ຜ່ານມາໄດ້ມີນັກຂຽນຫລາຍທ່ານ ໃຫ້ຄວາມເຫັນກ່ຽວກັບ ຄໍາວ່າ “ລາວ” ໄວ້ຫລາຍຢ່າງແຕກຕ່າງກັນ ເຊັ່ນ:
1. ຄໍາວ່າ “ລາວ” ພ້ຽນມາຈາກຄໍາວ່າ “ລວງ” ຊຶ່ງແປວ່າ ນາກ, ພະຍານາກ. ເຫດຜົນແມ່ນຍ້ອນວ່າ ຄົນລາວນັບຖືນາກ
ເປັນສັດສັກສິດ ປະຈໍາເຜົ່າຂອງຕົນ ດັ່ງທີ່ປາກົດຢູ່ໃນຮູບແຕ້ມ, ຮູບຄວັດຕ່າງໆ ຕາມວັດວາອາຮາມ ລ້ວນແຕ່ມີ
ຮູບນາກ, ພະຍານາກ ປາກົດຢູ່ ໂດຍສະເພາະແມ່ນ ຂັ້ນໄດສິມ, ວົງປະຕູສິມ, ແຂນນາງສິ່ງກໍ່ສ້າງຕ່າງໆທີ່ກ່ຽວກັບ
ສາສະໜາພຸດ ເພີ່ນກໍໄດ້ເຮັດຮູບນາກໃສ່ ແມ່ນແຕ່ລາຍຜ້າ, ແຜ່ນແພ ກໍນິຍົມເຮັດເປັນຮູບນາກ.
2. ຄໍາວ່າ “ລາວ” ພ້ຽນມາຈາກຄໍາວ່າ “ລາວຸ” ຊຶ່ງເປັນຄໍາສັບພາສາບາລີ ແປວ່າ ໝາກນ້ໍາເຕົ້າ. ເຫດຜົນຍ້ອນວ່າ ໃນ
ນິທານຂຸນບູລົມນັ້ນ ເພິ່ນໄດ້ກ່າວວ່າ ພະຍາແຖນໄດ້ປະທານ ໝາກນ້ໍາເຕົ້າປຸງມາໃຫ້ແກ່ຂຸນບູລົມ ເພື່ອໃຫ້ມີຄົນ,
ມີສັດ, ພືດພັນທັນຍາຫານ ເຄື່ອງໃຊ້ສອຍຕ່າງໆ ມາໄວ້ໃຊ້ສອຍ ໃນເວລາທີ່ຂຸນບູລົມ ລົງມາຈາກເມືອງແຖນ
(ສວງສະຫວັນ) ເພື່ອມາຢູ່ສືບສ້າງໃນເມືອງລຸ່ມ ຄືໂລກມະນຸດເຮົານີ້ເອງ.
3. ຄໍາວ່າ “ລາວ” ພ້ຽນມາຈາກຄໍາວ່າ “ດາວ” ລວມທັງດວງຕາເວັນ ແລະ ດວງເດືອນ, ດວງດາວຕ່າງໆ.
ເຫດຜົນແມ່ນເນື່ອງມາຈາກ ຄົນລາວບູຮານ ມີຄວາມເຊື່ອຖືກ່ຽວກັບແຖນ ຫລື ສະຫວັນ ຈົນກາຍເປັນ
ນິທານພະຍາແຖນ ປະຈໍາເຜົ່າຂອງຕົນ ທີ່ມີການບອກເລົ່າຕໍ່ໆກັນມາ ແບບປາກຕໍ່ປາກ ກ່ອນທີ່ມີການແຕ່ງປຶ້ມ
“ພື້ນຂຸນບູລົມ”ໃນສະໄໝພຣະເຈົ້າວິຊຸລະຣາດ ເປັນກະສັດປົກຄອງອານາຈັກລາວລ້ານຊ້າງ(ຄ.ສ.1500-1520).
