spot_img
Homeຂ່າວພາຍ​ໃນຜົນສຳເລັດກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ

ຜົນສຳເລັດກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ

Published on

ກອງ​ປະ­ຊຸມ​ລັດ­ຖະ­ບານ​ຮ່ວມ​ກັບ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ເຈົ້າ­ແຂວງ​ໃນ​ທົ່ວ​ປະ­ເທດ​ໄດ້​ໄຂ​ຂຶ້ນ​ໃນ ວັນ​ທີ 23-24 ມິ­ຖຸ­ນາ 2016, ພາຍ​ໃຕ້ການ​ເປັນ​ປະ­ທານ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ, ມີ​ບັນ­ດາທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ສະ­ມາ­ຊິກ ລັດ­ຖະ­ບານ, ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງຈັນ ແລະ​ບັນ­ດາ​ທ່ານ​ເຈົ້າ­ແຂວງ​ເຂົ້າຮ່ວມ​ຢ່າງ​ຄົບ​ຖ້ວນ. ກອງ​ປະ­ຊຸມ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ຄວາມ ສຳ­ຄັນ​ທີ່​ສຸດ​ເພາະ​ເປັນ​ກອງ​ປະ­ຊຸມ​ເປີດກວ້າງ​ລະ­ຫວ່າງ​ລັດ­ຖະ­ບານ ຊຸດ​ທີ 8 ຮ່ວມ ກັບ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ​ທ່ານ​ເຈົ້າ­ແຂວງ​ໃນ​ທົ່ວ​ປະ­ເທດ.

ໂດຍ​ຜູ້​ເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນ​ສຸມ​ໃສ່ປຶກ­ສາ​ຫາ­ລື​ຕົກ­ລົງ​ກ່ຽວ​ກັບ​ວຽກ​ງານຈຸດ​ສຸມ ແລະ​ຮີບ​ດ່ວນ​ຂອງ​ລັດ­ຖະ­ບານ ເປັນ­ຕົ້ນ: (1). ການ​ສະ­ຫຼຸບ​ການ­ຈັດ­ຕັ້ງປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ, ແຜນ​ງົບ­ປະ­ມານ, ແຜນ​ເງິນ­ຕາ 6 ເດືອນ​ຕົ້ນ ແລະ​ທິດ​ທາງ​ທ້າຍ​ສົກ​ປີ 2015-
2016; (2). ມາດ​ຕະ­ການ​ເກັບ​ລາຍ​ຮັບ 3 ເດືອນ​ທ້າຍ​ປີ ແລະ3 ເດືອນ ໄລ­ຍະຂ້າມ​ຜ່ານ; (3). ສະ­ພາບ​ການ​ເບີກ​ຈ່າຍ ເງິນ­ເດືອນ; (4). ແຜນ­ການ​ແກ້​ໄຂ​ສະພາບ​ຄ່ອງ​ດ້ານ​ການ​ເງິນ ແລະ​ຟື້ນ​ຟູ​ລະ ບົບ​ການ​ຜະ­ລິດ-ທຸ­ລະ​ກິດ​ສະ­ເພາະ​ໜ້າ ແລະ ຍາວ​ນານ; (5). ການ​ກະ­ກຽມ​ສ້າງ​ແຜນການ-ການ​ເງິນ​ສົກ​ປີ 2017; (6). ການປະ­ຕິ­ບັດ   ແລະ​ຜັນ​ຂະ­ຫຍາຍ​ຄຳ​ສັ່ງ​ເລກ​ທີ 15/ນຍ, ລົງ​ວັນ​ທີ 13 ພຶດ­ສະ­ພາ 2016 ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ຂຸດ​ຄົ້ນ ແລະ​ທຸລະ​ກິດ​ໄມ້ ແລະ (7). ຮ່າງ​ຄຳ​ສັ່ງ​ວ່າ​ດ້ວຍທິດ​ທາງ, ເປົ້າ​ໝາຍ ແລະ​ມາດ​ຕະ­ການສ້າງ​ແຂວງ​ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວ­ໜ່ວຍ​ເຂັ້ມ­ແຂງ​ຮອບດ້ານ ແລະ​ສ້າງ​ບ້ານ​ເປັນ​ຫົວ­ໜ່ວຍ​ພັດ​ທະນາ.

