Homeມຸມຂ່າວ AEC4 ປະເທດສະມາຊິກໃໝ່ຮ່ວມຫາລືກຽມກອງປະຊຸມ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ

4 ປະເທດສະມາຊິກໃໝ່ຮ່ວມຫາລືກຽມກອງປະຊຸມ ເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ

Published on

ເຊົ້າວັນທີ 27 ມີຖຸນານີ້, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະການຄ້າ, ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ 4 ປະເທດສະມາຊິກໃໝ່ອາຊຽນ (11Th CLMV SEOM Meeting), ຂຶ້ນທີ່ນະຄອນ ຫລວງວຽງຈັນ ເພື່ອກະກຽມໃສ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນຄັ້ງທີ 3/47 (SEOM3/47) ທີ່ມີຂຶ້ນໃນມື້ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ລາວຮົວ ເຈີຈິງ ຫົວໜ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະການຄ້າ, ທັງເປັນປະທານເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ພ້ອມດ້ວຍຄະນະ ຜູ້ ແທນຈາກ ສສ ຫວຽດນາມ, ກຳປູເຈຍ, ມຽນມາ ແລະ ປະເທດເຈົ້າພາບເຮົາເຂົ້າຮ່ວມ.

ທ່ານ ລາວຮົວ ເຈີຈິງ ກ່າວວ່າ: ກອງປະຊຸມປຶກສາຫາລືລະຫວ່າງ 4 ປະເທດ ສະມາຊິກໃໝ່ນີ້ (11Th CLMV SEOM Meeting) ແມ່ນໜຶ່ງໃນ 8 ກອງປະຊຸມຍ່ອຍ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ SEOM (3/47) ໂດຍມີຈຸດປະສົງ ເພື່ອປຶກສາຫາລືກ່ຽວກັບການຈັດ ຕັ້ງປະຕິບັດພັນທະຕ້ອງໄດ້ປະຕິບັດຢູ່ໃນອາຊຽນ, ຮັບ ຟັງການລາຍງານສະພາບຄວາມຄືບໜ້າຫຼ້າສຸດຂອງໂຄງການຂໍ້ລິເລີ່ມກ່ຽວກັບການເຊື່ອມໂຍງອາຊຽນ, ໂດຍແມ່ນປະເທດ ມຽນມາ ເປັນເຈົ້າພາບໃນປີນີ້, ຊຶ່ງໃນນັ້ນ ບັນດາ 4 ປະເທດສະມາຊິກອາຊຽນໃໝ່ຈະໄດ້ຮັບຟັງການລາຍງານຄວາມພ້ອມໃນການກະກຽມສ້າງແຜນການປະຕິ ບັດຂໍ້ລິເລີ່ມມກ່ຽວກັບການເຊື່ອມໂຍງອາຊຽນ2016-2025, ແຕ່ໃນຂະນະດຽວກັນ ເສົາຄ້ຳເສດຖະກິດ ກໍກຳລັງກະກຽມແຜນແມ່ບົດ ເພື່ອພັດທະນາເສດຖະກິດໃຫ້ແກ່ 4 ປະເທດສະມາຊິກອາຊຽນໃໝ່ ເພື່ອໃຫ້ບັນລຸຄວາມແຕກໂຕນທາງດ້ານເສດຖະກິດລະຫວ່າງ ສະມາຊິກອາຊຽນເກົ່າ ແລະ ໃໝ່. ພ້ອມດຽວກັນນັ້ນ ໃນກອງປະຊຸມຍັງຈະໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາ ໂຄງການທີ່ໄດ້ຜ່ານການຮັບຮອງຈາກກອງເລຂາອາ ຊຽນ ແລະ ສະມາຊິກອາຊຽນໃໝ່, ໄດ້ຖືກຮັບຮອງໄປແລ້ວນັ້ນ, ເພື່ອຮ່ວມກັນຫາລືວ່າ: ຈະເຮັດແນວ ໃດໃນການຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ຊຶ່ງທັງໝົດນີ້ ກໍເພື່ອເປັນການກະກຽມລາຍງານຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະ ກິດອາຊຽນທີ່ມີຂຶ້ນໃນມື້ນີ້, ເພື່ອສັງລວມເປັນບົດສະຫຼຸບ ແລະ ກະ ກຽມເນື້ອໃນໃສ່ກອງ ປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ທີ່ ສປປລາວ ເປັນປະທານ ທີ່ຈະຈັດຂຶ້ນໃນ ຕົ້ນເດືອນສິງຫາ 2016 ນີ້ໃຫ້ບັນລຸຜົນສຳເລັດ.

ທີ່ມາ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...