Homeຂ່າວການພັດທະນາເຂົ້າອໍເກນິກກະສິກຳສະອາດ ໄດ້ຮັບຄວາມສົນໃຈຈາກມວນຊົນ

ເຂົ້າອໍເກນິກກະສິກຳສະອາດ ໄດ້ຮັບຄວາມສົນໃຈຈາກມວນຊົນ

Published on

ເຂົ້າ​ອໍ​ເກ​ນິກ​ກະ​ສີ​ກຳ​ສະ­ອາດ​ຜະລິດ​ຕະ​ພັນ​ຈາກ​ບໍ­ລິ­ສັດປາ​ວິ​ນາ ພັດ​ທະນາ​ກະ​ສີ​ກຳ ຈຳ­ກັດ ໄດ້​ຮັບ​ຄວາມ​ສົນ­ໃຈສູງ​ຈາກ​ສັງ­ຄົມ ພາຍ­ຫຼັງ​ທີ່​ເຈົ້າ​ຂອງ​ຜະລິດ​ຕະ​ພັນ​ດັ່ງ­ກ່າວ​ໄດ້​ນຳ­ໄປ​ວາງ­ສະ­ແດງຂາຍ​ໃນ​ງານ​ມະ​ຫະ​ກຳ​ທ່ອງ​ທ່ຽວ​ອະ­ນຸຮັກ​ອາ​ຊຽນ​ປີ 2016 ທີ່​ແຂວງ​ຈຳ­ປາສັກ​ເປັນ​ເຈົ້າ­ພາບ, ຂະ­ນະ​ທີ່​ເຈົ້າ​ຂອງ​ກິດ ຈະ​ການ​ດີ­ໃຈ ແລະ​ຢືນ­ຢັນ​ຈະ​ພັດ­ທະ­ນາ​ຜະ­ລິດ​ຕະ​ພັນ​ດັ່ງ­ກ່າວ​ອອກ​ສູ່​ວົງ​ກວ້າງ.

ທ່ານ ນາງ ບຸນ​ມີ ແກ້ວ​ສີ​ປະ­ເສີດ ຜູ້ອຳ­ນວຍ​ການ​ບໍ­ລິ­ສັດ ປາ​ວິ​ນາ ພັດ­ທະ­ນາ ກະ​ສີ​ກຳ ຈຳ­ກັດ ໃຫ້​ຮູ້​ໃນ​ໂອ­ກາດ​ທີ່​ໄດ້ ນຳ​ເອົາ​ຜະ­ລິດ​ຕະ​ພັນ​ຂອງ​ຕົນ​ເຂົ້າ​ຮ່ວມວາງ­ສະ­ແດງ​ໃນ​ງານ​ມະ​ຫະ​ກຳ​ການ​ທ່ອງທ່ຽວ​ອະ­ນຸ​ຮັກ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 22-25 ມິ­ຖຸ­ນາ 2016 ຜ່ານ ມາ​ນີ້​ຢູ່​ແຂວງ​ຈຳ­ປາ​ສັກ​ວ່າ: ບໍ­ລິ­ສັດ​ຂອງພວກ​ເຮົາ​ໄດ້​ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 2010 ເປົ້າ​ໝາຍ​ຂອງ​ບໍ­ລິ­ສັດ​ແມ່ນ​ສ້າງ​ຂຶ້ນ​ເພື່ອ​ສົ່ງ­ເສີມ​ປະ­ຊາ­ຊົນ​ປູກ​ເຂົ້າ ແລະ​ໄດ້​ເລີ່ມ ບຸກ­ເບີກ​ເນື້ອ­ທີ່​ເພື່ອ​ທຳ​ການ​ຜະ­ລິດ​ເຂົ້າ​ອໍ​ເກ​ນິກ ຫຼຶ​ຶື ກະ​ສີ​ກຳ​ທີ່​ສະ­ອາດ​ໃນ​ເນື້ອ­ທີ່ 400 ເຮັກ­ຕາ, ຢູ່​ເຂດ​ບ້ານ​ໜອງ​ບົວ­ທອງ ເມືອງ​ມົນ​ລະ​ປະ​ໂມກ ແຂວງ​ຈຳ­ປາ​ສັກ, ຊຶ່ງ​ໃນ​ເບື້ອງ​ຕົ້ນ​ປີ 2005 ການ​ຜະ­ລິດຍັງ​ບໍ່​ທັນ​ເປັນ​ຂະ​ບວນ​ການ​ເນື່ອງ​ຈາກເປັນ​ພື້ນ​ທີ່​ບຸກ­ເບີກ​ໃໝ່ ເຮັດ​ໃຫ້­ການ​ຜະລິດ​ຍັງ​ບໍ່​ທັນ​ເຕັມ​ມິດ​ເຕັມ​ໜ່ວຍ ແຕ່​ຕົກມາ​ຮອດ​ປະ­ຈຸ​ບັນ​ທາງ​ບໍ­ລິ­ສັດ​ໄດ້​ມີ​ເນື້ອທີ່​ເພື່ອ​ທຳ​ການ​ຜະ­ລິດ​ແລ້ວ 700 ກວ່າ ເຮັກ­ຕາ ແລະ​ສາ­ມາດ​ປູກ​ເຂົ້າ​ໄດ້​ທັງ​ໝົດ 5 ຊະ­ນິດ​ຄື: ເຂົ້າ​ໄກ່​ນ້ອຍ, ເຂົ້າ​ບົວຈະ, ເຂົ້າ­ຈ້າວ​ພໍ່­ເຖົ້າ, ເຂົ້າ­ຈ້າວ​ຫອມ​ປາວິ​ນາ ແລະ​ເຂົ້າ­ໜຽວ​ຫອມ​ປາ​ວິ​ນາ ຊຶ່ງເຂົ້າ​ທີ່​ປູກ​ດັ່ງ­ກ່າວ​ໄດ້​ນຳ​ມາ​ຜະ­ລິດ​ເປັນຜະ­ລິດ​ຕະ​ພັນ​ເຂົ້າ​ອໍ​ເກ​ນິກ ກະ​ສີ​ກຳ​ທີ່​ສະອາດ​ຄື: ເຂົ້າ­ໜຽວ​ຫອມ​ໄກ່​ນ້ອຍ, ເຂົ້າຈ້າວ​ຫອມ​ປາ​ວິ​ນາ, ເຂົ້າ­ຈ້າວ​ຫອມ​ພໍ່ເຖົ້າ​ກາ​ຊາວ­ນາ ແລະ​ຊາ​ເຂົ້າ­ໜຽວ​ບົວຈະ​ກາ​ຮວງ​ເຂົ້າ ຊຶ່ງ​ປະ­ຈຸ​ບັນ​ໄດ້​ວາງ​ຈຳໜ່າຍ​ຢູ່​ທີ່​ສູນ​ການ​ຄ້າ​ແຟຣນ​ຊິບ​ຂອງ​ກຸ່ມບໍ­ລິ­ສັດ​ຕັງ​ຈະ­ເລີນ ແລະ​ຈຳ­ໜ່າຍ​ທີ່​ບໍ​ລິສັດ​ເອງ​ບ້ານ​ໂຊກ​ອຳ­ນວຍ ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ.

