ຊາກເມືອງ ໂມເຮນໂຈ – ດາໂຣ ແລະເມືອງ ຮາຣັບປາ
- ເວົ້າເຖິງຕົວອັກສອນໃນອິນເດຍ
ອິນເດຍເປັນປະເທດທີ່ໜ້າສົນໃຈຫລາຍ ມີຫລາຍສິ່ງຫລາຍຢ່າງທີ່ໜ້າສຶກສາ ໂດຍສະເພາະ ແມ່ນທາງດ້ານອັກສອນ ເຊິ່ງມີຂໍ້ມູນທີ່ນັກບູຮາຄະດີຄົ້ນພົບທີ່ ເມືອງ ຮາຣັບປາ ແລະເມືອງ ໂມເຮນ ໂຈ – ດາໂຣ.
ເຊິ່ງເປັນເລື່ອງທີ່ຈະຕັດສິນຍາກຫລາຍວ່າ ອັກສອນເຫລົ່ານີ້ກຳເນີດມາຈາກໃສກັນແທ້ ເຊິ່ງມີຫລາຍຄວາມເຫັນໄດ້ບອກໃຫ້ຮູ້ຄື :
- ປະເພດຫລັກຖານຕາມທັດສະນະ :
- ທ່ານ ເບີເນລ (Burnell) ບອກວ່າ ອັກສອນພຣາມມີສືບທອດມາຈາກອັກສອນຟີນິເຊຍ ເລີ່ມເຂົ້າສູ່ອິນເດຍສະໄໝພຸດທະການ.
- ທ່ານ ດຣ. ບູເລີ (Buhler) ບອກວ່າ ອັກສອນພຣາມມີ ມີໃຊ້ສະໄໝພຸດທະ ການ ອັກສອນນີ້ສືບທອດມາຈາກອັກສອນເຊມີຕິກ ແຕ່ທ່ານກໍບໍ່ຢັ້ງຢືນວ່າຖືກຕ້ອງແທ້ໆ.
- ນັກປາດຊາວອິນເດຍ ບອກວ່າ ໃນສະໄໝພຸດທະການ ມີຕົວອັກສອນໃຊ້ແລ້ວ.
- ປະເພດຫລັກຖານຕາມການບັນທຶກ :
- ບັນທຶກຂອງພຣະຈີນ ຖັງຊຳຈັງ ແລະປະທານຸກົມຈີນ ຊື່ ຟາວັນ ຊູຫລິນ (Fawan
Shulin) ຮັບຮອງວ່າ ອັກສອນພຣາມີເກົ່າແກ່ຫລາຍ.
- ບັນທຶກຂອງນັກປາດອາຫລັບ ຊື່ ອັລເບຣູນີ (Alberuni) ໃຫ້ທັດສະນະວ່າ ອິນເດຍຄົງມີອັກສອນໃຊ້ມາຕັ້ງແຕ່ 3101 ປີ ກ່ອນ ຄ.ສ ແລ້ວ (ຫລັກຖານບໍ່ພຽງພໍປານໃດ).
- ບັນທຶກຂອງ ເນຍໂຄສ (Nearchos) ແມ່ທັບຄົນໜຶ່ງຂອງພຣະເຈົ້າອະເລັກຊານເດີ ກ່າວວ່າ ຄົນອິນເດຍຮູ້ຈັກຜະລິດເຈ້ຍດ້ວຍເປືອກໄມ້ ແລະຜ້າຂາດ (ຄົງຈະຜະລິດໄວ້ຂຽນ).
- ເມກາສສະເທນີສ (ທູດເກຣັກປະຈຳລາຊະສຳນັກພຣະເຈົ້າຈັນທະຄຸບ 323-300 ກ່ອນ ຄ.ສ ) ບັນທຶກໄວ້ວ່າ ຕາມຖະໜົນມີການຝັງເສົາຫີນບອກໄລຍະທາງ.
- ປະເພດຫລັກຖານທາງດ້ານວັນນະຄະດີ : ມີວັນນະຄະດີຫລາຍເລື່ອງ ເຊັ່ນ ໂຄງສັນລະເສີນ ວິລະຊົນ, ກາບ, ບົດລະຄອນ, ບົດສູດ ແລະເອກະສານການປົກຄອງ, ປະຫວັດສາດ, ສີລະທັມ ແລະປັດຊະຍາ ທີ່ແຕ່ງຂຶ້ນກ່ອນສະໄໝໂມລິຍະ (ປີ 323 ກ່ອນ ຄ.ສ) ນັ້ນ ລ້ວນແຕ່ສະແດງເຖິງຄວາມເກົ່າແກ່ຂອງພາສາ.
ວັນນະຄະດີ 2 ເລື່ອງຄື ຣາມາຍະນະ ແລະມະຫາພາຣະຕະ ແຕ່ງຂຶ້ນປະມານ 100 ປີ ຫລັງພຸດ ທະການ ດັ່ງນັ້ນ ບູເລີ ເຊື່ອວ່າ ການໃຊ້ຕົວອັກສອນນັ້ນຄົງມີມາແຕ່ເກົ່າແທ້.