ຜ່ານ​ການ​ລາຍ​ງານ​ຂອງ​ຂະ­ແໜງ­ການທີ່​ກ່ຽວ­ຂ້ອງ ເຫັນ​ວ່າ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໃນ 6 ເດືອນ​ຕົ້ນ​ສົກ​ປີ­ຜ່ານ­ມາ​ໄດ້​ມີ​ຜົນ ສຳ­ເລັດ​ໃນ​ຫຼາຍດ້ານ, ປະ­ເທດ​ຊາດ​ສືບ­ຕໍ່ ມີ​ສະ­ຖຽນ​ລະ​ພາບ​ໝັ້ນ­ຄົງ, ເສດ­ຖະ­ກິດ ມະ­ຫາ​ພາກ​ຍັງ​ມີ​ຄວາມ​ໝັ້ນ​ທ່ຽງ ແລະສືບ­ຕໍ່​ຂະ­ຫຍາຍ­ຕົວ, ການ​ລົງ­ທຶນ​ພາຍ​ໃນແລະ​ຕ່າງ­ປະ­ເທດ ຍັງ​ຢູ່​ໃນ​ບັນ­ຍາ­ກາດ​ທີ່ດີ, ຂົງ­ເຂດ​ການ​ຜະ­ລິດ​ກໍ່​ມີ​ຫຼາຍ​ວຽກ​ທີ່ ພົ້ນ​ເດັ່ນ, ຕໍ່​ວັດ­ຖຸ ແລະ​ຊີ­ວິດ​ຈິດ­ໃຈ​ຂອງປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ສືບ­ຕໍ່​ໄດ້​ຮັບ​ການ​ຍົກສູງ​ຂຶ້ນ​ບັນ­ດາ​ວຽກ​ງານ​ຈຸດ​ສຸມ​ທັງ​ໝົດ​ທີ່ກ່າວ​ມາ​ນັ້ນ​ກອງ​ປະ­ຊຸມ​ໄດ້​ປຶກ­ສາ​ຫາ­ລື ແລະ​ປະ­ກອບ​ຄຳ​ເຫັນ​ດ້ວຍ​ຄວາມ​ຮັບ​ຜິດຊອບ ແລະ ເຫັນ​ດີ​ເປັນ​ເອ­ກະ​ພາບ​ຮັບ­ຮອງເອົາ​ມາດ​ຕະ­ການ ແລະ​ວິ­ທີ​ການ​ແກ້​ໄຂໃນ­ຕໍ່­ໜ້າ. ພ້ອມ​ນັ້ນ ທ່ານ​ນາ­ຍົກ​ລັດ​ຖະ ມົນ­ຕີ ຍັງ​ໄດ້​ຊີ້​ນຳ​ໃຫ້​ຂະ­ແໜງ­ການ​ຕ່າງໆຢູ່​ສູນ​ກາງ ແລະ​ບັນ­ດາ​ແຂວງ​ນຳ­ໄປ ຈັດ​ຕັ້ງ​ປະ­ຕິ­ບັດ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບຕາມ​ບັນ­ດາ​ໜ້າ​ວຽກ​ທີ່​ກ່າວ​ມາ​ນັ້ນ ຄື: 1) ໃຫ້​ຂະ­ແໜງ­ການ​ກ່ຽວ­ຂ້ອງ​ສົມ­ທົບ​ເຊິ່ງກັນ ແລະ​ກັນ ຈັດ​ລຽງ​ບຸ­ລິ­ມະ­ສິດ​ວຽກ​ໃດຄວນ​ເຮັດ​ກ່ອນ-ເຮັດ​ຫຼັງ ເພື່ອ​ຈະ​ໄດ້​ສຸມທຶນ­ຮອນ​ໃສ່ ແລະ​ມອບ​ໃຫ້​ຖະ​ຊວງ​ແຜນການ ແລະ​ການ​ລົງ­ທຶນ​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ກວດ­ກາ​ຄືນ​ບັນ­ດາ​ໂຄງ­ການ​ທີ່​ບໍ່​ມີ​ປະ​ສິດ­ທິ​ຜົນ ແລະ ໂຄງ­ການ​ທີ່​ບໍ່​ນອນ​ໃນ​ແຜນ;2) ມອບ​ໃຫ້ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ຊອກຕະ­ຫຼາດ ເພື່ອ​ຮອງ​ຮັບ​ການ​ຜະ­ລິດ​ສິນ­ຄ້າ ຂອງ​ປະ­ຊາ­ຊົນ. ພ້ອມ​ດຽວ​ກັນ​ນັ້ນ ກໍ​ໃຫ້ຄົ້ນ­ຄວ້າ​ດັດ­ສົມ​ລາ­ຄາ​ສິນ­ຄ້າ​ຕາມ​ທ້ອງຕະ­ຫຼາດ ລວມ​ທັງ​ໃຫ້​ຕິດ​ສະ­ແຕມ​ລາ­ຄາ ສິນ­ຄ້າ​ນຳ​ເຂົ້າ​ມາ​ບໍ­ລິ­ໂພກ​ເປັນ​ພາ­ສາ ລາວ;3) ເພີ່ມ​ທະ­ວີ​ການ​ຄຸ້ມ​ຄອງ, ກວດກາ​ບັນ­ດາ​ໂຄງ­ການ​ຢ່າງ​ເຂັ້ມ​ງວດ ພ້ອມທັງ​ການ​ລົງ­ທຶນ​ຕ້ອງ​ແບ່ງ​ຄວາມ​ຮັບ​ຜິດຊອບ​ໃຫ້​ຈະ­ແຈ້ງ​ເປັນ­ຕົ້ນ​ແມ່ນ​ພາກ­ສ່ວນ ໃດ​ອາ​ນຸ​ຍາດ​ແມ່ນ​ພາກ­ສ່ວນ​ນັ້ນ​ຕ້ອງ ຮັບ­ຜິດ­ຊອບ​ໃນ​ການ​ຊຳ­ລະ​ສະ​ສາງ;  4)ສຳ­ລັບ​ທະ­ນາ­ຄານ​ຕ້ອງ​ຄວບ​ຄຸມ​ອັດ­ຕາເງິນ​ເຟີ້, ອັດ­ຕາ​ດອກ​ເບ້ຍ ແລະ​ການ​ປ່ອຍເງິນ​ກູ້​ຕ້ອງ​ໄດ້​ມີ​ການ​ກວດ­ກາ​ປະ​ເມີນ ວ່າ​ເປັນ​ໂຄງ­ການ​ທີ່​ມີ​ປະ​ສິດ­ທິ​ຜົນ ຫຼື ບໍ່; 5) ເຫັນ​ດີ​ການ​ເກັບ​ພາ­ສີ-ອາ­ກອນ, ອາ­ກອນ​ມູນ​ຄ່າ​ເພີ່ມ​ໃຫ້​ນຳ​ໃຊ້​ລະ­ບົບ​ທີ່ທັນ​ສະ­ໄໝ. ໃນ​ເວ­ລາ​ດຽວ​ກັນ​ນັ້ນ ຄຽງ​ຄູ່​ກັບ​ການ​ເອົາ​ເຂົ້າ​ລະ­ບຽບ​ຫຼັກ­ການ​ຢ່າງເຂັ້ມ​ງວດ​ແລ້ວ​ມອບ​ໃຫ້​ກະ­ຊວງ​ການ​ເງິນສົມ­ທົບ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ​ຈັດ​ຕັ້ງ ພະ­ນັກ­ງານ​ລົງ​ເດີນ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ເປັນ​ຖານ​ລາຍຮັບ​ທົ່ວ​ປະ­ເທດ.  6)ການ​ເກັບ​ພາ­ສີ ຫຼື