spot_img
Homeຂ່າວການສຶກສາກອງປະຊຸມສະຫລຸບວຽກງານທຶນມູນນິທິການສຶກສາ ມຊ ສົກປີ 2015-2016 ໄດ້ສຳເລັດລົງແລ້ວ !

ກອງປະຊຸມສະຫລຸບວຽກງານທຶນມູນນິທິການສຶກສາ ມຊ ສົກປີ 2015-2016 ໄດ້ສຳເລັດລົງແລ້ວ !

Published on

20160629_144213

ເມື່ອເວລາ 14:00 ໂມງ ຕອນບ່າຍຂອງມື້ວານນີ້ ທີ່ສະໂມສອນຊັ້ນ 2 ຂອງມະຫາວິທະຍາໄລແຫ່ງຊາດ ໄດ້ມີກອງປະຊຸມສະຫລຸບວຽກງານທຶນມູນນິທິການສຶກສາ ສົກສຶກສາ 2015-2016 ຂຶ້ນ. ໃຫ້ກຽດເປັນປະທານໂດຍທ່ານສົນທະນີ ຫລວງໄຊຊະນະ ຮອງປະທານກອງທຶນມູນນິທິມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄູອາຈານໃນແຕ່ລະຄະນະ ທີ່ຮັບຜິດຊອບວຽກງານນີ້ ແລະນັກສຶກສາທຸກໆຄະນະທີ່ໄດ້ຮັບທຶນຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ທ່ານສົນທະນີ ຫລວງໄຊຊະນະ ໄດ້ໃຫ້ກຽດຂຶ້ນລາຍງານ ເຊິ່ງມີລາຍລະອຽດດັ່ງນີ້ :

“ວຽກງານມູນນິທິການສຶກສາ ແມ່ນວຽກງານໜຶ່ງທີ່ຂຶ້ນກັບຫ້ອງການຄຸ້ມຄອງນັກສຶກສາ ແລະມີຫົວໜ້າພະແນກຄຸ້ມຄອງນັກສຶກສາຄະນະວິຊາຕ່າງໆ ພ້ອມດ້ວຍອາຈານທີ່ຮັບຜິດຊອບວຽກງານມູນນິທິການສຶກສາ ເປັນຜູ້ຊ່ວຍປະສານງານກັບນັກສຶກສາ. ນອກຈາກນີ້ີ້ ທຶນ LANS&ມູນນິທິເອເຊຍ ທີ່ໄດ້ຮຽນພາສາອັງກິດທຸກວັນເສົາ ແລະອາທິດນັ້ນ ຍັງມີອາຈານສອນພາສາອັງກິດປະຈຳຫ້ອງ ເປັນຜູ້ໃຫ້ຄຳເປິກສາໄດ້ທຸກເວ ລາ.

ວຽກງານທຶນການສຶກສານີ້ ມີຄະນະກຳມະການກອງທຶນຂຶ້ນ ມຊ ຈຳນວນ 9 ທ່ານ ເຊິ່ງຕາງໃຫ້ຫ້ອງການ ແລະພາກສ່ວນທີ່ກ່ຽວຂ້ອງເຊັ່ນ : ຫ້ອງການຄຸ້ມຄອງນັກສຶກສາ, ຫ້ອງການວິຊາການ, ຫ້ອງການການເງິນ, ຫ້ອງການພົວພັນຕ່າງປະເທດ ແລະສາມອົງການຈັດຕັ້ງມະຫາຊົນຂັ້ນ ມຊ ໂດຍແມ່ນອະທິການບໍດີ ມຊ ເປັນຜູ້ຕົກລົງເຫັນດີ.

ທຶນມູນນິທິການສຶກສາ ແມ່ນທຶນການສຶກສາທີ່ອົງການສາກົນ ແລະບໍລິສັດຕ່າງໆມອບໃຫ້ແກ່ການສຶກສາ ມຊ ເພື່ອໃຊ້ຈ່າຍເຂົ້າໃນການສຶກສາຮໍ່າຮຽນໃນຂະນະທີ່ກຳລັງສຶກສາຢູ່ໃນ ມຊ, ເຊິ່ງຜູ້ທີ່ຈະໄດ້ຮັບທຶນຕ່າງໆນັ້ນ ກໍຕໍ່ເມື່ອໄດ້ຜ່ານການຄັດເລືອກ ຫລືສຳພາດຈາກຄະນະກຳມະການກອງທຶນມູນນິທິການສຶກສາແຕ່ລະຂັ້ນ ໂດຍອີງໃສ່ເງື່ອນໄຂຂອງທາງອົງການສາກົນ ຫລືບໍລິສັດກຳນົດໃຫ້ ເຊິ່ງຈະແຍກອອກເປັນ 3 ປະເພດຄື :

  1. ທຶນການສຶກສາສຳລັບຜູ້ທີ່ຮຽນເກັ່ງ ເຊັ່ນ : ທຶນນາກາໂອະ.
  2. ທຶນການສຶກສາສຳລັບສາຂາວິຊາ ແລະເປັນຜູ້ທີ່ຮຽນເກັ່ງ ມີການປະພຶດດີ ເຊັ່ນ ທຶນທະນາຄານລົງທຶນ ແລະພັດທະນາຫວຽດນາມ, ທຶນມູນນິທິເອເຊຍ.
  3. ທຶນການສຶກສາສຳລັບນັກສຶກສາທີ່ທຸກຍາກ, ມີການປະພຶດດີ ແລະມີຜົນການຮຽນ 2,00 ຂຶ້ນໄປ.

