Homeນານາສາລະສະວັດດິກະ ເຄື່ອງໝາຍແຫ່ງຄວາມຈະເລີນຂອງໂລກ

ສະວັດດິກະ ເຄື່ອງໝາຍແຫ່ງຄວາມຈະເລີນຂອງໂລກ

Published on

   swastika[1]

 ເມື່ອເຫັນຮູບນີ້ແລ້ວ ມີຫລາຍຄົນ (ອາດຈະ) ຄິດວ່າເປັນເຄື່ອງໝາຍຂອງພັກນາຊີ ຂອງຈອມຜະເດັດການຮິດເລີ ຜູ້ນຳຟາດຊິດໃນຊ່ວງສົງຄາມໂລກຄັ້ງທີສອງ ຜູ້ສັ່ງເຂັນຂ້າຊາວຢິວໄປຫລາຍລ້ານຄົນ ເຮັດໃຫ້ເຄື່ອງໝາຍນີ້ ຖືກຕີຄວາມໝາຍຈາກຊາວຢິວວ່າບໍ່ດີ ແລະຄົນເຢຍລະມັນກໍບໍ່ມັກ. ແຕ່ໃນຄວາມຈິງແລ້ວ ເຄື່ອງໝາຍນີ້ເປັນເຄື່ອງໝາຍແຫ່ງຄວາມເປັນສິລິມຸງຄົນທີ່ສຸດ ພຽງແຕ່ວ່າມີຄົນເອົາໄປນຳໃຊ້ຜິດທີ່ຜິດທາງເທົ່ານັ້ນ ໂດຍສະເພາະກໍແມ່ນຮິດເລີນັ້ນລະ ມີຫລາຍໆຄົນໃນບ້ານເຮົາທີ່ຍັງບໍ່ທັນເຂົ້າໃຈເທື່ອ ມື້ນີ້ ເຮົາມາຮຽນຮູ້ຄວາມຈິງກ່ຽວກັບເຄື່ອງໝາຍແປກໆນີ້ນຳກັນເລີຍເນາະ!.

SWASTIKA

ຄຳວ່າ “ສະວັດດິກະ” ມາຈາກຄຳໃນພາສາສັນສະກິດວ່າ ສຸ+ອັດສະດິ+ກະ ແປວ່າ “ຄວາມສຸກສະຫວັດດີຈົ່ງມີ” (ວັດຈະນານຸກົມ ດຣ.ທອງຄໍາ ອ່ອນມະນີສອນ ໜ້າ 254) ໃຫ້ຄວາມໝາຍວ່າ ເປັນລາຍກາກະບາດເງາະລົງທາງຂວາ ໃຊ້ເປັນເຄື່ອງໝາຍມາແຕ່ບູຮານ ສັນນິຖານວ່າ ແມ່ນຮູບຕາເວັນເດີນວຽນຂວາ. ຄວາມໝາຍລວມຂອງມັນ ແມ່ນເປັນເຄື່ອງໝາຍແຫ່ງພົນລະວັດ, ການເຄື່ອນໄຫວ, ຄວາມບໍ່ຢຸດຢູ່ກັບທີ່, ຄວາມປ່ຽນແປງຕະຫລອດເວລາ ແລະເປັນເຄື່ອງໝາຍແຫ່ງການຫລໍ່ລ້ຽງຊີວິດ.

ສະວັດດິກະນີ້ ໄດ້ຖືກປາກົດໃນງານສິລະປະມາແລ້ວຫລາຍຍຸກຫລາຍສະໄໝ ເມື່ອເຮົາຍ້ອນເວລາໄປໃນອະດີດ ເຮົາຈະເຫັນມັນຕິດແປະຕິດແປດຢູ່ນຳສາສະນະສະຖານທາງສາສະໜາຮິນດູ, ສາສະໜາເຊນ ແລະສາສະໜາພຸດ ຫລາຍໆປະເທດໃນອາຊີ, ເກັກ, ເອີລົບ ແລະຄົນພື້ນເມືອງອະເມລິກາກໍນຳໃຊ້ເປັນສັນຍະລັກໃນການສື່ສານ ໂດຍສະເພາະແມ່ນການໃຊ້ເປັນສັນຍະລັກທາງສາສະໜາ ແລະເທບພະເຈົ້າ.

ໃນພາບແຕ້ມພະພິຄະເນດໃນປະເທດອິນເດຍສ່ວນຫລາຍແລ້ວ ຈະມີເຄື່ອງໝາຍສະວັດດິກະວາດແຕ້ມໃສ່ໄວ້ໃຫ້ຢູ່ໃນສ່ວນໃດສ່ວນໜຶ່ງຂອງພາບນັ້ນໆ ເຊັ່ນ ກາງໜ້າຜາກ, ບໍລິເວນງວງ, ຝ່າມື ຫລືປາກົດໃນສ່ວນອື່ນໆ ທີ່ບໍ່ແມ່ນຮ່າງກາຍຂອງພະພິຄະເນດ ເປັນຕົ້ນວ່າ ໜັງສື, ຕາມຝາໃນບ່ອນຕ່າງໆ…. ເມື່ອຊາວຮິນດູພົບພໍ້ກັບສັນຍະລັກນີ້ ຈະໃຫ້ຄວາມເຄົາລົບເປັນຢ່າງຍິ່ງເຊັ່ນດຽວກັບເຄື່ອງໝາຍໂອມ.