- ປະເພດຫລັກຖານທາງຕົວອັກສອນ :
- ໄດ້ຄົ້ນພົບອັກສອນຮູບພາບ ແລະອັກສອນປະເພດເຄື່ອງໝາຍ ເຊິ່ງ ດຣ. ປານເດ ບອກວ່າ ອາຍຸຂອງອັກສອນເຫລົ່ານີ້ ປະມານ 3500 ປີ ກ່ອນ ຄ.ສ
- ຈາລຶກກ່ອນສະໄໝໂມລິຍະ ເຊິ່ງມີຫລາຍປະເພດຄື :
- ອັກສອນຢູ່ຫລຽນຂອງເມືອງເອຣັນ (Eran) ອ່ານຈາກຊ້າຍໄປຂວາ ຈາກຂວາໄປຊ້າຍ ເຊິ່ງບຸເລີຢືນຢັນວ່າ ຍຸກທີ່ຂຽນກັບໄປກັບມານີ້ ຢູ່ສະໄໝ 400 ກ່ອນ ຄ.ສ.
- ອັກສອນທີ່ຫລຽນຕັກກະສິລາ ເຊິ່ງເປັນຍຸກດຽວກັນກັບເອຣັນ.
- ຈາລຶກທີ່ທາດຂອງພຣະພຸດເທະເຈົ້າ ທີ່ເມືອງບັດສະຕິ ແຄວ້ນໂກສົນ ເປັນຄຳຈາລຶກນະມັດສະການພຣະບໍລົມສາລີລິກະທາດ.
- ຈາລຶກຂອງເຊນ ທີ່ບ້ານອັດຊະເມີ ເຊິ່ງລະລຶກເຖິງ ພຣະມະຫາວິລະ ສາສະດາຂອງສາສະໜາເຊນ.
- ສີລາຈາລຶກຂອງມະຫາສະຖານ ເພື່ອອຸທິດແດ່ປັນຈະວັກຄີ ໃນແຄວ້ນເບັງກອນ.
- ສີລາຈາລຶກສະໄໝພຣະເຈົ້າອະໂສກມະຫາລາດ ແບ່ງອອກເປັນ 2 ປະເພດຄື :
ປະເພດທີ 1 : ຂຽນແຕ່ຂວາໄປຫາຊ້າຍ ໃຊ້ຢູ່ທາງທິດຕາເວັນຕົກສຽງເໜືອຂອງອິນເດຍ ອັກສອນປະເພດນີ້ມີຊື່ວ່າ ຂະໂຣດຖີ ມີຫລາຍຊົນເຜົ່າທີ່ໃຊ້ ໄດ້ແກ່ ພວກວະຍະນະ, ພວກສະກະ ຫລືສະກິທຽນ, ອາຣະຍັນ, ອິນໂດແບກຕຣຽນ, ແບກໂຕຣ-ປາລີ, ກາບູລຽນ ແລະຂະໂຣດຖີເປັນ ຕົ້ນ. ພໍ່ຄ້າອິນເດຍ ອາດຈະເປັນຄົນນຳອັກສອນນີ້ເຂົ້າໄປກໍໄດ້ ອັກສອນນີ້ບໍ່ເກົ່າແກ່ປານໃດ ມີໃຊ້ສະຕະວັດທີ 3 ກ່ອນ ຄ.ສ.
ອັກສອນຂະໂຣດຖີ
ປະເພດທີ 2 : ຂຽນແຕ່ຊ້າຍໄປຫາຂວາ ມີໃຊ້ທົ່ວໄປໃນອິນເດຍ ເອີ້ນວ່າ ອັກສອນພຣາມີ ເປັນອັກສອນທີ່ໃຊ້ຫລາຍໃນສະໄໝພຣະເຈົ້າອະໂສກມະຫາຣາດ ສີລາຈາຣຶກສ່ວນຫລາຍເປັນອັກ ສອນພຣາມີ ມີຮູບສວຍງາມ, ມີມູມ, ຫລ່ຽມ, ອ່ານງ່າຍ ຕໍ່ມາໄດ້ວິວັດທະນາການມາຫລາຍຍຸກເປັນຕົວລ່ຽມ, ຕົວມົນ ຜັນແປໄປເປັນອັກສອນສັນສະກິດ, ຄຣິນ, ລັງກາ, ທິເບດ, ມອນ, ພະມ້າ, ຂະແມ, ລາວ, ໄທ…
ອັກສອນພຣາມີ
ອັກສອນພຣາມີນີ້ ຕໍ່ມາໄດ້ຂະຫຍາຍກາຍເປັນອັກສອນສັນສະກິດ ຫລືຮຽກອີກຢ່າງໜຶ່ງວ່າ ເທວະນາຄະລີ ເຊິ່ງມີໃຊ້ຢູ່ທາງພາກເໜືອຂອງອິນເດຍ (ປັດຈຸບັນໃຊ້ບັນທຶກພາສາຮິນດີ ແລະສັນ ສະກິດ) ແລະອັກສອນປາລີ ຫລືຮຽກອີກຢ່າງໜຶ່ງວ່າ ຄຣິນ ເຊິ່ງໃຊ້ຢູ່ທາງໃຕ້ຂອງອິນເດຍ (ປັດຈຸ ບັນເປັນອັກສອນຕາຍແລ້ວ).