Homeເກັບຕົກ-ເລື່ອງແປກຄົ້ນພົບຂີ້ເຂັບເຄິງບົກເຄິ່ງນ້ຳສາຍພັນທຳອິດຂອງໂລກ...ທີ່ປະເທດລາວ, ໄທ ແລະ ຫວຽດນາມ

ຄົ້ນພົບຂີ້ເຂັບເຄິງບົກເຄິ່ງນ້ຳສາຍພັນທຳອິດຂອງໂລກ…ທີ່ປະເທດລາວ, ໄທ ແລະ ຫວຽດນາມ

Published on

ນັກວິທະຍາຄົ້ນພົບຂີ້ເຂັບທີ່ຢູ່ໄດ້ທັງບົກ ແລະ ນ້ຳໃນສາຍພັນທຳອິດຂອງໂລກ ຈາກພາກພື້ນອາຊຽນ ເຊິ່ງພົບໄດ້ທີ່ປະເທດລາວ, ໄທ ແລະ ຫວຽດນາມ

ວາລະສານ National Geographic ເປີດເຜີຍການຄົ້ນພົບຂີ້ເຂັບເຄິງບົກເຄິ່ງນ້ຳສາຍພັນທຳອິດຂອງໂລກ ໃນວັນທີ 26 ມິຖຸນາ 2016 ທີ່ຜ່ານມາ ໂດຍການຄົ້ນພົບນີ້ໄດ້ຖືກລາຍງານຢ່າງເປັນທາງການໃນ ວາລະສານ  ZooKeys ເປັນຜົນການສຳຫຼວດສິ່ງທີ່ມີຊີວິດໃນຕະກູນ Scolopendra ຫຼື ຂີ້ເຂັບ ໂດຍຜູ້ຊ່ຽວຊານດ້ານແມງໄມ້ຈາກພິພິດຕະພັນປະຫວັດສາດແຫ່ງຊາດໃນນະຄອນຫຼວງລອນດອນ ທ່ານ ດຣ. ເກກໍຣີ ເອດຄອມເບ ແລະ ລູກສິດ ເຊິ່ງເປັນຜູ້ຊ່ຽວຊານດ້ານແມງໄມ້ຈາກປະເທດໄທ ທ່ານ ດຣ. ວໍຣະວຸດ ສິຣິຣຸດ ຈາກການສຳຫຼວດຈຳແນກແຍກປະເພດໂດຍລາຍລະອຽດຄັ້ງນີ້ ເຮັດໃຫ້ຄົ້ນພົບ ຂີ້ເຂັບສາຍພັນໃໝ່ທີ່ຢູ່ໄດ້ທັງເທິງບົກ ແລະ ໃນນ້ຳ ເຊິ່ງຖືກຕັ້ງຊື່ວ່າ: “Scolopendra cataracta” (cataracta ເປັນຄຳສັບພາສາລາຕິນ ແປວ່າ: ນ້ຳຕົກ)

ຂີ້ເຂັບລອຍນ້ຳໄດ້ໂຕດັ່ງກ່າວນີ້ຖືກເບດຄາໂລນິນຳໄປໄວ້ທີ່ພິພິດຕະພັນໃນລອນດອນ ເພື່ອໃຫ້ຜູ້ຊ່ຽວຊານຊ່ວຍຈຳແນກລະບຸສາຍພັນຂອງສິ່ງທີ່ມິຊີວິດນີ້

ເມື່ອລ່າສຸດມີຜົນການສຳຫຼວດສິ່ງທີ່ມີຊີວິດຕະກູນ Scolopendra ຢ່າງລະອຽດ ຈິ່ງມີການຈຳແນກສາຍພັນຂີ້ເຂັບລອຍນ້ຳໄດ້ນີ້ອອກເປັນຂີ້ເຂັບສາຍພັນໃໝ່ຄື: Scolopendra cataracta ເຊິ່ງເບດຄາໂລນິສັນນິຖານວ່າ ຂີ້ເຂັບສາຍພັນ Scolopendra cataracta ໄດ້ປັບປ່ຽນການຫາກິນໃຫ້ໄດ້ປຽບເໜືອໝູ່ໃນສາຍພັນດຽວກັນ ຄືແທນທີ່ຈະຍາດກັນຫາອາຫານເທິງບົກເທົ່ານັ້ນ ມັນກັບລົງໄປຫາເຍື່ອໃນນ້ຳແທນ ໂດຍຄາດວ່າມັນຈະອອກຫາກິນໃນນ້ຳໃນເວລາຕອນກາງຄືນ ເຊິ່ງມັນຈະກິນສັດທີ່ບໍ່ມີກະດູກສັນຫຼັງຂະໜາດນ້ອຍເປັນອາຫານ

ສຳລັບ Scolopendra ເມື່ອເຕີບໃຫຍ່ໄດ້ເຕັມທີ່ຈະມີຂະໜາດ 20 ຊມ ນອກເໜືອຈາກຄວາມສາມາດໃນການລອຍນ້ຳໄດ້ແລ້ວ ມັນຍັງມີຄຸນສົມບັດອື່ນໆເຊັ່ນ: ການກິນຊີ້ນ ແລະ ມີພິດ ແຕ່ພິດຂອງມັນຈະບໍ່ຮ້າຍແຮງເຖິງຂັ້ນເປັນອັນຕະລາຍຕໍ່ຊີວິດຄົນ

ທີ່ມາ: http://hilight.kapook.com/view/138780

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...