ນິທານພະຍາແຖນ ມີເນື້ອໃນໂດຍຫຍໍ້ດັ່ງນີ້: ດົນນານມາແລ້ວ ເມື່ອມີໜ່ວຍໂລກເກີດຂຶ້ນມາ ຍັງບໍ່ທັນມີຄົນຢູ່ອາໄສ
ພະຍາແຖນ(ເຈົ້າແຫ່ງສວງສະຫວັນ) ໄດ້ແຕ່ງໃຫ້ແຖນຈໍານວນໜຶ່ງ ລົງມາຢູ່ສືບສ້າງຢູ່ໃນໂລກໃໝ່ ທີ່ເອີ້ນວ່າເມືອງລຸ່ມ
ຄູ່ກັບເມືອງບົນ ຫລື ເມືອງຟ້າ ເມືອງແຖນ. ໂດຍປົກກະຕິແລ້ວ ແຖນທັງຫລາຍ ມີຮ່າງກາຍເປັນທິບ(ບໍ່ສາມາດມອງເຫັນໄດ້
ດ້ວຍຕາເປົ່າ ຫລື ຕາຂອງຄົນທໍາມະດາສາມັນ, ຜູ້ທີ່ມີຕາທິບຈຶ່ງສາມາດມອງເຫັນ), ກິນອາຫານທິບ, ຢູ່ວິມານທິບ, ມີຊີວິດ
ເປັນອະມະຕະ ມີຄວາມສຸກສັນຊົ່ວນິຣັນດອນ. ເມື່ອແຖນຊຸມທີ່ຖືກສົ່ງ(ແຕ່ງ)ມາຢູ່ສືບສ້າງໃນເມືອງລຸ່ມນັ້ນ ລົງມາເຖິງເມືອງລຸ່ມ
ແລ້ວ ຮ່າງກາຍທີ່ເປັນທິບນັ້ນ ກໍໄດ້ປ່ຽນສະພາບໄປ ກາຍເປັນຮ່າງກາຍຂອງຄົນທໍາມະດາ ທີ່ປະກອບດ້ວຍທາດສີ່,
ຂັນຫ້າ (ທາດສີ່ ໄດ້ແກ່: ດິນ, ນ້ໍາ, ໄຟ, ລົມ; ຂັນຫ້າໄດ້ແກ່: ຮູບ, ເວທະນາ, ສັນຍາ, ສັງຂານ, ວິນຍານ).
ໃນເບື້ອງຕົ້ນນັ້ນ ພະຍາແຖນໄດ້ເນຣະມິດ(ປະດິດສ້າງຂຶ້ນດ້ວຍລິດເດດ) ໃຫ້ມີເຄືອເຂົາກາດ ເຊື່ອມຕໍ່ລະຫວ່າງ
ເມືອງແຖນ ແລະເມືອງຄົນ(ເມືອງລຸ່ມ) ເພື່ອໃຫ້ຄົນໄຕ່ເຄືອເຂົາກາດຂຶ້ນໄປເມືອງແຖນໄດ້ ໃນເວລາມີຄວາມເດືອດຮ້ອນ
ເພື່ອຂໍຄວາມຊ່ວຍເຫລືອຈາກພະຍາແຖນ ເຊັ່ນ ຕົວຢ່າງ ໃນກາລະຄັ້ງໜຶ່ງ ເກີດໄພແຫ້ງແລ້ງຍາວນານເຖິງ 7 ປີ ພວກ
ມະນຸດທັງຫລາຍໃນເມືອງລຸ່ມ ເກີດຄວາມເດືອດຮ້ອນ ຂາດເຂີນສະບຽງອາຫານ, ບັນດາພືດພັນທັນຍາຫານທັງຫລາຍໄດ້ຕາຍໄປ.