ສົກສຶກສາ 2015-2016 ມຊ ໄດ້ຮັບທຶນມູນນິທິການສຶກສາຈາກ 13 ອົງການຄື :

ລຳດັບ ຊື່ທຶນ ຈຳນວນທັງໝົດ
1 A&H FUJIMOTO 18
2 ສະຖານທູດອົດສະຕາລີ (ທຶນແລນສ LANS) 259
3 WCC 20
4 YAMADA OSAMITSU 40
5 ນາກາໂອະ 75
6 ລາວໂທລະຄົມ 20
7 ສະມາຄົມ ໂຣຕາຣີ 11
8 ບໍລິສັດເບຍລາວ 120
9 ທູດ ສປ ຈີນ 82
10 ມູນນິທິເອເຊຍ 35
11 ມິດສຸບິຊິ 20
12 ຟູສາຄິຈິອາຣາຍ 9
13 ທະນາຄານລົງທຶນ ແລະພັດທະນາຫວຽດນາມ BIDV 9

ມີນັກສຶກສາໄດ້ຮັບທຶນຈຳນວນທັງໝົດຈຳນວນ 718 ຄົນ; ຍິງຈຳນວນ 352 ຄົນ ຖ້າທຽບໃສ່ຜູ້ທີ່

ໄດ້ຮັບທຶນໃນປີທີ່ຜ່ານມາ ແມ່ນເພີ່ມຂຶ້ນ 14,7 ຖ້າທຽບໃສ່ຈຳນວນນັກສຶກສາທັງໝົດໃນ ມຊ ມີນັກສຶກສາໄດ້ຮັບທຶນການສຶກສາເທົ່າກັບ 3,19 ມີນັກສຶກສາທຶນທີ່ຈະສຳເລັດການສຶກສາຈຳນວນ 156 ຄົນ.

ການເບີກຈ່າຍເງິນທຶນການສຶກສາ ແມ່ນໄດ້ເບີກໃຫ້ນັກສຶກສາເປັນເດືອນລະຄັ້ງ, 3 ເດືອນຕໍ່ຄັ້ງ ແລະປີໜຶ່ງຄັ້ງດຽວ ໂດຍອີງໃສ່ຈຸດພິເສດຂອງແຕ່ລະທຶນທີ່ໃຫ້ການຊ່ວຍເຫລືອ ໃນນີ້ ມີຈຳນວນ 3 ທຶນ ທີ່ເຈົ້າຂອງທຶນເປັນຜູ້ຈ່າຍໃຫ້ເອງ ໂດຍການໂອນເງິນເຂົ້າບັນຊີຂອງນັກສຶກສາໂດຍກົງ (ທຶນ LANS, ASIA ແລະເບຍລາວ).

ຈຳນວນເງິນໃຫ້ນັກສຶກສາຜູ້ໜຶ່ງຕໍ່ປີ ຕໍ່າສຸດແມ່ນ 2.000.000 ກີບ ແລະສູງສຸດແມ່ນ 13.000.000 ກີບ. ລວມເງິນອົງການ ແລະບໍລິສັດຕ່າງໆທີ່ນັກສຶກສາ ມຊ ທັງໝົດປະມານ 2.091.733.000 ກີບ.

ນັກສຶກສາທີ່ໄດ້ຮັບທຶນ ສ່ວນຫລາຍແມ່ນຜູທີ່ຄອບຄົວທຸກຍາກ, ຂາດເຂີນທາງດ້ານເສດຖະກິດ-ການເງິນ, ແຕ່ມີຈິດໃຈສູ້ຊົນ, ບຸກບືນຕໍ່ການຮຽນ ແລະເປັນຜູ້ມີການປະພຶດດີ, ນອກຈາກນີ້ ມູນນິທິການສຶກສາຍັງໄດ້ໃຫ້ທຶນການສຶກສາແກ່ນັກສາທີ່ມີຜົນການຮຽນເກັ່ງ ໂດຍບໍ່ເລືອກເຟັ້ນຖານະຄອບຄົວທຸກຍາກ ຫລືີຮັ່ງມີ ໂດຍສະເພາະແມ່ນທຶນ ນາກາໂອະ ເຊິ່ງສົ່ງເສີມແຕ່ນັກສຶກສາທີ່ຮຽນເກັ່ງໃນສາຂາວິຊາທີ່ກ່ຽວ ຂ້ອງກັບສິ່ງແວດລ້ອມ.

20160629_140716

     ນອກນີ້ ໃນງານດັ່ງກ່າວຍັງໄດ້ມີກິດຈະກຳຮ້ອງເພງຂອງບັນດານັກສຶກສາ ແລະທາງທະນາຄານຮ່ວມພັດທະນາ ຫລື JDB BANK ໄດ້ເຜີຍແຜ່ຂໍ້ມູນກ່ຽວກັບການກູ້ຢືມທຶນການສຶກສາສຳລັບນັກສຶກສາຜູ້ທີ່ຮຽນປະລິນຍາຕີ ແລະປະລິນຍາໂທ ເຊິ່ງເປັນອີກຫົນທາງໜຶ່ງທີ່ເປີດໂອກາດໃຫ້ນັກສຶກສາໄດ້ມີທຶນຮອນ ເພື່ອໃຊ້ເຂົ້າໃນການຮໍ່າຮຽນຈົນຈົບ.

ງານດັ່ງກ່າວໄດ້ອັດລົງຢ່າງເປັນຜົນສຳເລັດ ເວລາປະມານ 16 ໂມງປາຍ ເຊິ່ງໄດ້ນຳເອົາຄວາມພາກພູມໃຈມາສູ່ທຸກໆຄົນຢ່າງທຸກຖ້ວນໜ້າ.

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...