ບາດນີ້ ເຮົາມາຮູ້ເລື່ອງຄວາມແຕກຕ່າງລະຫວ່າງເຄື່ອງໝາຍຂອງພັກນາຊີ ກັບເຄື່ອງໝາຍສະວັດດິກະພະພິຄະເນດກັນເນາະ!

swastika01

swastika02

ເຄື່ອງໝາຍສະວັດດິກະຂອງພັກນາຊີ ຈະອຽງ 45 ອົງສາ ແລະບໍ່ມີຈຸດ.

ເຄື່ອງໝາຍສະວັດດິກະຂອງພະພິຄະເນດ ຈະຕັ້ງຊື່ ບໍ່ອຽງ ແລະມີຈຸດ 4 ຈຸດ ຢູ່ລະຫວ່າງແຂນທັງສີ່ ສຳລັບແຂນທີ່ຫັກອອກນັ້ນ ຈະຫັກໄປທາງຊ້າຍຫລືຂວາກໍແລ້ວແຕ່ນັກຈິດຕະກອນຈະວາດແຕ້ມໄວ້ ໂດຍສ່ວນໃຫຍ່ຈະມີແຂນຫັກຊີ້ອອກໄປທາງຂວາ (ຕາມເຂັມຂອງໂມງ).

ສັນຍະລັກສະວັດດິກະ ຖືວ່າເປັນເຄື່ອງໝາຍທີ່ເກົ່າແກ່ທີ່ສຸດຢ່າງໜຶ່ງຂອງໂລກ ມີມາບໍ່ຕໍ່າກວ່າ 5 ພັນປີແລ້ວ ບາງປຶ້ມບາງຕຳລາຈະໃຫ້ຄວາມໝາຍວ່າ 4 ແຊກຂອງສັນຍະລັກສະວັດດິກະນັ້ນ ໝາຍເຖິງມືທັງສີ່ຂອງພະພິຄະເນດ ຫລືໝາຍເຖິງຄຳພີພະເວດທັງ 4 ເຫລັ້ມ, ສ່ວນໃນຕຳລາຂອງພະພຸດທະສາສະໜາທາງຝ່າຍມະຫາຍານເພິ່ນກໍວ່າ 4 ແຊກຂອງສະວັດດິກະນັ້ນໝາຍເຖິງ ດິນ, ນ້ຳ, ລົມ ແລະໄຟ ທາດທຳມະຊາດຂອງໂລກ ເຊິ່ງນິຍົມໃຊ້ຄຽງຄູ່ກັບເຄື່ອງໝາຍ ຫຍິນ-ຫຍາງ ຕະຫລອດຮອດເປັນເຄື່ອງໝາຍແຫ່ງທຳມະຈັກ ແລະມີອີກຫລາຍຕຳລາທີ່ເວົ້າໄປໃນແງ່ຂອງຄວາມເປັນສິລິມົງຄຸນ.

ຮູບລຸ່ມນີ້ ຄືເຄື່ອງໝາຍສະວັດດິກະທີ່ປາກົດໃນທຸກພາກສ່ວນ ແລະທຸກມູມຂອງໂລກ
swastikasbuddhist

ສະວັດດິກະໃນສາສະໜາພຸດນິກາຍມະຫາຍານ

swastika_heathenworld

ສະວັດດິກະໃນວັດແຫ່ງໜຶ່ງຂອງປະເທດເກົາຫລີ

Swastika_Paris

ສິລະປະກະເບື້ອງ Mosaic ໃນປະເທດຝຣັ່ງ

swastika02ສະວັດດິກະຂອງສາສະໜາຮິນດູ 143px-Swastik4.svg  ສະວັດດິກະຂອງສະໜາເຊນ Falun_Gong_Logo.svg  ສະວັດດິກະໃນສັນຍະລັກຂອງຝ່າຫລຸນກົງ
Swastika_iranສະວັດດິກະປະດັບສ້ອຍຄໍ ສິລະປະອິລ່ານບູຮານ ສະໄໝ 1000 ປີກ່ອນ ຄ.ສ

800px-Romswastikaສິລະປະໃນພາບໂມເສກ ສິລະປະໂລມ  730px-POL_COA_Boreyko.svgຕາອາມບໍຣິໂກ (Boreyko coat of arms) ເຊິ່ງເປັນຕາປະຈຳຕະກູນຕ່າງໆຂອງໂປແລນໃນສະຕະວັດທີ 16-18Finnish_air_force_roundel_1934-1945_border.svg

ອາກາດປະເທດຟິນແລນ ໃນປີ ຄ.ສ 1918-1945

Lotta_Svärd_badge.svg

ສະວັດດິກະຂອງສະຫະພາບສະຕີລອດຕາສະວາດ (Lotta Svärd)  ປະເທດຟິນແລນ

Flag_of_German_Reich_(1935–1945).svg

ສະວັດດິກະທຸງປະຈຳພັກນາຊີ (ຕໍ່ມາໃຊ້ເປັນທຸງຊາດເຢຍລະມັນ)

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...