ພວກມະນຸດໄດ້ແຕ່ງໃຫ້ ປູ່ເຍີ ຍ່າເຍີ ໄຕ່ເຄືອເຂົາກາດຂຶ້ນໄປເມືອງແຖນ ເພື່ອຂໍຄວາມຊ່ວຍເຫລືອຈາກພະຍາແຖນ. ພະຍາແຖນ
ໄດ້ປະທານແນວເຂົ້າປູກ,ແນວພືດພັນທັນຍາຫານຕ່າງໆໃຫ້ແກ່ມະນຸດ ເພື່ອເອົາລົງມາປູກທໍາມາຫາກິນຕໍ່ໄປ. ພ້ອມກັນນັ້ນ
ພີ ຝົນຕົກຕາມລະດູການ. ພວກມະນຸດທັງຫລາຍກໍໄດ້ເຮັດໄຮ່ ເຮັດນາ ມີເຂົ້າປາອາຫານອຸດົມສົມບູນ
ຢູ່ເຢັນເປັນສຸກຕະຫລອດມາ.ແຕ່ວ່າໄດ້ມີກຸ່ມຄົນບໍ່ດີຈໍານວນໜຶ່ງ ມີນິໄສຂີ້ຄານມັກງ່າຍ ບໍ່ຢາກອອກແຮງງານທໍາມາຫາກິນ
ມີແຕ່ທຽວໄປຂໍຄວາມຊ່ວຍເຫລືອຈາກພະຍາແຖນຢູ່ເລື້ອຍໆເກີນຄວາມຈໍາເປັນ, ພະຍາແຖນຈຶ່ງສັ່ງໃຫ້ຕັດເຄືອເຂົາກາດຖິ້ມເສຍ.
ແຕ່ນັ້ນມາ ມະນຸດເຮົາກໍບໍ່ສາມາດຂຶ້ນໄປເມືອງແຖນໄດ້ອີກ ຫາກຕ້ອງການຂໍຄວາມຊ່ວຍເຫລືອຈາກພະຍາແຖນ ກໍພາກັນປະກອບ
ພິທີໄຫວ້ວອນຢູ່ເມືອງລຸ່ມໂດຍເຊື່ອວ່າ ພະຍາແຖນຈະຫລິງເຫັນ ແລະຮູ້ຈັກການໄຫວ້ວອນຂອງມະນຸດ ແລ້ວບັນດານໃຫ້ໄດ້ດັ່ງທີ່
ປາຖະໜາ. ພວກມະນຸດ ຍັງມີຄວາມເຊື່ອກັນວ່າ ຫາກຕົນໄດ້ສ້າງຄຸນງາມຄວາມດີໄວ້ຫລາຍ, ລະເວັ້ນຄວາມຊົ່ວຮ້າຍທັງປວງ
ໃນເວລາມີຊີວິດຢູ່, ເມື່ອຕາຍໄປແລ້ວ ກໍຈະໄດ້ກັບໄປເກີດເປັນເທບຢູ່ໃນສວງສະຫວັນ(ເມືອງແຖນ)ອີກ, ໄດ້ຮ່າງກາຍເປັນທິບຄືນ.
4. ຜຂ ເຫັນວ່າຄໍາວ່າ “ລາວ” ພ້ຽນມາຈາກຄໍາວ່າ “ດາວ” ຕາມທີ່ກ່າວໄວ້ໃນຂໍ້ 3 ນັ້ນ ມີຄວາມໜ້າເຊື່ອຖືຫລາຍກວ່າ ຂໍ້ອື່ນໆ ເພາະວ່າ
ມີຮ່ອງຮອຍທາງປະຫວັດສາດຢັ້ງຢືນຫລວງຫລາຍ ທັງທີ່ເປັນວັດຖຸ ແລະຈິນຕະນາການ(ນິທານຕ່າງໆ, ຮີດຄອງປະເພນີຕ່າງໆ).
ຫລັກຖານທາງດ້ານວັດຖຸ ກ່ຽວກັບການນັບຖືແຖນມີຫລວງຫລາຍ ກະຈາຍຢູ່ທົ່ວແຫລມສຸວັນນະພູມ ເຊັ່ນ ຫີນດາວທີ່ພູເຂົ້າລີບ,
ພູສາມສຸມ, ພູປາກເກີ(ຄ້າຍທະຫານເກົ່າຝຣັ່ງ) ຢູ່ແຂວງຫລວງພຣະບາງ, ໄຫຫີນດາວ ທີ່ຄົ້ນພົບຢູ່ຫລຸມຝັງສົບຄົນບູຮານບ້ານຊຽງ
(ອຸດອນທານີ, ໄທ), ຮູບແຕ້ມຄົນແຫ່ຄ້ອງບັ້ງປະກອບພິທີໄຫວ້ແຖນ ຢູ່ຜາລາຍ ພູຫົວ (ຫົວຊານ) ແຂວງກວາງຊີ ສປ ຈີນ.