ຍົກເວັ້ນ​ພາ­ສີ​ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ໝາຍ​ທີ່​ໄດ້​ວາງ​ອອກ​ຢ່າງ​ເຂັ້ມ​ງວດ. 7) ມອບ​ໃຫ້​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳມະ​ຊາດ ແລະ​ສິ່ງ­ແວ­ດລ້ອມ ສົມ­ທົບ​ກັບ ກະ­ຊວງ​ການ​ເງິນ​ຄົ້ນ­ຄວ້າ​ກົນ​ໄກ, ວິ­ໄຈການ​ເກັບ​ພາ­ສີ​ທີ່​ດິນ (ການ​ຂາຍ-ການ ໂອນ​ກຳ­ມະ­ສິດ) 8)ຊຸກ­ຍູ້​ການ​ຜະ­ລິດ​ເປັນສິນ­ຄ້າ ແລະ​ການ­ທ່ອງ­ທ່ຽວ ໂດຍ​ການ ລົງ­ທຶນ​ໂດຍ​ກົງ​ຂອງ​ນັກ​ລົງ­ທຶນ​ທັງ​ພາຍ ໃນ ແລະ​ຕ່າງ­ປະ­ເທດ; 9)ມອບ​ໃຫ້​ກະຊວງ​ພະ­ລັງ­ງານ ແລະ​ບໍ່​ແຮ່​ຄົ້ນ­ຄວ້າ, ເຈລະ­ຈາ ແລະ​ຄວບ​ຄຸມ​ລາ­ຄາ​ບໍ່​ໃຫ້​ຕົ້ນ ທຶນ​ສູງ​ຫຼາຍ​ໃນ​ການ​ກໍ່­ສ້າງ;10) ມອບໃຫ້​ກະ­ຊວງ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງສົມ­ທົບ​ກັບ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ກວດ­ກາ​ຄືນ​ບັນ­ດາ​ຮ້ານ ແລະ​ການ ນຳ​ເຂົ້າ​ລົດ​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ; 11)ກະ­ຊວງ​ການ​ເງິນ​ຕ້ອງ​ຮັບ­ປະ­ກັນໃຫ້​ມີ​ເງິນ​ເບີກ​ຈ່າຍ​ເງິນ­ເດືອນ​ໃຫ້​ພະ­ນັກງານ, ທະ­ຫານ, ຕຳ­ຫຼວດ ລວມ​ທັງ​ພະ ນັກ​ງານ​ບຳ­ນານ ເດືອນ​ໃດ​ເດືອນ​ນັ້ນ ໂດຍສົມ­ທົບ​ກັບ​ກະ­ຊວງ​ພາຍ​ໃນ ດ້ານ​ຈຳ­ນວນພົນ ແລະ​ໃຫ້​ນຳ​ໃຊ້​ລະ­ບົບ​ຄຸ້ມ​ຄອງ​ພະ­ນັກງານ​ແບບ​ທັນ​ສະ­ໄໝ (PMIS). ທຸກໆກະ­ຊວງ ແລະ​ທ້ອງ­ຖິ່ນ​ຕ້ອງ​ປະ­ຕິ­ບັດຢ່າງ​ເຂັ້ມ​ງວດ​ລະ­ບຽບ, ຂັ້ນ​ຕອນ​ຂອງການ​ເບີກ​ຈ່າຍ​ເງິນ­ເດືອນ ເພື່ອ​ເຮັດ​ໃຫ້ການ​ເບີກ​ຈ່າຍ​ເງິນ­ເດືອນ​ຄົບ​ຖ້ວນ, ທັນເວ­ລາ.

ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຄຳ​ສັ່ງ​ສະບັບ​ເລກ​ທີ 15/ນຍ, ລົງ​ວັນ​ທີ 13 ພຶດສະ­ພາ 2016 ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ແລະ ກວດ­ກາການ​ຂຸດ​ຄົ້ນ​ໄມ້ ແລະ ທຸ­ລະ​ກິດ​ໄມ້ ນັ້ນກອງ​ປະ­ຊຸມ​ໄດ້​ຕີ​ລາ­ຄາ​ວ່າ: ທຸກ​ຂະແໜງ​ການ, ອົງ­ການ​ລັດ​ທຽບ​ເທົ່າ​ກະ ຊວງ ເຈົ້າ​ຄອງ​ນະ­ຄອນ ແລະ​ບັນ­ດາ​ເຈົ້າແຂວງ​ທົ່ວ​ປະ­ເທດ​ໄດ້​ເອົາ­ໃຈ­ໃສ່​ຜັນ​ຂະ ຫຍາຍ​ເປັນ​ຢ່າງ​ດີ ແລະ​ໄດ້​ຮັບ​ການ​ສະ ໜັບ​ສະ​ໜູນ​ຢ່າງ​ກວ້າງ­ຂວາງ ໃນ​ທົ່ວ​ສັງຄົມ. ຜ່ານ​ການ​ປຶກ­ສາ​ຫາ­ລື​ກອງ​ປະ­ຊຸມ ໄດ້​ເຫັນ​ດີ​ເປັນ​ເອ­ກະ​ພາບ​ກັນ​ໃນ​ການ​ຈັດຕັ້ງ​ປະ­ຕິ­ບັດ​ຄື: 1. ໃຫ້​ທຸກ​ພາກ­ສ່ວນ​ແຕ່ສູນ​ກາງ​ຮອດ​ທ້ອງ­ຖິ່ນ​ສືບ­ຕໍ່​ຈັດ​ຕັ້ງ​ປະ­ຕິບັດ​ຄຳ​ສັ່ງ ເລກ​ທີ   15/ນຍ ຢ່າງ​ເຂັ້ມ ງວດ ແລະ​ມີ​ຜົນ​ສັກ­ສິດ, ພິ­ຈາ­ລະ­ນາ​ແກ້​ໄຂ​ປະ­ກົດ​ການ​ລະ­ເມີດ​ຕ່າງໆ​ຢ່າງ​ເດັດ ຂາດ ຕາມ​ກົດ­ໝາຍ ແລະ​ລະ­ບຽບ​ການ. ສິ່ງ​ສຳ­ຄັນ ແມ່ນ​ຕ້ອງ​ສຶກ​ສາ​ອົບ­ຮົມ​ປະ ຊາ​ຊົນ​ບັນ­ດາ­ເຜົ່າ ແລະ​ຜູ້​ປະ­ກອບ​ການ ໃຫ້​ຕື່ນ​ຕົວ​ເຂົ້າ​ຮ່ວມ​ປະ­ຕິ­ບັດ. ຕ້ອງ​ຢຸດ­ຕິການ​ສົ່ງ​ໄມ້​ອອກ​ທີ່​ບໍ່​ໄດ້​ປຸງ​ແຕ່ງ​ເປັນ​ຜະລິດ​ຕະ​ພັນ​ສຳ­ເລັດ​ຮູບ ແລະ​ຢຸດ­ຕິ​ການ​ຄົ້ນ
ໄມ້​ຢ່າງ​ຂາດ​ຕົວ ແລະ​ເດັດ­ຂາດ​ບໍ່​ມີ​ໂກ້​ຕ້າໄມ້​ຕື່ມ​ອີກ. 2.ໃຫ້​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້​ສົມ­ທົບ​ກັບ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ຄົ້ນ­ຄວ້າ​ອອກ​ນິ­ຕິ​ກຳ, ນະໂຍ​ບາຍ ແລະ​ລະ­ບຽບ​ການ​ຕ່າງໆ​ທີ່​ກ່ຽວ ຂ້ອງ​ກັບ​ການ​ຊຸກ­ຍູ້​ສົ່ງ­ເສີມ​ການ​ຜະ­ລິດ​ພາຍ​ໃນ, ການ​ປູກ​ໄມ້, ທຸ­ລະ​ກິດ​ໄມ້​ປູກ ແລະ​ການ​ກຳ­ນົດ​ລາຍ­ການ​ໄມ້​ປູກ​ເພື່ອ​ທີ່ ຈະ​ສົ່ງ​ອອກ ຢ່າງ​ລະ­ອຽດ ແລະ​ຮັດ­ກຸມ. 3. ໃຫ້​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ​ການຄ້າ​ສົມ­ທົບ​ກັບ​ສະ­ມາ­ຄົມ​ປຸງ​ແຕ່ງ​ໄມ້ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ເພື່ອ​ລົງ​ເລິກ​ເອົາ ໃຈ​ໃສ່​ໃນ​ການ​ປັບ­ປຸງ​ບັນ­ດາ​ໂຮງ­ງານ​ປຸງແຕ່ງ​ໄມ້ ແລະ ສີ­ມື​ແຮງ​ງານ​ໃຫ້​ໄດ້​ມາດ ຕະ​ຖານ, ຮອງ​ຮັບ​ບໍ​ລິ​ມາດ​ໄມ້​ທີ່​ຂຸດ​ຄົ້ນ ຈາກ​ເຂດ​ອະ­ນຸ­ຍາດ ຫຼື ໄມ້​ສວນ​ປູກ, ພ້ອມ​ດຽວ​ກັນ​ນັ້ນ​ກໍ​ຕ້ອງ​ໄດ້​ຄຸ້ມ​ຄອງ​ລາ­ຄາ​ໄມ້​ປູກ​ບໍ່​ໃຫ້​ຕ່ຳ​ເກີນ​ໄປ.

ກ່ຽວ​ກັບ​ວຽກ​ງານ 3 ສ້າງ ກອງ​ປະຊຸມ​ເຫັນ​ດີ​ມອບ​ໃຫ້​ທ່ານ​ນາ­ຍົກ​ລັດ​ຖະ​ມົນຕີ ອອກ​ຄຳ​ສັ່ງ​ເພື່ອ​ຜັນ​ຂະ­ຫຍາຍ​ຜົນ​ສຳເລັດ​ຂອງ​ການ​ເຮັດ​ທົດ​ລອງ​ໃນ​ໄລ­ຍະ​ທີ່ຜ່ານ​ມາ ແລະ​ມະ­ຕິ​ກົມ​ການ­ເມືອງ​ສູນ​ກາງພັກ ສະ­ບັບ​ເລກ​ທີ 25/ກມສພ, ລົງ​ວັນ​ທີ 22 ທັນ­ວາ 2014 ກ່ຽວ​ກັບ​ທິດ​ທາງ, ເປົ້າໝາຍ ແລະ​ມາດ​ຕະ­ການ​ສ້າງ​ແຂວງ ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ ເປັນ​ຫົວ­ໜ່ວຍ​ເຂັ້ມ­ແຂງ​ຮອບ­ດ້ານ, ສ້າງ ບ້ານ​ເປັນ​ຫົວ­ໜ່ວຍ​ພັດ­ທະ­ນາ.

ໃນ​ຕອນ​ທ້າຍ​ກອງ​ປະ­ຊຸມ, ທ່ານ​ນາຍົກ​ລັດ­ຖະ­ມົນ­ຕີ ໄດ້​ຊີ້​ນຳ​ໃຫ້​ສະ­ມາ­ຊິກ​ລັດຖະ​ບານ, ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງຈັນ ແລະ​ບັນ­ດາ​ເຈົ້າ­ແຂວງ ຈົ່ງ​ນຳ​ເອົາ ເນື້ອ​ໃນ​ຈິດ­ໃຈ​ທີ່​ໄດ້​ຕົກ­ລົງ​ເປັນ​ເອ­ກະ​ພາບ ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ລວມ​ທັງ​ບັນ­ດາວຽກ​ງານ​ທີ່​ເປັນ​ຈຸດ​ສຸມ​ໃນ​ເດືອນ​ກໍ​ລະ ກົດ 2016 ໄປ​ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບສູງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...