ນອກ­ຈາກ​ບໍ­ລິ­ສັດ​ປະ​ວິ​ນາ​ພັດ­ທະ­ນາກະ​ສີ​ກຳ ຈຳ­ກັດ, ໄດ້​ລົງ­ທຶນ​ເຂົ້າ​ໃສ​ໃນການ​ປູກ​ເຂົ້າ​ອິນ​ຊີ​ແລ້ວ ປະ­ຈຸ​ບັນ​ບໍ­ລິ­ສັດຍັງ​ໄດ້​ສົ່ງ­ເສີມ ແລະ​ເກັບ​ຊື້​ເຂົ້າ­ຈ້າວ​ທົ່ວ ໄປ​ນຳ​ປະ­ຊາ­ຊົນ​ເຂດ​ດັ່ງ­ກ່າວ​ນຳ​ອີກ ຊຶ່ງບໍ­ລິ­ສັດ​ມີ​ຕະ­ຫຼາດ​ຮອງ​ຮັບ​ທີ່​ແນ່­ນອນ​ຢູ່​ປະ­ເທດ​ມົງ​ໂກ​ເລຍ ໃນ​ການ​ເຊັນ​ສັນ­ຍາຮ່ວມ​ກັນ​ເພື່ອ​ໃຫ້​ບໍ­ລິ­ສັດ​ສະ­ໜອງ​ເຂົ້າຈ້າວ​ໃຫ້​ປີ​ໜຶ່ງ 1 ພັນ​ໂຕນ.

ທ່ານ​ຜູ້­ອຳ­ນວຍ­ການ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ຕົນ​ມີ​ຄວາມ​ດີ­ໃຈ​ຫຼາຍ​ທີ່​ເຫັນ​ວ່າ​ສັງ­ຄົມ ໃຫ້​ຄວາມ​ສົນ­ໃຈ​ຕໍ່​ຜະ­ລິດ​ຕະ​ພັນ​ທີ່​ຜະ­ລິດ​ອອກ​ມາ, ໂດຍ​ສະ­ເພາະ​ໃນ​ງານ​ມະ​ຫະ ກຳ​ທ່ອງ​ທ່ຽວ​ອະ­ນຸ​ຮັກ​ອາ​ຊຽນ​ປີ 2016 ເຖິງ​ແມ່ນ​ວ່າ­ການ​ຜະ­ລິດ​ຍັງ​ມີ​ຈຳ­ກັດ ແລະ​ຍັງ​ບໍ່​ທັນ​ກວ້າງ­ຂວາງ​ກໍ​ຕາມ ແຕ່​ຕົນ​ຈະ​ພະ­ຍາ­ຍາມ​ສ້າງ​ໃຫ້​ຜະ­ລິດ​ຕະ​ພັນດັ່ງ­ກ່າວ​ມີ​ການ​ຂະ­ຫຍາຍ­ຕົວ​ອອກ​ໄປເລື້ອຍໆ ຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ແມ່ນ​ໄດ້ສຳ­ເລັດ​ການ​ປັກ​ດຳ​ເຂົ້າ­ນາ​ປີ 700 ເຮັກຕາ, ເພື່ອ​ກຽມ​ໃສ່​ການ​ຜະ­ລິດ​ຕອບ​ສະໜອງ​ສັງ­ຄົມ​ໃຫ້​ຫຼາຍ​ຂຶ້ນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...