ຮູບແຕ້ມຄົນແຫ່ຄ້ອງບັ້ງໄຫວ້ແຖນ ຢູ່ຖ້ໍາຕາດ້ວງ, ຈັງຫວັດການຈະນະບຸຣີ, ໄທ. ນອກຈາກນີ້ຍັງມີຮູບດາວໃຫຍ່ (ດວງຕາເວັນ)
ຢູ່ໜ້າຄ້ອງບັ້ງ ທີ່ຄົນລາວບູຮານປະດິດສ້າງຂຶ້ນ ເພື່ອປະກອບພິທີໄຫວ້ແຖນ.
ພາສາເວົ້າຂອງຄົນລາວ ໃນທ້ອງຖິ່ນຕ່າງໆ ກໍຢັ້ງຢືນໃຫ້ເຫັນໄດ້ຈະແຈ້ງ ຄື ຄົນເຜົ່າລາວ, ເຊື້ອສາຍລາວ ທີ່ຢູ່ໃນ
ເຂດພາກເໜືອ ອອກສຽງ ຕົວ “ດ” ເປັນ ຕົວ “ລ” ເຊັ່ນ ດາວ ວ່າ ລາວ, ສີແດງ ວ່າ ສີແລງ, ໄຕແດງ ວ່າ ໄຕແລງ, ແຜ່ນດິນ
ວ່າ ແຜ່ນລິນ ເປັນຕົ້ນ. ໜັງສືປະຫວັດສາດຈີນບູຮານຫລາຍສະບັບ ກໍໄດ້ຢັ້ງຢືນວ່າ ມີຊົນຊາດ “ອ້າຍລາວ” ຢູ່ໃນເຂດຢູນນານ,
ກວາງຊີ (ໜັງສືບູຮານຈີນ ບໍ່ໄດ້ກ່າວເຖິງ ຊົນຊາດໄຕ ຫລື ໄທ, ມີແຕ່ໝໍສອນສາສະໜາອາເມຣິກາ ຊື່ວ່າ ວິລຽມ ຄລິບຕັນ ດອດ
(William Clifton Dodd) ຂຽນປຶ້ມກ່ຽວກັບຊົນຊາດໄທ(The Thai Race) ໃນປີ ຄ.ສ.1921, ແຕ່ນັ້ນມາ ຈຶ່ງມີຄໍາວ່າ
ຊົນຊາດໄທ ຫລື ໄຕ ເກີດຂຶ້ນມາ). ໜັງສືປະຫວັດສາດ ຊົນຊາດຈ້ວງ ເຂດປົກຄອງຕົນເອງກວາງຊີ ຈ້ວງ ສປ ຈີນ ກໍຢັ້ງຢືນວ່າ
ບັນພະບຸຣຸດຂອງເຂົາເຈົ້າ ມີຊື່ວ່າ “ລາວ” ຫລື “ລຽວ” ແຕ່ຍ້ອນເສິກສົງຄາມ ອານາຈັກລາວຖືກລົ້ມສະລາຍ ຄົນລາວໄດ້ປ່ຽນຊື່
ຂອງຕົນໄປໃຊ້ຊື່ໃໝ່ ເພື່ອຄວາມປອດໄພຂອງຕົນ ເພາະວ່າ ຊົນຊາດລາວເຄີຍເປັນຊາດມະຫາອໍານາດທີ່ຍີ່ງໃຫຍ່ ໃນສະໄໝ
ອານາຈັກອ້າຍລາວໜອງແສ, ເຄີຍສູ້ຮົບຕົບຕີ ກໍາໄຊຊະນະບັນດາປະເທດທີ່ຢູ່ອ້ອມ. ເມື່ອອານາຈັກອ້າຍລາວໜອງແສ ຖືກລົ້ມ
ສະລາຍ ຊົນຊາດລາວໄດ້ແຕກໜີຈາກຕົວເມືອງ ໄປສູ່ເຂດຊົນນະບົດ ແລະຖືກນໍາກວາດລ້າງແກ້ແຄ້ນ. ດ້ວຍເຫດນີ້ ຄົນລາວ
ທັງຫລາຍຈຶ່ງໄດ້ປ່ຽນຊື່ຂອງ ຕົນໄປເອີ້ນຊື່ໃໝ່ ທີ່ບໍ່ມີຄໍາວ່າ “ລາວ” ໂດຍເອົາຊື່ຫົວໜ້າເຜົ່າມາເປັນຊື່ເອີ້ນ ເຊັ່ນ ຊົນຊາດນົງ, ຈ້ວງ,
ບາງກຸ່ມກໍເອີ້ນຊື່ຕົນຕາມສາຍນ້ຳທີ່ຕົນອາໄສຢູ່ ເຊັ່ນ ໄຕແດງ(ນ້ຳແດງ) ໄຕດຳ(ນ້ຳດຳ) ໄຕຂາວ(ນ້ຳຂາວ) ໄຕມ້ວຍ(ເມືອງມ້ວຍ)
ໄຕລື້ (ເມືອງລື້) ໄຕຊານ(ພວກຢູ່ເທິງພູ).
