຄົນທຳອິດຂອງພຣະອົງ) ແຕ່ສົບຂອງພຣະສະໜົມ ຊະເວຊຸກບິນບໍ່ໄດ້ມາຝັງຮວມກັນໃນສຸສານນີ້ ເພາະພຣະເຈົ້າຍອງໂຈໂອຣົດຂອງພຣະນາງມີເຈດຕະນານຳສົບໄປຝັງທີ່ສຸສານຕະກູນຊະເວ ທີ່ເມືອງພາຈູ
ໃນວັນທີ 13 ພຶດສະພາຂອງທຸກປີ ຈະມີການຈັດພິທີໄຫວ້ລຳລຶກທີ່ສຸກສານແຫ່ງນີ້ ເຊິ່ງພິທີກໍ່ລຽບຫຼາຍດັ່ງທີ່ເຫັນໃນພາບ
ສຸສານ ຊໍໂອຣິງ ເປີດໃຫ້ເຂົ້າຊົມໃນວັນອັງຄານ-ວັນອາທິດ ໃນເວລາ 6:00 -18:00ໂມງ (ກຸມພາ-ພຶດສະພາ) 6:30-18:30ໂມງ (ມິຖຸນາ-ຕຸລາ) ແລະ 6:30-17:30ໂມງ (ພະຈິກ-ມັງກອນ) ຄ່າປີ້ເຂົ້າຊົມ 7,000 ກີບ/ຄົນ ປິດຂາຍບັດກ່ອນເຖິງເວລາເປີດ 1 ຊົ່ວໂມງ
ເປັນແນວໃດຜູ້ອ່ານທັງຫຼາຍ ນອກຈາກຈະໄດ້ມາຮູ້ຈັກກັບສະຖານທີ່ສຸສານຫຼວງ ຊໍໂອຣິງ ຂອງໂຊຊອນແລ້ວ ຍັງໄດ້ຮູ້ປະຫວັດສາດຄວາມເປັນມາຂອງສຸສານທີ່ມີຄວາມເສື່ອໂຍ່ງໃນເລື່ອງ ຈາງອົກຈອງ ຕຳນານຮັກຄູ່ບັນລັງ ເວີຊັນ 9 ອີກດ້ວຍ ຫວັງວ່າຈະຖືກໃຈຜູ້ອ່ານທຸກຄົນ