ຢູ່ໃນບາງປະເທດ ກໍມີຄວາມຈົງໃຈຫັນປ່ຽນຄົນເຊື້ອສາຍລາວ ໃຫ້ໄປໃຊ້ຊື່ອື່ນ ເພື່ອບິດເບືອນປະຫວັດສາດ ເຊັ່ນ
ຢູ່ຫວຽດນາມໄດ້ປຸກລະດົມ ໃຫ້ກຸ່ມຄົນເຊື້ອສາຍລາວ ທີ່ມີຊື່ໄທ ຫລື ໄຕ ອອກໜ້າ ໃຫ້ເອີ້ນວ່າ “ເຜົ່າໄຕ” ເຊັ່ນ ໄຕດຳ,
ໄຕແດງ, ໄຕຂາວ, ໄຕໝວຍ, ໄຕນ້ຳ…. ໃຫ້ຫັນມາໃຊ້ຄຳວ່າ “ເຜົ່າໄຕ” ເພື່ອໃຫ້ເປັນເອກະພາບກັນ. ຢູ່ໃນປະເທດໄທ ໄດ້
ອອກຄຳສັ່ງເປັນທາງການ (ຣ.5) ໃຫ້ຄົນລາວໃນເຂດຝັ່ງຂວາແມ່ນ້ຳຂອງ ໃຫ້ໃຊ້ຊື່ເປັນໄທ ຫ້າມໃຊ້ຄຳວ່າ “ລາວ”.
ນອກຈາກນີ້ ຍັງຕັ້ງຊື່ເອີ້ນຄົນລາວໃນເຂດທີ່ອັງກິດປົກຄອງວ່າ “ໄທໃຫຍ່” ແທນຄຳວ່າ ຊານ (Shan) ຫລື ໄຕຊານ,
ຕັ້ງຊື່ເອີ້ນຄົນລາວ ໃນເຂດຝຣັ່ງປົກຄອງວ່າ “ໄທນ້ອຍ”. ດ້ວຍເຫດນີ້ ຊົນຊາດລາວທີ່ເວົ້າພາສາລາວ ທີ່ມີຈຳນວນ
ຫລວງຫລາຍໃນເມື່ອກ່ອນ ຈຶ່ງມີຊື່ເອີ້ນຫລາຍຢ່າງແຕກຕ່າງກັນໄປ. ມາເຖິງປັດຈຸບັນ ຈຶ່ງຍັງມີແຕ່ຄົນລາວ ຢູ່ໃນ
ດິນແດນລາວເທົ່ານັ້ນ ທີ່ສາມາດເອີ້ນຕົນເອງວ່າ “ລາວ”, ຄົນລາວ, ຊາດລາວ, ປະເທດລາວ ຢ່າງເອກອ້າງທະນົງໃຈ
ໃນກຽດສັກສີຂອງຊາດຕົນ.
ຂອບໃຈຂໍ້ມູນດີໆ ໂດຍ: Laowady ຈາກໃບລານ http://www.bailane.com